Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮູ້ປະຫວັດສາດ... ຮູ້ຊາດ

Veteran Member

Status: Offline
Posts: 88
Date:
ຮູ້ປະຫວັດສາດ... ຮູ້ຊາດ

ເພື່ອກ້າວສູ່ງານສະເຫຼີມສະຫຼອງ ນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ຄໍລຳພວກເຮົາຂໍນຳສະເໜີ ປະຫວັດຄວາມເປັນມາຂອງນະຄອນຫຼວງວຽງຈັນ ເພື່ອໃຫ້ພວກເຮົາຮູ້ເຖິງ ມູນເຊື້ອການຕໍ່ສູ້ອັນພິລະອາດຫານ ຄຸນງາມຄວາມດີຂອງບັນພະບູລຸດຂອງຊາວນະຄອນຫຼວງວຽງຈັນ ກໍຄືປະຊາຊົນລາວບັນດາເຜົ່າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ເຊິ່ງໃນມື້ນີ້ ຂໍນໍາສະເໜີໃນໄລຍະທີ່ຕົກເປັນເມືອງສ່ວຍຂອງສັກດີນາສະຫຍາມ.
ໄລຍະ 100 ກ່ວາປີ ທີ່ອານາຈັກລ້ານຊ້າງວຽງຈັນ ຕົກຢູ່ໃຕ້ການປົກຄອງຂອງສະຫຍາມ (ໃນຖານະເປັນເມືອງສ່ວຍ ແລະ ເມືອງຂຶ້ນ).
ຊາວລາວລ້ານຊ້າງວຽງຈັນໄດ້ສູນເສຍເອກະລາດ ແລະ ສິດເປັນເຈົ້າ ຖືກເກັບເກນໄປອອກແຮງງານໄປສູ້ຮົບຕົບເສິກ ເມື່ອເກີດມີສົງຄາມແຕ່ລະປີ ຕ້ອງໄດ້ນໍາເອົາດອກໄມ້ເງິນ ດອກໄມ້ຄໍາ ໄປມອບຖວາຍໃຫ້ແກ່ກະສັດສະຫຍາມ ເຄື່ອງຄໍ້າຂອງຄູນທີ່ເປັນຂອງມິ່ງບ້ານມິ່ງເມືອງ (ພະແກ້ວມໍລະກົດ ພະແຊກຄຳ ຊ້າງເຜືອກງານິນ ຄຳພີດີກາ ພ້ອມທັງນັກປາດອາຈານ) ກໍຖືກຂົນໜີໄປບາງກອກ ປະຊາຊົນລາວລ້ານຊ້າງວຽງຈັນຕົກເປັນຄົນຕ່ຳຕ້ອຍ ເປັນຂ້ອຍຂ້າມ້າໃຊ້ໃຫ້ແກ່ສະຫຍາມ ເປັນເວລາ 50 ກ່ວາປີ (1779-1829).

- ອານາຈັກລ້ານຊ້າງວຽງຈັນ ໃນລາຊະການເຈົ້າອະນຸວົງ.
ເມື່ອບ້ານເມືອງສູນເສຍເອກະລາດ ປະຊາຊົນຕົກເປັນຂ້ອຍຂ້າມ້າໃຊ້ຂອງຕ່າງຊາດ (ສະຫຍາມ) ເຮັດໃຫ້ເຈົ້າອະນຸວົງ ເກີດຄວາມຮູ້ສຶກຢາກກູ້ຊາດກູ້ເອົາອິດສະຫຼະພາບ ຂອງຊາວວຽງຈັນລ້ານຊ້າງກັບຄືນມາ.
ເພື່ອກະກຽມໃຫ້ແກ່ການລຸກຂຶ້ນກູ້ຊາດ ຍາດແຜ່ນດິນຄືນມາ ພາຍຫຼັງໄດ້ຖືກແຕ່ງຕັ້ງຈາກສະຫຍາມໃຫ້ເປັນກະສັດລ້ານຊ້າງວຽງຈັນ ເຈົ້າອະນຸວົງ ກໍໄດ້ດໍາເນີນພາລະກິດ ອັນສໍາຄັນຫຼາຍປະການ ເຊັ່ນ:
+ ດ້ານການເມືອງ: ໄດ້ຕິດຕາມຂະບວນການຕໍ່ສູ້ຂອງປະຊາຊົນຢູ່ໃນແຕ່ລະທ້ອງຖິ່ນ ຄື: ຢູ່ຈຳປາສັກ ພາຍໃຕ້ການນໍາພາຂອງອ້າຍຊຽງແກ້ວ ຢູ່ເມືອງໂຂງ ການຕໍ່ສູ້ຂອງເຈົ້າໂອ ເຈົ້າອິນ ຢູ່ອັດຕະປື ສ່ວນຢູ່ພາກເໜືອ ພາກກາງ ກໍມີຂະບວນຂອງປະຊາຊົນ ທີ່ບໍ່ພໍໃຈກັບສັກດີນາທ້ອງຖິ່ນ ໄດ້ລຸກຂຶ້ນແບບກະແຈກກະຈາຍ ຢູ່ນະຄອນພະນົມ ກໍປະກາດແຍກຕົວບໍ່ຂຶ້ນກັບບາງກອກ ໄດ້ປັບປຸງການປົກຄອງໃນ 79 ຫົວເມືອງທີ່ຂຶ້ນກັບ ໄດ້ໄປພົບກັບເຈົ້າເມືອງທີ່ເຂົ້າໃຈກັນດີ ຢູ່ນະຄອນພະນົມ ມຸກດາຫານ ໄດ້ແຕ່ງໃຫ້ເຈົ້າລາຊະບຸດໂຍ້ ໄປເປັນຜູ້ປົກຄອງຈຳປາສັກ ໄດ້ນຳເອົາເຮືອຄຳ ນຳເອົາຊ້າງ 7 ສອກ ແລະ ຂອງຂວັນອື່ນໆໄປມອບຖວາຍແດ່ເຈົ້າມັນທາຕຸລາດ ອານາຈັກລ້ານຊ້າງຫຼວງພະບາງ ເພື່ອໃຫ້ຫຼົງລືມຄວາມເກົ່າຄວາມຫຼັງ ເພື່ອພ້ອມກັນຕໍ່ສູ້ ຍາດເອົາແຜ່ນດິນຄືນມາ.
+ ດ້ານການສ້າງສາ: ເຈົ້າອະນຸວົງ ໄດ້ນຳພາປະຊາຊົນສ້າງລາຊະວັງ ສ້າງ ແລະ ປະຕິສັງຂອນວັດວາອາຮາມຂຶ້ນຫຼາຍແຫ່ງ ຄື: ວັດສີສະເກດ ປັບປຸງເມືອງໜອງຄາຍ ສ້າງຫໍພະແກ້ວຂຶ້ນ ຢູ່ວັດຊ້າງເຜືອກ ສີຊຽງໃໝ່ ລົງໄປສະຫຼອງຂົວ ແລະ ເຂົ້າຮ່ວມງານນະມັດສະການທາດພະນົມ ສ້າງຂົວຂ້າມແມ່ນໍ້າຂອງມາສູ່ວັດອຸບມຸງ.
+ ດ້ານການທະຫານ: ໄດ້ປັບປຸງກອງທັບ ບັນດາຫົວເມືອງໃຫ້ເຂັ້ມແຂງ.
+ ດ້ານການຕ່າງປະເທດ: ເຈົ້າອະນຸວົງ ພະຍາຍາມໃກ້ຊິດກັບກະສັດສະຫຍາມ ແລະ ໄດ້ຊ່ວຍສະຫຍາມຍົກທັບໄປຕີພະມ້າຈົນໄດ້ຮັບໄຊຊະນະ ໃນຂະນະທີ່ກອງທັບສະຫຍາມ ໄດ້ກັບມາດ້ວຍມືເປົ່າ ແລະ ເສຍໄຊແກ່ພະມ້າ ເຊິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກັບສະຫຍາມ ເຈົ້າອະນຸ ມີນະໂຍບາຍພາຍໃນ ແລະ ພາຍນອກຢ່າງຈະແຈ້ງ ໃນນັ້ນ ມີການພົວພັນກັບອານາມ (ດ້າຍຫວຽດ ຫຼື ຫວຽດນາມ ໃນປັດຈຸບັນ).
ເມື່ອກະກຽມກໍາລັງພຽງພໍແລ້ວ ກໍໄດ້ໂອກາດລົງໄປປົງສົບ ພະພຸດທະເລີດຫຼ້ານະພາໄລ (ລາຊະການທີ 2) ຂອງສະຫຍາມ ໃນໂອກາດນີ້ ເຈົ້າອະນຸວົງ ໄດ້ຂໍເອົາຄົນລາວ ທີ່ຖືກກວາດຕ້ອນໄປໃນເມື່ອກ່ອນ ກັບຄືນຂໍເອົານາງສະໜົມລາວ ຂໍເອົາເຈົ້າຍິງດວງຄຳ ຫຼານສາວອອກຈາກວັງຄືນມາ ແຕ່ບໍ່ເປັນຈັ່ງບຸນ ເພາະຜູ້ຂຶ້ນຄອງລາດແທນ ພະພຸດທະເລີດຫຼ້ານະພາໄລນັ້ນ ບໍ່ແມ່ນຜູ້ສືບທອດຕາມແຜນ ເພາະຖືກໄປບວດ ຍ້ອນການຊ່ວງຊີງອຳນາດກັນໃນວັງ ຜູ້ທີ່ກຳອຳນາດ ພັດແມ່ນຜູ້ທີ່ຂັດຂວາງ ກັ່ນແກ້ງກັບ ເຈົ້າອະນຸວົງມາຕະຫຼອດ ສະນັ້ນ ຈິ່ງບໍ່ຍອມໃຫ້ເຈົ້າອະນຸວົງ ໄດ້ຈັກຢ່າງ ຄວາມຄຽດແຄ້ນຂອງເຈົ້າອະນຸວົງ ທີ່ມີຕໍ່ສະຫຍາມ ນັບມື້ເພີ່ມທະວີຂຶ້ນ ດັ່ງນັ້ນ ເຈົ້າອະນຸວົງ ຈຶ່ງໄດ້ຕັດສິນໃຈ ລຸກຂຶ້ນຕໍ່ສູ້ເພື່ອອິດສະຫຼະພາບ ແຕ່ຍ້ອນການກະກຽມ ແລະ ການສ້າງກຳລັງບໍ່ທັນດີ ພາຍໃນບໍ່ທັນເຂັ້ມແຂງ ການຊັ່ງຊາກຳລັງ ກໍຜິດໂຕນກັນຫຼາຍ ຝ່າຍລາວມີທະຫານພຽງແຕ່ 7 ໝື່ນຄົນ ພາຫະນະສົງຄາມກໍຫຼ້າສະໄໝ ມີແຕ່ຫອກ ແຕ່ດາບ ໃຊ້ຊ້າງ ໃຊ້ມ້າ ແລະ ງົວກວຽນ.
ກົງກັນຂ້າມ ຝ່າຍສະຫຍາມມີທະຫານ 1 ແສນ 7 ໝື່ນຄົນ ມີອາວຸດທັນສະໄໝ (ປືນໃຫຍ່ ປືນເຫຼັກຍາວ) ມີລົດລາກແກ່ຈຳນວນໜຶ່ງ ສະນັ້ນ ຈຶ່ງພາໃຫ້ການຕໍ່ສູ້ຂອງເຈົ້າອະນຸວົງ ບໍ່ເປັນຜົນສຳເລັດ ນະຄອນວຽງຈັນ ກໍຖືກກອງທະຫານສະຫຍາມມາຢຶດເອົາ ແລະ ທໍາລາຍທຸກສິ່ງທຸກຢ່າງບໍ່ໃຫ້ເຫຼືອຫຍັງ ເຈົ້າອະນຸວົງ ກໍຖືກຈັບໄປທໍລະມານຢ່າງປ່າເຖື່ອນຢູ່ບາງກອກ ແລະ ເສຍຊີວິດຢູ່ທີ່ນັ້ນ ສຳລັບຜູ້ທີ່ເປັນເຊື້ອເຈົ້າວຽງຈັນທັງໝົດກໍຖືກດັບສູນ ດ້ວຍຮູບການທໍລະມານຮ່າງກາຍ ຫຼື ຂ້າຖິ້ມ ສ່ວນບຸກຄົນທີ່ຮອງລົງມາ ກໍຖືກເຮັດໃຫ້ເສຍກຽດ ເສຍສັກສີ ສຳລັບປະຊາຊົນ ກໍຖືກກວດຕ້ອນລົງໄປບາງກອກ ແລະ ຖືກໃຊ້ງານຢ່າງໜັກ ໃນຖານະເປັນສະເລີຍເສິກ ເປັນຂ້ອຍຂ້າມ້າໃຊ້ ໃຫ້ພວກຂຸນນາງສັກດີນາສະຫຍາມ.
ສໍາລັບໂຕເມືອງວຽງຈັນ ກໍຖືກຂຸນເສິກສະຫຍາມ ສັ່ງໃຫ້ກອງທະຫານຕັດກົກໄມ້ທັງໝົດ ແລະ ຈູດເຜົາທໍາລາຍ ປຸ້ນເອົາຊັບສົມບັດຂອງປະຊາຊົນແບບໂຈນ 500 ໂດຍເຈດຕະນາ ເຮັດໃຫ້ວຽງຈັນເປັນເມືອງຮ້າງ ບໍ່ສາມາດຢູ່ໄດ້ ບໍ່ໃຫ້ຟື້ນຟູເປັນຕົວເມືອງໄດ້ອີກ ອານາຈັກລ້ານຊ້າງວຽງຈັນ ໄດ້ຖືກລົດຖານະຈາກເປັນອານາຈັກໜຶ່ງ ລົງມາເປັນແຄວ້ນໜຶ່ງຂອງສະຫຍາມ ໂດຍມີສຳນັກງານຕັ້ງຢູ່ໜອງຄາຍ ຕໍ່ມາກໍໄປຕັ້ງຢູ່ອຸດອນ ວຽງຈັນທີ່ງົດງາມ ກໍກາຍເປັນເມືອງຮ້າງ 60 ກ່ວາປີ.

ເຖິງວ່າການຕໍ່ສູ້ກູ້ແຜ່ນດິນຄືນຂອງເຈົ້າອະນຸວົງ ບໍ່ເປັນຜົນສໍາເລັດກໍຕາມ ແຕ່ມັນກໍມີຄວາມໝາຍປະຫວັດສາດອັນເລິກເຊິ່ງ ຊຶ່ງສະແດງໃຫ້ເຫັນເຖິງມູນເຊື້ອຕໍ່ສູ້ອັນເດັດດ່ຽວ ກ້າຫານ ບໍ່ຍອມຈໍານົນຂອງຄົນລາວ ໃຕ້ການນໍາພາຂອງເຈົ້າອະນຸວົງ ມູນເຊື້ອດັ່ງກ່າວຖືກຝັງເລິກຢູ່ໃນຈິດໃຈຂອງຄົນລາວທຸກຄົນ ບໍ່ວ່າຈະເປັນຄົນເຊື້ອຊາດລາວຢູ່ຝັ່ງຊ້າຍ ກໍຄືຝັ່ງຂວາ ຂອງແມ່ນໍ້າຂອງ ຕ່າງກໍຈົດຈໍາມູນເຊື້ອດັ່ງກ່າວໄວ້ຕະຫຼອດມາ ແລະ ໄດ້ສືບຕໍ່ການຕໍ່ສູ້ໃນຮູບການໃໝ່ ເປັນຕົ້ນແມ່ນຊາວອິສານຂອງໄທໄດ້ພາກັນແຕ່ງກາບກອນ ວັນນະຄະດີ ສ້າງເປັນໜັງສືອິນຕົກ ເພື່ອຄັດຄ້ານຕ້ານຢັນການສັກລາຍ ເອົາຄົນລາວອິສານເປັນສັນຊາດໄທ ເປັນຄໍາປິດສະໜາ ແລະ ມີຄໍາເວົ້າທີ່ວ່າ ໝາກຟັກ ໝາກອຶ ຢູ່ດີໆຈະກາຍເປັນຊ້າງ ເປັນມ້າ ໄດ້ແນວໃດ ຄວາຍເຖິກດ່ອນ ແລະ ໝູດ່ອນ ຢູ່ດີໆຈະກາຍເປັນຍັກກິນຄົນ ໄດ້ແນວໃດ ຄົນລາວຢູ່ດີໆ ຈະກາຍເປັນໄທໄດ້ແນວໃດ ນອກນັ້ນກໍມີຈົດໝາຍ ລຶບພະສູນ ແລະ ອື່ນໆ.
ຂະບວນການຕໍ່ສູ້ຕ້ານສະຫຍາມ ເພື່ອກູ້ແຜ່ນດິນຄືນຂອງເຈົ້າອະນຸວົງ ໄດ້ເຮັດໃຫ້ລັດທິຮັກຊາດອັນດູດດື່ມ ເຂັ້ມຂຸ້ນ ຂຶ້ນຊື່ສຽງຂອງນັກຮົບວິລະຊົນ ທີ່ເຂົ້າຮ່ວມການຕໍ່ສູ້ຄັ້ງນັ້ນ ເຊັ່ນ: ເຈົ້າສຸກະສານ ເຈົ້າລາຊະວົງ ເຈົ້າລາຊະບຸດ ພະຍານາລິນ ພະຍາໄກສົງຄາມ ແລະ ຜູ້ອື່ນໆ ໄດ້ຖືກຈົດບັນທຶກໄວ້ ໃນປຶ້ມຄໍາປະຫວັດສາດ ເຊິ່ງຄົນລາວບໍ່ຫຼົງລືມໄດ້.
ສັງລວມແລ້ວ ໄລຍະລາວຕົກເປັນເມືອງສ່ວຍ ແລະ ເມືອງຂຶ້ນຂອງສະຫຍາມຮ້ອຍກ່ວາປີ ເປັນໄລຍະທີ່ນະຄອນຫຼວງວຽງຈັນ ຫງ່ວມເຫງົາ ເສົ້າໝອງ ແລະ ສູນເສຍນໍ້າຕາ ບ້ານເມືອງອັນງົດງາມ ທີ່ບັນພະບູລຸດເຮົາສ້າງໄວ້ເກືອບ 500 ປີກ່ອນນັ້ນເກືອບຈະບໍ່ຍັງເຫຼືອ ແມ່ນກະທັ້ງຮ່ອງຮອຍຄວາມໂຫດຮ້າຍປ່າເຖື່ອນໃນການທຳລາຍລ້າງຜານ ຂອງສະຫຍາມທີ່ມີຕໍ່ລາວ ເວລາໃດກໍຍັງຝັງເລິກຢູ່ໃນດວງໃຈຂອງຄົນລາວຕະຫຼອດມາ.
ພາຍຫຼັງເຈົ້າອະນຸວົງ ຖືກປະຫານຊີວິດ ດ້ວຍການທໍລະມານຮ່າງກາຍອັນປ່າເຖື່ອນແລ້ວ ກໍຍັງເກີດມີຂະບວນການຕ້ານສະຫຍາມ ເຊັ່ນ: ເສິກສາມໂບກ (ນ້ຳພອງ ຈັງຫວັດຂອນແກ່ນ) 1893 ຂະບວນການຕໍ່ສູ້ຂອງເຈົ້າຟ້າຂາວ ຍາດພີ່ນ້ອງຂອງເຈົ້າລາຊະດາ ໃນເຈົ້າເມືອງຈຳປາສັກ ພະຍາອຸທຸມພອນ ເຈົ້າເມືອງອຸທຸມພອນ ພະຍາສ້າງດີ ເຈົ້າເມືອງອັດຕະປື ແລະ ຂະບວນການຕໍ່ສູ້ອື່ນໆ ທີ່ໄດ້ປະຮ່ອງຮອຍແຫ່ງການຕໍ່ສູ້ໄວ້ ເຊິ່ງມູນເຊື້ອຕໍ່ສູ້ນັ້ນ ໄດ້ລຸກເປັນໄຟ ໃນສະໄໝຝຣັ່ງມາປົກຄອງ.
ຮູ້ປະຫວັດສາດ ແມ່ນຮູ້ທີ່ມາຂອງຕົນເອງ ແລະ ຮູ້ປົກປັກຮັກສາ ບໍ່ໃຫ້ປະຫວັດສາດຊໍ້າຮອຍ.

http://www.bailane.com/Webbailane/Blog/ViewBlog.aspx?sid=101&hid=26461
http://www.vientianemai.net/news.php?col=3&id=1744

__________________
Anonymous

Date:

ມັນຄືມາຍາວແທ້ນໍ blankstare

__________________
Anonymous

Date:

ມີຂາຍບໍ່ໂດຍຂະນ້ອຍ ປື້ມນີ້ນາ ຮາຄາເທົາໃດ ຂາຍຢູໃສເນາະ ?

ຢາກແປເປັນພາສາຕ່ງປະເທສ 5 ພາສາ ເຊັນ ຝຮັງເສດ/ ອັງກິສ/ ຈີນ/ຮັສເຊັຍ/ອິນເດັຍ ຢາກໃຫ້ຕ່າງຊາດເປັນສັກຂີພະຍານ

ຢາກໃຫ້ຕ່າງຊາດຮັບຮູ້ຮັບຊາບປະຫວັດຊາດລາວເຮົານຳ ໃຫ້ຕ່າງຊາດຊອຍເປັນປາກເປັນສຽງຊອຍເຮົາ

 ບໍຊະນັ້ນຈະຖົກຖຽງບໍຊະນະຄົນໄທ ຄົນໄທເຂົາເກັງເຮືອງໂຕ້ຖຽງ

ທ ດວງຕາ

__________________
ຄົນໃຕ້

Date:

ຖ້າຈະເວົ້າເຖິງປະຫວັດສາດຜ່ານມາມັນກໍຫນ້າຄຽດແຄ້ນໃຫ້ອານາຈັກສະຫຍາມສະໄຫມນັ້ນ. ຖ້າທ່ານໄປກຸງເທບທ່ານຈະ
ເຫັນພະແກ້ວມໍລະກົດທີ່ສະຫຍາມປຸ້ນໄປແຕ່ນັ້ນບໍ່ເຮັດໃຫ້ຂ້າພະເຈົ້າສະເທືອນໃຈປານໃດ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າບໍ່ສາ
ມາດຫຼົງລືມປະຫວັດສາດແຫ່ງຄວາມເຈັບແສບແສນສາຫັດກໍຄື " ຄອງແສນແສບ" ຊຶ່ງມັນໃຊ້ແຮງງານຂອງຄົນລາວໄປຂຸດ
ຢ່າງປ່າເຖື່ອນ. ໄຮ້ມະນຸດສະທຳ ຊຶ່ງບໍ່ແມ່ນຈິດໃຈຂອງມະນຸດຊາດ, ຕຳ່ຊາມບໍ່ວ່າສະໄຫມນັ້ນກໍຄືສະໄຫມນີ້. ເວົ້າແບບນີ້
ຂ້າພະເຈົ້າບໍ່ໄດ້ຫມາຍຄວາມວ່າກຽດຊັງຄົນໄທແຕ່ປະການໃດແຕ່ປະຫວັດສາດມັນສອນໃຫ້ຂ້າພະເຈົ້າຮູ້ຈັກວ່າໃຜຮັກເຮົາ?
ໃຜກຽດຊັງເຮົາ? ແລະໃຜທີ່ເຄີຍທຳໃຫ້ຄົນລາວບໍ່ວ່າຈະໃນສະໄຫມໃດກໍຕາມທີ່ເຈັບແສບ. ຂ້າພະເຈົ້າຈະຈົດຈຳໄວ້ໃນໃຈ
ຕະຫຼອດໄປ.

__________________
Anonymous

Date:

ຄົນໃຕ້ wrote:

ທຸກສິ່ງທຸກຢ່າງມັນມີທີ່ມາທີ່ໄປ, ມີເຫດຈຶ່ງມີຜົນ. ກະຣຸນາຟັງປະຫວັດສາດຕອນນີ້ກ່ອນຈຶ່ງຄ່ອຍຈົດຈໍາ.

__________________
Anonymous

Date:

Anonymous wrote:

ເອົາມາແຕ່ໃສ ຈັກມັນແມນຫຼື ບໍ່ແມ່ນ ຂ້ອຍຮຽນມາ ຄືບໍ່ມີປະຫວັດແນວນີ້ ຫຼ ືຂ້ອຍຮຽນກາຍ ຫຼືເຈົ້າບໍ່ໄດ້ຮຽນ

__________________

Veteran Member

Status: Offline
Posts: 88
Date:

Anonymous wrote:
 
ທຸກສິ່ງທຸກຢ່າງມັນມີທີ່ມາທີ່ໄປ, ມີເຫດຈຶ່ງມີຜົນ. ກະຣຸນາຟັງປະຫວັດສາດຕອນນີ້ກ່ອນຈຶ່ງຄ່ອຍຈົດຈໍາ.

Stupid story, every thing she said was opposite

__________________
Anonymous

Date:

ຫລັງຈາກພວກອ້າຍນ້ອງໄດ້ເຂົ້າມາຍຶດອໍານາດໄດ້ໃນປີ1975 ທ່ານພູມີ ວົງວິຈິດ ໄດ້ສັ່ງລຶບປະຫວັດສາດຕອນນີ້ອອກຈາກຫລັກສູດການສຶກສາ ສະນັ້ນພວກໜຸ່ມນ້ອຍເຍົາວະຊົນລຸ້ນໃໝ່ຈຶ່ງບໍ່ມີໂອກາດໄດ້ຮູ້ຄວາມຈິງ.

__________________
seed

Date:

Anonymous wrote:

ຫລັງຈາກພວກອ້າຍນ້ອງໄດ້ເຂົ້າມາຍຶດອໍານາດໄດ້ໃນປີ1975 ທ່ານພູມີ ວົງວິຈິດ ໄດ້ສັ່ງລຶບປະຫວັດສາດຕອນນີ້ອອກຈາກຫລັກສູດການສຶກສາ ສະນັ້ນພວກໜຸ່ມນ້ອຍເຍົາວະຊົນລຸ້ນໃໝ່ຈຶ່ງບໍ່ມີໂອກາດໄດ້ຮູ້ຄວາມຈິງ.

ພໍ່ຂອງຂ້ອຍເກີດແຕ່ປີ 1937 ເພີນກໍ່ຮູ້ປະຫວັດສາດແລະໄດ້ຕໍ່ສູ້ກູ້ຊາດຄືກັນ ເພີນຄືບໍ່ເວົ້າແນວນີ້  ເຈົ້າຝັງເບີງອີນາຍ
ອັນນັ້ນເວົ້າຫັນ ຊື່ບາງຄົນກະຍັງບໍ່ຖຶກ ຈັກແມ່ນເບີງໜັງຕ່າງປະເທດຫຼາຍຕິເບາະຈີ່ງຫຼົງໆລືມ ເຂົ້າໃຈໄປຕ່າງໝູ່ ມືໜ່າ
ຫັນມາເບີງໜັງລາວແນ່ ຂໍພຽງຮັກ ຫຼືວ່າ ສະບາຍດີຫຼວງພະບາງກະໄດ ຫຼື ມີເລື່ອງປະຫັວດສາດກະມີເປັນເອກະສານຟິມ
ປະຫວັດສາດກະມີເດີ.

__________________
Anonymous

Date:

ສະບາຍດີທ່ານ Seed ແລະເພື່ອນຊາວລາວທຸກຄົນ
ປະຫວັດສາດທີ່ຜ່ານມາບໍ່ມີໃຜປີ້ນຄືນໄດ້, ແຕ່ຂໍໃຫ້ພວກເຮົາຮັບຮູ້ຄວາມຈິງແລະໃຫ້ເຂົ້າໃຈຄວາມຈິງ. ລິ້ງລຸ່ມນີ້ ແມ່ນລິ້ງປະຫວັດສາດລາວທີ່ມະຫາສີລາ ວິຣະວົງ ເປັນຜູ່ຂຽນຂຶ້ນມາເພື່ອໃຫ້ລູກຫລານລາວທຸກຄົນໄດ້ຮຽນຮູ້. ກະຣຸນາໃຊ້ເວລາວ່າງຂອງທ່ານໃຫ້ເປັນປະໂຫຍດ ອ່ານແລະຕຶກຕອງ.
ກົດນີ້ເພື່ອອ່ານປະຫວັດສາດລາວ

__________________
Anonymous

Date:

ຄົນໃຕ້ wrote:

ຖ້າຈະເວົ້າເຖິງປະຫວັດສາດຜ່ານມາມັນກໍຫນ້າຄຽດແຄ້ນໃຫ້ອານາຈັກສະຫຍາມສະໄຫມນັ້ນ. ຖ້າທ່ານໄປກຸງເທບທ່ານຈະ
ເຫັນພະແກ້ວມໍລະກົດທີ່ສະຫຍາມປຸ້ນໄປແຕ່ນັ້ນບໍ່ເຮັດໃຫ້ຂ້າພະເຈົ້າສະເທືອນໃຈປານໃດ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າບໍ່ສາ
ມາດຫຼົງລືມປະຫວັດສາດແຫ່ງຄວາມເຈັບແສບແສນສາຫັດກໍຄື " ຄອງແສນແສບ" ຊຶ່ງມັນໃຊ້ແຮງງານຂອງຄົນລາວໄປຂຸດ
ຢ່າງປ່າເຖື່ອນ. ໄຮ້ມະນຸດສະທຳ ຊຶ່ງບໍ່ແມ່ນຈິດໃຈຂອງມະນຸດຊາດ, ຕຳ່ຊາມບໍ່ວ່າສະໄຫມນັ້ນກໍຄືສະໄຫມນີ້. ເວົ້າແບບນີ້
ຂ້າພະເຈົ້າບໍ່ໄດ້ຫມາຍຄວາມວ່າກຽດຊັງຄົນໄທແຕ່ປະການໃດແຕ່ປະຫວັດສາດມັນສອນໃຫ້ຂ້າພະເຈົ້າຮູ້ຈັກວ່າໃຜຮັກເຮົາ?
ໃຜກຽດຊັງເຮົາ? ແລະໃຜທີ່ເຄີຍທຳໃຫ້ຄົນລາວບໍ່ວ່າຈະໃນສະໄຫມໃດກໍຕາມທີ່ເຈັບແສບ. ຂ້າພະເຈົ້າຈະຈົດຈຳໄວ້ໃນໃຈ
ຕະຫຼອດໄປ.

You better read more history about " Khong Sain Saib "  Yes, you are right, Siam forced Khon lao to build that " Kong " like animal. Those Khon Lao was from Isan Thailand, it wasn't khon Lao from other side of Mekong river. All Khon Lao from Vientiane and Xieng Khouang that Siam took during they defeated Lanexang wasn't worked or built " Khong Sai Saib ".  After Siam, Thailand government changed some of Siam history about " Kong Sain Saib " in 1897 and changed from " Khong Sain Sai " to " Khong Sain Saib " and also changed all those slaves was Lao from other side of Mekong river. They tried to hide what thay have done to Khon Lao Isan Thailand to know special new generation of Lao Isan people. Now most young Khon Isan don't know who was Siam slaves that built " Khong Sain Saib " was, they only understand by their history told was Khon Lao from Laos Vientiane. The real was their ( Khon Lao Isan ) great..great grand parents who built that " Khong ".

__________________
Anonymous

Date:

laolamleuak wrote:

Anonymous wrote:
 
ທຸກສິ່ງທຸກຢ່າງມັນມີທີ່ມາທີ່ໄປ, ມີເຫດຈຶ່ງມີຜົນ. ກະຣຸນາຟັງປະຫວັດສາດຕອນນີ້ກ່ອນຈຶ່ງຄ່ອຍຈົດຈໍາ.

Stupid story, every thing she said was opposite

Stupid yourself. You better go back to school and learn more about Laos history.

__________________
Anonymous

Date:

ຄົນໃຕ້ wrote:

ຖ້າຈະເວົ້າເຖິງປະຫວັດສາດຜ່ານມາມັນກໍຫນ້າຄຽດແຄ້ນໃຫ້ອານາຈັກສະຫຍາມສະໄຫມນັ້ນ. ຖ້າທ່ານໄປກຸງເທບທ່ານຈະ
ເຫັນພະແກ້ວມໍລະກົດທີ່ສະຫຍາມປຸ້ນໄປແຕ່ນັ້ນບໍ່ເຮັດໃຫ້ຂ້າພະເຈົ້າສະເທືອນໃຈປານໃດ. ສິ່ງທີ່ເຮັດໃຫ້ຂ້າພະເຈົ້າບໍ່ສາ
ມາດຫຼົງລືມປະຫວັດສາດແຫ່ງຄວາມເຈັບແສບແສນສາຫັດກໍຄື " ຄອງແສນແສບ" ຊຶ່ງມັນໃຊ້ແຮງງານຂອງຄົນລາວໄປຂຸດ
ຢ່າງປ່າເຖື່ອນ. ໄຮ້ມະນຸດສະທຳ ຊຶ່ງບໍ່ແມ່ນຈິດໃຈຂອງມະນຸດຊາດ, ຕຳ່ຊາມບໍ່ວ່າສະໄຫມນັ້ນກໍຄືສະໄຫມນີ້. ເວົ້າແບບນີ້
ຂ້າພະເຈົ້າບໍ່ໄດ້ຫມາຍຄວາມວ່າກຽດຊັງຄົນໄທແຕ່ປະການໃດແຕ່ປະຫວັດສາດມັນສອນໃຫ້ຂ້າພະເຈົ້າຮູ້ຈັກວ່າໃຜຮັກເຮົາ?
ໃຜກຽດຊັງເຮົາ? ແລະໃຜທີ່ເຄີຍທຳໃຫ້ຄົນລາວບໍ່ວ່າຈະໃນສະໄຫມໃດກໍຕາມທີ່ເຈັບແສບ. ຂ້າພະເຈົ້າຈະຈົດຈຳໄວ້ໃນໃຈ
ຕະຫຼອດໄປ.

ผมเข้าในคุณนะ แต่อยากให้รักกันไว้เถิด ประวัติศาตร์เป็นเรื่องที่ขมขื่น ปัจจุบันไทยก็ช่วยลาวแทบทุกด้านและเต็มศักยภาพไทยแล้ว คนไทยปัจจุบันไม่เคยคิดถึงอดีต คิดแต่ว่าไทยลาวคือพี่น้องกัน ไทยเองก็ไม่เคยไปเรียกร้องเอาทองและสมบัติจากพม่าที่เคยปล้นไทยไป ที่เอาไปสร้างเจดีย์ชะเวดากอง เพราะถือว่าเป็นสงคราม

__________________

Veteran Member

Status: Offline
Posts: 88
Date:

Anonymous wrote:

laolamleuak wrote:

Anonymous wrote:
 
ທຸກສິ່ງທຸກຢ່າງມັນມີທີ່ມາທີ່ໄປ, ມີເຫດຈຶ່ງມີຜົນ. ກະຣຸນາຟັງປະຫວັດສາດຕອນນີ້ກ່ອນຈຶ່ງຄ່ອຍຈົດຈໍາ.

Stupid story, every thing she said was opposite

Stupid yourself. You better go back to school and learn more about Laos history.

Sh~t, you're stupid, you need to go to school again that you could not get my point. Were you agreed with all story from that woman blablaaa.... if you say "yes" that mean you soooooooooooooo stupid 

ອ່ານປຶ້ມຫົວດຽວບໍ່ສາມາດຮູ້ຄວາມຈິງໄດ້.

This video clip done in USA but I also read Lao History in Wiki using Library of Congress Country Studies of Usa it telling quite different to whatever purposes she wanted to deliver here. Everybody can read this chapter in Wiki....

ເຈົ້າລອງໄປອ່ານພົງສາວະດານທີ່ທ່ານມະຫາສີລາ ວິຣະວົງ ຂຽນໄວ້ໃນລິ້ງລຸ່ມນີ້ເນີ ຢູ່ Wikipedia ເຂົາຂຽນຫຍໍ້ຫລາຍ.
http://www.reninc.org/BOOKSHELF/History%20of%20Laos,%20Viravong.pdf

__________________
Anonymous

Date:

ການທີ່ຮຽກນາມພຣະມະຫາກະສັດຂອງຕົນເອງວ່າ "ເຈົ້າ" ທຳລາຍຊາດຫຼາຍກວ່າ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard