Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 2 ດາລາຊື່ດັງຮໍລີວູດ ເຂົ້າພິທີບາສີສູ່ຂວັນ ທີ່ຫລວງພະບາງ
Anonymous

Date:
2 ດາລາຊື່ດັງຮໍລີວູດ ເຂົ້າພິທີບາສີສູ່ຂວັນ ທີ່ຫລວງພະບາງ






8_16.jpg

 ຮຽບຮຽງໂດຍ: ຕາດຳ


   ເມື່ອອາທິດທີ່ຜ່ານມາ ສື່ບັນເທີງທົ່ວໂລກໄດ້ຕິດຕາມແລະເຜີຍແຜ່ຂ່າວພະເອກຫນຸ່ມ "ຈູດລໍ" ທີ່ໄດ້ພາຍິງສາວທີ່ເປັນຄົນຮັກ "ຊຽນ ນາ ມີເລີ" ເຂົ້າພິທີແຕ່ງດອງແບບວັດທະນະທຳລາວ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນແບບສະບາຍລຽບງ່າຍທີ່ຫລວງພະບາງ.


   ຫລັງຈາກມີຂ່າວອອກມາຄັ້ງ ທຳອິດໃນຈາກຫນັງສືພິມເດລີເມວໃນນະຄອນຫລວງລອນດອນ ກໍ່ໄດ້ມີການເລົ່າຂານຈາກພະຍານ ແວດ ລ້ອມອ້ອມຂ້າງຕິດຕາມອີກຈຳນວນຫລາຍ ພິທີແຕ່ງດອງຂອງທັງສອງຄົນເກີດຂຶ້ນຕັ້ງແຕ່ເດືອນເມສາຜ່ານມາ ຈັດແບບຕາມຮີດ ຄອງປະເພນີວັດທະນະທຳຂອງລາວທຸກຂັ້ນຕອນ ດາລາຮໍລີວູດທັງສອງຄົນໄດ້ເປັນສາມີພັນລະຍາກັນຢ່າງຖືກຕ້ອງແລ້ວ.


   ແຕ່ຂ່າວການແຕ່ງດອງບໍ່ມີໃຜຮູ້  ແລະ  ສົງໄສເລີຍ ຖ້າຫາກບໍ່ເຫັນຝ້າຍສີຂາວສີແດງມັດຢູ່ແຂນຂອງ ຈູດລໍ ໃນງານ ໂທນີ ອາ ວອດ (Tony Award) ໃນນິວຢອກ ແລະ ການປາກົດຕົວອີກເທື່ອຫນຶ່ງໃນລອສແອງເຈລີສ ຈູດລໍ ໄດ້ໃສ່ເສື້ອຍືດທີ່ຊື້ຈາກ ສປປ ລາວ ອີກນຳ.


   ຕາມລາຍງານຂ່າວກ່າວວ່າ: ທັງສອງຄົນໄດ້ກັບມາຄືນດີກັນອີກຄັ້ງເມື່ອທ້າຍປີຜ່ານມາກ່ອນທີ່ຈະເດີນທາງມາທີ່ປະເທດລາວ ເຊິ່ງ ເປັນການເດີນທາງທີ່ບໍ່ມີໃຜສົງໄສແລະຮູ້ວ່າທັງສອງຄົນເປັນດາລາດັງຂອງຮໍລີວູດ ຈາກນັ້ນທັງສອງຄົນກໍ່ເຂົ້າພັກທີ່ໂຮງແຮມ "Ama- ntaka " ທັງສອງໄດ້ພົບກັບ "ນິດ ສົມສະຫນິດ" ທີ່ປຶກສາຂອງອົງການຢູເນສໂກເປັນຜູ້ແນະນຳໃຫ້ສອງດາລາເຂົ້າພິທີແຕ່ງດອງ ແບບລາວ.


   ຈູດຊຽນນາ ເດີນທາງເຂົ້າມາດ້ວຍຖ້ຽວບິນເອທີອາຣ໌-72 ຂອງສາຍການບິນລາວ ຈາກນັ້ນ ທັງສອງກໍ່ເຂົ້າພັກໃນໂຮງແຮມຄືນລະ 1.200 ໂດລາສະຫະລັດເປັນເວລາສອງວັນ ຈາກນັ້ນ ກໍ່ພາກັນໄປຖີບລົດຫລິ້ນຕາມຖະຫນົນໃນເມືອງມໍລະດົກໂລກ. ທັງສອງຄົນໃນ ສາຍຕາຄົນລາວກໍ່ເບິ່ງພວກເຂົາເປັນນັກທ່ອງທ່ຽວທີ່ບໍ່ມີໃຜຮູ້ວ່າເປັນດາລາ ແຕ່ສຳລັບຊາວອັງກິດແລ້ວ ບໍ່ມີໃຜທີ່ຈະບໍ່ຮູ້ຈັກທັງສອງຄົນ ນີ້.


   ຄູ່ຮັກດັ່ງກ່າວ ໄດ້ໄປນັ່ງຮັບປະທານອາຫານຮ້ານຂ້າງທາງພ້ອມກັບຮັບປະທານທີ່ເປັນອາຫານເອກະລັກຂອງເມືອງຫລວງພະບາງ ເຊັ່ນ ໄຄຫີນ ແລ້ວພາກັນໄປນັ່ງຊົມພາບຕາເວັນຕົກທີ່ແຄມແມ່ນ້ຳຂອງ ນອກຈາກນີ້ ພວກເຂົາຍັງໄດ້ຂີ່ຊ້າງຊົມທິວທັດທຳມະຊາດທີ່ ນ້ຳຕົກຕາດແຊ້ກ່ອນທີ່ຈະເດີນທາງໄປເຂົ້າພິທີບາສີສູ່ຂວັນກັນ.




__________________
Muck Bong

Date:
RE: 2 ດາລາຊື່ດັງຮໍລີວູດ ເຂົ້າພິທີບາສີສູ່ຂວັນ ທີ່ຫລວງພະບາງ


ນີ້ແມ່ນພາຂັວນທີ່ Jude Law ຊິນັ່ງອ້ອມປ້ອນໄຂ່ໜ່ວຍໃຫ້ Sienna Williams

ຖ້າຢາກຮູ້ຣາຍຣະອຽດເຫດຜົນທີ່Jude Law ພາຄົນຮັກໄປແຕ່ງງານຢູ່ລາວກະອ່ານຕໍ່ໄດ້ຈາກລິ້ງລຸ່ມນີ້:
http://www.andrew-drummond.com/2010/08/21/dont-bite-your-tongue-jude-law-is-told-in-laos-baci-ceremony/


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard