Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຈະຊື້ເຂົ້າກິນໃນອະນາຄົດ
Hikari Danio

Date:
ລາວຈະຊື້ເຂົ້າກິນໃນອະນາຄົດ

ດຽວນີ້ປາກົດວ່າຊາວໄຮ່ຊາວນາໄດ້ຂາຍດິນໄຮ່ດິນນາມາຊື້ວິໂກ້ຂີ່ມ່າຍສາວນ້ອຍຮ້ານເບຍຫຼາຍຂຶ້ນ ແລະດິນໄຮ່ດິນນາຈຳນວນຫຼວງຫຼາຍກໍ່ຫັນມາປູກຕົ້ນໄມ້ອຸດສະຫະກຳແທນ, ເຂດອູ່ເຂົ້າອູ່ນ້ຳຢູ່ພາກກາງແລະພາກໄຕ້ກໍ່ຖືກນ້ຳຖ້ວມຊຶ່ງເກີດຈາກໄພທຳມະຊາດແລະການສ້າງເຂື່ອນໄຟຟ້າ. ຕໍ່ໄປນີ້ລາວເຮົາຈະຊື້ເຂົ້າໄທຫລືເຂົ້າວຽດນາມມາກິນ?
http://www1.voanews.com/lao/news/lao/Lao-faces-food-insecurity-ricefields-into-residence-06-06-2010-95718594.html

__________________
Anonymous

Date:

ຫຼາຍໆຄົນຍັງຮູ້ນ້ອຍ ເຖີງໄພອຶດຫີວຂາດເຂົ້າກິນປັດຈຸບັນໃນເມືອງລາວໂດຍສະເພາະເຂດຊົນນະບົດແລະຊອກຫຼີກ

__________________
Anonymous

Date:

Anonymous wrote:

ຖ້າຜູ່ໃດ໋ບໍ່ໄປເຫັນດ້ວຍຕາຕົນເອງກະບໍ່ຮູ້ລະເພາະສື່ບໍ່ເຄີຍເອົາເລື່ອງອຶດຫິວມາຂ່າວໃຫ້ຮູ້ ຂ່າວຍາມໃດ໋ກະເຫັນແຕ່ເພິ່ນວ່າປະຊາຊົນເຮັດນາໄດ້ເຂົ້າຫຼາຍເກີນຄາດໝາຍຈົນໄດ້ຂາຍຕ່າງປະເທດ.

__________________

Veteran Member

Status: Offline
Posts: 88
Date:

Anonymous wrote:

ຫຼາຍໆຄົນຍັງຮູ້ນ້ອຍ ເຖີງໄພອຶດຫີວຂາດເຂົ້າກິນປັດຈຸບັນໃນເມືອງລາວໂດຍສະເພາະເຂດຊົນນະບົດແລະຊອກຫຼີກ

ອັນນີ້ ມັນແມ່ນບັນຫາແຕ່ມີຊາດລາວແລ້ວ ອັນປະຊາຊົນເຂດຫ່າງໄກຊອກຫລີກອຶດເຂົ້າ ມັນມີຫລາຍສາຍເຫດ ສະນັ້ນ ຈຶ່ງເກີດ ມີໂຄງການພັດທະນາຊົນນະບົດ ໃນຫລາຍຂະແໜງການ ໃນນັ້ນອັນຫນຶ່ງແມ່ນເພື່ອຊ່ວຍເຂົາເຈົ້າເຮັດແນວໃດໃຫ້ຊາວບ້ານມີເຂົ້າກຸ້ມກິນແຕ່ລະປີ ຄົບ 12 ເດືອນ ແຕ່ຍັງບໍ່ເວົ້າຮອດຂາຍ ຖ້າຜູ້ໃດເຄີຍເຮັດວຽກຢູ່ຊົນນະບົດ ທີ່ຮ່ວມວຽກກັບໂຄງການຕ່າງໆ ຈະຮູ້ດີ ມັນບໍ່ແມ່ນຄວາມຜິດຂອງໃຜ ສ່ວນຫນຶ່ງມັນກະມາຈາກປັດໃຈຂອງຊາວບ້ານແຕ່ລະເຂດ ທັງຄວາມຮັບຮູ້ ທັງການປະພືດຕົວຈິງຂອງຊຸມຊົນອີກ ທັງປັດໃຈດ້ານສະພາບແວດລ້ອມ

__________________
Anonymous

Date:

Anonymous wrote:

Anonymous wrote:

ຫຼາຍໆຄົນຍັງຮູ້ນ້ອຍ ເຖີງໄພອຶດຫີວຂາດເຂົ້າກິນປັດຈຸບັນໃນເມືອງລາວໂດຍສະເພາະເຂດຊົນນະບົດແລະຊອກຫຼີກ

ຖ້າຜູ່ໃດ໋ບໍ່ໄປເຫັນດ້ວຍຕາຕົນເອງກະບໍ່ຮູ້ລະເພາະສື່ບໍ່ເຄີຍເອົາເລື່ອງອຶດຫິວມາຂ່າວໃຫ້ຮູ້ ຂ່າວຍາມໃດ໋ກະເຫັນແຕ່ເພິ່ນວ່າປະຊາຊົນເຮັດນາໄດ້ເຂົ້າຫຼາຍເກີນຄາດໝາຍຈົນໄດ້ຂາຍຕ່າງປະເທດ.

My family had the same situation when we lived in a further district of Vientiane province.

__________________
Anonymous

Date:

ປານໃດລາວຈຶ່ງຈະປູກເຂົ້າກຸ້ມຕົນເອງ ປີໃດກໍຖ້າໃຫ້ແຕ່ຕ່າງປະເທດຊື້ເຂົ້າມາລ້ຽງມາຊ່ອຍຄົນລາວ ລາວຂາດເຂົ້າກິນ
ມາຫຼາຍສິບປີແລ້ວ ບໍ່ຄິດຂະຫຍາຍບ່ອນເຮັດນາປູກເຂົ້າ ແຕ່ປ່ອຍໃຫ້ຊາດອື່ນມາເຊົ່າດິນປູກຢາງພາຣາ ປູກມັນຕົ້ນ ປູກກາເຟ ແລະປູກອ້ອຍ ປະປ່ອຍໃຫ້ປະຊາຊົນລາວຊື້ເຂົ້າກິນເອງ  

ຊາວໄຮ່ນາບ້ານເຮົາສ່ວນຫຼາຍບໍ່ຢາກໃຫ້ລູກເຕົ້າສືບທອດອາຊີບກະສິກອນ ສະນັ້ນເຂົາເຈົ້າຈຶ່ງທຸ້ມເທທັງກຳລັງໃຈແລະກຳລັງຊັບສົ່ງເສີມໃຫ້ລູກເຕົ້າໄດ້ຮ່ຳຮຽນສຶກສາເພື່ອໃນອະນາຄົດຈະໄດ້ເປັນເຈົ້າເປັນນາຍຄືບ້ານຄືເມືອງເພິ່ນ.

__________________
ຄົນໃຕ້

Date:

ກ່ອນອື່ນຂໍສະບາຍດີມາຍັງບັນດາທ່ານສະມາຊິກຫຼືບໍ່ແມ່ນສະມາຊິກຂອງເພື່ອນສະມາຄົມລາວທຸກໆທ່ານ. ຂ້າພະເຈົ້າຫາກໍ
ກັບຈາກໄປພັກແລ້ງປະມານ 1ອາທິດ. ຫາກໍກັບມາທຳຫນ້າທີ່ມື້ນີ້ເອງ. ຫວັງວ່າເພື່ອນທຸກທ່ານຄົງຈຳນາມສາຍາ ຄົນໃຕ້.
ຂ້າພະເຈົ້າຂໍມີຄຳເຫັນກ່ຽວກັບຄຳວ່າ (ຄົນລາວຈະຊື້ເຂົ້າກິນໃນອານາຄົດ) ມັນບໍ່ທັນຮອດອານາຄົດຕົວອາວມັນຊື້ກິນມາແຕ່
ອາດີດແລ້ວ.ເວົ້າສະເພາະຜູ້ທີ່ທຳນາເປັນອາຊີບ ບໍ່ນັບພວກນັກທຸລະກິດຫຼືຜູ້ທີ່ມີອາຊີບອື່ນ. ຂ້າພະເຈົ້າເປັນລູກຊາວນາ 100% ເຄີຍເຮັດນາມາແຕ່ນ້ອຍຈົນໃຫຍ່. ບາງປີກໍກຸ້ມບາງປີກໍບໍ່ກຸ້ມ. ສາເຫດຫຼັກກໍຄື:
1. ຊາວນາຫຼືຊາວກະສິກອນລາວສ່ວນໃຫຍ່ແມ່ນເຮັດໄຮ່ເຮັດນາໂດຍອີງໃສ່ທຳມະຊາດເປັນສ່ວນໃຫຍ່.
2. ຊາວນາຊາວໄຮ່ສ່ວນຫຼາຍແມ່ນຂາດວິຊາການໃນການຜລິດເວົ້າແຈ້ງແມ່ນເຮັດໄປຕາມມີຕາມເກີດ.
3. ຂາດການແນະນຳໃນດ້ານວິຊາການຈາກພາກລັດ.
4. ເຮັດນາເຮັດໄຮ່ແມ່ນຈຸດປະສົງພໍແຕ່ໄດ້ຢູ່ໄດ້ກິນບໍ່ຫວັງຈະເຮັດກະສິກຳເພື່ອທຸລະກິດ.
ອັນນີ້ເວົ້າສະເພາະຜູ້ທີ່ມີເຫງື່ອນໃຂໃນການເຮັດນາຄືມີດິນດອນຕອນຫຍ້າພໍໄດ້ເຮັດນາໂດຍສະເພາະແມ່ນເຂດທົ່ງພຽງ.
ຖ້າຈະໄປທຽບໃສ່ເຂດພູດອຍເຊັ່ນ: ເມືອງຕະໂອ້ຍ, ເມືອງສະຫມ້ວຍແຂວງສາລະວັນແລະບາວເມືອງທີ່ແຂວງເຊກອງ.ປະຊາ
ຊົນສ່ວນໃຫຍ່ແມ່ນອາໃສເຮັດໄຮ່ຕາມຈ້າຍພູມີເນື້ອທີ່ປູກເຂົ້າພຽງເລັກນ້ອຍ. ໃນແຕ່ລະປີສະເຫຼັ່ຍແລ້ວປະຊາຊົນ
ຂາດເຂົ້າກິນ 9-10 ເດືອນໃນແຕ່ລະປີ. ສະແດງວ່າໃນແຕ່ລະປີປະຊາຊົນເຂດພູດອຍມີເຂົ້າກິນພຽງ 2-3 ເດືອນຕໍ່ປີ.
ແລະຫຼັງຈາກນັ້ນກິນຫຍັງ?ນີ້ຄືຄຳຖາມທີ່ທຸກໆຄົນກຳລັງຊອກຄຳຕອບ. ແລະຈະຊ່ວຍແກ້ໃຂການດຳລົງຊີວິດຂອງປະຊາຊົນ
ດ້ວຍວິທີໃດ? ຂໍໃຫ້ເພື່ອນສະມາຄົມລາວທຸກທ່ານມີຄຳເຫັນແດ່????
ເພື່ອວ່າຄົນໃຕ້ຈະມີທິດທາງເພື່ອຊ່ວຍເຫຼືອພີ່ນ້ອງຮ່ວມຊາດໃຫ້ມີຊີວິດການເປັນຢູ່ດີຂຶ້ນ !!!!!!!!!!

ຂອບໃຈ

__________________
Anonymous

Date:

ຄົນໃຕ້ wrote:

ທ່ານຄົນໃຕ້ໃຫ້ຄຳເຫັນກົງກັນຂ້າມກັບຜົນງານຂອງກະສິກຳແຂວງຈຳປາສັກທີ່ຂ້ານ້ອຍໄດ້ອ່ານຢູ່ເວັບກະຊວງກະສິກຳ:

ຜົນງານ 6 ເດືອນຕົ້ນປີພະແນກກະສິກຳ-ປ່າໄມ້ແຂວງຈຳປາສັກ

ໃນ 6 ເດືອນຕົ້ນປີພະແນກກະສິກຳ-ປ່າໄມ້ ແຂວງຈຳປາສັກໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດທິດພັດທະນາກະສິກຳໃນ 4 ເປົ້າ
ໝາຍ ແລະ 13 ມາດຕະການ ເຊີ່ງສາມາດເຮັດສຳເລັດວຽກງານເປັນຕົ້ນແມ່ນການຜະລິດເຂົ້ານາປີບັນລຸໄດ້ 350.250 ໂຕນ ໃນ
ເນື້ອທີ່ເກັບກ່ຽວ 96.385 ເຮັກຕາ ທຽບໃສ່ການລື່ນ 4,3% ການຜະລິດເຂົ້ານາແຊງສາມາດປັກດຳໄດ້ 10.311 ເຮັກຕາ, ທຽບ ໃສ່ການເພີ່ມຂຶ້ນ 3,1% ຄາດຄະເນຜົນໄດ້ຮັບໃຫ້ໄດ້ 5,25 ໂຕນ/ເຮັກຕາ ປະຈຸບັນກຳລັງຂຸ້ນຂ້ຽວເກັບກ່ຽວດ້ານການຜະລິດເປັນ
ສິນຄ້າເປັນຕົ້ນສິນຄ້າທີ່ເປັນທ່າແຮງຂອງແຂວງຄື: ກາເຟ ມີເນື້ອທີ່ປູກທັງໝົດ 38.105 ເຮັກຕາ ຜົນຜະລິດໄດ້ 29.032 ໂຕນ ສາ
ມາດສົ່ງກາເຟອອກຂາຍໄດ້ 3.544 ໂຕນ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 3 ເທົ່າ. ນີ້ແມ່ນການລາຍງານຂອງທ່ານຮອງຫົວໜ້າພະ
ແນກກະສິກຳ-ປ່າໄມ້ ແຂວງຈຳປາສັກໃນກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2009-2010 ທີ່ຈັດຂຶ້ນເມືອບໍ່ດົນມານີ້ ທີ່
ສູນເພາະພັນໂພນງາມ. ທ່ານໃຫ້ຮູ້ຕື່ມວ່າ: ນອກນັ້ນທາງແຂວງຍັງໄດ້ຫັນເອົາພະນັກງານລົງປະຈຳແຕ່ລະກຸ່ມເພື່ອຖ່າຍທອດ
ດ້ານເຕັກນິກວິຊາການ ແລະ ການນຳໃຊ້ດ້ານເຕັກນິກການຜະລິດແບບໃໝ່ເພື່ອເພີ່ມຜະລິດຕະພາບໃຫ້ສູງຂຶ້ນແນະນຳໃຫ້ປະ
ຊາຊົນລ້ຽງສັດແບບຜູກລ້ຽງ ເພື່ອສະສົມຝຸ່ນຄອກ, ສະສົມຂີ້ແກບ ເປືອກກາເຟ ເຮັດເຟືອງໝັກ ກ້າວໄປເຖິງການເຮັດກະສິກຳ
ສະອາດ,ໄດ້ຜັນຂະຫຍາຍບົດຮຽນເຕັກນີກການເຮັດນາຢອດເມັດທີ່ໄດ້ຮ່ວມມືກັບບັນດາແຂວງຂອງ ສສ ຫວຽດນາມ ເຮັດນາ
ແບບໃຊ້ກ້າກີບດຽວຂະຫຍາຍລົງສູ່ແຕ່ລະເມືອງ ເຊີ່ງໃນການຜະລິດລະດູແລ້ງນີ້ສາມາດເຮັດນາຢອດເມັດໄດ້ 732 ເຮັກຕາ ແລະ
ນາກ້າກີບດຽວໄດ້ 121ເຮັກຕາ.

ຂໍ້ມູນຈາກໜັງສືພິມ ລາຍວັນ ປະຊາຊົນ ສະບັບທີ ລົງວັນທີ 18 ພຶດສະພາ 2010
http://www.maf.gov.la/index.php?option=com_content&view=article&id=1530:-6-&catid=29

__________________
ຄົນໃຕ້

Date:

ທ່ານ ທີ່ນັບຖື!
ຄົນໃຕ້ບໍ່ໄດ້ມີຄຳເຫັນທີ່ສວນກະແສກັບພະແນກກະສິກຳແຂວງຈຳປາສັກ. ຂໍ້ມູນແລະຕົວເລກທີ່ເພີ່ນນຳສະເຫນີແມ່ນຖືກຕ້ອງແຕ່ວ່າເປັນພຽງສ່ວນນ້ອຍຫນຶ່ງເທົ່ານັ້ນຊຶ່ງຍັງບໍ່ມີສະກາຍະພາບພຽງພໍ
ທີ່ຈະເຮັດໃຫ້ປະຊາຊົນມີເຂົ້າກິນກຸ້ມປີ. ເນື້ອທີ່ນາແຊງບໍ່ສາມາດຄວບຄຸມພື້ນທີ່ໄດ້ທົ່ວໄປມີພຽງບາງບ້ານທີ່ມີຄວາມສະດວກ
ໃນການສູບນ້ຳຂຶ້ນໄດ້. ຂ້າພະເຈົ້າເວົ້ານີ້ແມ່ນເລັ່ງໃສ່ປະຊາຊົນທີ່ອາໃສຢູ່ເຂດພູດອຍຊຶ່ງເງື່ອນໃຂໃນການເຮັດນາແຊງແມ່ນບໍ່ມີຈັກນ້ອຍ.ແມ່ນແຕ່ນາ
ປີກໍຍັງຍາກ. ດັ່ງນັ້ນຄວນຊອກວິທີໃດເພື່ອມາທົດແທນການປູກເຂົ້າຊັ້ນດອກ???

__________________
ນັກຕີກົບ

Date:

ນັກວິຊາການກັບນັກການເມືອງເວົ້າບໍ່ກົງກັນຈັກເທື່ອດອກ, ນັກການເມືອງມັກເອົາແຕ່ລາຍງານດອກໄມ້ມາຕົວະປະຊາຊົນຄືໃນບົດລາຍງາຍເດືອນມິນາຜ່ານມານີ້ເພິ່ນພັດວ່າປີ2008ໄດ້ຂາຍເຂົ້າໃຫ້ວຽດນາມ30ພັນຕັນ ປີ2009 ໄດ້ຂາຍ40ພັນຕັນແລະປີນີ້ກໍ່ວ່າມີແຜນຈະຂາຍໃຫ້ໄດ້ອີກ40ພັນຕັນ(ຂາຍແບບບໍ່ເສັຍພາສີ). ແຕ່ເວລາເພິ່ນໄປລາຍງານອົງການອາຫານໂລກ ເພິ່ນພັດວ່າລາວຂາດເຂີນສະບຽງອາຫານແລະຂໍໃຫ້ເຂົາເຈົ້າຊ່ອຍເຫຼືອແນວນັ້ນແນວນີ້, ຄວາມຈິງເປັນແນວໃດ໋ກັນແທ້?

__________________
ຄົນໃຕ້

Date:

ຂ້າພະເຈົ້າຂໍ Conferm ເລີຍວ່າມີປະຊາຊົນລາວຫຼືເວົ້າງ່າຍໆມີຄອບຄົງຄົນລາວຈຳນວນຫຼາຍຍັງຂາດເຂົ້າກິນຫຼືມີເຂົ້າກິນ
ບໍ່ກຸ້ມປີ. ໂດຍສະເພາະປະຊາຊົນຢູ່ເຂດພູດອຍຊຶ່ງມີເນື້ອທີ່ປູກເຂົ້າຈຳກັດ. ຂ້າພະເຈົ້າເຮັດວຽກຄຸກຄີຢູ່ກັບປະຊາຊົນບັນດາເຜົ່າມາແລ້ວຫຼາຍກວ່າ 15ປີ ໃນນາມວິຊາການພັດທະນາຊົນນະບົດ. ໃນເຂດພູດອຍບາງຄອບຄົວມີເຂົາກິນພຽງແຕ່ 2-3 ເດືອນຕໍ່ປີ. ທີ່ເຫຼືອຕ້ອງຊອກຫາຊື້ຫຼືແລກປ່ຽນດ້ານສິນຄ້າແທນຫຼືກໍ
ກິນມັນຕົ້ນປົນກັນໄປ.
ອົງການອາຫານໂລກຍັງສືບຕໍ່ໄຫ້ການຊ່ວຍເຫຼືອດ້ານເຂົ້າແລະອາຫານຢູ່. ແລະທາງລັດຖະບານກໍພະຍາຍາມ
ຊອກຊ່ອງທາງເພື່ອແກ້ໃຂບັນຫານີ້ຢູ່. ຂ້າພະເຈົ້າບໍ່ມີຂໍ້ມູນໃນການຂາຍເຂົ້າ 50 ພັນ 60 ພັນໂຕນໄປຫວຽດນາມ ແຕ່ຄິດ
ວ່າຄົງເປັນໄປຍາກ. ຄັນຊື້ເຂົ້າແມ່ນຄົງຊິຖືກຕ້ອງກວ່າ.

__________________
Anonymous

Date:

ບັນຫາຂາດເຂົ້າກີນ ມັນມີມານານແສນນານແລ້ວ ຊາວນາລາວເຮົາ ເຮັດນາຫົກເດືອນ

ແຜອີ່ໂປ້ມັດແອວເປົ່າແຄນ ມ່ວນຊື່ນກີນເຫົ້ລາຫົກເດືອນ ຢູ່ໃກ້ບ້ານຂ້ານ້ຽ ກ່າມີຄອງຊົນ

ລະປະທານ ແຕ່ກ່າເປັນຄອງຮ້າງແລ້ວ ເພາະຄົນທີ່ມີເງີນມາປຸກເຮືອນ ໃສ່ທອ້ງຖີ່ນດິນນາ

ແຖບນັ້ນໝົດແລ້ວnonono

__________________
Anonymous

Date:

ຄົນໃຕ້, ລິ້ງສອງລິ້ງຂ້າງລຸ່ມອາດຈະເຮັດໃຫ້ເຈົ້າຄິດອອກວ່າຫຍັງເປັນຫຍັງ.
http://www.mpi.gov.vn/portal/page/portal/mpi_en/32343?pers_id=417348&item_id=2517068&p_details=1
http://english.people.com.cn/200602/17/eng20060217_243621.html

Laos to increase tax-free rice exports to Vietnam

The government plans to boost its tax-free export quota of rice to Vietnam by a further 30,000 tonnes this year.

Last year, Laos exported 40,000 tonnes of rice to Vietnam tax free, up from 30,000 tonnes in 2008, the Director General of the Ministry of Industry and Commerce’s Import and Export Department, Mr Khoun Southammakoth, told Vientiane Times yesterday.

The government is storing rice to ensure it can meet its export targets, according to a report from the department.

Mr Khoun said officials from the governments of Laos and Vietnam will meet in Vientiane to discuss the issue next month.

Laos first achieved self-sufficiency in rice production in 2000, with excess crops exported since then.

“The department can’t estimate the exact figure of rice exported because in the past we have not received regular reports from customs authorities stationed at each provincial international border checkpoint,” said Mr Khoun.

Farmers often export rice to neighbouring countries informally, meaning official figures are lower than reality.

In some provinces, foreign traders buy rice from local farmers and then transport it back to their country without informing customs officials of the exact amounts, he said.

This informal trade also causes problems for industry and commerce authorities in their attempts to manage the price of goods in the domestic market. The trade of rice between Laos and Vietnam further boosts relations and trade cooperation between the two nations.

“When Laos exports rice to Vietnam, prices are set according to market mechanisms,” said Mr Khoun.

The government is encouraging farmers to boost production of commercial crops to sell in domestic markets and to export, according to the Ministry of Agriculture and Forestry.

The ministry is involved in increasing agricultural production by promoting new techniques and mobilising technical staff to advise farmers around the country on how they can increase their yields.

In 2008, Laos produced about 2.9 million tonnes of rice, which increased to 3.1 million tonnes last year, and the target for this year is 3.3 million tonnes.

Laos also exports a variety of black rice to Europe through the European Union, Mr Khoun said.

According to the Vietnamese Food Association, this month Vietnam expects to export about 700,000 tonnes of rice.

In the first six months of this year Vietnam will export more than 3.35 million tonnes of rice.

Source: Vientiane Times
By Khamphone Syvonxay
June 10, 2010

http://laovoices.com/2010/06/10/laos-to-increase-tax-free-rice-exports-to-vietnam/

__________________
Anonymous

Date:

ບໍ່ເຂົ້າໃຈ ທ່ານຄົນໃຕ້ວ່າປະຊາຊົນອຶດເຂົ້າ ແຕ່ຂ່າວພັດວ່າຣັດຖະບານລາວຂາຍເຂົ້າໃຫ້ວຽດ, ວຽດພັດຂາຍເຂົ້າໃຫ້ເມກາ. ເປັນຫຍັງລາວຈັ່ງບໍ່ຂາຍເຂົ້າໃຫ້ເມກາໂດຍກົງເພາະມີNTRແລ້ວ?
ກົດບ່ອນນີ້ຖ້າຢາກຟັງບົດວິເຄາະເຣື່ອງການຜະລິດໃນລາວວ່າເຂົາເວົ້າມີຄວາມຈິງຫລືບໍ່?

ລືມບອກ ຜູ່ໃດ໋ໃຊ້ IE ໃຫ້ກົດບ່ອນນີ້ເພາະລິ້ງໂຕນັ້ນໃຊ້ໄດ້ແຕ່ສຳລັບຜູ່ໃຊ້ Firefox ຫລື Chrome ເທົ່ານັ້ນ. ຂໍໂທດນຳຫລາຍໆ

__________________
Anonymous

Date:

my family stii have a few bufflaloes and rice field, some body grow the rice and take care for bufflaloes,   from the past to present, the majority of Lao ppls buy the rice , nothing changed and in the future, i predict,  farmers more and more will give up growing rice, but there will be a company to grow the rice instead..and we will export the rice as thailand and vietnam,  Looking forwad to seeing the investors from Kuwait to invest in agriculture in Laos.

Thank you

__________________
Anonymous

Date:

ຄົນໃຕ້ wrote:

ກ່ອນອື່ນຂໍສະບາຍດີມາຍັງບັນດາທ່ານສະມາຊິກຫຼືບໍ່ແມ່ນສະມາຊິກຂອງເພື່ອນສະມາຄົມລາວທຸກໆທ່ານ. ຂ້າພະເຈົ້າຫາກໍ
ກັບຈາກໄປພັກແລ້ງປະມານ 1ອາທິດ. ຫາກໍກັບມາທຳຫນ້າທີ່ມື້ນີ້ເອງ. ຫວັງວ່າເພື່ອນທຸກທ່ານຄົງຈຳນາມສາຍາ ຄົນໃຕ້.
ຂ້າພະເຈົ້າຂໍມີຄຳເຫັນກ່ຽວກັບຄຳວ່າ (ຄົນລາວຈະຊື້ເຂົ້າກິນໃນອານາຄົດ) ມັນບໍ່ທັນຮອດອານາຄົດຕົວອາວມັນຊື້ກິນມາແຕ່
ອາດີດແລ້ວ.ເວົ້າສະເພາະຜູ້ທີ່ທຳນາເປັນອາຊີບ ບໍ່ນັບພວກນັກທຸລະກິດຫຼືຜູ້ທີ່ມີອາຊີບອື່ນ. ຂ້າພະເຈົ້າເປັນລູກຊາວນາ 100% ເຄີຍເຮັດນາມາແຕ່ນ້ອຍຈົນໃຫຍ່. ບາງປີກໍກຸ້ມບາງປີກໍບໍ່ກຸ້ມ. ສາເຫດຫຼັກກໍຄື:
1. ຊາວນາຫຼືຊາວກະສິກອນລາວສ່ວນໃຫຍ່ແມ່ນເຮັດໄຮ່ເຮັດນາໂດຍອີງໃສ່ທຳມະຊາດເປັນສ່ວນໃຫຍ່.
2. ຊາວນາຊາວໄຮ່ສ່ວນຫຼາຍແມ່ນຂາດວິຊາການໃນການຜລິດເວົ້າແຈ້ງແມ່ນເຮັດໄປຕາມມີຕາມເກີດ.
3. ຂາດການແນະນຳໃນດ້ານວິຊາການຈາກພາກລັດ.
4. ເຮັດນາເຮັດໄຮ່ແມ່ນຈຸດປະສົງພໍແຕ່ໄດ້ຢູ່ໄດ້ກິນບໍ່ຫວັງຈະເຮັດກະສິກຳເພື່ອທຸລະກິດ.
ອັນນີ້ເວົ້າສະເພາະຜູ້ທີ່ມີເຫງື່ອນໃຂໃນການເຮັດນາຄືມີດິນດອນຕອນຫຍ້າພໍໄດ້ເຮັດນາໂດຍສະເພາະແມ່ນເຂດທົ່ງພຽງ.
ຖ້າຈະໄປທຽບໃສ່ເຂດພູດອຍເຊັ່ນ: ເມືອງຕະໂອ້ຍ, ເມືອງສະຫມ້ວຍແຂວງສາລະວັນແລະບາວເມືອງທີ່ແຂວງເຊກອງ.ປະຊາ
ຊົນສ່ວນໃຫຍ່ແມ່ນອາໃສເຮັດໄຮ່ຕາມຈ້າຍພູມີເນື້ອທີ່ປູກເຂົ້າພຽງເລັກນ້ອຍ. ໃນແຕ່ລະປີສະເຫຼັ່ຍແລ້ວປະຊາຊົນ
ຂາດເຂົ້າກິນ 9-10 ເດືອນໃນແຕ່ລະປີ. ສະແດງວ່າໃນແຕ່ລະປີປະຊາຊົນເຂດພູດອຍມີເຂົ້າກິນພຽງ 2-3 ເດືອນຕໍ່ປີ.
ແລະຫຼັງຈາກນັ້ນກິນຫຍັງ?ນີ້ຄືຄຳຖາມທີ່ທຸກໆຄົນກຳລັງຊອກຄຳຕອບ. ແລະຈະຊ່ວຍແກ້ໃຂການດຳລົງຊີວິດຂອງປະຊາຊົນ
ດ້ວຍວິທີໃດ? ຂໍໃຫ້ເພື່ອນສະມາຄົມລາວທຸກທ່ານມີຄຳເຫັນແດ່????
ເພື່ອວ່າຄົນໃຕ້ຈະມີທິດທາງເພື່ອຊ່ວຍເຫຼືອພີ່ນ້ອງຮ່ວມຊາດໃຫ້ມີຊີວິດການເປັນຢູ່ດີຂຶ້ນ !!!!!!!!!!

ຂອບໃຈ

ຂພຈ ຂໍເວົ້ານຳແດ່ ຕາມ ທີໄດ້ໄປຫຼາຍປະເທສ ແລະປະກອບກັບເບິງຂ່າວທາງ ອິນເຕີແນດ ເຄໂບ  ຫຼາຍປະເທສເຂົາເຊົາກິນເຂົ້າແລ້ວ
ສະນັ້ນບໍຕ້ອງຕົກໃຈ ບໍຕ້ອງແຕກຕືນດອກ ຄົນລາວບໍຕາຍຍ້ອນອົດເຂົ້າດອກ ເຊັນ ໃນປະເທສຍູໂຮບ ຄົນເຂົາກິນ ແປ້ງ ມັນ ມາກສາລີ ຖົວ ຊີ້ນງົວ ນ້ຳຕົມຜັກ ນ້ຳໝາກໄມ້ ເຂົາກໍຍັງແຂງແຮງມີລູກມີເມັຍໄດ້  ຢູປະເທສອິນເດັຍເຂົາກິນແປ້ງ ກິນຖົວ ອາຫາຮມັງສະວິຮັດ ເຂົາກໍຍັງຢູໄດ້ ບໍມີໃຜຕາຍ ຖ້າບໍໄດ້ກິນເຂົ້າ ດັງນີ້ເປັນຕົ້ນ ບໍຈຳເປັນໄປກິນເຂົ້າທຸກວັນດອກ

ເຮົາຕ້ອງມີການປຽນແປງ ມີການປັບໂຕເອງໃຫ້ເຂົ້າກັບສິງແວດລ້ອມ ເພືອຄວາມຢູລອດ ຖ້າເຮົາບໍສາມາດບັງຄັບທຳມະຊາດໄດ້ ບໍສາມາດບັງຄັບສິງແວດລ້ອມໄດ້  ສະໃໝພໍແມ່ ພໍຕູ້ ແມ່ຕູ້ ປະເທສລາວມີຄວາມອຸດົມສົມບູນທຸກຢ່າງທາງອາຫານ ໄປຫາປາກໍເລືອກເອົາແຕ່ໂຕໃຫຍ່ ໆເຂົ້າກໍເລືອກເອົາແຕ່ເມັດງາມ ໆ ໄມ້ເຮັດເຮືອນກໍເລືອກເອົາແຕ່ລຳໃຫຍ່ ໆ ງາມ ໆ ໄມ້ເນືອແຂງທັ້ງນັ້ນ 

ດິນດອນຕອນຫຍ້າກໍເລືອກເອົາຕາມໃຈ (ດັງສຸພາສິດວ່າ ປຸກເຮືອນຕາມໃຈຄົນຢູ ຜູກອູ່ຕາມໃຈຄົນນອນ )
ມາເວລານີ້ ສະໃໝນີ້ມັນເລືອກບໍໄດ້ຄືເກົ່າແລ້ວ ທ່ານທັ້ງຫຼາຍເອີຍ ຕ້ອງປຽນແປງ ແລະປັບໂຕເອງ ເພືອຄວາມຢູລອດ ບໍດັງນັ້ນທ່ານຈະສູນພັນແບບ ສັດໄດໂນເສົາ ເດີ

ສ່ວນກໍລະນີ້ປະເທສລາວຂາຍເຂົ້າໃຫ້ ປະເທສເພືອນບ້ານ ວຽຕນາມນັ້ນ ອາຈຈະເປັນການຝາກຂາຍ ເພາະວຽດນາມເຂົາເປັນພໍ່ຄ້າຂາຍເຂົ້າ  ອັນດັບຕົ້ນໆ ຂອງໂລກຮອງຈາກໄທ ອິນເດັຍ ພະມ້າ ປິລິບປິນ ທີຂາຍໄປເພາະຕ້ອງການເງີນ
ມາຊື້ໃນສິງຈຳເປັນ 

ປະເທສລາວເຮົາຍັງມີປັນຫາ ຫຼືຂໍຍຸງຍາກຢູເຊັນ ທີດິນມີຫຼາຍກວ່າປະເທສເພືອນບ້ານ ເຊັນໄທ ວຽດນາມ ໂດຍສະເຮັຍ ໃສ່ຄົນ 6 ລ້ານຄົນ ແຕ່ຍັງບໍທັນບຸກເບິກມາໃຊ້ປະໂຍຊ ຂາດຄວາມຮູ້ ຂາດບຸກຄະລາກອນ ຂາດທຶນ ຂາດການຊອຍເຫຼືອ ຂາດເທໂນໂລຍີ ...
ເຊັນທີດິນຍັງມີລະເບິດບໍທັນແຕກ ເປັນເຂດອັນຕະລາຍ ທີດິນມີເຄມີສະໃໝສົງຄາມ ໝູ່ບ້ານກຈັດກະຈ່າຍ ທາງຄົມມະນາຄົມບໍທົວເຖີງໝູບ້ານຫ່າງໄກຊອກຫຼີກ ກັນດານ ຕາມພູຜາ ຕາມຊາຍແດນ

ການແກ້ປັນຫາ ຖ້າປະເທສລາວບັນລຸການພັທນາຂັ້ນພື້ນຖານ ເຊັນ ລວມໝູບ້ານ ໝູບ້ານລະ 100 ຄອບຄົວ ຂື້ນໄປ ບໍກະຈັດກະຈ່າຍ
ງ່າຍແກ້ການປົກຄອງ / ເສັ້ນທາງຄົມມະນາຄົມເຂົ້າເຖິງ ແຕ່ລະບ້ານ ງ່າຍແກ້ການພົວພັນກັບສູນກາງເສຖກິດ /   ລະບົບໄຟຟ້າ ເຂົ້າເຖິງແຕ່ລະໝູ່ບ້ານ ງ່າຍແກ້ການສືສານຕິດຕໍພົວພັນ ຖ້າມີໄຟຟ້າກໍຈະມີໂທລະສັບ ທີວີ ວິທະຍຸ ອີນເຕີແນດເຄືອງສູບນ້ຳ ເຂົ້ານາ ແລະສີເຂົ້າ ແລະອືນ ໆ ອຸດສະຫະກຳຂະນາດນ້ອຍ ແລະກາງ  / ໂຮງຮຽນປະຖົມມີແຕ່ລະໝູບ້ານ ຊ່ອຍຍົກລະດັບຄວາມຮູ້ ຄວາມສະລາດ ໃຫ້ຊາວບ້ານຊອຍໂຕເອງ ແກ້ປັນຫາເອງ ເພາະການສືກສາແກ້ຄວາມໂງ ອາຫານແກ້ຄວາມຫິວ ສິງໃດປັນຫາໃຫຍ່ໆ ຈຶງໃຫ້ຣັຖບາລແກ້ໄຂ 
ສຳນັກງານການກະເສດປະຈຳແຂວງ ມີສູນວິໃຈປັນຫາການກະເສດ ມີພັສດຸຕອບສະນອງທາງການກະເສດ ມີເຈົ້າໜ້າທີລະດັບຕ່າງປະເທສຢູປະຈຳ / ມີສຳນັກງານກະເສດປະຈຳເມືອງ ເຈົ້າໜ້າທີລະດັບຄົນຂອງຮັຖບານກາງຢູປະຈຳການ ເພືອແກ້ປັນຫາໃນທອງທີຮັບຜິດຊອບ ທັນເວລາ ທັນການ /ສຳນັກງານການກເສດປະຈຳບ້ານ ໂດຍເອົາຊາວບ້ານມາຝຶກອົບຮົມ 
ໃຫ້ເຂົາເຈົ້າຊອຍກັນເອງ ຈຶງຈະເຂົ້າເຖີງປັນຫາ

ຄວນຫຼີກເວົ້າການໃສ່ປຸຍ ຝຸນ ເຄມີ ຈະເຮັດໃຫ້ດິນນາເສັຍຫາຍ ດິນນາແຂງ ໃນລະຍະຍາວ ນານ  ຈະເພິມຕົ້ນທືນການຜະລິດ ເພີມລາຍຈ່າຍສູງ  ຄວນໃຊ້ປຸຍ ຝຸຍ ທຳມະຊາດຫຼາຍໆ ເຊັນມູນສັດ ຂີ້ຂອງສັດ ໃບໄມ້ ໝັກດອງແບບທຳມະຊາດ  ແລະປູກພຶດສະລັບ ເຊັນຕົ້ນຖົວ ເພາະຕົ້ນຖົວມີປຸນໃນໂຕມັນເອງ 

 ຣັຖບາລຄວນແບງໂຊນ ແບ່ງເຂດ ການກະເສດ ໃຫ້ເໝາະສົມກັບດິນທີປູກຝັງ ພຶດນັ້ນ / ແບ່ງເຂດ ພວກອຸສາຫະກຳ ທີອາຈຈະທຳໃຫ້ດິນເສັຍ ຫາຍ ເຊັນ ພວກຕົ້ນ ຢູຄາລິບຕັດ ໂຮງງານເຄມີ ທາງລະບາຍນ້ຳເສຍເຂົ້ານາ ທາງອາຍພິດ ທາງຝຸ່ນ ທາງສຽງ ອອກຈາກເຂດກະເສດ ແລະຊຸມຊົນຄົນຢູ

ທ ດວງຕາ

__________________
Anonymous

Date:

ຄໍາເຫັນຂອງທ່ານດວງຕາໜ້າຄິດຫລາຍ. ນັບຕັ້ງແຕ່ຍຸກປູ່ສັງຂະຫຍາຍ່າສັງກະສີ ຄົນລາວເຮົາເຄີຍກິນເຂົ້າໜຽວຈ້ຳປາແດກ ຈະໃຫ້ປ່ຽນມາກິນເຂົ້າຈ້າວກັບໝັມໄດ້ແນວໃດ໋?

Don't talk about future, now Laos is buying rice from Thailand and Vietnam
anyway. All rice that we are eating right now isn't fromm inside Laos produce.
We are still breathing with some body nose.

ເຈົ້າໃຈຊ້ຕົວໜັງສືສີຂາວບໍ່ມີໃຜອ່ານໄດ້ ກະລຸນາປ່ຽນເປັນສີອື່ນດ ຂອບໃຈ.

__________________
Anonymous

Date:

ຢາກໃຫ້ຄົນລາວປູກເຂົ້າກິນເອງ ຜະລິດຂອງໃຊ້ເອງ

__________________
Anonymous

Date:

VOA ແມ່ນໃຜ ມັນມັກເວົ້າຮ້າຍໃຫ້ແຕ່ລາວແທ້ເດ

ພວກຂາຍດິນໄປຊື້ ວີໂກຂີ່ ແມ່ນດີແລວ້ ຍອ້ນດິນເຮົາມີລາຄາຈົນຊື້ລົດປຸກເຮືອນໄດ້

ຍອ້ນດິນມັນຢູ່ໃນເມືອງ ສີເຮັດນາກໍເຮັດບໍ່ໄດ້ແລວ້ ຍອ້ນອອ້ມຂ້າງມີແຕ່ເຮືອນ ມີແຕ່ໂຮງງານ

ດິນກໍເລີຍກາຍເປັນບອ່ນຖ່າຍເທຂອງຄົນແລະໂຮງງານ

ດັ່ງນັ້ນແມ່ນຫລີກບໍ່ໄດ້ທີ່ຕອ້ງໄດ້ປະເນື້ອທີ່ໄຮ່ນາບອ່ນນັ້ນສຳຫລັບປຸກສ້າງ

ອີກດ້ານນຶ່ງ ຢູ່ ນວ ເພິ່ນໄດ້ຕັດທາງໃຫຍ່ ຜ່ານທົ່ງນາກວ້າງໃກ ເຊັ້່ນໂຄງການຫລັກ 6 ກໍຫມົດແລວ້ ທົ່ງແຖວຫັວເດີ່ນຍົນກໍຫມົດແລວ້

ຖາມວ່າ ເປັນຫຍັງ ບໍ່ໄປບຸກເບີກບອ່ນເປັນປ່າເປັນໂນນເພື່ອການປຸກສ້າງ ເຊັ່ນຕີນພູພະນັງ ຫລືໂຄກແຖວຫລັກ 21-23 ເພື່ອຮອງຮັບບ້ານເມືອງທີ່ກຳລັງຂະຫຍາຍຕົວ 

ແຕ່ໃຜຈະຕອບໄດ້ລະ

ສວ່ນຕາມຊົນນະບົດນັ້ນ ຫລາຍຄົນກໍມີເຂົ້າກິນຈົນເຫລືອກິນ ຫລາຍບອ່ນກໍມີທັງແມ່ຄ້າຫວຽດມາກວາດຊື້ເອົາໄປບ້ານເຂົາ 

ແຕ່ບໍ່ແມ່ນລັດຖະບານສົ່ງອອກເດີ 

ຍອມຮັບວ່າ ພນງ ກະສິກຳບ້ານເຮົາບໍ່ໄດ້ລົງນຳພາ ປຊຊ ເທົ່າໃດດອກ ມີແຕ່ສວຍໂອກາດເອົາຜົນງານ ປຊຊ 

ບໍ່ມີດອກວ່າ ສີນຳເອົາປູຍໄປແຈກ ບໍ່ມີດອກເລື້ອງການເຮັດປູຍຊິວະພາບ 

ມີແຕ່ ໄປຖ້າຕີລາຄາຜົນຜລິດ ແລວ້ເກັບຄ່າພາສີ 

ແຕ່ເຖິງຢ່າງໃດກໍດີ ການກະສິກຳແມ່ນເລື້ອງອາຫານການກິນ 

ສຳຫລັບອະນາຄົດ ປຊຊ ລາວບໍ່ອຶດແນ່ນອນ ພວກເຮົາມີເນື້ອທີ່ພຽງພໍສຳຫລັບປູກຝັງແລະລຽ້ງສັດ

ພວກທີ່ອຶດຢາກ ແມ່ນພວກທີ່ບໍ່ມີບອ່ນສີປູກເຂົ້າທໍ່ນັ້ນ 

__________________
Anonymous

Date:

Hikari Danio wrote:

ດຽວນີ້ປາກົດວ່າຊາວໄຮ່ຊາວນາໄດ້ຂາຍດິນໄຮ່ດິນນາມາຊື້ວິໂກ້ຂີ່ມ່າຍສາວນ້ອຍຮ້ານເບຍຫຼາຍຂຶ້ນ ແລະດິນໄຮ່ດິນນາຈຳນວນຫຼວງຫຼາຍກໍ່ຫັນມາປູກຕົ້ນໄມ້ອຸດສະຫະກຳແທນ, ເຂດອູ່ເຂົ້າອູ່ນ້ຳຢູ່ພາກກາງແລະພາກໄຕ້ກໍ່ຖືກນ້ຳຖ້ວມຊຶ່ງເກີດຈາກໄພທຳມະຊາດແລະການສ້າງເຂື່ອນໄຟຟ້າ. ຕໍ່ໄປນີ້ລາວເຮົາຈະຊື້ເຂົ້າໄທຫລືເຂົ້າວຽດນາມມາກິນ? http://www1.voanews.com/lao/news/lao/Lao-faces-food-insecurity-ricefields-into-residence-06-06-2010-95718594.html

 ເຫັນດີນຳ1000% ທີວ່າຕໍ່ໜ້າ ປຊຊົນ ລາວຈະອຶດເຂົ້າຈະຊື້ເຂົ້າຈາກຕ່າງປະເທດ ສາເຫດເພາະ ຕາມຊົນະບົດຫ້າມບໍ່ໃຫ້ ເຮັດໄຮ່(ຖື່ວ່າຊື້ເຂົ້າກິນແລ້ວ) ດິນໄຮ່ດິນສ່ວນ ດີນນາໂຄກ ຕາມຊົນະບົດຫັນໄປປູກພືດອຸດສາຫະກຳ ຫຼື ສຳປະທານໃຫ້ຕ່າງຊາດມາປູກຕົ້ນໄມ້ ອຸດສາຫະກຳ

ດີນ ນາ ຕາມແຄມນໍ້າ ໃກ້ໆຕົວເມືອງ ເຫີກັນຂາຍໃຫ້ຄົນໃນເມືອງ ຫຼື ໃຫ້ຕ່າງຊາດ ສຳປະທານ ໂດຍສະເພາະຕາມລອ້ງແມ່ນໍ້າງືມ

ຕົວຢ່າງຄື່: ດີນໃນນະຄອນຫຼວງ ບອ່ນໃດເປັນທົ່ງນາແມ່ນມີໂຄ່ງການ ຫຼື ຖົ້ມ ເພື່ອປຸກສ້າງ ບໍ່ຮູ້ວ່າ ປີໜື່ງໆ ພື້ນທີ ດິນນາຖີກເສຍໄປເທົ່າໃດ ເຮັກຕາ

__________________
Anonymous

Date:

ບໍ່ແປກໃຈເລີຍວ່າເປັນຫຍັງຈິ່ງຈະເປັນແນວນັ້ນ ໃຫ້ບັນດາທ່ານສັງເກດຈາກແຜນທີ່ດາວທຽມຂອງ Google ເບິ່ງວ່າຍ້ອນຫຍັງ, ສັງເກດງ່າຍໆຈາກສອງຝັ່ງຂອງ ເບື້ອງໄທເຕັມໄປດ້ວຍທົ່ງໄຮ່ທົ່ງນາ ແລະເຂດກະສິກຳ, ສ່ວນຢູ່ເບື້ອງລາວຜັດເຕັມແຕ່ດິນເປົ່າຫວ່າງ. ປຊຊ ບໍ່ຮູ້ຈັກເຮັດການກະສິກຳບໍ່ ຫຼືວ່າ ດິນດັ່ງກ່າວແມ່ນຂອງເອກະຊົນ ແລະຂອງເຈົ້ານາຍເພີ່ນທີ່ຈັບຈອງເອົາໄວ້ຂາຍ ຫຼືເປັນເຂດສະຫງວນຂອງລັດກັນແທ້. ຖ້າຫາກວ່າ ລຖບ ບໍ່ສົ່ງເສີມແຕ່ຕອນນີ້ ກໍ່ບໍ່ຮູ້ວ່າສິເລີ່ມຕອນໃດ ເນື້ອທີ່ດິນກ້ວາງໃຫ່ຍ ເຫຼືອເຟືອທີ່ຈະເຮັດການກະສິກຳ. ເຖິງຜູ້ຮູ້ ຊ່ອຍຕອບແດ່ ວ່າເຫດໃດດີນເປົ່າຫວ່າງຢູ່ລາວມັນຄືວ່າຍັງຫຼາຍແທ້?

__________________
Anonymous

Date:

Anonymous wrote:

ຄໍາເຫັນຂອງທ່ານດວງຕາໜ້າຄິດຫລາຍ. ນັບຕັ້ງແຕ່ຍຸກປູ່ສັງຂະຫຍາຍ່າສັງກະສີ ຄົນລາວເຮົາເຄີຍກິນເຂົ້າໜຽວຈ້ຳປາແດກ ຈະໃຫ້ປ່ຽນມາກິນເຂົ້າຈ້າວກັບໝັມໄດ້ແນວໃດ໋?

 ຂອ້ຍເຄີຍໄປເຮັດວຽກຢູ່ຊຳເໜືອ7-8ປີກອ່ນ ແລະ ຫົວໜ້າພະແນກທີໄປນຳຂອ້ຍເວົ້າສູ່ຟັງວ່າ: 4-5ປີກອ່ນ ຂັ້ນເທີງ ລະດົມປຊຊ ໃຫ້ຫຼຸດຜອ່ນການຖ່າງປາເຮັດໄຮ່ປູກເຂົ້າ ເປັນຈຳນວນຫຼາຍ ແຕ່ໃຫ້ຫັ້ນມາ ຖ່າງສ່ວນປູກມັນຕົນແທ່ນ ແລະລະດົມປຊຊ ໃຫ້ມາບໍລິໂພກ(ກິນ)ມັນຕົນແທ່ນເຂົ້າເພາະມັນຕົນເປັນທາດແປ້ງທີມີວິຕາມີນສູງວ່າຊັ້ນ

ແລະແລ້ວປະຊາຊົນ ກໍ່  ປະຕິບັດ   ຕາມພະນັກງານລົງປຸກລະດົມແນະນຳຄື່ : ຢຸດຖ່າງປາເຮັດໄຮ່ປູກເຂົ້າ ເປັນຈຳນວນຫຼາຍ ແຕ່ໃຫ້ຫັ້ນມາ ຖ່າງປາເຮັດສ່ວນປູກມັນຕົນແທ່ນ  ແຕ່ປະຊາຊົນ ຂຈ ຍັງກີນເຂົ້າຢູ່ຄືເກົ່າ  ບາດພະນັກງານ
ຂັ້ນເທີ່ງ(ຈາກກະຊວງແລະແຂວງ)ໄປ(ລົງພື້ນຖານ)ຢູ່ບ້ານ ປຊຊ ທີ່ ຂຈ ປູກມັນຕົນ ຂຈ ບໍ່ເອົາເຂົ້າມາໃຫ້ກີນ ຂຈ ເອົາແຕ່ ມັນຕົນໜື້ງມາໃຫ້ກີນ  ແລະ ແລ້ວພະນັກງານລົງພື້ນຖານຢາກຮ້າຍໃຫ້ນາຍບ້ານ ແລ້ວ ພວກນາຍບ້ານ ກໍ່ວ່າ ຢູ່ບ້ານເຮົາບໍ່ໄດ້ເຮັດໄຮ່ເຂົ້າ  ທາງຂັ້ນເທີງລົງມາຂົ້ນຂວາຍບໍ່ໃຫ້ຖ່າງປາເຮັດໄຮ່ປູກເຂົ້າ ແຕ່ໃຫ້ຫັ້ນມາ ຖ່າງສ່ວນປູກມັນຕົນແທ່ນ ແລະ ລະດົມ ປຊຊ ໃຫ້ມາບໍລິໂພກ(ກິນ)ມັນຕົນແທ່ນເຂົ້າເພາະມັນຕົນເປັນທາດແປ້ງທີມີວິຕາມີນສູງວ່າຊັ້ນເດ້.  ພວກເຮົາກໍ່ມີແຕ່ມັນຕົນໜື້ງນີ້ແຫຼ໋ະມາໃຫ້ທ່ານກິນ

ນີ້ແມ່ນເລື່ອງຈິງທີ່ ຫົວໜ້າພະແນກເລົ່າສູ່ຟັງເມືອ7-8 ປີກອ່ນ

__________________
Anonymous

Date:

ເຂົ້າທີ່ຂາຍໄປຫວຽດນາມແມ່ນເຂົ້າໜຽວຈາກສະຫວັນນະເຂດ ແລະ ຈຳປາສັກ ຫວຽດນາມຊື້ໄປເຮັດເຂົ້າຕົ້ມໃນໂອກາດບຸນປີໃໝ່ຂອງເຂົາເທົ່ານັ້ນລະ

ເປັນຕົ້ນແມ່ນໂຮງສີເຂົ້າໃນເມືອງຈຳພອນ ແມ່ນມີສັນຍາຊີ້-ຂາຍເຂົ້າໜຽວ

ກັບຫວຽດນາມປີລະ 20.000 ໂຕນ ສ່ວນເຫຼືອນັ້ນກໍ່ຄົງຈະແມ່ນຢູ່ເມືອງອື່ນ ຫຼື ແຂວງອື່ນ

__________________
Anonymous

Date:

ບໍ່ຕອ້ງຫວ່ງ  ເນື້ອທີ່ດິນກວ້າງໃຫຍ່ໄພສານປານນີ້ 

ຄົນລາວມີປັນຍາພໍ ທີ່ຈະຫາລຽ້ງຕົວເອງໄດ້  

ບໍ່ມີທາງດອກຄົນລາວສີໄປຂໍຊື້ເຂົ້າຈາກຕ່າງປະເທດມາກິນ

ອີກປະການນຶ່ງ ຄົນລາວຈະກິນເຂົ້ານອ້ຍລົງ ແລວ້ຈະກິນອາຫານ ຫລື ແນວທົດແທນຫລາຍຂຶ້ນ

ຂໍແຕ່ ບ້ານເມືອງ ສະຫງົບສຸກ 

ເຮົາຕອ້ງພາກັນຮັກສາ ແລະປອ້ງກັນບໍ່ໃຫ້ຄົນບໍ່ດີມາຍຸແຍ່ ແລະສ້າງຄວາມບໍ່ສຫງົບສຸກ ຢູ່ໃນປະເທດເຮົາ 

__________________
Anonymous

Date:

ສະໄຫມເຮັດນາລວມຕອນຍັງນ້ອຍອືດເຂົ້າ ຍ້ອນເຮັດນາສະຫະກອນ ພໍ່ແມ່ ໄດ້ຫາປາໄປຂາຍຢູ່ເມືອງໄທ ໃນເຂດຊາຍແດນແລ້ວຊື້ ເຂົ້າກີໂລຈາກຕະຫລາດນັດເມືອງໄທ ມາກິນສາມປີ ຄົນລາວຫລຸ່ຫລັ່ງໄປຊື້ເຂົ້າກິໂລ ມາກິນຢ່າງຫລວງຫລາຍສະໄຫມນັ້ນ ຖ້າບໍມີຕະຫລາດຊາຍແດນສົງໃສໄດ້ກິນເຜືອກກິນມັນ ຍ້ອນເຮັດນາລວມນາເຫລືອຫລາຍໆ ປະວ່າງ ເຮືອນມີຄົນຫລາຍ ກະຂາດເຂີນໄດ້ຢືມໄທບ້ານ ຫາປູປາຫອຍໄປຂາຍໃນເມືອງໄທເຂົາກົ່ງລາຄາ ເຮົາບໍສິດກຳນົດລາຄາເອງ ເຄີຍໄປຂາຍແຕ່ຍັງນ້ອຍ ຍັງຈື່ບໍລືມ ອືດເຂົ້າສາມປີ ທັງໆທີ່ທົ່ງນາກວ້າງຂວາງ ພວກນ້ອງຍັງນ້ອຍກິນເຂົ້າຫນຽວຫນຶ່ງ ພວກທີ່ໃຫຍ່ໆແດ່ແລ້ວ ກີນເຂົ້າຈ້າວຕັ້ມໃສ່ຜັກຫມີ່ສີ່ໍຊອມ ປູປາ ສະໄຫມແຕ່ກີ້ໂຊກດີປູປາຫລາຍທຳມະຊາດຍັງອຸດົມສົມບູນ.ດຽວນີ້ປ່າກະຫົມດຫອຍກະເກັບໄປຂາຍໄທຫວຽດນາມຈົນຍັງບໍເຫລືອຫຍັງໃຫ້ເຫັນ.ປ່າກະຖືກທຳລາຍ ທັງປະຊາຊົນເອງ ທັງເຈົ້າຫນ້າທີຂອງລັດ. 

__________________
Anonymous

Date:

ລາວຕົ້ມລາວ
ຜູ້ນຶ່ງວ່າລາວຈະຊຶ້ເຂົ້າກິນ ອີກຜູ້ນຶ່ງວ່າລາວຈະຕຽມສົງເຂົ້າອອກຂາຍ
ຕ່າງປະເທດ ອັນໃດກັນແທ້ວະ ບໍ່ເຂົ້າໃຈ ສວ່ຍອະທິບາຍໃຫ້ກັນຟັງແດ່
 
__________________
Anonymous

Date:

ທູກ​ມື້​ນີ້ກ​ະ​ຊື້​ເຂັົ້າ​ກິນ​ແລ​້​ວ

__________________
Anonymous

Date:

http://img.laoupload.com/images/07882754435918367074.jpg

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard