Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫາດດອນຈັນ ຈະຖືກເນລະມິດເປັນ GIM ສາທາລະນະ
Anonymous

Date:
ຫາດດອນຈັນ ຈະຖືກເນລະມິດເປັນ GIM ສາທາລະນະ



5_83.jpg

 ຂ່າວ: ໄກ່ແກ້ວ


   ບໍລິເວນແຄມຂອງນັບຕັ້ງແຕ່ສາມແຍກປາກປ່າສັກ ເຖິງຫລັກສາມ (ບ້ານທ່າພະລານ) ຄວາມຍາວ 4 ກິໂລແມັດ ຫລື ນິຍົມເອີ້ນກັນ ວ່າ: "ຫາດດອນຈັນ" ຈະຖືກເນລະມິດໃຫ້ເປັນສວນສາທາລະນະຂະຫນາດ 14 ເຮັກຕາ ໂດຍມີນາມວ່າ: "ສວນເຈົ້າອານຸວົງ" ເຊິ່ງພາຍ ໃນສວນຈະມີການຕິດຕັ້ງເຄື່ອງອອກກຳລັງກາຍປຽບເຫມືອນ GIM (ສູນອອກກຳລັງກາຍ) ສາທາລະນະຂະຫນາດໃຫຍ່ທີ່ຕັ້ງຢູ່ທ່າມກາງ ບັນຍາກາດທີ່ດີ ແລະ ສິ່ງທີ່ພິເສດທີ່ສຸດກໍ່ຄືໃນບຸນຊ່ວງເຮືອປະຈຳປີນີ້ ຈະມີບ່ອນນັ່ງຊົມທີ່ບັນຈຸຜູ້ຊົມໄດ້ເຖິງ 4.000 ກວ່າຄົນ.


   "ສວນເຈົ້າອານຸວົງ" ແມ່ນ I ໃນ II ໄລຍະປະຕິບັດວຽກຂອງໂຄງການພັດທະນາແຄມຂອງ(ນັບແຕ່ບ້ານເກົ້າລ້ຽວຈົນຮອດຫລັກສາມ ທ່າພະລານໄຊ) ຕາມ 4 ເປົ້າຫມາຍຫລັກຄື: ປ້ອງກັນຕາຝັ່ງເຈື່ອນ; ຄູປ້ອງກັນນ້ຳຖ້ວມ; ເສັ້ນທາງເລາະແຄມຂອງຄວາມຍາວ 2,6 ກິ ໂລແມັດ (ແຕ່ສາມແຍກ ປາກປ່າສັກຫາທາດຂາດ); ແລະ ການກໍ່ສ້າງສວນສາທາລະນະ "ເຈົ້າອານຸວົງ" ໃນເນື້ອທີ່ 14 ເຮັກຕາ. ສຳ ລັບການກໍ່ສ້າງສວນ "ເຈົ້າອານຸວົງ" ແມ່ນນອນໃນໄລຍະການກໍ່ສ້າງທີ I ເຊິ່ງ ແລະກໍ່ແມ່ນສ່ວນຫນຶ່ງຂອງການກຽມພ້ອມເພື່ອສະຫລອງ ນະຄອນຫລວງວຽງຈັນ ຄົບຮອບ 450 ປີ ມາຮອດປະຈຸບັນນີ້ ລົງມືປະຕິບັດຍ້າຍສິ່ງກີດຂວາງຕ່າງໆສຳເລັດແລ້ວ ຄິດສະເລ່ຍໂດຍພື້ນ ຖານແລ້ວສາມາດສຳເລັດໄດ້ 16% ຂອງໄລຍະທີ I ແຕ່ຖ້າທຽບໃສ່ທັງຫມົດແມ່ນເທົ່າກັບ 13% ເຊິ່ງຈະເຮັດໃຫ້ສຳເລັດ 100% ໃນ ເດືອນຕຸລາ 2010 ນີ້ແນ່ນອນ ສ່ວນໂຄງການໄລຍະ II ແມ່ນຈະສືບຕໍ່ເຮັດສຳເລັດໃນປີ 2013.


   ນອກຈາກນີ້ ທ່ານ ບຸນຈັນ ແກ້ວສີທຳມະ ຫົວຫນ້າໂຄງການ ພັດທະນາແຄມຂອງຍັງໄດ້ເປີດ ເຜີຍຕໍ່ນັກຂ່າວຂອງພວກເຮົາອີກວ່າ: ພາຍຫລັງທີ່ພວກເຮົາສ້າງສວນດັ່ງກ່າວສຳເລັດແລ້ວ ສວນດັ່ງກ່າວຈະກາຍເປັນສວນສາທາລະນະທີ່ທັນສະໄຫມທີ່ທຸກຄົນສາມາດເຂົ້າມາ ພັກຜ່ອນຢ່ອນອາລົມ, ມີທາງສຳລັບຂີ່ລົດຖີບອອກກຳລັງກາຍ-ແລ່ນອອກກຳລັງກາຍ, ຕິດຕັ້ງເຄື່ອງອອກກຳລັງກາຍທັນສະໄຫມສາມາດ ຫລິ້ນໄດ້ທຸກທ່ານ ໂດຍບໍ່ເສຍຄ່າປຽບເຫມືອນສະຖານອອກກຳລັງກາຍສາທາລະນະຂະຫນາດໃຫຍ່ແຫ່ງທຳອິດໃນ ນະຄອນຫລວງວຽງ ຈັນ ແລະ ສິ່ງທີ່ພິເສດອີກຢ່າງຫນຶ່ງທີ່ກອງເຊຍບຸນຊ່ວງເຮືອປະເພນີທັງຫລາຍຄອງຄອຍ ນັ້ນກໍ່ຄືສະຖານທີ່ນັ່ງຊົມ ທີ່ຈະພາທ່ານສຳຜັດ ກັບບັນຍາກາດແບບສະດວກສະບາຍ ກວ່າແຕ່ກ່ອນ ເຊິ່ງສາມາດບັນຈຸ ຜູ້ຊົມໄດ້ຫລາຍກວ່າ 4.000 ຄົນ ອີກດ້ານຫນຶ່ງສະຖານທີ່ດັ່ງ ກ່າວແມ່ນຈະກາຍເປັນສະຖານທີ່ ທີ່ຊ່ວຍດຶງດູດການທ່ອງທ່ຽວ ແລະ ສ້າງເງື່ອນໄຂອັນດີອັນອື່ນອີກຫລາຍໆດ້ານ.


   ສ່ວນວ່າບັນຫາຄາໃຈທີ່ຫລາຍ ທ່ານສະແດງຄວາມເປັນຫ່ວງຕໍ່ຜົນກະທົບທີ່ຈະເກີດຈາກການດູດເອົາດິນຊາຍຈາກນ້ຳຂອງຂຶ້ນມານຳ ໃຊ້ນັ້ນ ທ່ານຫົວຫນ້າໂຄງການກໍ່ໄດ້ໄຂບັນຫາ ແລະ ອອກມາຢືນຢັນແລ້ວວ່າ: ກ່ອນທີ່ຈະເຮັດໂຄງການ ຫລື ກ່ອນຈະໃຊ້ຊັບພະຍາກອນ ໃດຫນຶ່ງພວກເຮົາໄດ້ຄິດໄລ່ຢ່າງຄັກແນ່ ແລະ ມີນັກວິຊາການ ເຊິ່ງເປັນຊ່ຽວຊານມາຈາກປະເທດເກົາຫລີມາຊ່ວຍ.




__________________
Vi

Date:

Good Project ..... and hope Vientiane have more Green Zone ....

__________________
Gymnastic

Date:

That is a very good idea to develop the bank of Vientiane's water front as a public gymnasium or a park.

__________________
Anonymous

Date:

I think, this is very excellent idea. atleast vientiane residences have  the part  to hang out on the weekend. runing, jocking, exersise or what ever reason. good job, pdr..



__________________
Anonymous

Date:

Anonymous wrote:

I think, this is very excellent idea. atleast vientiane residences have  the part  to hang out on the weekend. runing, jocking, exersise or what ever reason. good job, pdr..




This project was a project before LPDR.
Congratulation LPDR goverment. 
Only PHAMONG dam project that LPDR government are canceled.
PHAMONG dam was also an old project before LPDR.
All the bridges cross the Mekong river from North to South, and several power dams was the old projects before LPDR also.
" Khong Karn Loom Mai Nam Khong " what's they caledl these projects in Lao. 
 



__________________
Anonymous

Date:

ປະເທດລາວບໍ່ມີທະເລ  ສຳລັບຂ້າພະເຈົ້ານີ້ ເຫັນທີ່ສູດ ຕໍ່ທູກໆໂຄງການ ທີ່ເປັນໂຄງການພັດທະນາແຄມຂອງບ້ານ
ເຮົາ ໂດຍສະເພາະແລ້ວແມ່ນແຄມຂອງວຽງຈັນ. ເພາະເຫັນທິວທັດຫາດດອນຈັນໃນຍາມແລງ ເປັນຕົ້ນໃນລະດູ
ແລ້ງ ປະທັບໄຈດີ ແລາະທັງດຶງດູດຈິດໄຈຜູ້ຢາກຜ່ອນຄາຍອາກາດໄນຍາມແລງອີກ. ຄິດວ່ານີ້ກໍ່ເປັນສ່ວນປະກອບ
ທີ່ດີຕໍ່ການສົ່ງເສີມການທອ່ງທ່ຽວໄຫ້ນະຄອນຫຼວງວຽງຈັນໄປໃນຕົວນ໋າ.


__________________
Anonymous

Date:

ເປັນໂຄງການທີ່ດີ.ແລະຢາກໃຫ້ສຳເລັດໄວໆ.ແຕ່ກະຍັງເປັນຫ່ວງວ່າຖ້າສຳເລັດແລ້ວຈະຮັກສາໃຫ້ເປັນສະຖານທີ່ທີ່ສະອາດແລະໃຊ້ງານໄດ້ຕະຫລອດບໍ່.ແລະກະຫວັງວ່າຄືຊິບໍ່ມີແຕ່ຮ້ານເຫລົ້າຮ້ານເບຍຫລາຍເກີນໄປເນາະ.

__________________
Anonymous

Date:

ໂດຍສະເພາະ ເປັນສວນເຈົ້າອະນູວົງ ຊຶ່ງຖືເປັນພະບູຣູດ ຂອງພວກເຮົາຄົນລາວດ້ວຍກັນທູກໆຄົນ ກໍສົມຄວນໄຫ້
ມີ ປ້ອມອະນູສາວະລີ ພໍເປັນສິ່ງທີ່ລະລຶກເຖີງເພີ່ນສານໍ ຜູ້ທີ່ເສັຍສະລະເພື່ອຊາດແລາະແຜ່ນດິນລາວເຮົາ.


__________________
Anonymous

Date:

Anonymous wrote:

Anonymous wrote:

 

I think, this is very excellent idea. atleast vientiane residences have  the part  to hang out on the weekend. runing, jocking, exersise or what ever reason. good job, pdr..




This project was a project before LPDR.
Congratulation LPDR goverment. 
Only PHAMONG dam project that LPDR government are canceled.
PHAMONG dam was also an old project before LPDR.
All the bridges cross the Mekong river from North to South, and several power dams was the old projects before LPDR also.
" Khong Karn Loom Mai Nam Khong " what's they caledl these projects in Lao. 
 



You maybe right, But if you were plan to do it but didn't, that don't count as yours, and a person did not plan to do but do it, so we count it as his/her. ok, simple as that.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard