Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 6 ຫລັກການພື້ນຖານ
Febreez

Date:
6 ຫລັກການພື້ນຖານ



ກອງປະຊຸມໃຫຍ່ຂອງພັກຄັ້ງທີ IV ໄດ້ວາງແນວທາງນະໂຍບາຍໃໝ່ບົນພື້ນຖານ6ປະການຄື:
ຫລັກການທີ1: ຍຶດໝັ້ນຈຸດໝາຍສັງຄົມນິຍົມ
ຫລັກການທີ2: ຍຶດໝັ້ນລັດທີມາກ-ເລນິນ ແລະໝູນໃຊ້ປະດິດສ້າງພ້ອມທັງສອດຄ່ອງກັບເງື່ອນໄຂຂອງປະເທດເຮົາ.
ຫລັກການທີ3: ຢຶດໝັ້ນໃນການນຳພາຂອງພັກ ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ ບົນພື້ນຖານຫຼັກການລວມສູນ ປະຊາທິປະໄຕ ແລະ ແນວທາງຂອງພັກ.
ຫລັກການທີ4: ເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າ ຂອງປະຊາຊົນບັນດາເຜົ່າ ສ້າງກຳລັງມະຫາສາມັກຄີ ທົ່ວປວງຊົນ ແລະ ຄວາມເປັນປຶກແຜ່ນ ຂອງຊາດລາວ ເອກະພາບ.
ຫລັກການທີ5: ເພີ່ມທະວີ ຄວາມສັກສິດຂອງ ລະບົບອຳນາດອະທິປະໄຕປະຊາຊົນ ອີງໃສ່ກຳລັງແຮງຂອງມະຫາຊົນ ແລະ ເພື່ອປະຊາຊົນ ຕ້ານປະກົດການ ພະຍາດອາດຍາສິດ ທຸກຮູບການ.
ຫລັກການທີ6: ເຊີດຊູນ້ຳໃຈ ເອກະລາດ ເປັນເຈົ້າຕົນເອງ ສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ.
ທ່ານມີຄວາມຄິດເຫັນແນວໃດ໋ໃນຫລັກການທີ4, 5 ແລະ6? ຂ້ານ້ອຍຄິດວ່າໃນຫລັກການທີ5 ເປັນຄວນຈະເຮັດຢ່າງຈິງຈັງ ຖ້າວາງແຕ່ຫລັກການອອກມາແຕ່ຂາດການປະຕິບັດຢ່າງເຂັ້ມງວດ ປະເທດລາວຈະກ້າວໄປສູ່ຄວາມວັດທະນາຖາວອນຢ່າງເຊື່ອງຊ້າ.

__________________
Anonymous

Date:

ເອົາແຕ່ຄວາມເກົ່ານີ້ແລ້ວມາເລົ່າ 30ກວ່າປີແລ້ວ ບໍ່ເຫັນສິປະຕິບັດໄດ້. ປະຊາຊົນກະທຸກຕາມເຄີຍ ບາດພວກຫົວໜ້າຫ້ອງການພັດລວຍຂື້ນນັບມື້ ຈັກແມ່ນເອົາເງິນມາແຕ່ໃສ ທັງໆທີ່ເງິນເດືອນກະນ້ອຍດຽວ. ຈັກແມ່ນເອກກະພາບອີ່ຫັຽງບໍ່ເຂົ້າໃຈ.

__________________
Anonymous

Date:

ມີແຕ່ທິດສະດີ  ໃຜຄ້າຢາບ້າ ກໍແມ່ນນາຍຕຳຫລວດ ໃຜສວຍໂອກາດກິນບົນສີນ ກໍຄົນຂອງພັກ ເບື່ອຫຼາຍ

__________________
Anonymous

Date:

Anonymous wrote:

ເອົາແຕ່ຄວາມເກົ່ານີ້ແລ້ວມາເລົ່າ 30ກວ່າປີແລ້ວ ບໍ່ເຫັນສິປະຕິບັດໄດ້. ປະຊາຊົນກະທຸກຕາມເຄີຍ ບາດພວກຫົວໜ້າຫ້ອງການພັດລວຍຂື້ນນັບມື້ ຈັກແມ່ນເອົາເງິນມາແຕ່ໃສ ທັງໆທີ່ເງິນເດືອນກະນ້ອຍດຽວ. ຈັກແມ່ນເອກກະພາບອີ່ຫັຽງບໍ່ເຂົ້າໃຈ.




 POLITIC IS A CENTRAL OF WHOLE SALE LIARS COMPANY

NEO LAO HACK SAD TUA AO MUONG LAO JON DAI, HEN BOR LAR?



__________________
Kiis

Date:


ຖ້າເພິ່ນເຮັດຕາມຫລັກການບ້ານເມືອງເຮົາອາດຈະກ້າວໄປໄກກ່ວານີ້ ແຕ່ເພິ່ນເຮັດຕາມຫລັກກິນຫັ້ນຕິ໋ມັນຈັ່ງເປັນຈັ່ງຊີ້. ເວົ້າຫລາຍກະເວົ້າບໍ່ໄດ້ ຕຳນິນາຍພາຍຖົງໜີ.

__________________
Speak-out

Date:

This is what i alway teasing them out loud, STOP TALKING WITH YOUR MOUTHFUL AND EMPTY STOMACH...... I've been saying this ever sine i was in laos. to previous government and present government too....

__________________
Chopstick Seller

Date:
RE: 6 ...


ໂຊວຽດເຂົາຍັງຖິ້ມລົງກະຖັງຂີ້ເຫຍື່ອແລ້ວລັດທິມາກເລນິນຫັ້ນ ລາວຍັງຊິມາຍໍທູນຫົວຢູ່ ຈັ່ງແມ່ນຊາດoutdate.

__________________
ຄົນໃຕ້

Date:
RE: 6 ຫລັກການພື້ນຖານ


ຢ່າຊະວ່າຈັ່ງຊັ້ນອາວເອີຍ. ຢູ່ໃນຫຼັກການ 4.5.6 ລັດຖະບານເພີ່ນເຮັດຖືກຕ້ອງແລ້ວ. ທຸກໆປັດຊະຍາມັນກໍມີອັນດີແລະ
ອັນບໍ່ດີລັດຖະບານເພີ່ນກໍຄັດເອົາແຕ່ແນດີມານຳໃຊ້ເຂົ້າໃນສະພາບຕົວຈິງຂອງບ້ານເຮົາຊັ້ນຕົວ. ແມ່ນຢູ່ປະເທດເຮົາພັດທະ
ນາຊ້າແຕ່ກໍຍັງດີຄ່ອຍກ້າວໄປຢ່າງມີປະສິດທິພາບ. ໃຫ້ອາວຄິດເບິ່ງວ່າປະເທດເຮົາຫາກໍເລີ່ມພັດທະນາມາພຽງ 35ປີ ຖ້າ
ທຽບໃສ່ປະເທດອື່ນເຂົາພັດທະນາກັນມາຕັ້ງ100ປີ. ຂ້າພະເຈົ້າຄິດວ່າກ້າວແບບບ້ານເຮົານີ້ດີແລ້ວ,ມີການປັບປຸງຖະຫນົນ
ຫົນທາງໃຫ້ພໍເຫມາະພໍພຽງກັບການຊົມໃຊ້.ບໍ່ຈຳເປັນຈະຕ້ອງໃຊ້ລົດໄຟໄຕ້ດິນຫຼືທາງຍົກລະດັບໃຫ້ມັນເປືອງງົບ. ເພາະ
ຄົນເຮົາມີນ້ອຍຊຳ່ນີ້ກໍຖືວ່າເຫຼືອເຟືອແລ້ວ.

__________________
Street Sweeper

Date:

ຄົນໃຕ້ wrote:

ຢ່າຊະວ່າຈັ່ງຊັ້ນອາວເອີຍ. ຢູ່ໃນຫຼັກການ 4.5.6 ລັດຖະບານເພີ່ນເຮັດຖືກຕ້ອງແລ້ວ. ທຸກໆປັດຊະຍາມັນກໍມີອັນດີແລະ
ອັນບໍ່ດີລັດຖະບານເພີ່ນກໍຄັດເອົາແຕ່ແນດີມານຳໃຊ້ເຂົ້າໃນສະພາບຕົວຈິງຂອງບ້ານເຮົາຊັ້ນຕົວ. ແມ່ນຢູ່ປະເທດເຮົາພັດທະ
ນາຊ້າແຕ່ກໍຍັງດີຄ່ອຍກ້າວໄປຢ່າງມີປະສິດທິພາບ. ໃຫ້ອາວຄິດເບິ່ງວ່າປະເທດເຮົາຫາກໍເລີ່ມພັດທະນາມາພຽງ 35ປີ ຖ້າ
ທຽບໃສ່ປະເທດອື່ນເຂົາພັດທະນາກັນມາຕັ້ງ100ປີ. ຂ້າພະເຈົ້າຄິດວ່າກ້າວແບບບ້ານເຮົານີ້ດີແລ້ວ,ມີການປັບປຸງຖະຫນົນ
ຫົນທາງໃຫ້ພໍເຫມາະພໍພຽງກັບການຊົມໃຊ້.ບໍ່ຈຳເປັນຈະຕ້ອງໃຊ້ລົດໄຟໄຕ້ດິນຫຼືທາງຍົກລະດັບໃຫ້ມັນເປືອງງົບ. ເພາະ
ຄົນເຮົາມີນ້ອຍຊຳ່ນີ້ກໍຖືວ່າເຫຼືອເຟືອແລ້ວ.





ຂ້ອຍໄດ້ຍິນເພິ່ນເວົ້າຕັ້ງແຕ່ຢູ່ເຂດປົດປ່ອຍເກົ່າພຸ້ນນະເລື່ອງການລົບລ້າງອຳນາດອາດຍາສິດຫັ້ນນະ, ປົດປ່ອຍໄດ້35ປີແລ້ວກະຍັງເຮັດຫຍັງບໍ່ໄດ້ ຕົວະປະຊາຊົນໃຫ້ດີໃຈຊື່ໆ. ລົດໄຟໃຕ້ດອກໃຕ້ດິນຫັ້ນບໍ່ຈຳເປັນດອກສຳລັບເມືອງລາວ ຂໍພຽງແຕ່ເຮັດຖະໜົນຫົນາງໃຫ້ມັນໃຊ້ດົນກ່ວານີ້ແດ່ກະໄດ້ນະ ອັນນີ້ສ້າງຂຶ້ນມາຕົດກະຍັງບໍ່ທັນເຫີຍ ເພແລ້ວເດ໋ ! ຫລືວ່ານັກວິສະວະກອນສ້າງທາງລືມສູດປະສົມຊິເມັນຫວາ?
ມາເບິ່ງລວມແລ້ວ ລະບອບສັງຄົມນິຍົມທີ່ເຈົ້ານາຍເຮົາເທີດທູນທຸກມື້ນີ້ກະບໍ່ຕ່າງຫຍັງດອກກັບລະບອບສັກດິນາຕອນຮ້ອຍປີກ່ອນ, ຜູ່ໃດ໋ໄດ້ຂຶ້ນມານັ່ງຕັ່ງກະນັ່ງຈົນສັກໄມ້ຄ້ອນເທົ້າ ປ່ອຍສາ ປ່ອຍໃຫ້ລູກຫລານຜູ່ມີຄວາມຮູ້ຄວາມສາມາດ ມີອຸດົມການຢາກສ້າງບ້ານສ້າງເມືອງ ຂຶ້ນມາເຮັດວຽກແທນ. ຂໍຮ້ອງເດີນີ້

__________________
Anonymous

Date:

IN EARLY 1974,  THEY SENT COUPLE OF " NUCK KAN MUONG " FROM
NEO LAO HUCK SAD TO OUR UNIVERSITY ( IRDA ) TO TEACH US WHOLE
BUNCH OF LIAR POLITIC LESSONS.

THEY QUITED ON US IN THE MIDDLE OF SESSONS TERM BECAUSE
THEY CUOLDN'T ANSWER OUR QUESTIONS. THEY WERE NOT VERY
GOOD EDUCATED PERSONS EITHER, EVEN WHEN THEY READ LAO THEY
WERE BROKEN LAO READING. THEIR EDUCATION LEVEL MIGHT BE3RD
GARDER ONLY.
 
BUT, THEY BOTH WERE SUPER LIARS, THEY SAID CCCP WILL COME
AND HELP LAOS TO REBUILD OUR COUNTRY FREE. LAOS WILL BE STRONG
COUNTRY LIKE CCCP IN NEXT TEN YEARS.

WOW!!! CCCP PROMISSED TO FREE DEVELOP LAOS, BUT AFTER FALLEN
OF CCCP, RUSSIA CHARGED EVERY SINGLE WHAT THEY DONE FOR LAOS.
DON'T BLAME RUSSIA, CCCP WAS WHO THE ONE GAVE THEIR PROMISSING
FOR FREE HELPING LAOS, IT'S NOT RUSSIA.

__________________
ARCO

Date:

ຫລັກການທີ2: ຍຶດໝັ້ນຕໍ່ລັດທິໂຫ້ຈິມິນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard