Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ບາບ3ປະການ
Anonymous

Date:
ບາບ3ປະການ


ຜ່ານໄປເວັບໜັງສືພິມວຽງຈັນໃໝ່ເຫັນເພິ່ນເວົ້າເລື່ອງບາບ3ປະການກໍ່ເລີຍກັອບມາໃຫ້ອ່ານ. ລອງໆແນມເບິ່ງຄົນໄກ້ຕົວຂອງເຈົ້າ ຜູ່ເພິ່ນຂາຍຊັບໃນດິນສິນໃນນ້ຳມາສ້າງຮັ່ງຄູນມີແກ່ຕົນເອງແລະ ຜູ່ທີ່ເພິ່ນຍັກຍອກເງິນຊ່ອຍເຫລືອຈາກສາກົນດູ໋ ວ່າເພິ່ນໄດ້ຮັບບາບຂໍ້ໃດ໋ແດ່ແລ້ວ?
______________________________________________________


ມື້ກ່ອນ ມີໂອກາດເຂົ້າຮ້ານກາເຟອ່າວເຊົ້າ ໄດ້ຍິນພວກເພິ່ນໂສເລ້ກັນເລື່ອງ “ບານບຸນຄຸນໂທດ” ເຊິ່ງພວກເພິ່ນເນັ້ນໜັກໃສ່ ຜູ້ກະທຳຜິດກົດໝາຍ ເຊັ່ນ: ຄ້າຂາຍຢາເສບຕິດ ສິນຄ້າເຖື່ອນ ຜູ້ຮັ່ງມີແບບບໍ່ຊອບທຳ ຜູ້ສໍ້ລາດບັງຫຼວງ ຜູ້ເຫັນແກ່ຈຸ້ມເຈື້ອເຊື້ອສາຍທັງຫຼາຍ ຊຶ່ງເປັນສາເຫດໜຶ່ງ ກົດໜ່ວງຖ່ວງດຶງ ການສ້າງສາພັດທະນາປະເທດຊາດ.
ພວກດັ່ງກ່າວນັ້ນ ເຖິງຈະຮັ່ງມີດີໄດ້ ດຳລົງຊີວິດບົນກອງເງິນກອງຄຳກໍຕາມ ພວກເພິ່ນໃຫ້ຄຳຈຳກັດຄວາມໄວ້ວ່າ ພວກນັ້ນໜີບໍ່ມົ້ມ “ບາບສາມປະການ” ວ່າຊັ້ນ.
ບາບອັນທີໜຶ່ງ: ແມ່ນບາບທາງກົດໝາຍ ຫຼືວ່າກຳທາງກົດໝາຍ ເພາະມີມື້ໃດມື້ໜຶ່ງ ບາບໄລ່ເວນທັນ ໜີບໍ່ມົ້ມ ເອື້ອມມືຂອງກົດໝາຍ ຖືກກົດໝາຍລົງໂທດ ໄປນອນຢູ່ຄຸກ.
ບາບອັນທີສອງ: ແມ່ນບາບທາງສັງຄົມ ຫຼືວ່າກຳທາງສັງຄົມ ກົດໝາຍບໍ່ສາມາດເອົາຜິດໄດ້ ເພາະເຂົາເກັ່ງໃຊ້ຊ່ອງຫວ່າງຂອງກົດໝາຍ ເອົາຕົວລອດ... ແຕ່ສັງຄົມເຂົາບໍ່ໃຫ້ອະໄພ ສັງຄົມກ່າວປະນາມ ແລະ ຈົ່ມຂວັນ ເຖິງແມ່ນວ່າຜູ້ກ່ຽວ ລາໂລກນີ້ໄປແລ້ວ ຍັງລູກ... ຫຼານ... ເຫຼັນ... ຫຼ້ອນ ເຂົາກໍຈົ່ມຂວັນ ແລະ ກ່າວປະນາມເຖິງ ພຶດຕິກຳອັນບໍ່ດີບໍ່ງາມ ໃນເວລາທີ່ພວກດັ່ງກ່າວມີຊີວິດຢູ່... ຈຸດນີ້ ເພື່ອນຜູ້ອ່ານອາດເຫັນຈະແຈ້ງທີ່ສຸດ ໃນສັງຄົມລາວທີ່ຜ່ານມາ ໃນອະດີດ ແລະ ປັດຈຸບັນ ເພາະມັນມີຄວາມຈິງ ທີ່ບໍ່ມີຜູ້ໃດປະຕິເສດໄດ້ນໍ ?.
ບາບທີສາມ: ແມ່ນບາບນີ້ບໍ່ມີຊາດໜ້າ ໝາຍຄວາມວ່າ ພວກດັ່ງກ່າວນັ້ນ ຈະໄດ້ຮັບເຄາະກຳທັນຕາເຫັນ ເຊັ່ນວ່າ: ຖືກອຸປະຕິເຫດ ຖືກປຸ້ນຈີ້ ຂີ້ລັກ ງັດແງະ ຮັບພະຍາດໂລຄາ ທີ່ປິ່ນປົວບໍ່ໄດ້ ຄອບຄົວເຮືອນຊານບໍ່ມີຄວາມສຸກ ບ້ານແຕກສະແຫຼກຂາດ ລູກບໍ່ຟັງຄວາມ ບໍ່ໄດ້ໃຈ ແລະ ອື່ນໆ... ບາບອັນທີສາມນີ້ ເພື່ອນຜູ້ອ່ານຍິ່ງເຫັນແຈ້ງທີ່ສຸດນໍ ? ເພາະໃນສັງຄົມປັດຈຸບັນ ເອີ້ນວ່າ “ບໍລິໂພກນິຍົມ” ມີເງິນຫຼາຍ ຈ່າຍຫຼາຍ ແລະ ບໍ່ຮູ້ອົດອອມ ແນວມີພໍ່ແມ່ຊອກຫາມາໃຫ້... ມີເງິນແລ້ວ ມັນກໍຢາກຂຶງຂັງໜ້ອຍໜຶ່ງ ວາງອຳນາດໜ້ອຍໜຶ່ງ ມັນກໍເລີຍມີຜົນກຳຕາມມາ.
ຟັງພວກເພິ່ນເລົ່າເຖິງ “ບາບສາມປະການ” ແລ້ວລອງມາສົມທຽບ ຫຼື ວາດພາບໃສ່ຄົນໃນສັງຄົມລອງເບິ່ງວ່າ ມີສ່ວນຖືກ ສ່ວນຜິດ ຫຼື ບໍ ? ຄັນແມ່ນມີ ກໍຮຽກຮ້ອງໃຫ້ພ້ອມກັນ ຕໍ່ສູ້ໃຫ້ມີການຢຸດຕິການກະທຳດັ່ງກ່າວ ເພາະວ່າຄວາມເປັນຈິງຂອງຊີວິດຄົນເຮົານີ້ ຫາກບໍ່ຮູ້ກຳໝົດເພດານຊີວິດ ຂອງຕົນເອງແລ້ວ ກໍຍ່ອມປາສະຈາກຄວາມທຸກບໍ່ໄດ້ ເພາະຄວາມຢາກມັນບໍ່ສິ້ນສຸດ ດັ່ງຄຳເວົ້າຫຼິ້ນແກມອີ່ຫຼີ ທີ່ວ່າ “ໃນໂລກນີ້ ບໍ່ມີເມືອງພໍແຕ່ຢູ່ລາວ ມີເມືອງພຽງ ຢູ່ແຂວງໄຊຍະບູລີ...”
ທີ່ຍົກເລື່ອງນີ້ມາເວົ້າ ກໍເພາະວ່າໃນສັງຄົມເຮົາ ພວມນຳໃຊ້ກົນໄກເສດຖະກິດຕະຫຼາດ ໃນການພັດທະນາປະເທດຊາດ ຕາມທິດສັງຄົມນິຍົມ ທີ່ພັກເຮົາວາງນະໂຍບາຍອອກມາ ສະນັ້ນ ສິ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນມັນມານຳກົນໄກຕະຫຼາດ ເມື່ອພວກເຮົາຮູ້ແລ້ວ ກໍຕ້ອງຫາວິທີສະກັດກັ້ນ ແລະ ທຳລາຍມັນ ໃຫ້ໝົດສິ້ນໄປ ເພື່ອໃຫ້ການພັດທະນາ ປະເທດຊາດຂອງເຮົາ ກ້າວເດີນໄປສູ່ຄວາມສີວິໄລຮຸ່ງເຮືອງ ແລະ ວັດທະນາຖາວອນ

__________________
Anonymous

Date:

http://yfrog.com/5f201102020001j5f201102020001j

__________________
Anonymous

Date:

ບາບອັນທີສາມມີແທ້ເນີເພາະວ່າເຈົ້ານາຍຜູ່ມີເງິນເພິ່ນມີເມຍນ້ອຍຫລາຍຄົນແລະເມຍນ້ອຍເພິ່ນກໍ່ມີກິກແກ້ຂັກອີກຫລາຍຄົນ  ສະນັ້ນໂອກາດຊິໄດ້ HPV ຫລື AIDS ແມ່ນມີຫລາຍ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard