Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂົວ​ຂ້າມນ້ຳຂອງແຫ່ງ​ທີ 3 ພ້ອມຈະ​ເປີດ​ນຳ​ໃຊ້​​ໃນ​ເດືອນພະຈິກ 2011
ຈິງບໍ ທີ່ຂ່າວນີ້ບອກວ່າຂົວແຂວງຄຳມ່ວນ-ນະຄອນພະນົມ ເປັນຂ້າມນ້ຳຂອງແຫ່ງທີ່ ໓ [0 vote(s)]

ບໍ່ຈິງ
0.0%
ຈິງ
0.0%
ອະຣິຍະ

Date:
ຂົວ​ຂ້າມນ້ຳຂອງແຫ່ງ​ທີ 3 ພ້ອມຈະ​ເປີດ​ນຳ​ໃຊ້​​ໃນ​ເດືອນພະຈິກ 2011

Mekong-3.jpg

ເຂດ​ຫົວ​ຂົວ​ຂ້າມ​ແມ່​ນ້ຳຂອງແຫ່ງ​ທີ 3 ລະຫວ່າງ​ ແຂວງ​ຄຳ​ມ່ວນ​ ສປປ ລາວ ​ແລະ ນະຄອນ​ພະນົມ​ ປະເທດ​ໄທ ກຳລັງ​ ຈະ​ກາຍ​ເປັນ​ເຂດ​ເສດຖະກິດ​ພິ​ເສດ ຄ້າຍຄື​ເຂດ​ເສດຖະກິດ​ພິ​ເສດ​ສາມຫລ່ຽມຄຳ​ ໃນແຂວງ​ບໍ່​ແກ້ວ ແລະ ​ເຂດ​ເສດຖະກິດ​ ພິ​ເສດ​ບໍ່ເຕັນ​ ໃນ​ແຂວງ​ຫລວງ​ນ້ຳ​ທາ, ພາຍຫລັງ​ອຳນາດ​ການ​ປົກ ຄອງ​ ແຂວງ​ ຄຳ​ມ່ວນ ​ໄດ້​ສົ່ງ​ແຜນ​ແມ່​ບົດ ​ເຂດ​ເສດຖະກິດ​ພິ​ເສດ ​ໃຫ້​ລັດຖະບານ ​ພິຈາລະນາຄວາມ​ເປັນ​ໄປ​​ໄດ້ ໃນ​ການຈັດ​ຕັ້ງ​ປະຕິບັດ.

ທ່ານ ດາວ​ໄລ, ກອງ​ເລຂາ, ພະ​ແນ​ກ​ແຜນການ-ການ​ລົງທຶນ ແຂວງ​ ຄຳ​ມ່ວນ​ ໄດ້​ ໃຫ້​ສຳພາດ​ນັກ​ຂ່າວ​ຈາກ​ສຳນັກ​ຂ່າວ ສານ​ປະ​ເທດ​ລາວ ​ໃນ​ວັນ​ທີ 6 ກັນຍາ​ ນີ້​ວ່າ: ທາງ​ ແຂວງ​ກຳ​ລັງເລັ່ງດຳ​ເນີນ​ວຽກ​ງານ​ຫລາຍ​ດ້ານໃຫ້​​ເປັນ​ຮູບ​ປະ​ທຳ ​ເພື່ອ​ ຮອງ​ຮັບການ​ເຂົ້າ​ມາ​ຂອງ​ບັນດາ​ນັກ​ລົງທຶນ​ທີ່​ກຳລັງ​​ໃຫ້​ຄວາມ​ສົນ​ໃຈ​ ຢາກ​ມາ​ລົງທຶນ​ໃນ​ເຂດ​ຫົວ​ຂົວ​ແຫ່ງ​ທີ 3 ທີ່​ມີ​ແຜນ​ ຈະ​ສ້າງ​ໃຫ້​ສຳ​ເລັດ​ພາຍ​ໃນ 11/11/2011 ນີ້ ຂະນະ​ນີ້ມີປະມານ 10 ກວ່າ​ບໍລິສັດ​ແລ້ວ​ໄດ້​ສະ​ເໜີເຖິງອຳນາດ​ ການ​ປົກຄອງ​ ແຂວງ​ ​ເພື່ອຂໍ​ເຂົ້າ​ມາ​ລົງທຶນ​ປຸກ​ສ້າງ​ໂຮງ​ແຮມ 5 ດາວ, ສະຖານ​ບັນ​ເທີ​ງ, ຮ້ານ​ອາຫານ, ​ໂຮງ​ງານ​ຕັດຫຍີບ, ປຸກ​ອາຄານ ​ໃຫ້​ຄົນ​ເຊົ່າ ​ແລະ ໂຮງງານ​ອຸດສາ ຫະກຳ​ເບົາ.

ເພື່ອ​ສິດທິ​ຜົນ​ປະ​ໂຫຍ​ດຍາວ​ນານທີ່​ກ່ຽວຂ້ອງ​ກັບ​ໂຄງການ​ຂົວ​ແຫ່ງ​ທີ 3 ນັ້ນ ພວກ​ ເຮົາ​ໄດ້​ມີ​ກາ​ນປະສານ​ງານ​ກັບ​ ລັດຖະບານ​ຢ່າງ​ໃກ້​ຊີດ​ ໃນ​ການ​ດຳ​ເນີນງານ​ສ້າງ​ແຜນ​ແມ່​ບົດ​​ພັດທະນາ​​ເຂດເສດຖະກິດ​ພິ​ເສດ ​​ໂດຍ​ມີ​ເນື້ອ​ທີ່​ທັງ​ໝົດ 10.000 ເຮັກຕາ ໃຫ້​ເປັນ​ຮູບ​ປະ​ທຳ​ພາຍ​ໃນ​ທ້າຍ 2010 ໂດຍ​ເລັ່ງ​ໃສ່​ເພື່ອ​ຮັບ​ມື​ກັບ ​ການ​ເຕີບ​ໃຫຍ່​ຂະ ຫຍາຍຕົວ​​ ເສດຖະກິດ-ການ​ລົງທຶນ.

ເບື້ອງ​ຕົ້ນ ທາງ​ແຂວງ​ຕ້ອງການຢາກ​ໃຫ້​ເຂດ​ດັ່ງກ່າວ ກາຍ​ເປັນ​ເຂດ​ພັດທະນາຄົບ​ວົງ​ຈອນ ​ຄ້າຍຄື​ເຂດ​ ສາມຫລ່ຽມ​ຄຳ ​ແລະ ບໍ່ເຕັນ​ ໃນ​ສອງ​ແຂວງ​ພາກ​ເໜືອ​ ທີ່​ປະກອບ​ມີ​ການ​ລົງທຶນ​ໃນ​ຫລາຍ ​ຂະ​ແໜງ​ການ​ເຊັ່ນ: ອຸດສາຫະກຳ​ເບົາ, ​ໂຮງ​ແຮງ 5 ດາວ, ​ເຂດ​ກາ​ຊີ​ໂນ, ຮ້ານ​ອາຫານ, ສະຖານ​ທີ່​ພັກ​ຜ່ອນ, ອາຄານ​ໃຫ້​ຄົນ​ເຊົ່າ ​ແລະ ສູນ​ການ​ຄ້າ ​ແລະ ຄາດ​ວ່າ ​ແຜນ​ແມ່​ບົດ​ຈະ​ໄດ້​ຮັບ​ການ​ອະນຸມັດ​ພາຍ​ໃນ​ທ້າຍ 2010.

ຮອດ​ປະຈຸ​ບັນ​ນີ້ ມີ​ປະມານ 10 ກວ່າ​ບໍລິສັດ​ໄດ້​ສະ​ເໜີ​ເຂົ້າ​ມາ​ລົງທຶນ​ໃນ​ເຂດ​ຫົວ​ຂົວ​ແລ້ວ ​ແຕ່​ມີ​ພຽງ 3 ບໍລິສັດຄື: ບໍລິສັດ SKKS, ບໍລິສັດ​ລັດ​ວິ​ສາ​ຫະກິດ​ພັດທະນາ​ທີ່​ດິນ ແລະ ບໍລິສັດ​ໂຈ້​ບຸນມີໄດ້​ຮັບ​ການ​ອະນຸມັດ​ ແລະ ກໍໄດ້​ມີການ ​ເຊັນ​ສັນຍາ​ສຳ​ປະທານ 200 ກວ່າ​ເຮັກຕາ​ແລ້ວ​ ກ່ຽວ​ກັບ​ຂະ​ແໜງ​ການ​ຕັດຫຍີບ, ປະກອບ​ລົດ, ​ບໍລິການ ແລະ ປຸງ​ແຕ່ງ ອາຫານ​ກະປ໋ອງ.

ແນວ​ໃດ​ກໍ​ດີ ທ່ານ ໄຊຊະນະ ຫົວໜ້າ​ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ແມ່​ນ້ຳຂອງ​ແຫ່ງ​ທີ 3 ໄດ້​ເປີດ​ເຜີຍວ່າ: ປະມາ​ ຮອດ ດຽວ​ນີ້ ການດຳ​ເນີນ​ການ​ກໍ່ສ້າງ​ຂົວ​ໄດ້​ສຳ​ເລັດ​​ແລ້ວ 53 % ຂອງ​ແຜນການ ພາຍຫລັງ​ມີ​ການ​ກໍ່ສ້າງ​ເປັນ​ ທາງ​ການ​ໃນ​ວັນ​ທີ 26/5/2010, ຄາດ​ວ່າ​ຈະ​ສຳ​ເລັດ ສົມບູນ ​ແລະ ສົ່ງ​ມອບ​ພາຍ​ໃນ​ເດືອນ 11/11/2011

----------
http://www.mahasan.com/news_events/domestic_news/lao_bridge3.html

__________________
Anonymous

Date:
RE: ຂົວ​ຂ້າມນ້ຳຂອງແຫ່ງ​ທີ 3 ພ້ອມຈະ​ເປີດ​ນຳ​ໃຊ້​​ໃນ​ເດືອນພະຈິກ 2011

ນຶກວ່າຊິແລ້ວປີນີ້ no

__________________
Anonymous

Date:

Anonymous wrote:

ນຶກວ່າຊິແລ້ວປີນີ້ no

ຖາມວ່າ ເຂົາວ່າຂົວຂວ້າມນ້ຳຂອງແຫ່ງທີ ໓ ຖືກບໍ ?

__________________
Anonymous

Date:

ຂົວ​ຂ້າມນ້ຳຂອງແຫ່ງ​ທີ 3 ພ້ອມຈະ​ເປີດ​ນຳ​ໃຊ້​​ໃນ​ເດືອນພະຈິກ 2011

ຂ້າມ ແມ່ນຂຽນຜິດ ຖືກ ແມ່ນ ຂວ້າມ ແຕ່ຄົນບາງທ້ອງຖິ່ນ ມັກອອກສຽງ ວ່າ ຂ້າມ ເພາະອອກ ສຽງຍາກ
ສ່ວນ ບ່າວ ຄົນໃຕ້ຄື ຊິບໍ່ມີບັນຫາ ໃນການອອກສຽງ ຂວ້າມ

ຖ້າຜູ້ຂຽນຂ່າວຜິດ ບັນນາທິການຕ້ອງກວດເຫັນ.  ຖ້າບໍ່ເຫັນ ບໍ່ຕ້ອງເປັນບັນນາທິການ, ພາດຫົວຂໍ້ຂ່າວກະຜິດແລ້ວ ຂໍ້ມຸນຊິຫນ້າ ເຊື່ອຖືໄດ້ແນວໃດ

__________________

Veteran Member

Status: Offline
Posts: 81
Date:

ດີແລ້ວ, ພວກເຮົາຈະໄດ້ເກັບເງິນຄ່າທາງລົດບັນທຸກ heavy trucks ຂອງໄທທີ່ຂວ້າມມາຢຽບທາງບ້ານເຮົາພໍຊິໄດ້ມີເງິນແປງທາງບາດມັນເພ່ແ່ຊັ້ນດອກ !

__________________
Anonymous

Date:

ອະຣິຍະ wrote:

ຂົວ​ຂ້າມນ້ຳຂອງແຫ່ງ​ທີ 3 ພ້ອມຈະ​ເປີດ​ນຳ​ໃຊ້​​ໃນ​ເດືອນພະຈິກ 2011

Mekong-3.jpg

ເຂດ​ຫົວ​ຂົວ​ຂ້າມ​ແມ່​ນ້ຳຂອງແຫ່ງ​ທີ 3 ລະຫວ່າງ​ ແຂວງ​ຄຳ​ມ່ວນ​ ສປປ ລາວ ​ແລະ ນະຄອນ​ພະນົມ​ ປະເທດ​ໄທ ກຳລັງ​ ຈະ​ກາຍ​ເປັນ​ເຂດ​ເສດຖະກິດ​ພິ​ເສດ ຄ້າຍຄື​ເຂດ​ເສດຖະກິດ​ພິ​ເສດ​ສາມຫລ່ຽມຄຳ​ ໃນແຂວງ​ບໍ່​ແກ້ວ ແລະ ​ເຂດ​ເສດຖະກິດ​ ພິ​ເສດ​ບໍ່ເຕັນ​ ໃນ​ແຂວງ​ຫລວງ​ນ້ຳ​ທາ, ພາຍຫລັງ​ອຳນາດ​ການ​ປົກ ຄອງ​ ແຂວງ​ ຄຳ​ມ່ວນ ​ໄດ້​ສົ່ງ​ແຜນ​ແມ່​ບົດ ​ເຂດ​ເສດຖະກິດ​ພິ​ເສດ ​ໃຫ້​ລັດຖະບານ ​ພິຈາລະນາຄວາມ​ເປັນ​ໄປ​​ໄດ້ ໃນ​ການຈັດ​ຕັ້ງ​ປະຕິບັດ.

ທ່ານ ດາວ​ໄລ, ກອງ​ເລຂາ, ພະ​ແນ​ກ​ແຜນການ-ການ​ລົງທຶນ ແຂວງ​ ຄຳ​ມ່ວນ​ ໄດ້​ ໃຫ້​ສຳພາດ​ນັກ​ຂ່າວ​ຈາກ​ສຳນັກ​ຂ່າວ ສານ​ປະ​ເທດ​ລາວ ​ໃນ​ວັນ​ທີ 6 ກັນຍາ​ ນີ້​ວ່າ: ທາງ​ ແຂວງ​ກຳ​ລັງເລັ່ງດຳ​ເນີນ​ວຽກ​ງານ​ຫລາຍ​ດ້ານໃຫ້​​ເປັນ​ຮູບ​ປະ​ທຳ ​ເພື່ອ​ ຮອງ​ຮັບການ​ເຂົ້າ​ມາ​ຂອງ​ບັນດາ​ນັກ​ລົງທຶນ​ທີ່​ກຳລັງ​​ໃຫ້​ຄວາມ​ສົນ​ໃຈ​ ຢາກ​ມາ​ລົງທຶນ​ໃນ​ເຂດ​ຫົວ​ຂົວ​ແຫ່ງ​ທີ 3 ທີ່​ມີ​ແຜນ​ ຈະ​ສ້າງ​ໃຫ້​ສຳ​ເລັດ​ພາຍ​ໃນ 11/11/2011 ນີ້ ຂະນະ​ນີ້ມີປະມານ 10 ກວ່າ​ບໍລິສັດ​ແລ້ວ​ໄດ້​ສະ​ເໜີເຖິງອຳນາດ​ ການ​ປົກຄອງ​ ແຂວງ​ ​ເພື່ອຂໍ​ເຂົ້າ​ມາ​ລົງທຶນ​ປຸກ​ສ້າງ​ໂຮງ​ແຮມ 5 ດາວ, ສະຖານ​ບັນ​ເທີ​ງ, ຮ້ານ​ອາຫານ, ​ໂຮງ​ງານ​ຕັດຫຍີບ, ປຸກ​ອາຄານ ​ໃຫ້​ຄົນ​ເຊົ່າ ​ແລະ ໂຮງງານ​ອຸດສາ ຫະກຳ​ເບົາ.

ເພື່ອ​ສິດທິ​ຜົນ​ປະ​ໂຫຍ​ດຍາວ​ນານທີ່​ກ່ຽວຂ້ອງ​ກັບ​ໂຄງການ​ຂົວ​ແຫ່ງ​ທີ 3 ນັ້ນ ພວກ​ ເຮົາ​ໄດ້​ມີ​ກາ​ນປະສານ​ງານ​ກັບ​ ລັດຖະບານ​ຢ່າງ​ໃກ້​ຊີດ​ ໃນ​ການ​ດຳ​ເນີນງານ​ສ້າງ​ແຜນ​ແມ່​ບົດ​​ພັດທະນາ​​ເຂດເສດຖະກິດ​ພິ​ເສດ ​​ໂດຍ​ມີ​ເນື້ອ​ທີ່​ທັງ​ໝົດ 10.000 ເຮັກຕາ ໃຫ້​ເປັນ​ຮູບ​ປະ​ທຳ​ພາຍ​ໃນ​ທ້າຍ 2010 ໂດຍ​ເລັ່ງ​ໃສ່​ເພື່ອ​ຮັບ​ມື​ກັບ ​ການ​ເຕີບ​ໃຫຍ່​ຂະ ຫຍາຍຕົວ​​ ເສດຖະກິດ-ການ​ລົງທຶນ.

ເບື້ອງ​ຕົ້ນ ທາງ​ແຂວງ​ຕ້ອງການຢາກ​ໃຫ້​ເຂດ​ດັ່ງກ່າວ ກາຍ​ເປັນ​ເຂດ​ພັດທະນາຄົບ​ວົງ​ຈອນ ​ຄ້າຍຄື​ເຂດ​ ສາມຫລ່ຽມ​ຄຳ ​ແລະ ບໍ່ເຕັນ​ ໃນ​ສອງ​ແຂວງ​ພາກ​ເໜືອ​ ທີ່​ປະກອບ​ມີ​ການ​ລົງທຶນ​ໃນ​ຫລາຍ ​ຂະ​ແໜງ​ການ​ເຊັ່ນ: ອຸດສາຫະກຳ​ເບົາ, ​ໂຮງ​ແຮງ 5 ດາວ, ​ເຂດ​ກາ​ຊີ​ໂນ, ຮ້ານ​ອາຫານ, ສະຖານ​ທີ່​ພັກ​ຜ່ອນ, ອາຄານ​ໃຫ້​ຄົນ​ເຊົ່າ ​ແລະ ສູນ​ການ​ຄ້າ ​ແລະ ຄາດ​ວ່າ ​ແຜນ​ແມ່​ບົດ​ຈະ​ໄດ້​ຮັບ​ການ​ອະນຸມັດ​ພາຍ​ໃນ​ທ້າຍ 2010.

ຮອດ​ປະຈຸ​ບັນ​ນີ້ ມີ​ປະມານ 10 ກວ່າ​ບໍລິສັດ​ໄດ້​ສະ​ເໜີ​ເຂົ້າ​ມາ​ລົງທຶນ​ໃນ​ເຂດ​ຫົວ​ຂົວ​ແລ້ວ ​ແຕ່​ມີ​ພຽງ 3 ບໍລິສັດຄື: ບໍລິສັດ SKKS, ບໍລິສັດ​ລັດ​ວິ​ສາ​ຫະກິດ​ພັດທະນາ​ທີ່​ດິນ ແລະ ບໍລິສັດ​ໂຈ້​ບຸນມີໄດ້​ຮັບ​ການ​ອະນຸມັດ​ ແລະ ກໍໄດ້​ມີການ ​ເຊັນ​ສັນຍາ​ສຳ​ປະທານ 200 ກວ່າ​ເຮັກຕາ​ແລ້ວ​ ກ່ຽວ​ກັບ​ຂະ​ແໜງ​ການ​ຕັດຫຍີບ, ປະກອບ​ລົດ, ​ບໍລິການ ແລະ ປຸງ​ແຕ່ງ ອາຫານ​ກະປ໋ອງ.

ແນວ​ໃດ​ກໍ​ດີ ທ່ານ ໄຊຊະນະ ຫົວໜ້າ​ໂຄງການ​ກໍ່ສ້າງ​ຂົວ​ຂ້າມ​ແມ່​ນ້ຳຂອງ​ແຫ່ງ​ທີ 3 ໄດ້​ເປີດ​ເຜີຍວ່າ: ປະມາ​ ຮອດ ດຽວ​ນີ້ ການດຳ​ເນີນ​ການ​ກໍ່ສ້າງ​ຂົວ​ໄດ້​ສຳ​ເລັດ​​ແລ້ວ 53 % ຂອງ​ແຜນການ ພາຍຫລັງ​ມີ​ການ​ກໍ່ສ້າງ​ເປັນ​ ທາງ​ການ​ໃນ​ວັນ​ທີ 26/5/2010, ຄາດ​ວ່າ​ຈະ​ສຳ​ເລັດ ສົມບູນ ​ແລະ ສົ່ງ​ມອບ​ພາຍ​ໃນ​ເດືອນ 11/11/2011

----------
http://www.mahasan.com/news_events/domestic_news/lao_bridge3.html

ຂົວຂ້າມນໍ້າຂອງສະເພາະໃນລາວ ແລະໄທຍ໌ຈະນັບໃຫ້ເບິ່ງ
໑. ວຽງຈັນ-ໜອງຄາຍ
໒. ສະຫວັນ-ມຸກດາຫານ
໓. ບໍ່ແກ້ວ-ຊຽງຣາຍ
໔. ທ່າແຂກ-ນະຄອນພະນົມ
໕. ປາກເຊເມືອງເກ່ົາ
໖. ເວີນຂາວ-ບ້ານເດື່ອ
໗. ບ້ານຄອນດອນເດດ
----------------------------
ສະນັ້ນ ທີ່ວ່າຂົວຂວ້າມນ້ຳຂອງແຫ່ງທີ ໓ ນັບວ່າເວົ້າຜິດ ຫາກວ່າຂົວມິດຕະພາບລາວໄທຍ ນັ້ນຈະຖືກຕ້ອງ

__________________
Anonymous

Date:

When will lao government build bridges connecting Xaiyabouly-Vientiane and Xaiyabouly-Luang Prabang?

__________________
Anonymous

Date:

Anonymous wrote:

When will lao government build bridges connecting Xaiyabouly-Vientiane and Xaiyabouly-Luang Prabang?

How could Laos Govt has fund to build inter province bridges?

Go to check it out at Ban ThaNgone, Muong Xaythany bridge
then you will see how Laos Govt done built it. The project and
fund showed to built double lanes bridge but, they done only a
single lane bridge. The traffic convenience is not different from
it was when they were using big boat ( heua bug ) to carry the
the automobiles, the motorbikes, bikes and people. Any truck,
car , motorbike even bike have to wait at end zone of bridge for
waiting turn to cross to other side of bridge, some time take 10-
20 minutes to go through other side of Ngeuim river. Karkading
bridge is a single lane bridge also. Laos Govt is waiting for chance
to beg the fund from the foreigner aids to build the second lane
of those bridge.

I hope to see the bridge cross in between Sayabury to main land
of Laos soon. I hope not to wait next 100 years to see that happen.

__________________
Anonymous

Date:

ເຮືອບັກແມ່ນ ferry ຫວາ?

__________________
Anonymous

Date:

Anonymous wrote:

ເຮືອບັກແມ່ນ ferry ຫວາ?

Yes, it's a ferry!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard