Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອິຣ່ານຖືກລົງໂທດຄັ້ງໃໝ່
ນັກກັອບ

Date:
ອິຣ່ານຖືກລົງໂທດຄັ້ງໃໝ່


ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະຊາ​ຊາດ​ຮັບ​ຮອງ​ມະ​ຕິ​ໃໝ່​ກ່ຽວ​ກັບ​ການ​ລົງ​ໂທດ​ອີຣານ

ຕາມ​ຂ່າວCRI: ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ຊ້ຳ​ແລ້ວ​ຊ້ຳ​ອີກ​ເປັນ​ເວລາ​ຫຼາຍ​ເດືອນ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ມະຕິລົງ​ໂທດ​ອີຣານຮອບ​ໃໝ່​ໃນ​ວັນ​ທີ 9 ມິຖຸນາ​ນີ້, ຕົກລົງ​ລົງ​ໂທດ​ອີຣານຢ່າງ​​ເຂັ້ມ​ງວດ​ກວ່າ​ເກົ່າ. ອີຣານມີ​​ປະຕິ​ກິລິຍາ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້. ນັກວິ​ເຄາະ​ຊີ້​ອອກ​ວ່າ, ການ​ຮັບ​ຮອງ​ມະຕິ​ລົງ​ໂທດ​ສະບັບໃໝ່​​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ຫ່ວງ​ຂອງ​ສະຫະ​ປະຊາ​ຊາດ​ຕໍ່​ບັນຫາ​ນີວ​ເຄຼຍອີຣານ, ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ຈົ່ງ​ຊ່ອງຫວ່າງ​ແກ້​ໄຂ​ບັນຫາ​ນີວ​ເຄຼຍ ອີຣານທາງ​ການ​ທູດ. ຕໍ່​ໄປ​ການ​ຂະ​ຫຍາຍ​ຕົວ​ບັນ​ຫາ​ນີວ​ເຄຼຍ​ອີ​ຣານ​ອາດ​ຈະ​ຫຍຸ້ງ​ຍາກ​ກວ່າ​ເກົ່າ.​

ໃນ​ການ​ປ່ອນ​ບັດລົງ​ຄະ​ແນນ​ສຽງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ມິຖຸນາ​ນີ້, ​ໃນ 15 ປະ​ເທດ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ມີ 12 ປະ​ເທດ​ໄດ້​ປ່ອນ​ບັດ​ເຫັນ​ດີນຳຮ່າງ​ມະຕິ​ການ​ລົງ​ໂທດ​ໃໝ່, ​ເບຼຊີ​ນ, ຕວກກີ​ໄດ້​​ປ່ອນ​ບັດ​ຄັດ​ຄ້ານ​ແລະ​ລີ​ບັງ​ໄດ້​ປ່ອນ​ບັດ​ຂາວບໍ່​ອອກສຽງ. ​ແຜນການ​ລົງ​ໂທດ​ໃໝ່​ໄດ້​ເພີ່ມ​ມາດ​ຕະການ​ເຂັ້ມ​ງວດ​ກວ່າ​ເກົ່າ​ເພື່ອ​ລົງ​ໂທດ​ອີຣານ, ຫ້າມ​ບໍ່​ໃຫ້​ອີຣານ​ເຂົ້າ​ຮ່ວມການ​ລົງທຶນ​ໃນ​ຂົງ​ເຂດ​ນີວ​ເຄຼຍຢູ່​ຕ່າງປະ​ເທດ, ຫ້າມ​ບໍ່​ໃຫ້​ປະ​ເທດ​ຕ່າງໆ​ຂາຍ​ອາວຸດ​ຂະໜາດ​ໜັກ​ເຊັ່ນ​ລົດ​ຕັງ, ຍົນ​ຮົບ​ແລະ​ກຳ​ປັ່ນ​ຮົບ​ເປັນ​ຕົ້ນ​ໃນ​ອີຣານ; ຫ້າມ​ບໍ່​ໃຫ້​ອີຣານດຳ​ເນີນ​ການ​ເຄື່ອນ​ໄຫວ​ໃດໆ​ກ່ຽວ​ກັບ​ລູກ​ສອນ​ໄຟ​ນຳ​ວິຖີ​ຕິດ​ອາວຸດ​ນີວ​ເຄຼຍ. ມະຕິ​ຍັງ​ຮຽກຮ້ອງ​ໃຫ້ເພີ່ມ​ທະວີ​ມາດ​ຕະການ​ກວດກາ​​ກຳ​ປັ່ນ​ທີ່​ຖືກ​ສົງ​ໄສ​ສົ່ງ​ສິນຄ້າ​​ເກືອ​ດຫ້າມ​ຢູ່​ທ່າ​ກຳ​ປັ່ນ​ແລະ​ນ່ານ​ທະ​ເລ​ສາກົນ, ​ເປີດ​​ເຜີຍລາຍ​ຊື່​ຂອງ​ບຸກຄົນ​ແລະ​ອົງ​ກອນ​ທີ່​ຖືກ​ກັກຊັບ​ສິນ​ແລະຈຳກັດ​ການ​ໄປ​ຕ່າງປະ​ເທດ, ​ໃນ​ມະຕິ​ລົງ​ໂທດສະບັບ​ໃໝ່, ມີ 41 ​ບໍລິສັດໄດ້​ຖືກ​ຂຽນເຂົ້າ​​ໃນ​ລາຍ​ຊື່​ດັ່ງກ່າວ. ພ້ອມ​ກັນ​ນັ້ນ, ມະຕິ​ລົງ​ໂທດ​ໃໝ່​ຍັງ​ຫ້າມ​ບໍ່​ໃຫ້​ຫຼາຍປະ​ເທດດຳ​ເນີນ​ການ​ຊື້​ຂາຍ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ນີວ​ເຄຼຍກັບ​ອີຣານ; ສ້າງ​ໜ່ວຍ​ຊ່ຽວຊານ​ທີ່​ຮັບຜິດຊອບ​ຕິດຕາມ​​ການ​ປະຕິ​ບັດ​ການ​ລົງ​ໂທດຕໍ່​ອີຣານ.

ນັບ​ແຕ່​ເດືອນທັນວາ​ປີ 2006 ​ເປັນ​ຕົ້ນ​ມາ, ມະຕິ​ສະບັບ​ທີ 4ທີ່ລົງ​ໂທດ​ອີຣານກ່ຽວ​ກັບບັນຫາ​ນິວ​ເຄຼຍທີ່​ສະພາ​ຄວາມ​ຫມັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງນັ້ນ​ກໍ່​ແມ່ນ​ມະຕິ​ລົງ​ໂທດ​ສະບັບຫນຶ່ງ​ທີ່​ຖືກ​ຖື​ເປັນ​ການລົງ​ໂທດ​ເຂັ້ມ​ງວດ​ທີ່​ສຸດມາ​ຮອດ​ປະຈຸ​ບັນ. ຫຼັງ​ຈາກ​​ໄດ້ຮັບຮອງ​ມະຕິສະບັບນີ້​ແລ້ວ,ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ 6 ​ປະ​ເທດ​ຄື:ຈີນ,ອາ​ເມ​ລິ​ກາ,ຣັດ​ເຊຍ,ອັງກິດ,ຝຣັ່ງ​ແລະ​ເຢຍລະ​ມັນ​​ໄດ້ອອກ​ຖະ​ແຫຼ​ງການ​ຮ່ວມ​ໂດຍ​ເຜີຍ​ແຜ່​ວ່າ,ມະຕິດັ່ງກ່າວ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ແຜນການ​ນິວ​ເຄຼຍຂອງ​ອີຣານ, ​ແຕ່​ພ້ອມ​ນັ້ນຍັງ​ໄດ້​ເປີດ​ປະຕູ​ເພື່ອ​ໃຫ້ 6 ປະ​ເທດ​ສືບ​ຕໍ່​ຕິດ​ຕໍ່​ພົວພັນ​ກັບ​ອີຣານ. 6 ປະ​ເທດດັ່ງກ່າວ​ຈະ​ສືບ​ຕໍ່ທຳ​ຄວາມ​ພະຍາຍາມ​ເພື່ອ​ບັນລຸ​ແຜນການ​ແກ້​ໄຂ​ຢ່າງຮອບ​ດ້ານ​​ຍາວ​ນານ, ​ເພື່ອ​ຟື້ນ​ຟູ​ຄວາມ​ຫມັ້ນ​ໃຈ​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ການນຳ​ໃຊ້ແຜນການ​ນິວ​ເຄຼຍຂອງ​ອີຣານ​ເຂົ້າໃນ​ທາງ​ສັນຕິພາບ. ​ຕວກກີ​ແລະ​ເບຼຊິນ​ທີ່​ປ່ອນ​ບັດ​ຄັດຄ້ານ​ໃນ​ການ​ລົງ​ຄະ​ແນນ​ສຽງ​ເຫັນ​ວ່າ, ມະຕິ​ລົງ​ໂທດໃຫມ່​ ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ອີຣານ, ​ແລະ​ຍັງ​ອາດ​ຈະ​ເກີດຜົນ​ສະທ້ອນ​ທີ່​ກົງກັນ​ຂ້າມ. ​ແຕ່ສອງ​ປະ​ເທດຍັງ​ຮຽກຮ້ອງ​ວ່າ, ຄວນ​ໃຫ້ສັນຍາ​ແລກປ່ຽນ​ວັດຖຸ​ເຊື້ອ​ໄຟນິວ​ເຄຼຍຂອງອີຣານ​ຕວກກີ​ແລະ​ເບຼຊິນມາ​ເວລາ​ຫຼາຍ​ກວ່າ​ນີ້.

ຫຼັງ​ຈາກ​ມະ​ຕິ​ລົງ​ໂທດ​ໃຫມ່​​ໄດ້​ຜ່ານການຮັບຮອງ​ແລ້ວ,​ກໍ່​ເຮັດ​ໃຫ້ອີຣານມີປະຕິ ກິລິຍາ​ຢ່າງ​ຮຸນ​ແຮງ. ມື້​ດຽວ​ກັນ,ທ່ານມູຮາ​ມັດ ອາມາ​ດິ​ເນຈາດ,​ປະທານາທິບໍດີ​ອີຣານທີ່​ພວມ​ຢ້ຽມຢາ​ມສາທາລະນະ​ລັດ​ຕາ​ຊີ​ກີ​ສະຖານ ກ່າວ​ວ່າ, ມະຕິ​​ແບບ​ນີ້​ບໍ່​ມີ​ຄວາມ​ຫມາຍ​​ຫຍັງຕໍ່​ອີຣານ. ວັນ​ທີ 8 ມິຖຸນາ​ນີ້,ທ່ານມູຮາ​ມັດ ອາມາ​ດິ​ເນຈາດ​ ເຄີຍ​ກ່າວເຕືອນ​ວ່າ, ຖ້າມະຕິ​ລົງ​ໂທດໃຫມ່​ທີ່​ແນ​ໃສ່ອີຣານ​ໄດ້​ຜ່ານການຮັບ​ຮອງ​, ອີຣານຈະ​ຢຸດ​ຕິ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ປະ​ເທ​ດຕົນ. ນັກ​ວິ​ເຄາະ​ເຫັນ​ວ່າ,ການ​ປະກາດ​ໃຊ້ມະຕິ​ລົງ​ໂທດ​ໃຫມ່ ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​​ໃຈ​ຂອງ​ສະຫະ​ປະຊາ​ຊາດ​ຕໍ່​ບັນຫາ​ນິວ​ເຄຼຍອີຣານ,​ແລະ​ກໍ່​ສະ​ແດງ​ໃຫ້​ເຫັນ​ຍຸດ​ໂທ​ບາຍ​ຂອງ​ສະຫະ​ປະຊາ​ຊາດ​ສອງ​ດ້ານ​​ໃນບັນຫາ​ນິວ​ເຄຼຍອີຣານ. ການວາງ​ມະຕິ​ລົງ​ໂທດ​ໃຫມ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາ​ມຫມັ້ນ​ໃຈ​​ໃນ​ການ ຮັກສາ​ລະບົບ​ບໍ່​ແຜ່ຜາຍ​ອາວຸດ​ນິວ​ເຄຼຍສາກົນ​​ແລະ​ຄັດຄ້ານ​ອີຣານມີ​ອາວຸດ​ນິວ​ເຄຼຍ,​ແລະ​ກໍ່​​ເປັນ​ການ​ເຕືອນ​​ອີຣານ.
http://laos.cri.cn/


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard