Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Citizen Report Card
Anonymous

Date:
Citizen Report Card

ໄດ້ຍິນທ່ານຄົນໃຕ້ເວົ້າເຖິງສິດປະຊາທິປະໄຕໃນລາວວ່າລັດຖະບານໄດ້ເປີດການບໍລິການຜ່ານປະຕູດຽວ( One Door Service ) ແລະ CRC ( Citizen Report Card ) ເພື່ອໃຫ້ປະຊາຊົນລາວໄດ້ຕຳນິສົ່ງຂ່າວລັດຖະບານລາວກໍ່ສຸດແສນດີໃຈ, ແຕ່ຢາກໃຫ້ທ່ານຄົນໃຕ້ອະທິບາຍໃຫ້ຟັງແດ່ວ່າ ODS ແລະ CRC ແມ່ນຫຍັງກັນແທ້? ຂໍຂອບໃຈທີ່ທ່ານສະຫລະເວລາາຕອບ

__________________
ຄົນໃຕ້

Date:

ຂອບໃຈທ່ານທີ່ສົນໃຈກ່ຽວກັບ ODS and CRC ຄົນໃຕ້ຂໍອະທິບາຍໃຫ້ທ່ານເພື່ອຈະໄດ້ເຂົ້າໃຈກ່ຽວກັບບັນຫານີ້ຄື: ທີ່ຈິງແລ້ວລັດຖະບານເພີ່ນໃດ້ມີຂໍ້ກຳຫນົດໃຫ້ແຕ່ລະບັນດາຫ້ອງການຂອງລັດທຸກໆຫ້ອງການນັບແຕ່ສູນກາງຈົນເຖິງທ້ອງຖິ່ນ
ໃຫ້ມີຕູ້ເພື່ອໃຫ້ປະຊາຊົນມາປ່ອນຄຳຕຳນິຕິຊົມການໃຫ້ບໍລິການຂອງພາກລັດຕໍ່ປະຊາຊົນ. ແຕ່ ODS ຫມາຍເຖິງການບໍລິການຜ່ານປະຕູດຽວຄືເວລາປະຊາຊົນໄປແລ່ນເອກະສານແມ່ນສົ່ງບ່ອນດຽວແລະໄປຮັບບ່ອນດຽວ.ແລະມີ​ການກຳຫນົດເວລາມາຮັບເອກະສານຊັດເຈນ ອັນນີ້ກໍເພື່ອປະຫຍັດເວລາໃນການແລ່ນເອກະສານແລະ
ລົດຊ່ອງຫວ່າງໃນການ (corruption)ສ່ວນ CRC ​ແມ່ນ​ເປັນ​ການລົງ​ສຳ​ຫຼວດຄຳ​ຄິດ​ເຫັນ​ຂອງ​ປະຊາຊົນ​ທີ່ຢູ່​ຫ່າງ​ໃກຫຼື​ໃນ​ບັນດາ​ເມືອງ​ຕ່າງໆ​ກ່ຽວ​ກັບ​ການ​ໃຫ້​ບໍລິການ​ແລະ​ການ​ໄດ້​ຮັບ​ການ​ບໍລິການ​ຈາກ​ພາກ​ລັດ. ບໍ່​ວ່າ​ຈະ​ເປັນ​ທາງ​ບວກ​ຫຼື​ທາງ​ລົບ
ເພື່ອ​ລັດຖະບານ​ຈະ​ນຳ​ມາ​ປັບປຸງ​ແກ້​ໃຂ​​ໃນ​ຂັ້ນ​ຕໍ່​ໄປ. ອັນ​ນີ້​ເປັນ​ພຽງ​ສ່ວນ​ຫນຶ່ງ​ຂອງ​ນະ​ໂຍບາຍ​ລັດຖະບານ​ເຮົາ​ຊຶ່ງ​ຍາມ​ໃດ​ກໍ​ເຫັນ​ຄວາມ​ສຳຄັນ​ຂອງ​ປະຊາຊົນ​ບັນດາ​ເຜົ່າ. ບໍ່​ແມ່ນ​ຄື​ຜູ້​ລາງ​ຄົນ​ວ່າ​ລັດຖະບານ​ລາວ​ຂາຍ​ດິນ​ໃຫ້​ປະ​ເທດ​ນັ້ນ​ປະ​ເທດ​ນີ້. ​ເວົ້າ​ໄປ​ແບບ​ບໍ່​ມີ​ຂໍ້​ມູນ, ​ແນ່ນອນ​ຖ້າ​ຜູ້​ບໍ່​ຄິດ​ອາດ​ຈະ​ຫຼັບ​ຕາ​ເຊື່ອ​ແຕ່​ສະ​ເພາະ​ຜູ້​ຂ້າ​ແລ້ວ​ມັນ​ເປັນຕາ​ຫົວ​ກວ່າ​ເປັນຕາ​ເຊື່ອ.
ຫວັງ​ວ່າ​ຂໍ້​ມູນ​ນ້ອຍໆ​ນີ້​ຈະ​ທຳ​ໃຫ້​ທ່ານ​ພໍ​ເຂົ້າ​ໃຈ ​ແລະ​ຄົງ​ຈະ​ຊ່ວຍ​ໃຫ້​ຄົນ​ບາງ​ຄົນ​ຕື່ນ​ໄດ້​ແລ້ວ.
ຂອບ​ໃຈ ​ແລະ ​ໂຊກ​ດີ

__________________
Anonymous

Date:

Anonymous wrote:

ອັນນີ້ບໍ ຄຳສູພາສີດເວົ້າວ່າ: ນ້ຳຮ້ອນປາເປັນ ນ້ຳເຢັນປາຕາຍ. ຢ່າຍິງບານເຂົ້າໂກນລຂອງຕົວເອງກໍ່ແລ້ວກັນ

__________________
Anonymous

Date:

ຄົນໃຕ້ wrote:

ຂອບໃຈທ່ານທີ່ສົນໃຈກ່ຽວກັບ ODS and CRC ຄົນໃຕ້ຂໍອະທິບາຍໃຫ້ທ່ານເພື່ອຈະໄດ້ເຂົ້າໃຈກ່ຽວກັບບັນຫານີ້ຄື: ທີ່ຈິງແລ້ວລັດຖະບານເພີ່ນໃດ້ມີຂໍ້ກຳຫນົດໃຫ້ແຕ່ລະບັນດາຫ້ອງການຂອງລັດທຸກໆຫ້ອງການນັບແຕ່ສູນກາງຈົນເຖິງທ້ອງຖິ່ນ
ໃຫ້ມີຕູ້ເພື່ອໃຫ້ປະຊາຊົນມາປ່ອນຄຳຕຳນິຕິຊົມການໃຫ້ບໍລິການຂອງພາກລັດຕໍ່ປະຊາຊົນ. ແຕ່ ODS ຫມາຍເຖິງການບໍລິການຜ່ານປະຕູດຽວຄືເວລາປະຊາຊົນໄປແລ່ນເອກະສານແມ່ນສົ່ງບ່ອນດຽວແລະໄປຮັບບ່ອນດຽວ.ແລະມີ​ການກຳຫນົດເວລາມາຮັບເອກະສານຊັດເຈນ ອັນນີ້ກໍເພື່ອປະຫຍັດເວລາໃນການແລ່ນເອກະສານແລະ
ລົດຊ່ອງຫວ່າງໃນການ (corruption)ສ່ວນ CRC ​ແມ່ນ​ເປັນ​ການລົງ​ສຳ​ຫຼວດຄຳ​ຄິດ​ເຫັນ​ຂອງ​ປະຊາຊົນ​ທີ່ຢູ່​ຫ່າງ​ໃກຫຼື​ໃນ​ບັນດາ​ເມືອງ​ຕ່າງໆ​ກ່ຽວ​ກັບ​ການ​ໃຫ້​ບໍລິການ​ແລະ​ການ​ໄດ້​ຮັບ​ການ​ບໍລິການ​ຈາກ​ພາກ​ລັດ. ບໍ່​ວ່າ​ຈະ​ເປັນ​ທາງ​ບວກ​ຫຼື​ທາງ​ລົບ
ເພື່ອ​ລັດຖະບານ​ຈະ​ນຳ​ມາ​ປັບປຸງ​ແກ້​ໃຂ​​ໃນ​ຂັ້ນ​ຕໍ່​ໄປ. ອັນ​ນີ້​ເປັນ​ພຽງ​ສ່ວນ​ຫນຶ່ງ​ຂອງ​ນະ​ໂຍບາຍ​ລັດຖະບານ​ເຮົາ​ຊຶ່ງ​ຍາມ​ໃດ​ກໍ​ເຫັນ​ຄວາມ​ສຳຄັນ​ຂອງ​ປະຊາຊົນ​ບັນດາ​ເຜົ່າ. ບໍ່​ແມ່ນ​ຄື​ຜູ້​ລາງ​ຄົນ​ວ່າ​ລັດຖະບານ​ລາວ​ຂາຍ​ດິນ​ໃຫ້​ປະ​ເທດ​ນັ້ນ​ປະ​ເທດ​ນີ້. ​ເວົ້າ​ໄປ​ແບບ​ບໍ່​ມີ​ຂໍ້​ມູນ, ​ແນ່ນອນ​ຖ້າ​ຜູ້​ບໍ່​ຄິດ​ອາດ​ຈະ​ຫຼັບ​ຕາ​ເຊື່ອ​ແຕ່​ສະ​ເພາະ​ຜູ້​ຂ້າ​ແລ້ວ​ມັນ​ເປັນຕາ​ຫົວ​ກວ່າ​ເປັນຕາ​ເຊື່ອ.
ຫວັງ​ວ່າ​ຂໍ້​ມູນ​ນ້ອຍໆ​ນີ້​ຈະ​ທຳ​ໃຫ້​ທ່ານ​ພໍ​ເຂົ້າ​ໃຈ ​ແລະ​ຄົງ​ຈະ​ຊ່ວຍ​ໃຫ້​ຄົນ​ບາງ​ຄົນ​ຕື່ນ​ໄດ້​ແລ້ວ.
ຂອບ​ໃຈ ​ແລະ ​ໂຊກ​ດີ

ຫຼານຊາຍຂ້ອຍ ຮຽນຈົບມຍສົມບູນຢູ່ໃນວຽງຈັນແທ້ໆໆ 3ເດືອນທີ່ຜ່ານໄປຫຼັງຈາກສອບເສັງແລ້ວ ແລາະຕ້ອງ
ການໃບປະກາດເພື່ອຈະໄປຮຽນຕໍ່ ໄປຖາມເອົາ ກໍ່ມີແຕ່ບອກວ່າອາທິດໜ້າໄປເລື້ອຍໆ ຍັງບໍ່ແລ້ວ ຍັງບໍ່ແລ້ວ
ເພາະຄວາມຈຳເປັນຫຼາຍ ກໍ່ຍອມປ່ອນຊອງ 1000ບາດ ແລ້ວບາດດຽວເລີຍ.ມັນແມ່ນຫັຍງນີ້??????????

__________________
ຄົນໃຕ້

Date:

ໂອຍ ! ຂ້ອຍວ່າແລ້ວລູງເອີຍເອົາໃປໃຫ້ເຂົາອີ່ຫຍັງຕັ້ງ1,000 ບາດພຸ້ນ. ອັນນີ້ລະສອນໃຫ້ພະນັກງານລັດເກີດມີການ Corruptionເຊັ່ນດຽວກັບການເສັຍຄ່າຂົວທາງ. ມີປະຊາຊົນບາງຄົນໄປຮອດແລ້ວບໍ່ເອົາປີ້ປ່ອນເງິນໃຫ້ແລ້ວໄປເລີຍ. ພະນັກງານມັນກໍເອົາໃສ່ຖົງມັນຊັ້ນຕົວ. ໃຜຊິບໍ່ຢາກໃດ້ເງິນ. ຄົນໃຕ້ກໍຢາກໃດ້ຄືກັນຖ້າມັນງ່າຍເຊັ່ນນັ້ນ. ຂ້າພະເຈົ້າບໍ່ແມ່ນພະນັກງານລັດ,ບໍ່ແມ່ນນັກທຸລະກິດພຽງແຕ່ເປັນປຸຕຸຊົນຄົນທຳມະດາ. ແຕ່ເປັນຫຍັງຂ້າພະເຈົ້າຈິ່ງພະຍາຍາມບອກທຸກໆຄົນຕ້ອງເປັນເຈົ້າການນຳກັນໃນການກວດກາພຶດຕິກຳຂອງພະນັກງານ
ຜູ້ທີ່ບໍ່ຫວັງດີຕໍ່ຄວາມກ້າວຫນ້າຂອງປະເທດຊາດ. ຊິໃຫ້ແຕ່ລັດຖະບານຜູ້ດຽວເບິ່ງມັນກໍບໍ່ຫຼ້ອນແລ້ວພະນັກງານຈັກທໍ່ໃດພັນຄົນ. ທີ່ຂ້າພະເຈົ້າເວົ້າຢູ່ນີ້ບໍ່ຫມາຍວ່າພະນັກງານລັດຈະດີຫມົດທຸກຄົນແຕ່ຖ້າປະຊາຊົນຢ່າງຫມູ່ເຮົາເຈົ້າຂ້ອຍຊ່ວຍກັນເບິ່ງແຍງ
ປັບປຸງແລ້ວໃຜຊິມາຊ່ວຍ. ແລະຂ້າພະເຈົ້າບໍ່ເຄີຍເຕາະບານເຂົ້າໂກນຕົວເອງແຕ່ຂ້າພະເຈົ້າເວົ້າໃນສິ່ງທີ່ສາມາດກວດສອບໃດ້
( Accountability and Transparency ) ຖ້າບັນດາເພື່ອນຮ່ວມຊາດບໍ່ວ່າຈະອາໃສໃນລາວຫຼືຕ່າງໆປະເທດຫາກມີ
ຄຳເຫັນໃດໆທີ່ມີຄວາມສ້າງສັນກະລຸນາມີສ່ວນຮ່ວມເພື່ອພັດທະນາບ້ານເຮົາໃຫ້ກ້າວໄປ. ສຽງຫນຶ່ງຂອງທ່ານສາມາດເປັນ
ທິດຫນຶ່ງໃນການປັບປຸງ.
ຂອບໃຈ

__________________
ຊຽງກະເລັນ

Date:

ທ່ານຄົນໃຕ້ໃຈດີ!!  ຂອບໃຈທີ່ທ່ານອະທິບາຍຄວາມໝາຍຂອງສັບດັ່ງກ່າວ. ໂດຍສ່ວນໃຫຍ່ແລ້ວຂ້າພະເຈົ້າເຫັນດີຕາມແນວຄວາມຄິດຂອງທ່ານ, ແຕ່ດ້ານທີຍັງເຫັນວ່າມັນບໍສອດຄ່ອງຕາມຕົວຈິງຂອງສັງຄົມລາວເຮົາກໍຄືວ່າ: ທາງດ້ານທິດສະດີແມ່ນຖືວ່າເປັນຄຳພີທີ່ລຳ້ເລີດທີ່ສຸດ, ຜ່ານມາບໍ່ຄ່ອຍປາກົດເຫັນປະເທດໃດມີຄຳພີທີ່ດີໆຢູ່ໃນກຳມືຄື ສປປລາວເຮົາ, ແຕ່ເບື້ອງປະຕິບັດຢູ່ໃນສັງຄົມແລ້ວເຫັນວ່າປີ້ນກັບຈາກທິດສະດີສັງຄົມນິຍົມເປັນສ່ວນໃຫຍ່, ຊຶ່ງມັນໄດ້ສະແດງອອກໃຫ້ເຫັນເຊັ່ນ: ການໃຫ້ສິນບົນນັບມື້ນັບຟົດຟື້ນຂຶ້ນ, ການສໍ້ລາດບັງຫຼວງຍັງເຮັດເປັນຂະບວນທີ່ໃຫຍ່, ການໃຊ້ສິດອຳນາດເກີນຂອບເຂດຍັງແຜ່ກະຈາຍຫຼາຍ , ຫຼາຍໆບັນຫາຈາກປະຊາຊົນຍັງບໍ່ມີການແກ້ໄຂ ແລະພະນັກງານລັດຖະກອນເສຍທາດຂາດຄຸນຍັງມີເປັນຈຳນວນຫຼວງຫຼາຍ.​.​.​.​.​.ດັ່ງນັ້ນ, ເພື່ອຕ້ານພະຍາດດັ່ງກ່າວນີ້ມັນກໍມີຫຼາຍທິດສະດີ, ແລະຂ້າພະເຈົ້າຍັງບໍ່ຮູ້ວ່າ ທິດສະດີໃດຈະໃຊ້ໄດ້ຜົນ ແລະຈະລຸດຜ່ອນລົງເລື້ອຍໆ, ແຕ່ບໍ່ໃຫ້ມີນັ້ນເປັນໄປບໍ່ໄດ້ເພາະວ່າມັນແຜ່ລາມຫຼາຍແລ້ວ. ເຮົາຄົນລາວກໍຕ້ອງຕື່ນຕົວຕື່ມ, ຄວນຕ້ານປະກົດການຫຍໍ້ທໍ້ດັ່ງກ່າວເທົ່າທີ່ເຮົາເຮັດໄດ້.
ຂອບໃຈ.

__________________
ຄົນໃຕ້

Date:

ຂອບໃຈ ທ່ານ ຊຽງກະເລັນ. ບໍ່ຮູ້ວ່າທ່ານຫາຍໃປໃສດົນແລ້ວບໍ່ຄ່ອຍເຫັນ Post Comment ຫຼືວ່າຄາວຽກຫຼາຍ ?
ໂດຍສ່ວນຕົວຂ້າພະເຈົ້າກໍເຫັນດີນຳທ່ານ 100%. ແນ່ນອນໃນສັງຄົມຫນຶ່ງມັນກໍມີທັງຄົນດີ ແລະຄົນບໍ່ດີປົນເປກັນໃປຕາມກົນໃກຂອງສັງຄົມມະນຸດ. ແຕ່ສິ່ງທີ່ຂ້າພະເຈົ້າອະທິບາຍ ODS & CRC ນັ້ນ,ມັນເປັນ
ພຽງການທົດທອງ ( Pilot)ຂອງລັດຖະບານຢູ່ບາງແຂວງ,ບາງເມືອງເທົ່ານັ້ນຖືວ່າຍັງບໍ່ທັນກວ້າງຂວາງເທື່ອແຕ່ກໍຍັງດີກວ່າບໍ່ເຮັດຫຍັງ. ແຕ່ປະຈຸບັນນີ້ລັດຖະບານເພີ່ນກໍມີການຕໍ່ຕ້ານ
ປະກົດການຫຍໍ້ທໍ້ດັ່ງກ່າວບໍ່ວ່າຈະປະກາດທາງວິທະຍຸ,ໂທລະທັດຫຼືຫນັງສືພິມກ່ຽວກັບການຕໍ່ຕ້ານການສໍ້ລາດບັງຫຼວງໃຊ້
ອຳນາດເກີນຂອບເຂດ. ແຕ່ພະນັກງານບາງຄົນພັດຍັງເມີນເສີຍຕໍ່ການຕໍ່ຕ້ານດັ່ງກ່າວ. ແຕ່ຂ້າພະເຈົ້າຄິດວ່າຄົງຈະບໍ່ນານເກີນລໍທີ່ຈະເຫັນປະເທດຊາດຂອງເຮົາກ້າວໄປຂ້າງຫນ້າຢ່າງຫມັ້ນຄົງ. ແລະພວກເຮົາສາມາດຕໍ່ຕ້ານບັນດາຮູບການທີ່ບໍ່ສອດຄ່ອງໃນການປະຕິບັດຫນ້າທີ່ຂອງພະນັກງານໂດຍບໍ່ສະຫນັບສະ
ຫນູນໃນການວ່າຈ້າງພະນັງານລັດຫຼືໃຫ້ເງິນໃຕ້ໂຕະຕ່າງໆແລະສິ່ງນີ້ກໍຈະຄ່ອນໆຫມົດໄປ.

ຂອບໃຈອີກເທື່ອຫນຶ່ງ ຖ້າທ່ານ ຊຽງກະເລັນມີຫຍັງຢາກຈະແນະນຳຂ້າພະເຈົ້າຍິນດີຕໍ່ຄຳແນະນຳນັ້ນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard