Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຖັງໃສ່ຂີ້ເຫຍື້ອ ສວນປະຕູໄຊ
Anonymous

Date:
ຖັງໃສ່ຂີ້ເຫຍື້ອ ສວນປະຕູໄຊ




ໃນວັນທີ
30 ທັນວາ 2009 ຜ່ານມານີ້ ຢູ່ທີ່ສວນປະຕູໄຊ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກລັດວິສາຫະກິດປະສົມລາວ ໂທລະຄົມໃຫ້ແກ່ສວນປະ ຕູໄຊ ເປັນຖັງໃສ່ຂີ້ເຫຍື້ອຈຳນວນ 50 ໜ່ວຍ ແລະ ປ້າຍບໍລິການ 20 ອັນ ລວມມູນຄ່າ 33 ລ້ານກີບ ໂດຍແມ່ນທ່ານ ສຸພົນ ຈັນທະວີໄຊ ຫົວໜ້າ ພະແນກການຕະຫຼາດລັດວິສາຫະກິດລາວໂທລະຄົມ ເປັນຜູ້ກ່າວມອບ ແລະ ທ່ານນາງ ລັດດາພອນ ຂຸນພິທັກ ອຳນວຍການສວນປະຕູໄຊ ເປັນຜູ້ກ່າວ ຮັບ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

 

ຈຸດປະສົງຂອງການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ແມ່ນເພື່ອເປັນການປະກອບສ່ວນໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາຢູ່ ສວນປະຕູໄຊ ເພື່ອໃຫ້ບັນດາແຂກທີ່ມາທ່ຽວຊົມໄດ້ມີຄວາມສະດວກມີຖັງໃສ່ຂີ້ເຫຍື້ອເປັນຈຸດ ເພື່ອຮັກສາສິ່ງແວດລ້ອມ ພ້ອມທັງປ້າຍບອກຈຸດ ແລະ ປ້າຍຫ້າມຢຽບຫຍ້າ ບອກເຕືອນຜູ້ມາທ່ຽວໃຫ້ຮູ້ ແລະ ປະຕິບັດ.

 

ທ່ານນາງ ລັດດາພອນ ອຳນວຍການສວນປະຕູໄຊ ຍັງໃຫ້ຮູ້ຕື່ມອີກວ່າ: ທີ່ຜ່ານມາລາວໂທລະຄົມ ກໍໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ສວນປະຕູໄຊ 2 ຄັ້ງ ແລ້ວ ໂດຍໄດ້ມອບຕັ່ງປ້າຍບອກຈຸດ ແລະ ຄັນຮົ່ມມູນຄ່າຫຼາຍສິບລ້ານກີບ ນອກຈາກນີ້ກໍຍັງໄດ້ມີຫຼາຍພາກສ່ວນປະກອບສ່ວນຊ່ວຍເຫຼືອແກ່ສວນປະຕູ ໄຊ ແຕ່ກໍຍັງມີບາງດ້ານທີ່ທາງສວນຍັງຕ້ອງການ ເປັນຕົ້ນແມ່ນໂທລະໂຄ່ງເພື່ອໂຄສະນາປະຊາສຳພັນໃຫ້ບັນດາແຂກທີ່ມາທ່ຽວຢູ່ສວນ ໄດ້ຮູ້ກົດລະບຽບ ແລະ ວັດທະນະທຳຮີດຄອງປະເພນີຂອງລາວ ແລະ ເພື່ອບໍ່ໃຫ້ຜູ້ທີ່ມາທ່ອງທ່ຽວກະທຳສິ່ງບໍ່ດີບໍ່ງາມຢູ່ສວນປະຕູໄຊແຫ່ງນີ້.



__________________
Anonymous

Date:
RE: ຖັງ...


ຢູ່ຕ່າງປະເທດເພິ່ນບໍ່ຄ່ອຍໃຊ້ກະຖັງຢາງໃຫຍ່ໆແບບນີ້ຢູ່ບ່ອນສາທາລະນະ ເພິ່ນມັກຈະໃຊ້ຖັງຫີນອ່ອນ.

__________________
Anonymous

Date:
RE: ຖັງໃສ່ຂີ້ເຫຍື້ອ ສວນປະຕູໄຊ


ກະດີໃຈນຳທີ່ໄດ້ຖັງຂີ້ເຫຍື້ອມາຕື່ມແຕ່ຢ່າລືມຊ່ວຍກັນຮັກສາ. ແຕ່ ຂພຈ ຢາກມີຄວາມເຫັນກ່ຽວກັບຕັ່ງທີ່ເພິ່ນເອົາໄປໄວ້ໃຫ້ນັກທ່ອງທ່ຽວນັ່ງໃນສະຖານທີ່ທ່ອງທ່ຽວສຳຄັນໆໃນວຽງຈັນ
ຫັ້ນໜາເຊັ່ນວ່າ: ປະຕູໄຊ, ທາດຫຼວງ ຢາກໃຫ້ເພິ່ນປ່ຽນຈາກບໍລິສັດການບິນໄທ ທີ່ມີໂລໂກ້ແລະ ຊື່ບໍລິດສັດຂອງເພິ່ນໂຕບັກໃຫຍ່ຫັ້ນໄດ້ບໍ່
ເພາະວ່າຄວາມຮູ້ສືກຂອງຊາວຕ່າງປະເທດທີ່ເຂົາມາທ່ຽວບ້ານເຮົາເຂົາຈະຄິດແນວໃດ ຫຼືວ່າບັນດາທ່ານຄິດແນວໃດ

__________________
Xiengkalen

Date:

ການບິນໄທເຂົາເປັນຜູ້ອຸປະຖຳ   ບໍ່ໃຫ້ມີຊື່ຂອງເຂົາແມ່ນເປັນໄປບໍໍ່ໄດ້ ທ່ານ.
ເຫດຜົນທີ່ເຂົາເຈົ້າໃສ່ຊື່ນັ້ນ ທ່ານຄົງຈະເຂົ້າໃຈດີແລ້ວໂດຍບໍ່ຕ້ອງອະທິບາຍໃນສັງຄົມສະໄໝໃໝ່ເນາະ.
ທາງອອກກໍຄື ລັດຖະບານເປັນຜູ້ອຸປະຖຳຈິ່ງຈະບໍ່ມີຊື່ ການບິນໄທຕິດຢູ່ຫັ້ນ.
ຖ້າທ່ານເອງເປັນຜູ້ອຸປະຖຳເດ ທ່ານຊິໃສ່ຊື່ທ່ານ ຫຼື ບໍໃສ່? ຖ້າເປັນຊຽງກະເລັນແລ້ວ ໃສ່ແນ່ນອນbiggrinbiggrinbiggrinbiggrinbiggrinbiggrin


__________________
KhonLao

Date:

Big improvement for this place.
I hope everyone agree. Rubbish is
a problem in the world.

Visit here to read more about Patuxai

Thank You!

__________________
Anonymous

Date:

Before 1975 " PATUXAY " was a raping sit and fighting ring of gangsters. Many peole got killed in this place and  thousand young girls had been raped with line up style from raper gangs. Uper level was also place for people take a **** and pee like the public restrooms. 

Thank you for Laos PDR had changed Laos, and sent all bad guys to the hell. Now it's a nice place for Laos to show foreigners when they're visiting our Capital city. 

__________________
Anonymous

Date:

Anonymous wrote:

Before 1975 " PATUXAY " was a raping site and fighting ring of gangsters. Many peole got killed in this place and  thousand young girls had been raped with line up style from raper gangs. Uper level was also place for people take a s-h-i-t and pee like the public restrooms. 

Thank you for Laos PDR had changed Laos, and sent all bad guys to the hell. Now it's a nice place for Laos to show foreigners when they're visiting our Capital city. 




 



__________________
Anonymous

Date:
RE:Before 1975


ຕອນຂ້ອຍຢູ່ ປີ1980 ຫັ້ນເພິ່ນກະບໍ່ໄດ້ເອົາໃຈໃສ່ບົວລະບັດຮັກສາຕົບແຕ່ງອະນຸສາວະລີໃຫ້ຈົບໃຫ້ງາມໃຫ້ສະອາດປານໃດ໋ດອກ, ດຽວນີ້ເພິ່ນຕົກແຕ່ງແຕ່ກະບໍ່ໄດ້ໝາຍຄວາມວ່າຢູ່ປະຕູໄຊບໍ່ມີກິ່ນເໝັນຫຍັງເດີ ຕ້ອງໄປພິສູດດ້ວຍຕົວເອງຈັ່ງຮູ້.

__________________
Anonymous

Date:
RE: ຖັງໃສ່ຂີ້ເຫຍື້ອ ສວນປະຕູໄຊ


KHOY PI PEE-SOOD MAR LEO, DYO KNEE SA-ART LAIR NGARM E-LEE. TANG TAIR WAR PHERN BOR THAR SEE ( painting ) BORN THEE SEE KAO KHONG MARN SOOD SOM LONG.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard