Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທຶນ ADS
ນັກລ່າຝັນ

Date:
ທຶນ ADS


ຂ້າພະເຈົ້າມີຄວາມສົນໃຈຢາກເຂົ້າແຂ່ງຂັນເສັດທຶນດັ່ງກ່າວ ດັ່ງນັ້ນຂໍຄວາມຊ່ວຍເຫລືອຜູ້ທີ່ເຄີຍຜ່ານການສອບເສັງທຶນ ຊ່ວຍແນະນຳແດ່ດັ່ງນີ້:
ທ່ານມີວິທີກຽມຕົວແນວໃດແດ່ເພື່ອເຮັດໃຫ້ທ່ານປະສົບຜົນສຳເລັດໃນການຖືກຂັດເລືອກ(ການແນະນຳໃຫ້ແຖດເຫມາະກັບແຕ່ລະດັບຂອງທຶນ)
ຂໍ້ມູນສ່ວນຕົວ: ຂ້າພະເຈົ້າຫາກໍ່ຈົບປະລິນຍາຕີຈາກວິທະຍາໄລເອກະຊົນ RBAC LAO. ສາຍ ການເງິນ
ສ່ວນພາສາອັງກິດບໍ່ມີໃບປະກາດແຕ່ກໍ່ສາມາດສື່ສານໄດ້ໃນລະດັບດີ ເພາະມີປະສົບການຮຽນຮູ້ຈາກການເຮັດວຽກ
ດັ່ງນັ້ນ, ຊ່ວຍແນະນຳວ່າຂ້າພະເຈົ້າຄວນເລືກຮຽນວິຊາໃດ, ໃນລະດັບໃດ?
ຕ້ອງກຽມຕົວ(ຮຽນຫນັກ) ເທົ່າໃດ?

ຂໍຂອບໃຈ


__________________
Anonymous

Date:

ຜູ່ຂ້າບໍ່ຮູ້ຄໍາຕອບ ພຽງແຕ່ຢາກມາອ່ວຍພອນໃຫ້ທ່ານຈົ່ງໂຊກດີ ລ່າຝັນໄດ້ສົມປາດຖະຫນາກ

__________________
ກິໂນ້

Date:

ທຳອິດຢາກແນະນຳໃຫ້ສຶກສາເລື່ອງຂັ້ນຕອນຂອງການສະຫມັກແລະຄັດເລືອກໃຫ້ລະອຽດ ເພາະແຕ່ລະຂັ້ນຕອນມີການກຽມຕົວຕ່າງກັນ ເຊັ່ນ: ຂັ້ນຕອນການຂຽນໃບສະໝັກ, ຂັ້ນຕອນເສັງຄັດເລືອກ (ເສັງໄອຄິວ ກັບຂຽນບົດສັ້ນເປັນພາສາອັງກິດໃນຫົວຂໍ້ໃດໜຶ່ງ), ຈາກນັ້ນຈະມີການສຳພາດ (ກ່ຽວກັບວິຊາທີ່ຢາກໄປຮຽນ ແລະ ເຫດຜົນທີ່ຢາກໄປ), ຂັ້ນຕອນເສັງ IELTS (ເວົ້າ, ອ່ານ, ຟັງ, ແລະ ຂຽນ).

ຂັ້ນຕອນຂຽນໃບສະໝັກ - ຕ້ອງໃຫ້ແນ່ໃຈວ່າຕົວເອງປະກອບເອກະສານຢ່າງຄົບຊຸດ ແລະ ຕອບຄຳຖາມຢ່າງຈະແຈ້ງ.

ຂັ້ນຕອນເສັງຄັດເລືອກ - ຊອກຫາບົດສອບເສັງເກົ່າໆມາທົດລອງຝຶກເຮັດ ເພື່ອໃຫ້ເຮົາລື້ງວ່າເຂົາເສັງກັນຈັ່ງໃດ.

ການສຳພາດ - ຕ້ອງຮູ້ວ່າຕົວເອງຢາກຮຽນຫຍັງ ແລະ ຍ້ອນຫຍັງ. ການສຳພາດແມ່ນເປັນພາສາອັງກິດ. ສະນັ້ນກໍ່ຕ້ອງຝຶກລ່ວງໜ້າ, ກຽມຄຳຕອບໄວ້ລ່ວງໜ້າ. ແລະຕ້ອງຮູ້ຂໍ້ມູນກ່ຽວກັບວິຊາທີ່ຕົນຢາກຮຽນຢູ່ອົດສະຕາລີພ້ອມ (ຍິ່ງເປັນການດີ)

ຂັ້ນຕອນເສັງ IELTS - ແນະນຳໃຫ້ຊື້ປື້ມຄູ່ມືການເສັງໃນລະບົບນີ້ມາສຶກສາ ແລະ ທົດລອງເຮັດ (ຮຽນຮູ້ຄຳສັບທີ່ເຂົາມັກໃຊ້ ໃນການສອບເສັງແບບນີ້ພ້ອມ) ຫລື ບໍໍ່ກໍ່ຮຽນທາງອິນເຕີເນັດ. ຖ້າມີເງື່ອນໄຂ ຢາກໃຫ້ໄປຮຽນນຳໂຮງຮຽນທີ່ສອນເລື່ອງການເສັງ IELTS ໂດຍສະເພາະ.

ແຕ່ສິ່ງທີ່ສຳຄັນກໍ່ຄື ຢາກໃຫ້ທົດລອງຍື່ນຟອມລອງເບິ່ງ ເພື່ອປະສົບການ. ຖ້າບໍ່ໄດ້ຄັ້ງນີ້ ກໍ່ເອົາຄັ້ງໜ້າ. ດຽວນີ້ ຜູ້ທີ່ຈົບມາແຕ່ອົດສະຕາລີ ຈະບໍ່ມີສິດເສັງທືນ ADS (ຖ້າເຂົ້າໃຈບໍ່ຜິດ). ນັ້ນກໍ່ໝາຍຄວາມວ່າ ເຮົາມີໂອກາດສູງຂື້ນ.

ຂໍໃຫ້ໂຊກດີ.

__________________
ເດັກລາວໃນອອສຊີ

Date:

ຢາກໃຫ້ບາງຂໍ້ມູນ ແລະ ແນະນຳແນວນີ້ເນາະ:

1. ການຮຽນຕໍ່ປະລິນຍາໂທດ້ວຍທຶນລັດຖະບານຂອງອົສຕາລີຕ້ອງມີປະສົບການໃນການເຮັດວຽກຢ່າງໜ້ອຍສອງປິ ຖ້າບໍ່ຮອດຕັດສິດແບບບໍ່ມີເງື່ອນໄຂ, ໝາຍຄວາມວ່າ 1ປີ 11ເດືອນກະບໍ່ໄດ້

2. ໃບປະກາດຈາກເມືອງລາວສ່ວນໃຫຍ່(ຍົກເວັ້ນຈາກ ມຊ) ແມ່ນບໍ່ຄ່ອຍຖືກຍອມຮັບຈາກມະຫາວິທະຍາໄລທີ່ມີຊື່ສຽງຢູ່ນີ້. ແຕ່ຢ່າງໃດກໍ່ດີ, ໂຄງປະກອບຂອງວິຊາຮຽນຊັ້ນປະລິນຍາຕີ(ຫລັກສູດ) ແລະ ຄະແນນຈົບປະລິນຍາຕີ ກໍ່ມີສ່ວນສຳຄັນ, ປະມານ 2,8 ຂຶ້ນເມືອຈິ່ງຮຽນຕໍ່ຢູ່ນີ້ໄດ້

3. ການຮຽນຢູ່ອົສຕາລີແມ່ນແຕກຕ່າງກັບຢູ່ລາວຢ່າງຊິ້ນເຊີງ, ດັ່ງນັ້ນ ການມີປະສົບການຈາກການເຮັດວຽກແມ່ນສຳຄັນທີ່ສຸດ

4. ຄະແນນ IELTS ສຳລັບປະລິນຍາໂທຂັ້ນຕຳ່ແມ່ນ 6,5. ແຕ່ມະຫາວິທະຍາໄລທີ່ມີຊື່ສຽງສ່ວນໃຫຍ່ຕ້ອງການຂັ້ນຕຳ່ແມ່ນ 7,0. ແຕ່ເຖິງຢ່າງໃດກໍ່ຕາມ ການທີ່ໄດ້ຄະແນນ IELTS ສູງບໍ່ໝາຍວ່າຈະຮຽນໄດ້ ສຳຄັນແມ່ນທ່ານຮູ້ຄຳສັບ ແລະ ມີຄວາມຮູ້ກ່ຽວກັບວິຊາສະເພາະທີ່ຈະຮຽນນັ້ນຫລາຍໜ້ອຍພຽງໃດ. ທີ່ສຳຄັນ ບາງຄົນໄດ້ຄະແນນ IELTS ສູງແຕ່ບໍ່ໄດ້ທຶນກໍ່ມີ, ຜູ້ໄດ້ຕຳ່ກວ່າແຕ່ໄດ້ທຶນກໍ່ມີຫລາຍ ມັນຂຶ້ນນຳຕອນຕອບສຳພາດ ແລະ ບົດຂຽນນຳວ່າເນື້ອຫາດີຫລາຍໜ້ອຍສຳ່ໃດ

5. ການເສັງບໍ່ໄດ້ເທື່ອທຳອິດບໍ່ແມ່ນເລື່ອງແປກ, ບາງຄົນເສັງ 4 5 ເທື່ອຈິ່ງເສັງໄດ້ກໍ່ມີ. ລອງຢື່ນເສັງເພື່ອປະສົບການກໍ່ໄດ້. ທີ່ສຳຄັນ ADS ມີແຕ່ຄົນລາວເຮົາເສັງ, ແຕ່ຕ້ອງເຂົ້າໃຈວ່າດຽວນີ້ຄົນລາວເຮົາຮຽນປະລິນຍາຕີຈາກເມືອງນອກກໍ່ມີຫລາຍ ແຕ່ຈົ່ງທ່ອງໄວ້ວ່າ ເກັ່ງບໍ່ສູ້ເຮັງ

6. ນອກຈາກ ADS ແລ້ວຍັງມີທຶນ ALA ທີ່ຕ້ອງແຂ່ງກັບບັນດາປະເທດໃນເຂດປາຊີຟິກ, ທຶນ Endeavour ທີ່ຕ້ອງແຂ່ງກັນທົ່ວໂລກ. ແຕ່ສອງທຶນຫລັງນີ້ໃຫ້ແຕ່ປະລິນຍາໂທ ແລະ ເອກ  ແຕ່ວ່າຍາກຫລາຍ ເນື່ອງຈາກຕ້ອງເກັ່ງລະດັບຕົ້ນໆ ຂອງປະເທດຈິ່ງຈະໄດ້ ເພາະຕ້ອງແຂ່ງກັບແນວໜ້າຂອງປະເທດອື່ນອີກ ແລະ ບໍ່ມີໂຄຕ້າແບ່ງວ່າປະເທດນີ້ຈະໃຫ້ເທົ່າໃດ ຖ້າໃຜເກັ່ງກໍ່ໄດ້ເລີຍ ແຕ່ລະປີກໍ່ມີຄົນລາວເຮົາໄດ້7-10ຄົນ ພວກເຂົາເຫລົ່ານັ້ນຖືວ່າສຸດຍອດເລີຍລະ

ຂໍໃຫ້ໂຊກດີ.... ກັບເມືອລະຊິໄປເສັງນຳ


__________________
ຄົນລ່າຝັນ

Date:

ຂອບໃຈທຸກທ່ານທີ່ໄດ້ປະກອບຄຳເຫັນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard