Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາເບິ່ງຄວາມຄືບໜ້າ ການສ້າງຂົວມິດຕະພາບ3


Senior Member

Status: Offline
Posts: 428
Date:
ມາເບິ່ງຄວາມຄືບໜ້າ ການສ້າງຂົວມິດຕະພາບ3













57.jpg

    ຂົວມິດຕະພາບ 3 (ຄຳມ່ວນ-ນະຄອນພະນົມ) ຄືບຫນ້າໄວກວ່າແຜນການ 19% ເຊິ່ງອາດຈະສຳ ເລັດກ່ອນແຜນການ. ຂະນະທີ່ ແຂວງຄຳມ່ວນກຳລັງເລ່ງຮ່າງບົດວິພາກສ້າງເຂດເສດຖະກິດຂຶ້ນທີ່ສົ້ນຂົວ ເພື່ອຮອງຮັບການຄ້າການບໍລິການທີ່ຈະເພີ່ມຂຶ້ນ ແລະ ຄາດ ວ່າ ເມື່ອສ້າງຂົວສຳເລັດຈະຍົກຈີດີພີຂອງແຂວງຂຶ້ນເຖິງ 13-15%.


   ທ່ານ ສົມໃຈ ເພັດສີນວນ ຮອງເຈົ້າແຂວງຄຳມ່ວນ ກ່າວຕໍ່ທີມຂ່າວພວກເຮົາເມື່ອບໍ່ດົນມານີ້ວ່າ: ໂຄງການກໍ່ສ້າງຂົວມິດຕະພາບ 3 ມີຄວາມຄືບຫນ້າໄວກວ່າ ແຜນການທີ່ວາງໄວ້ ເຊິ່ງມີຄວາມເປັນໄປໄດ້ທີ່ການກໍ່ສ້າງອາດສຳເລັດກ່ອນແຜນການ.


   ທ່ານກ່າວຕື່ມວ່າ: ເພື່ອກຽມຮອງຮັບທ່າແຮງທີ່ຈະເພີ່ມຂຶ້ນຈາກຜົນສຳເລັດໂຄງການກໍ່ສ້າງຂົວ, ແຂວງຄຳມ່ວນ ໄດ້ມອບໃຫ້ລັດວິສາ ຫະກິດບໍລິການ ແລະ ພັດທະນາທີ່ດິນນະຄອນຫລວງວຽງຈັນ ເຮັດບົດວິພາກເພື່ອສ້າງເປັນເຂດເສດຖະກິດຂຶ້ນບໍລິເວນສົ້ນຂົວໃນເນື້ອທີ່ ປະມານ 700 ເຮັກຕາ ເຊິ່ງຈະມີທັງລະບົບສາງ, ສູນການຄ້າ, ການບໍລິການ, ການລົງທຶນ ແລະ ອື່ນໆອີກ ເຊິ່ງເມື່ອຂົວສ້າງສຳເລັດ ແລະ ຖືກນຳໃຊ້ເຕັມປະສິດທິພາບຈະຊ່ວຍຍົກຈີດີພີຂອງແຂວງຂຶ້ນເຖິງ 13-15%.


   ອີງຕາມຂໍ້ມູນຫລ້າສຸດຂອງບໍລິສັດທີ່ກໍ່ສ້າງຂົວດັ່ງກ່າວ ໃຫ້ຮູ້ວ່າ ມາຮອດທ້າຍເດືອນມັງກອນ 2010 ຈຸດກໍ່ສ້າງຈາກທັງສອງຝັ່ງຂອງ ໃກ້ຈະເຊື່ອມຕໍ່ຫາກັນແລ້ວ ເຊິ່ງຄືບຫນ້າແລ້ວກວ່າ ຄາດຫມາຍ 19% ໂດຍສຳເລັດ 31% ຂອງໂຄງການທັງຫມົດ. ພ້ອມນັ້ນ ຍັງເລີ່ມ ການກໍ່ສ້າງອາຄານດ່ານກວດຄົນເຂົ້າເມືອງທາງຝັ່ງ ສປປ ລາວ ອີກ.


   ໂຄງການກໍ່ສ້າງຂົວມິດຕະພາບ 3 ມີຄວາມຍາວ 780 ແມັດກວ້າງ 13 ແມັດ ມີທາງລົດໄຟເຖິງຈຸດເຄິ່ງກາງຂອງຂົວ ຄືກັບຂົວມິດ ຕະພາບແຫ່ງທີ 1 ລວມມູນຄ່າການກໍ່ສ້າງ 1,761 ຕື້ບາດ (ສະກຸນເງິນໄທ) ເຊິ່ງໄດ້ວາງສີລາລືກໃນຕົ້ນເດືອນມີນາ 2009 ແລະເລີ່ມກໍ່ ສ້າງໃນເດືອນມິຖຸນາຂອງປີດຽວກັນ ແລະ ຈະໃຫ້ສຳເລັດໃນປີ 2010 ລວມໄລຍະເວລາກໍ່ສ້າງ 36 ເດືອນ. ແຕ່ຕ້ອງຫລ້າຊ້າອອກໄປ ຫລາຍເດືອນ ເນື່ອງຈາກຕິດຂັດດ້ານງົບປະມານຈົນມາເຖິງເດືອນຕຸລາ 2009 ຈິ່ງໄດ້ເລີ່ມລົງມືກໍ່ສ້າງ.




__________________
Anonymous

Date:
RE: ມາເບິ່ງ...


ຂອບໃຈຫລາຍໆທີນຳເອົາຂ່າວດີນີ້ມາໃຫ້ອ່ານ ຖ້າບໍ່ມີພັກປະຊາຊົນລາວທີ່ສະຫລາດສ່ອງໃສ ຂົວງາມໆນີ້ຄົງຈະບໍ່ເກີດຂຶ້ນ ຂໍຍ້ອງຍໍົມເຊີຍຢ່າງສຸດໃຈ. ບໍລິສັດຫຍັງເປັນຜູ່ຮັບເໝົາກໍ່ສ້າງ? ມີນັກວິສາວະກອນແລະນັກກໍ່ສ້າງລາວຈັກຄົນໃນໂຄງການນີ້? ແລະຖ້າຂົວມິດຕະພາບລາວໄທແຫ່ງນີ້ສຳເລັດ ເງິນຈະເຂົ້າລາວຈັກລ້ານຕໍ່ປີ?

__________________


Senior Member

Status: Offline
Posts: 428
Date:
RE: ມາເບິ່ງຄວາມຄືບໜ້າ ການສ້າງຂົວມິດຕະພາບ3


ຄືມາຖາມຍາກແທ້ລະ
ຊິຕອບໃຫ້ໄດ້ບໍ່ນໍ

__________________
Anonymous

Date:

Mekong river as:
"NAM CHAI KHONG LAO SONG FANG"

Bridges cross the Mekong river as:
"SAY SUM-PHANH KHONG LAO SONG FANG"

Thank you for Thai and Lao Governments.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard