Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນໍ້າປາກາກະປູ 3 ໂຕ
ຂີ້ເຜິ້ງເບີ28

Date:
ນໍ້າປາກາກະປູ 3 ໂຕ


6a00d8341ef22f53ef0120a5abe237970c-500wi

ຕາມທີ່ໄດ້ຍິນເຂົາລົມກັນ ເຂົາວ່າອ້າຍຈຸ໋ງເປັນຄົນວຽດຊອດຈີນທີ່ເກີດແລະໃຫຍ່ຢູ່ບ້ານໂພນບົກ ເມືອງປາກເຊ ແຂວງເຊໂດນ. ຍ້ອນວ່າເອື້ອຍດອນ(ເມັຍຂອງອ້າຍຈຸ໋ງ)ເປັນລູກທະຫານເກົ່າ ອ້າຍຈຸ໋ງ ເມັຍແລະລູກ 3 ຄົນຈຶ່ງໄດ້ມາຕັ້ງຊີວິດໃໝ່ຢູ່ອາເມລິກາ. ຕອນນັ້ນບໍ່ມີຕະລາດເອເຊັຍຫລາຍ ຖ້າຢາກກິນອາຫານບ້ານເຮົາຕ້ອງໄດ້ຂີ່ຮົດເຂົ້າໄປຊື້ນໍາຕະລາດໄທໃນນະຄອນ San Francisco , ໄລຍະທາງກໍ່ໄປ ໄປກໍ່ຍາກ ອ້າຍຈຸ໋ງຈຶ່ງໄປຊື້ປາທີ່ເຂົາຂາຍເລມາເຮັດປາແດກໄວ້ກິນແລະເວລາມີພີ່ນ້ອງໝູ່ຄູ່ມາຢາມ ລາວກໍ່ເອົາໃຫ້ເມືອກິນຜູ່ລະແກ້ວສອງແກ້ວ. ເຂົາກິນນໍ້າປາລາວເຮັດແລ້ວກໍ່ຕິດໃຈເພາະມັນແຊບດີແລະແນະນໍາໃຫ້ລາວເຮັດຂາຍ, ທໍາອິດລາວກໍ່ເຮັດຢູ່ກາຣາ ເມື່ອທຸຣະກິດຂະຫຍາຍໂຕຂຶ້ນລາວຈຶ່ງໄປຕັ້ງເປັນໂຮງງານສົ່ງຂາຍທົ່ວໂລກ.
ຕອນຢູ່ລາວຂ້ອຍກິນນໍ້າປາກາຮວງທອງ ແຕ່ດຽວນີ້ຂ້ອຍກິນແຕ່ນໍ້າປາອ້າຍຈຸ໋ງເຮັດນີ້ລະ ແຊບດີ, ລອງເບິ່ງເດີ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard