Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຂື່ອນນໍ້າເທີນ 2
Anonymous

Date:
ເຂື່ອນນໍ້າເທີນ 2


l-nt2-dam3.gif

Nam Theun 2 dam site in Khammouane province

ໂຄງການເຂື່ອນນໍ້າເທີນ 2 ຈະເລີ້ມສົ່ງ ກະ ແສໄຟຟ້າຂາຍໃຫ້ໄທພາຍໃນເດືອນມີນານີ້. ສ່ວນທາງການໄທ ກໍ່ຕົກລົງທີ່ຈະຮັບຊື້ກະ ແສໄຟຟ້າຈາກໂຄງການຫົງສາລິນໄນ ແຕ່ ວ່າກຸ່ມນັກອາ ນຸລັກກໍ່ຈະສືບຕໍ່ ເຂື່ອນໄຫວ ຄັດຄ້ານການຊື້ກະແສໄຟຟ້າຈາກລາວຕໍ່ໄປ.

ກຸ່ມລົງທຶນໃນໂຄງການເຂື່ອນນໍ້າເທີນ 2 ໄດ້ ຖະແຫຼງການຢືນຢັນເມື່ອບໍ່ມານານມານີ້ວ່າ ການທົດລອງເດີນເຄື່ອງຈັກຜະຫລິດກະແສໄຟຟ້າ ແລະ ການແກ້ໄຂບັນຫາຕ່າງໆ ທາງ ດ້ານເທັກນິກໄດ້ດຳເນີນການເສັດສົມບູນແລ້ວໃນຂະນະນີ້. ຊຶ່ງກໍ່ເຮັດໃຫ້ມີຄວາມພ້ອມ ໃນທຸກດ້ານ ທີ່ຈະເລີ້ມຜະຫລິດແລະສົ່ງກະແສໄຟຟ້າຂາຍໃຫ້ແກ່ການໄຟຟ້າຝ່າຍຜະ ຫລິດແຫ່ງປະເທດໄທ ຫຼື EGAT ນັບຈາກເດືອນມີນາປີ 2010 ນີ້ເປັນຕົ້ນໄປ ເປັນໄລ ຍະເວລາ 25 ປີ.

ໂດຍໂຄງການເຂື່ອນນໍ້າເທີນ 2 ຈະມີຄວາມອາດສາມາດຜະຫລິດພະລັງງານໄຟຟ້າໄດ້ ເຖິງ 1.088 ເມກກາວັດ ຊຶ່ງໃນປະລິມານດັ່ງກ່າວນີ້ກໍ່ຈະສົ່ງຂາຍໃຫ້ແກ່ EGAT ຂອງ ໄທ ໄດ້ເຖິິງ 997 ເມກາວັດ. ສ່ວນທີ່ເຫຼືອກໍ່ຈະຂາຍໃຫ້ແກ່ໄຟຟ້າລາວ ເພື່ອຕອບສະ ໜອງໃຫ້ການ ຊົມໃຊ້ພະລັງງານໄຟຟ້າພາຍໃນລາວເອງ.



__________________
VI

Date:

ຖ້າ ຂາຍ ໄດ້ ຕາມເວລາ ....ລາວ ຄົງຈະມີ ລາຍໄດ້ ເພິ່ມຂີ້ນ .....
ແລະ ຍາກ ໃຫ້ ພັັດທະນາ ໃຫ້ເປັນ ສະຖານທີ່ ທ່ອງທ່ຽວ ນຳ ກໍ່ ຍິ່ງຈະດີ


__________________
Anonymous

Date:

VI wrote:

ຖ້າ ຂາຍ ໄດ້ ຕາມເວລາ ....ລາວ ຄົງຈະມີ ລາຍໄດ້ ເພິ່ມຂີ້ນ .....
ແລະ ຍາກ ໃຫ້ ພັັດທະນາ ໃຫ້ເປັນ ສະຖານທີ່ ທ່ອງທ່ຽວ ນຳ ກໍ່ ຍິ່ງຈະດີ



More money more honey.

 



__________________
Anonymous

Date:
RE:



ເຂື່ອນນີ້ຣັດຖະບານລາວຈະໄດ້ຈາກການເກັບພາສີປະມານ $80M ຕໍ່ປີ ສ່ວນຣາຍໄດ້ຈຳນວນ20%ຂອງຈຳນວນໄຟຟ້າທີ່ຂາຍອອກນັ້ນບໍ່ຮູ້ວ່າມີຫລາຍປານໃດ໋ແລະຈະເຂົ້າໄປຄັງໂຕໃດ໋ເພາະບໍ່ເຫັນເພິ່ນເວົ້າເຖິງ.
ປະຊາຊົນຈຳນວນພັນກ່ວາຄອບຄົວທີ່ຖືກຍົກຍ້າຍຈະໄດ້ຮັບການການເບິ່ງແຍງດ້ານສຸຂະພາບ ສະຫວັດດີການສັງຄົມເປັນເວລາຈັກປີ? ລູກຫລານຂອງເຂົາເຈົ້າຈະໄດ້ຮັບທຶນການສຶກສາເໝືອນເພິນໄດ້ໃຫ້ຄຳໝັ້ນສັນຍາຫລືບໍ່ກໍ່ຄ່ອຍຕິດຕາມເບິ່ງອີກຕໍ່ໄປ.

__________________
ຄົນໄຕ້

Date:
RE: ເຂື່ອນນໍ້າເທີນ 2


ທ່ານເອີຍບໍ່ຕ້ອງຫ່ວງດອກ. ຂ້າພະເຈົ້າເອງໄດ້ເປັນຜູ້ສຳຫຼວດຜົນກະທົບຕໍ່ສະພາບແວດລ້ອມແລະສັງຄົມຂອງເຄື່ອນນ້ຳ
ເທີນ2. ໃນປີ 2002. ເພີ່ມມີແຜນໄວ້ຮອງຮັບການພັດທະນາເສດຖະກິດສັງຄົມແລະຜົນກະທົບທີ່ຕາມມາ. ໃນປີ 2008 ຂ້າພະເຈົ້າໄດ້ໄປຕິດຕາມການດຳລົງຊີວິດຂອງປະຊາຊົນທີ່ຖືກຍົກຍ້າຍຈຳນວນ 45 ຫມູ່ບ້ານ
ເຫັນວ່າການດຳລົງຊີວິດແລະລາຍຮັບຂອງເຂົາເຈົ້າດີຂຶ້ນຈາກປີຫນຶ່ງ 4,000,000ກີບປະຈຸບັນນີ້ຄອບຄົວຫນຶ່ງສາມາດສ້າງ
ລາຍຮັບຫຼາຍກວ່າ 50,000,000ກີບຕໍ່ປີຫຕໍ່ຄອບຄົວຊຶ່ງລາຍຮັບທັງຫມົດແມ່ນມາຈາກການກະສິກຳແລະລ້ຽງສັດ. ແລະລູກຫຼານເຂົ້າເຈົ້າໄດ້ເຂົ້າຮຽນ,ມີໂຮງຫມໍ.

__________________
VI

Date:

More detail

WWW.namtheun2.com

Good Project

__________________
tutee

Date:
RE:


ຄົນໄຕ້ wrote:

ທ່ານເອີຍບໍ່ຕ້ອງຫ່ວງດອກ. ຂ້າພະເຈົ້າເອງໄດ້ເປັນຜູ້ສຳຫຼວດຜົນກະທົບຕໍ່ສະພາບແວດລ້ອມແລະສັງຄົມຂອງເຄື່ອນນ້ຳ
ເທີນ2. ໃນປີ 2002. ເພີ່ມມີແຜນໄວ້ຮອງຮັບການພັດທະນາເສດຖະກິດສັງຄົມແລະຜົນກະທົບທີ່ຕາມມາ. ໃນປີ 2008 ຂ້າພະເຈົ້າໄດ້ໄປຕິດຕາມການດຳລົງຊີວິດຂອງປະຊາຊົນທີ່ຖືກຍົກຍ້າຍຈຳນວນ 45 ຫມູ່ບ້ານ
ເຫັນວ່າການດຳລົງຊີວິດແລະລາຍຮັບຂອງເຂົາເຈົ້າດີຂຶ້ນຈາກປີຫນຶ່ງ 4,000,000ກີບປະຈຸບັນນີ້ຄອບຄົວຫນຶ່ງສາມາດສ້າງ
ລາຍຮັບຫຼາຍກວ່າ 50,000,000ກີບຕໍ່ປີຫຕໍ່ຄອບຄົວຊຶ່ງລາຍຮັບທັງຫມົດແມ່ນມາຈາກການກະສິກຳແລະລ້ຽງສັດ. ແລະລູກຫຼານເຂົ້າເຈົ້າໄດ້ເຂົ້າຮຽນ,ມີໂຮງຫມໍ.





ຜົນການສຳຫລວດຂອງທ່ານອາດມີການຄາດເຄື່ອນ(ອີງຕາມຫລັກໄວຍະກອນລາວ)


__________________
KKM

Date:
RE: ເຂື່ອນນໍ້າເທີນ 2


1267602451_212433.jpg

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard