Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກ່ຳປັ່ນ21ລຳຂອງຈີນ ຕິດຢູ່ລາວ
Anonymous

Date:
ກ່ຳປັ່ນ21ລຳຂອງຈີນ ຕິດຢູ່ລາວ


ຕາມ​ຂ່າວສານ​ຊິນ​ຮວາ: ໄພ​ແຫ້ງ​ແລ້ງເຮັດໃຫ້ການ​ເດີນເຮືອຕາມລຳ​ແມ່ນ້ຳ ຂອງໄດ້​ຮັບ​ຜົນກະທົບ.ຕາມ​ຂ່າວຫຼ້າ​ສຸດ​ຈາກພະ​ແນ​ກວຽກ​ງານທາງນ້ຳຂອງສິບ​ສອງ​ພັ່ນ​ນາ,​ກ່ຳ​ປັ່ນ21ລຳ​ຂອງ​ຈີນ​ທີ່​ເກີຍ​ຕື້ນຢູ່​ແມ່ນ້ຳຂອງ​ຕອນ​ລາວ​ແລະ​​ມຽນມາ​ໃນ​ຫວ່າງ​ມໍ່ໆມາ​ນີ້ ດຽວ​ນີ້ອອກ​ໄດ້​ແລ້ວ,ແລະພວມ​ຈອດ​ຢູ່​ເຂດມີ​ນ້ຳທີ່​ປອດ​ໄພ​ຫຼື​ທ່າ​ເຮືອບາງແຫ່ງ​ຂອງ​ໄທ​ເພື່ອ​ລໍຖ້າ​ຝົນຕົກ.

ນັບ​ແຕ່​ວັນ​ທີ8ກຸມພາ​ນີ້​ເປັນຕົ້ນ​ໄປ,ຍ້ອນໄດ້​ຮັບ​ຜົນ​ກະທົບຈາກໄພ​ແຫ້ງ​ແລ້ງ​ທີ່​ບໍ່​ເຄີຍ​ເຫັນ​ມາ​ຫຼາຍ​ປີ​ແລ້ວ,ລະດັບນ້ຳຂອງ​ແມ່ນ້ຳລ້ານ​ຊ້າງ-ນ້ຳຂອງ​ໄດ້​ຫຼຸດລົງຢ່າງ​ຫຼວງ​ຫຼາຍ,ຈາກ400-500​ແມັດ​ກ້ອນ​ຕໍ່​ວິນາທີ​ລົງເຫຼືອ 240-260​ແມັດ​ກ້ອນ​ຕໍ່​ວິນາທີ.

ກ່ອນ​ໜ້າ​ນີ້,ຈີນ​ໄດ້​ແຈ້ງ​ສະພາບ​ແຫ້ງ​ແລ້ງ,ສະພາບ​ນ້ຳບົກແຫ້ງ,​ແລະ​ເຮືອ​ຈີນ​ເກີຍ​ຕື້ນຢູ່​ຕ່າງປະ​ເທດ​ໃຫ້ຫ້ອງການ​ຄະນະກຳມາ​ທິການ​ປະສົມ​ລາວ,ມຽນມາ​ແລະ​ໄທ​ຊາບ​ແລ້ວ,ແລະຂໍ​ໃຫ້ປະ​ເທດເຫຼົ່ານັ້ນຊ່ວຍ​ເຫຼືອ​ກ່ຳ​ປັ່ນ​ແລະ​ລູກ​ເຮືອ​ຂອງ​ຈີນ.

__________________
Anonymous

Date:

ພວກເຫັນແກ່ຕົວ ເຖີງຍາມຝົນຕົກມັນປ່ອຍນ້ຳລົງມາ ເພາະຢ້ານເຂື່ອນຂອງພວກມັນແຕກ ເຮັດໄຫ້ນ້ຳຂອງຖ້ວມ
ລົ້ນໄປໝົດ ຕົກຍາມແລ້ງມັນຕ້ອງກັກເອົານ້ຳໄວ້ ເພື່ອຊ່ວຍປັ່ນພະລັງໄຟຟ້າຂອງພວກມັນ ຈີ່ງເປັນເຫດໄຫ້ແມ່ນ້ຳ
ຂອງແຫ້ງແລ້ງ


__________________
Anonymous

Date:

som nam nar mun nor, buck chin lone phen dinh.

__________________
Anonymous

Date:
RE:



ຢ່າຟ້າວໄປສົມນ້ຳໜ້າເຂົາເດີພີ່ອ້າຍ, ເມື່ອເຮືອສິນຄ້າຂອງເຂົາໄດ້ຮັບຄວາມເສຍຫາຍ ເຂົາກະຊິຂຶ້ນລາຄາສິນຄ້າຂອງເຂົາແລະເຮົາກໍ່ຕ້ອງໄດ້ຊື້ເຄື່ອງເຂົາໃນລາຄາແພງ. ແມ່ນບໍ່ລະພີ່ອ້າຍ?

__________________
Victoria Secret Lover

Date:
RE: No Water


ເສັຍໃຈນຳຫລາຍໆທີ່ຮູ້ຂ່າວວ່ານ້ຳຂອງບົກເຫືອດແຫ້ງລົງຫລາຍຈົນປະຊາຊົນໄດ້ຮັບຄາມເດືອດຮ້ອນຢ່າງຫລວງຫລາຍ. ປາກົດການເກີດມາຈາກສາເຫດຫລາຍຢ່າງ ບາງທີອາດຈະເປັນຍ້ອນປະເທດອ້າຍໃຫຍ່ສ້າງເຂື່ອນກັ້ນນ້ຳຢູ່ຕາມລຳນ້ຳຂອງຫລາຍເກີນໄປ, ບາງທີອາດຈະເປັນຍ້ອນການຕັດໄມ້ທຳລາຍປ່າ, ບາງທີອາດຈະເປັນຍ້ອນການປູກຕົ້ນໄມ້ອຸດສະຫະກຳຫລາຍເກີນໄປ.
ດຽວນີ້ບໍ່ພຽງແຕ່ແມ່ນ້ຳຂອງເທົ່ານັ້ນບົກແຫ້ງ, ສາຂາຂອງແມ່ນ້ຳຂອງຫລາຍສາຍກໍ່ບໍ່ມີນ້ຳ ເຮັດໃຫ້ເຂື່ອນໄຟຟ້ານ້ອຍໆຫລາຍເຂື່ອນຕ້ອງຢຸດຊະງັກ ເຂື່ອນຂະນາດກາງ ຂະນາດໃຫຍ່ຫລາຍເຂື່ອນກໍ່ຜະລິດໄຟຟ້າບໍ່ໄດ້ຕາມກຳນົດ.
ຄຳຖາມກໍ່ມີວ່າ ເຈົ້ານາຍທີ່ນັ່ງຕັ່ງໄມ້ດູ່ລາຄາເປັນໝື່ນດັອນ ດື່ມເຫລົ້າວາຍແກ້ວລະສອງສາມພັນດັອນ ຂີ່ລົດງາມໆລາຄາແພງໆເປັນແສນດັອນຈະເຮັດແນວໃດ໋ເພື່ອໃຫ້ປະຊາຊົນລາວພົ້ນຈາກເວນກຳອັນນີ້? ແລະຈະໃຫ້ປະຊາຊົນລາວຕ້ອງຮັບກຳນີ້ໄປຮອດມື້ໃດ່ກັນ?

__________________
Anonymous

Date:
RE: ກ່ຳປັ່ນ21ລຳຂອງຈີນ ຕິດຢູ່ລາວ


ພວກປະເທດຈີນ ມັກຫົວເຂັງ ເພາະມັນມີ ພວກໝາ ອະເມຣິກາ ຫນູນຫລັງ
ມັນຢູ່ ມັນຮູ້ວ່າ ເຮັດເຂື່ອນໃສ່ແມ່ນ້ຳຂອງແລ້ວມັນຈະມີຜົນກະທົບທາງດ້ານ
ນິເວດ ແລະ ຊີວິດການເປັນຢູ່ຂອງຊົນຊາດຕາມລຸ່ມແມ່ນ້ຳຂອງ.
  
   ແບບນີ້ອື້ນວ່າ ຂົ່ມເຫັ່ງໝູ່ ແບບຕັ້ງໃຈ.

ເດັກນ້ອຍລາວ


__________________
Izod

Date:
RE: ...


Anonymous wrote:

ພວກປະເທດຈີນ ມັກຫົວເຂັງ ເພາະມັນມີ ພວກໝາ ອະເມຣິກາ ຫນູນຫລັງ
ມັນຢູ່ ມັນຮູ້ວ່າ ເຮັດເຂື່ອນໃສ່ແມ່ນ້ຳຂອງແລ້ວມັນຈະມີຜົນກະທົບທາງດ້ານ
ນິເວດ ແລະ ຊີວິດການເປັນຢູ່ຂອງຊົນຊາດຕາມລຸ່ມແມ່ນ້ຳຂອງ.
  
   ແບບນີ້ອື້ນວ່າ ຂົ່ມເຫັ່ງໝູ່ ແບບຕັ້ງໃຈ.

ເດັກນ້ອຍລາວ





ກ່ອນຈີນຈະສ້າງເຂື່ອນຢູ່ຕາມລຳແມ່ນ້ຳຂອງຫັ້ນ ອົງການແມ່ນ້ຳຂອງແລະພວກອະນຸລັກທຳມະຊາດແລະສິ່ງແວດລ້ອມກໍ່ອອກມາຫາສຽງໃຫ້ຊ່ອຍກັນຄັດຄ້ານແຕ່ລາວ ວຽດແລະຂະເມນບອກວ່າເຂົາເຈົ້າບໍ່ມີບັນຫາຫຍັງແລະເຫັນດີນຳຈີນ, ມາຮອດມື້ນີ້ຈຶ່ງຮູ້ລົດຊາດຂອງການຂາດນ້ຳ. ອົດທົດເອົາເນີຊາມຊາຮອດເດືອນສິບ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard