Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເສຍມາລະຍາດ,ຄາດສະຕິ,ສັນດານ ບໍ່ມີການສຶກສາ ແມ່ນແນວໃດແທ້?
Anonymous

Date:
ເສຍມາລະຍາດ,ຄາດສະຕິ,ສັນດານ ບໍ່ມີການສຶກສາ ແມ່ນແນວໃດແທ້?


ວັນນສຸກຜ່ານມາໄດ້ມີໂອກາດເຂົ້າຮ່ວມກອງປະຊຸມ ທີ່ຫໍວັດທະນະທຳ ເປັນປະທານໂດຍທ່ານ ຮອງເຈົ້າຄອງ ທ່ານ ອະນຸພາບ ຕຸນາລົມ ລະຫວ່າງນັກທຸລະກິດ ຄ້າຂາຍລົດ ນ້ອຍໃຫຍ່ ຫລາຍກວ່າ 100 ຄົນ ໃນເຂດນະຄອນຫລວງວຽງຈັນວ່າດ້ວຍການເຜີຍແຜ່ກົດລະບຽບແລະທິດທາງແກ່ຜູ້ປະກອບການ ຂາຍລົດ. ເຊີ່ງບັນຫາຫລັກມີຄື: ຈະມີການຍົກລະດັບຖະຫນົນ ອາຊຽນ ເຕ2 ພາຍໃນເດືອນ ເກົ້ານີ້ ແລະຈະມີການຍົກຍ້າຍບັນດາຮ້ານຂາຍລົດ ນອ້ຍໃຫຍ່ທີ່ບໍໄດ້ມາດຕະຖານອອກຈາກເຂດການກໍ່ສ້າງດັ່ງກ່າວ ໄປໄວ້ລວມກັນຢູ່ຕະຫລາດ ກະສິກຳ ລາວອົດຊີທາງສີເກີດ, ແຕ່ກໍ່ມີບັນຫາເລື່ອງສະຖານທີ ບໍ່ພຽງພໍ ເຊັ່ນ ຜູ້ມີທຶນນ້ອຍ ອາດໄດ້ປິດກິດຈະການ ແລະ ສະຖານທີ່ບໍ່ພຽງພໍ ຮ້າຍແຮງກ່ວານັ້ນ ມີບາງຄົນບໍ່ເຂົ້າໃຈເກິງໂອກາດທີ່ດີທາງທຸລະກິດ. ເກິງແນວໃດກໍດີ ຂ້າພະເຈົ້າເຫັນວ່າ ມັນເປັນສັນຍານທີ່ດີໃນການປັບປຸງແລະຍົກລະດັບຕົວເມືອງນະຄວນຫລວງພວກເຮົາໄດ້ດີຂື້ນ.
ທີ່ກ່າວມາທັງຫມົດນັນຍັງບໍໄດ້ກ່ຽວຂ້ອງກັບຫົວຂໍ້ຈັກຫນ້ອຍ, ຢາກດ່າກະດ່າໂລດ
ເລື່ອງທີ່ຢາກເວົ້າກະຄື: ການໃຊ້ໂທລະສັບໃນສະທີ່ປະຊຸມ, ມີສຽງໂທລະສັບດັງຂຶ້ນເກືອບທຸກໆນາທີ ຮ້າຍແຮງໄປກວ່ານັ້ນ
ມີການລົບໂທລະສັບກັນຢ່າງເປີດເຜີຍແລະສຽງໂທລະສັບຂອງຄົນຄົນກັນດຽງດັງຂຶ້ນ ຫລາຍກ່ສາມ ເທື່ອ. ເຂົາຄືບໍ່ໃຫ້ກຽດແກ່ປະທານທີ່ປະຊຸມ ແລະຜູ້ເຂົ້າຮ່ວມອື່ນແດ່ ເປັນຫຍັງ ເປັນຫຍັງ ເປັນຫຍັງ ເປັນຫຍັງ ເປັນຫຍັງ? ມັນລົບກວນຈິດໃຈຂອງຂ້າພະເຈົ້າແທ້ໆ, ນີ້ຖ້າມີແຂກຈາກຕ່າງປະເທດມາຮ່ວມງານນຳເດ ເຮົາຊິບໍ່ເສຍຫນ້າບໍ?

ທ່ານມີປະສົບການແບບໃດເຊີນປະກອບຄຳເຫັນ
ໂດຍ: ປະລິນຍາ ຝາເຮືອນ


__________________
Anonymous

Date:
RE: ເສຍມາລະຍາດ,ຄາດສະຕິ,ສັນດານ ບໍ່ມີການສຶກສາ ແມ່ນແນວໃດແທ້?


ການສຳມະນາ ຫລື ປະຊຸມ ກອງເລຂາປະຊຸມ ຫລືຜູ້ມີຫນ້າທີ່ຮັບຜິດຊອບໃນງານນີ້ຄວນອອກກົດລະບຽບຂອງການປະຊຸມ
ວ່າຂໍ້ຫ້າມຕ່າງໆມີຫຍັງແດ່ ແຕ່ປົກຕິແລ້ວຜູ້ເຂົ້າຮ່ວມຄວນມີມາລະຍາດທາງສັງຄົມແດ່ຟັງເວົ້ານີ້ລ້ວນແຕ່ນັກທຸລະກິດຄວນ
ຮູ້ຕ່ຳສຸງໄດ້ແລ້ວ.

__________________
Anonymous

Date:

ຂາດສະຕິ ບໍ່ແມ່ນ ຄາດສະຕິ



__________________
Anonymous

Date:

Anonymous wrote:

ການສຳມະນາ ຫລື ປະຊຸມ ກອງເລຂາປະຊຸມ ຫລືຜູ້ມີຫນ້າທີ່ຮັບຜິດຊອບໃນງານນີ້ຄວນອອກກົດລະບຽບຂອງການປະຊຸມ
ວ່າຂໍ້ຫ້າມຕ່າງໆມີຫຍັງແດ່ ແຕ່ປົກຕິແລ້ວຜູ້ເຂົ້າຮ່ວມຄວນມີມາລະຍາດທາງສັງຄົມແດ່ຟັງເວົ້ານີ້ລ້ວນແຕ່ນັກທຸລະກິດຄວນ
ຮູ້ຕ່ຳສຸງໄດ້ແລ້ວ.




 You absolutely right bro, Ban all  cell phones in the meeting. Simple as that....



__________________
Anonymous

Date:

THANK YOU FOR YOUR KIND CORRECTION

__________________
Anonymous

Date:

ໂບຮານເພິ່ນວ່າ ນິໄສປ່ຽນໄດ້ ສັນດານປ່ຽນຍາກ
ຄົນລາວຫາກໍ່ເລີ້ມເຫີ ໂທລະສັບ
ແມ່ນໃຜໃຊ້ແລ້ວ ເບິ່ງຄືເທ້ ເປັນນັກທຸລະກິດ
ແຕ່ຫາຮູ້ບໍ່ວ່າ ຢູ່ຕ່າງປະເທດ ເຂົ້າຫ້າມໃຊ້ໂທບລະສັບໃນສະຖານທີ່ສາທາລະນະ ແລະທີ່ປະຊຸມຕ່າງໆ
ນອກນັ້ນການໃຊ້ໂທລະສັບຫຼາຍຍັງເປັນການທໍາລາຍສຸກຂະພາບນໍາອີກ

ໂລກນີ້ ແກ້ໄຂຍາກ ສໍາຫຼັບປະເທດດ້ອຍພັດທະນາຄືປະເທດເຮົາ





__________________
Anonymous

Date:

Low educated people..no

__________________
ໂອລ່ຽງ

Date:

ເພື່ອເປັນການຮັກສາມາລະຍາດແລະໃຫ້ກຽດຕໍ່ກອງປະຊຸມຄວນປິດມືຖື. ບ່ອນທີ່ຢາກໃຫ້ເພິ່ນຫ້າມໃຊ້ມືຖືອີກບ່ອນໜຶ່ງກໍ່ຄືໂຮງໝໍ.

__________________
Anonymous

Date:

Vientiane Vice-Mayor chairs meeting on used car shop control

(KPL ) A meeting on the control of used car distribution outlets, chaired by the Vice-Mayor of Vientiane Capital, Mr Anouphab Tounalom, was held to disseminate information on registration of imported and exported used cars in Vientiane, last Friday.

The regulations on the registration of the import and export of second-hand cars in Laos have come into force since August 2008 and 444 used car shops have subscribed to this system. The Industry and Commerce Service of Vientiane Capital had ruled that the cars that are traded in the second hand market should be registered with this ministry.

The registration authority said Laos had 101 companies that imported cars and 19 companies that exported cars and all of them had been given permission by the Ministry of Industry and Commerce to carry out such businesses.

According to the Ministry of Commerce and Industry, 229 used car distribution outlets in Vientiane or 75 percent of the total of such outlets were found to be sub-standard.

In Sikhotthabong district, 59 used car distribution outlets had not registered with the Ministry of Industry and Commerce.

The authorities have warned that substandard used car shops will be removed from the ASEAN Road, Kaysone Phomvihane Street, Souphanouvong Road (Luang Prabang Road), and the City Wall �kampheng meuang� Road in November this year.



__________________
Anonymous

Date:

ຂ້ອຍຄິດວ່າບໍ່ໄດ້ເສຍມາລະຍາດ,ຂາດສະຕິ,ສັນດານ,ບໍ່ມີການສືກສາແຕ່ຢ່າງໃດແຕ່ຫນື່ງບໍ່ມີກົດໝາຍບັງຄັບໃຊ້ແນ່ນອນແລະຂໍ້ທີ່ສອງຕ້ອງຂຽນປ້າຍສີໃຫຍ່ໆແດ່ວ່າທູກໆຄົນຕ້ອງປີດມືຖື
ແລະຫ້າມໃຊ້ມືຖືໃນຫ້ອງນີ້ເປັນເດັດຂາດຂໍ້ທີ່ສາມຕ້ອງແຕ່ງຄົນປ້ອງກັນຈັບຕາ ຍາມເຜົ້າຢູ່ຕະລອດເຮັດແບບປະເທດທີ່ເຂົາຈະເລີນແລ້ວເບີ່ງດູ໋
ກົດກໍ່ຄືກົດບໍ່ຕ້ອງເກງໃຈໃຜຖ້າເຮັດແບບນີ້ບໍ່ມີໃຜໃຊ້ແນ່ນອນ.

__________________
Anonymous

Date:

Anonymous wrote:

ຂ້ອຍຄິດວ່າບໍ່ໄດ້ເສຍມາລະຍາດ,ຂາດສະຕິ,ສັນດານ,ບໍ່ມີການສືກສາແຕ່ຢ່າງໃດແຕ່ຫນື່ງບໍ່ມີກົດໝາຍບັງຄັບໃຊ້ແນ່ນອນແລະຂໍ້ທີ່ສອງຕ້ອງຂຽນປ້າຍສີໃຫຍ່ໆແດ່ວ່າທູກໆຄົນຕ້ອງປີດມືຖື
ແລະຫ້າມໃຊ້ມືຖືໃນຫ້ອງນີ້ເປັນເດັດຂາດຂໍ້ທີ່ສາມຕ້ອງແຕ່ງຄົນປ້ອງກັນຈັບຕາ ຍາມເຜົ້າຢູ່ຕະລອດເຮັດແບບປະເທດທີ່ເຂົາຈະເລີນແລ້ວເບີ່ງດູ໋
ກົດກໍ່ຄືກົດບໍ່ຕ້ອງເກງໃຈໃຜຖ້າເຮັດແບບນີ້ບໍ່ມີໃຜໃຊ້ແນ່ນອນ.



ບັນຫາອັນນີ້ມີຖົ່ວໄປເດີ້ຄົນລາວຢູຸເມືອງອາເມຣິກາກໍ່ຄືກັນສ່ວນຫຼາຍພວກເພິ່ນ
ບໍ່ພາກັນປິດຫຼືມອນສຽງແຊວໂຟນໄວ້ຕອນຄູບາກໍ່າລັງເທ້ດຢູ່ໄດ້ຍິນແຕ່ສຽງແຊວໂຟ້ນຂອງຜູ້ໃດຕໍ່ຜູ້ຢ່າແລະເສັຽ
ນິໃສທີ່ສຸດເວລາມີຄົນກຳລັງເວົ້າຫຼືໃຫ້ຄຳປຣາໃສຢູ່. ບຸດນຶ່່ງກໍ່ໃດ້ຍິນສຽງແຊວໂຟ້ນໂລດຫຼັງຈາກນັ້ນແລ້ວບາງຄົນກໍ່ລົມກັນແບບວ່າຂ້ອຍບໍ່ກ່ຽວບໍ່ສົນນຳຜູ້ທີ່ກຳລັງ
ໃຫ້ຄຳປຣາໄສຢູ່ຄືບໍ່ຄຶດແດ່ຜູ້ທີ່ມີຄວາມສົນໃຈແລະຢາກຟັງເດ້ເຮັດໃດຂະເຈົ້າຊີ່ໃດ້ຍິນແລ້ວຄືບໍ່
ໃຫ້ກ່ຽດຜູ້ທີ່ເຂົາກຳລັງກ່າວຄຳປຣາໄສແດ່ເບິ່ງແລ້ວມັນຄືວ່າລາວເຮົາເປັນຄົນບໍ່ມີ
ກີລິຍາມາໄລ່ຍາດແລະການສຶກສາທັງນັ້ນໂດຍທີ່ວ່າພາກັນຢູ່ປະເທດທີ່ມີຄວາມຈະເລີນ
ແລະສີວິໄລມາແຕ່ດົນແຕ່ນານແລ້ວຍັງບໍ່ພາກັນມີຄວາມກ້າວຫນ້ານໍ້!!

 



__________________
Anonymous

Date:

Anonymous wrote:

Low educated people..no



so true!

 



__________________


Member

Status: Offline
Posts: 21
Date:

ນີ້ເປັນສິ່ງທີ່ສະແດງໃຫ້ເຫັນວ່າເຕັກໂນໂລຢີ ກັບການດຳເນີນຊີວິດປະຈຸບັນແມ່ນຕັດຂາດກັນບໍ່ໄດ້, ຈາກຈຸດເລີ່ມຕົ້ນດັ່ງກ່າວໄດ້ຄ່ອຍໆເກີດມີລະບຽບການໃນການຄວບຄຸມ, ການນຳໃຊ້ທີ່ຖືກຕ້ອງມາຕາມຫລັງ ແລ້ວຈື່ງຄ່ອຍກ້າວມາເປັນວັດທະນະທຳຕາມລຳດັບ. ສຳຫລັບປະເທດ(ແລະຄົນ)ທີ່ພັດທະນາແລ້ວເຂົ້າເຈົ້າຮູ້ໂດຍອັດຕະໂນມັດແລ້ວຄວນໃຊ້ຕາມກະລະເທສະໃດ,ເພາະມັນເປັນມາລະຍາດທາງສັງຄົມ ແລະກໍ່ກາຍມາເປັນວັດທະນະທຳຂອງຄົນທີ່ພັດທະນາແລ້ວ, ໂທລະສັບມືຖືຢູ່ບ້ານເຮົາຖ້າທຽບໃສ່ປະເທດອື່ນແມ່ນຍັງໃຫມ່ຢູ່ ເພະຫາກໍ່ມາ ບູມໄລຍະ 5-6 ປີມານີ້, ຫລາຍທ່ານຄົງຈື່ໄດ້ວ່າ 5-6ປີຫລັງນັ້ນໃຜມີໂທລະສັບມືຖື(ບໍ່ກ່ຽວຍີ່ຫໍ້ແລະລຸ້ນ) ເປັນອັນວ່າບໍ່ເປັນອັນກິນອັນກິນອັນນອນ ຈົກມາອວດແຕ່ຫມູ່,ເບີ່ງຄືວ່າເທ້ວ່າງາມ, ມາເຖິງປະຈຸບັນ ຄ່ານິຍົມຄ່ອຍປ່ຽນໄປຖ້າໃຜໃຊ້ລຸ້ນຖືກ ເວລາໂທຕ້ອງໄປລີ້ໂທເພາະອາຍ, ແຕ່ຄືວ່າ ຜຸ້ທ່ີໃຊ້ລຸ້ນແພງໆ ແນ່ກະຍັງສືບຕໍ່ອວດຢູ່
ເຖິງຄ່ານິຍົມຈະປ່ຽນໄປ ແຕ່ວ່າຄົນສ່ວນນຶ່ງຍັງບໍໄດ້ຄຳນຶງເຖິງມາລະຍາດໃນການນຳໃຊ້ທີ່ເຫມາະສົມ ເພາະລະບຽບການຕ່າງໆນັ້ນອອກມາຊ້າກວ່າເຕັກໂນໂລຢີກ້າວນື່ງ ສະເຫມີ

ເປັນໄປໄດ້ບໍວ່າ: ຜູ້ຜະລິດໂທລະສັບຄວນຕັ້ງກົດຫລືມາລະຍາດເພື່ອເປັນຂໍ້ມູນແຈ້ງແກ່ຜູ້ໃຊ້ ຄູ່ກັບຄູ່ມືການນຳໃຊ້ອື່ນໆ ຫລື ມີການອອກລະບຽບໂດຍມາການຮອງຮັບຈາກຫນ່ວຍງານທີ່ກ່ຽວຂອ້ງ (ຄ້າຍຄືກັບກົດຈາລະຈອນ) ເພາະປະຈຸບັນກໍ່ມີບາງສະຖານທີ່ທີ່ມີການແຈ້ງຫ້າມນຳໃຊ້ໂທລະສັບມືຖື ເຊັ່ນ ປ້ຳນຳມັນ, ຫ້ອງຮຽນ, ໂຮງຫມໍ, ຜູ້ກຳລັງຂັບຂີ່ລົດ ເປັນຕົ້ນ ພຽງແຕ່ພວກເຮົາຮິບໂມເອົາ ຂໍຫ້າມເຫລົ່ານີ້ແລ້ວນຳມາຕັ້ງເປັນກົດລະບຽບແລະປະກາດໃຊ້ທົ່ວສັງຄົມອີກ,
ພ້ອມດຽວກັນນີ້ກໍ່ອອກມາດຕະການເພື່ອປະຕິບັດຕໍ່ຜູ້ຝ່າຝືນນຳ





__________________
Anonymous

Date:

ຜູ້ຜະລີດແລະຜູ້ຂາຍບໍ່ມີສີດຫຍັງອອກກົດຫ້າມໃຊ້ມືຖືໃນສະຖານທີ່ຫ້າມໃຊ້ຫລືບໍ່ຄວນໃຊ້,ມີໜ້າທີ່ຍົວະຂາຍລູກດຽວຂາຍໄວເທົ່າໃດແຮງດີ
ຜູ້ທີ່ອອກກົດໝາຍຄືລັຖບານນັ້ນລະເປັນຜູ້ອອກກົດໝາຍສະຖານທີ່ໃດຄວນໃຊ້ຫລືບໍ່ຄວນໃຊ້ເພາະລັຖບານເປັນຜູ້ຄວບຄຸມປະເທດ.

__________________
ດັອກເຕີດື່ມ

Date:
RE:ເສຍມາລະຍາດ,ຄາດສະຕິ,ສັນດານ ບໍ່ມີການສຶກສາ ແມ່ນແນວໃດແທ້?



ໃຊ້ເຄື່ອງຕັດສັນຍານີ້ດີກ່ວາ ບໍ່ຕ້ອງໄປລົບກວນລັດຖະບານດອກ.
http://www.dealextreme.com/details.dx/sku.4355

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard