Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນາຍຍົກລາວອອກດໍາລັດ ຫ້າມສົ່ງເສີມການບໍລິໂພກຢາສູບ
Anonymous

Date:
ນາຍຍົກລາວອອກດໍາລັດ ຫ້າມສົ່ງເສີມການບໍລິໂພກຢາສູບ


   ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດເລກທີ 369/ນຍ ວ່າດ້ວຍການຫ້າມໂຄສະນາສົ່ງເສີມຜະລິດຕະພັນຢາສູບ ຕື່ມອີກ ໂດຍຫວັງຫລຸດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າສົ່ງເສີມໃຫ້ປະຊາຊົນມີສຸຂະພາບດີຂຶ້ນ. ຫລັງຈາກທີ່ທ້າຍປີ 2009 ກົດຫມາຍ ວ່າດ້ວຍການຄວບຄຸມຢາສູບໄດ້ຜ່ານການຮັບຮອງຈາກສະພາ.


   ໃນດຳລັດດັ່ງກ່າວ ໄດ້ຫ້າມທຸກການກະທຳທີ່ເປັນການໂຄສະນາການບໍລິໂພກຜະລິດຕະພັນຢາສູບບໍ່ວ່າຈະດ້ວຍວິທີການ ແລະຮູບ ການທີ່ສະແດງອອກໃນການເຮັດໃຫ້ຄົນຫລົງໄຫລ, ຊວນເຊື່ອ ແລະ ຢາກລອງສຳຜັດກັບຢາສູບໂດຍໃຊ້ຄຳເວົ້າ, ພາບ, ຕົວຫນັງສື, ການສະແດງຕະຫລອດເຖິງບຸກຄົນທີ່ມີຊື່ສຽງເປັນຕົວແບບໃນການໂຄສະນາ ແລະ ອື່ນໆ.


   ທັງນີ້ ລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການປ້ອງກັນ ແລະຮັກສາສຸຂະພາບຂອງປະຊາຊົນບັນດາເຜົ່າດ້ວຍການ ໃຫ້ຄວາມຮູ້, ຂໍ້ມູນຂ່າວສານ, ຊຸກຍູ້ປຸກລະດົມຂົນຂວາຍ, ຂະຫຍາຍວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບທັງພາກ ລັດ ແລະ ເອກະຊົນ ພ້ອມໃຫ້ບໍລິການທາງດ້ານສາທາລະນະສຸກຢ່າງທົ່ວເຖິງ ແລະ ມີຄຸນນະພາບ.


   ໂດຍໄດ້ຫ້າມໂຄສະນາຂາຍຜະລິດຕະພັນຢາສູບທຸກຮູບແບບ ທັງໂຄສະນາຜ່ານ ສື່ມວນຊົນ, ໂຄສະນາດ້ວຍວັດຖຸ, ພາຫະນະທີ່ ຜະລິດພາຍໃນ ແລະຫລື ນຳເຂົ້າ, ຫ້າມໂຄສະນາຜ່ານການສະຫນັບສະຫນູນ. ນອກນັ້ນ ຍັງຫ້າມໂຄສະນາໃນສະຖານທີ່ບົນດິນແດນ ສປປ ລາວ ໂດຍທາງກົງ ແລະ ທາງອ້ອມ, ຍົກເວັ້ນຢູ່ສະຖານທີ່ວາງຈຳຫນ່າຍຜະລິດຕະພັນຢາສູບຕາມຮ້ານຂາຍເຄື່ອງທົ່ວໄປເຊັ່ນ: ຕູ້ຢາ ແລະ ຄັນຮົ່ມໃຫຍ່ ແລະ ປ້າຍສະແດງຕົວແທນຈຳຫນ່າຍເທົ່ານັ້ນ.


   ໃນດຳລັດດັ່ງກ່າວ ໄດ້ມອບໃຫ້ກະຊວງຖະແຫລງຂ່າວ ແລະ ວັດທະນະທຳເປັນຜູ້ປະສານງານກັບພາກສ່ວນກ່ຽວຂ້ອງໃຫ້ການຄຸ້ມ ຄອງ ແລະ ກວດກາການໂຄສະນາໃນທຸກຮູບແບບຢ່າງເຂັ້ມງວດ ກະຊວງການເງິນເປັນຜູ້ຄຸ້ມຄອງ ແລະ ກວດກາການນຳເຂົ້າຜະລິດ ຕະພັນສື່ມວນຊົນທຸກຊະນິດ ແລະວັດຖຸອຸປະກອນຕ່າງໆ ທີ່ຮັບໃຊ້ໃນການໂຄສະນາໃນດ່ານນຳເຂົ້າທົ່ວປະເທດ, ມອບໃຫ້ກະຊວງອຸດ ສາຫະກຳ ແລະ ການຄ້າຄຸ້ມຄອງ ແລະ ກວດກາການ ຜະລິດ, ການນຳເຂົ້າ ແລະ ການຈຳຫນ່າຍຢາສູບຢູ່ພາຍໃນປະເທດ ແລະ ສົ່ງເສີມການສົ່ງອອກເປັນຕົ້ນຕໍ ແລະ ມອບໃຫ້ກະຊວງສາທາລະນະສຸກເປັນຜູ້ຄຸ້ມຄອງກວດກາປະເມີນຜົນກ່ຽວກັບຜົນກະທົບຂອງຢາ ສູບຕໍ່ສຸຂະພາບຂອງພົນລະເມືອງ ແລະ ໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍຂອງການສູບຢາໃຫ້ແກ່ປະຊາຊົນ.


   ສ່ວນບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆຫາກບໍ່ປະຕິບັດຕາມດຳລັດດັ່ງກ່າວ ແມ່ນຈະຖືກເຈົ້າຫນ້າທີ່ຜູ້ຮັບຜິດຊອບ ໃນການຄຸ້ມຄອງກວດກາ ປະຕິບັດມາດຕະການຕາມພາລະບົດບາດດ້ວຍການກ່າວເຕືອນ, ສຶກສາອົບຮົມ, ຖອນໃບອະນຸຍາດການດຳ ເນີນກິດຈະການ, ຢຶດ, ຮິບ, ປັບໃຫມ ແລະ ລົງໂທດຕາມກໍລະນີ.


   ດຳລັດສະບັບນີ້ ມີຜົນສັກສິດບັງຄັບໃຊ້ພາຍຫລັງ 90 ວັນ ນັບຈາກທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ລົງລາຍເຊັນ ໃນ ວັນທີ 23 ສິງຫາ 2010.

Source: Ecom


__________________
Anonymous

Date:
RE: ນາຍຍົກລາວອອກດໍາລັດ ຫ້າມສົ່ງເສີມການບໍລິໂພກຢາສູບ


ສາວຂາຍຢາສູບຄືນ້ອງຊິໄປຫາວຽກຢູ່ໃສລະນໍ

ແລ້ວ ລົດທີ່ຕິດຟີມກາຢາສູບຕ່າງໆເພີ່ນກະໃຫ້ຫລອກອອກບໍ່
ຮື້ໆໆໆໆໆ

__________________
Anonymous

Date:

Anonymous wrote:

ສາວຂາຍຢາສູບຄືນ້ອງຊິໄປຫາວຽກຢູ່ໃສລະນໍ

ແລ້ວ ລົດທີ່ຕິດຟີມກາຢາສູບຕ່າງໆເພີ່ນກະໃຫ້ຫລອກອອກບໍ່
ຮື້ໆໆໆໆໆ



ໜ້າເຫັນໃຈໜໍອາຊີບຂາຍຢາຄືນ້ອງ ຖ້າເພີ່ນຕັດຫົນທາງອີ່ຫຼີກະຫາຂາຍແນວງ່າຍໆເອົາແຫຼະ ເຮີ້ເຮີ້ເຮີ້.

 



__________________
Lao teen USA

Date:

ລາວທີ້ນຂໍສະແດງຄວາມດີໃຈນຳທີ່ເຫັນຜູ້ໃຫ່ຽມີຄວາມຮັບຜິດຊອບແບບນີ້! smilethumbsup.gifthumbsup.gif

__________________
Anonymous

Date:

ຂ້ອຍລະງົງງົງ

ລັດຖະບານເພິ່ນຫ້ານສົ່ງເສີມການບໍລິໂພກຢາສູບ ໂດຍຫ້າມບໍ່ໃຫ້ມີໂຄສະນາຕ່າງໆຕາມວິທະຍຸ ໂທລະທັດ

ບາດເບຍລາວ ຊື່ງເປັນສິ່ງມືນເມົາແກ່ເຍັາວະຊົນ ພັດໃຫ້ປ່ອຍອອກໂຄສະນ ເກືອບທຸກໆ 4 ນາທີ

ແລ້ວທ່ານນາຍຍົກ ຈະອະທິຍາຍຈັງໃດ



__________________
Anonymous

Date:
RE: ນາຍຍົກລາວອອກດໍາລັດ ຫ້າມສົ່ງເສີມການບໍລິໂພກຢາສູບ


Beerlao ລັດຖະບານມີສ່ວນກິນນໍາ 49% ເພິ່ນຈະຊິສັ່ງຫ້າມໂຄສະນາແນວໃດ໋? ຂ້ອຍເຂົ້າໃຈຍາກໃນຄໍາສັ່ງຫ້າມໂຄສະນາຢາສູບ ເພິ່ນວ່າ:
" ນອກນັ້ນ ຍັງຫ້າມໂຄສະນາໃນສະຖານທີ່ບົນດິນແດນ ສປປ ລາວ ໂດຍທາງກົງ ແລະ ທາງອ້ອມ, ຍົກເວັ້ນຢູ່ສະຖານທີ່ວາງຈຳຫນ່າຍຜະລິດຕະພັນຢາສູບຕາມຮ້ານຂາຍເຄື່ອງທົ່ວໄປເຊັ່ນ: ຕູ້ຢາ ແລະ ຄັນຮົ່ມໃຫຍ່ ແລະ ປ້າຍສະແດງຕົວແທນຈຳຫນ່າຍເທົ່ານັ້ນ. "
ເພິ່ນໝາຍຄວາມວ່າຈັ່ງໃດ໋ກັນແທ້ ? ຊ່ອຍອະທິບາຍໃຫ້ຟັງແດ່, ຂອບໃຈ.

__________________
I am ງົງ

Date:
RE: ນາຍຍົກລາວອອກດໍາລັດ ຫ້າມສົ່ງເສີມການບໍລິໂພກຢາສູບ


ຕູ້ຢາ,ຄັນຮົ່ມ ແລະ ບ່ອນຕົວແທນຈຳໜ່າຍຢາສູບ ບ່ອນນັ້ນບໍ່ແມ່ນ ສປປລາວ ຕິເບາະເພິ່ນຈິ່ງວ່າແບບນັ້ນ, ຂ້ອຍກະງົງຄືກັນ
WOOOooooooooo, I am ງົງໝົດເລີຍ.

__________________


Veteran Member

Status: Offline
Posts: 81
Date:

ມັນເປັນການດີທີ່ສຸດທີ່ປ້ອງກັນຄົນບໍ່ໃຫ້ເປັນພະຍາດປອດ ຫຼືລະບົບຫາຍໃຈ ແຕ່ເຮົາກໍຄວນຄຳນຶງເຖິງຊາວກະສິກອນຕາດຳໆ ຄືພວກເຮົາຊາວເນັດທັງຫຼາຍທັງປວງນີ້ລະ ທີ່ຫວັງຈະລ້ຽງຄອບຄົວ ສົ່ງລູກໆເຂົ້າໂຮງຮຽນຊຶ່ງໃນໂຕຈິງແລ້ວກໍແມ່ນສ່ວນໜຶ່ງຂອງອະນາຄົດຂອງຊາດ, ສ້າງຄວາມຜາສຸກມາສູ່ຄອບຄົວ ໜີຫ່າງຈາກຄວາມວ່າ ”ທຸກຍາກ” ດ້ວຍການຂາຍຢາສູບທີ່ພວກເພິ່ນກຳລັງປູກ ແລະ ລົງທຶນສ້າງຫ້ອງອົບເປັນຫຼາຍລ້ານກີບ ແລະ ສ້າງລາຍຮັບໃຫ້ລັດຖະບານຈາກການເກັບພາສີ ແລະ ອາກອນຈາກບໍລິສັດຢາສູບຊຶ່ງເປັນມູນຄ່າອັນເປັນກອບເປັນກຳເໝືອນກັນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard