Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສູນບູໂດລາວເດີ້
Anonymous

Date:
ສູນບູໂດລາວເດີ້




ສຳລັບສູນກີລາບູໂດລາວ-ຍີ່ປຸ່ນ ຊຶ່ງຕັ້ງຢູ່ບ້ານອະນຸ ເມືອງຈັນທະບູລີ ໂດຍແມ່ນລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອລ້າ ນັ້ນແມ່ນໄດ້ເປີດນຳໃຊ້ຢ່າງ ເປັນທາງການແລ້ວນັບແຕ່ວັນທີ 14 ພະຈິກນີ້ເປັນຕົ້ນໄປ ໂດຍມີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ປະທານຄະນະກຳມະການຈັດງານມະຫະກຳກີລາຊີເກມ ຄັ້ງທີ 25 ແລະ ທ່ານ Masaaki Miya****a ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດຍີ່ປຸ່ນ ເຂົ້າຮ່ວມນຳ.

 

ທ່ານ ດຣ.ສຸລະສິດ ອຸປຣະວັນ ຫົວໝ້າໂຄງການກໍ່ສ້າງສູນບູໂດລາວ-ຍີ່ປຸ່ນ ໄດ້ລາຍງານໃຫ້ຮູ້ວ່າ: ສະເພາະສູນບູໂດລາວ-ຍີ່ປຸ່ນ ແຫ່ງນີ້ແມ່ນໄດ້ເລີ່ມ ໂຄງການກໍ່ສ້າງມາແຕ່ທ້າຍປີ 2008 ແລະ ສຳເລັດໃນວັນທີ 6 ພະຈິກນີ້ ໂດຍແມ່ນລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອລ້າໃນມູນຄ່າ 601.600.000 ເຢັນ ແລະ ລັດຖະບານລາວ ໄດ້ປະກອບສ່ວນທຶນຮອນເຂົ້າໃນການກໍ່ສ້າງ 2 ຕື້ກ່ວາກີບ.

 

ສູນບູໂດແຫ່ງນີ້ ປະກອບໄປດ້ວຍອາຄານໃຫຍ່ 3 ຊັ້ນ 2 ອາຄານຊັ້ນດຽວ ສະເພາະອາຄານໃຫຍ່ປະກອບດ້ວຍສະຖານທີ່ເຝິກຊ້ອມ-ແຂ່ງຂັນ ພ້ອມ ດ້ວຍຫ້ອງການຂາເຂົ້າ-ຂາອອກ ຫ້ອງອຳນວຍການ ແລະ ຫ້ອງການຂອງສະຫະພັນກາຣາເຕໂດ ຢູໂດ ແລະ ສະຫະພັນໄອກິໂດ ມີບ່ອນນັ່ງຊົມຖາ ວອນ 436 ບ່ອນນັ່ງ ແລະ 375 ບ່ອນນັ່ງເຄື່ອນທີ່ໃນກໍລະນີຈັດກິດຈະກຳປະເພດຕ່າງໆ ນັບທັງການຈັດການສະແດງຄອນເສີດ ສ່ວນອາຄານຊັ້ນດຽວ ປະກອບດ້ວຍຫ້ອງກຳມະການຕັດສິນ ແພດ ສາງມ້ຽນອຸປະກອນ ຫ້ອງປ່ຽນເຄື່ອງຍິງ-ຊາຍ ຫ້ອງອາບນ້ຳ ຫ້ອງນ້ຳທົ່ວໄປ ແລະ ຫ້ອງນ້ຳຄົນພິການ.

 

ສູນກີລາບູໂດລາວ-ຍີ່ປຸ່ນ ນອກຈາກນຳໃຊ້ຫຼີ້ນກີລາໄອກິໂດ ຢູ່ໂດ ແລະ ກາຣາເຕໂດແລ້ວ ຍັງສາມາດນຳໃຊ້ຫຼີ້ນກີລາປິ່ງປ່ອງ ດອກປີກໄກ່ ກະຕໍ້ ຈັດ ກອງປະຊຸມ ແລະ ຈັດງານຄອນເສີດເພື່ອຫາລາຍໄດ້ໃຫ້ແກ່ສູນຕື່ມອີກ ໄລຍະມໍ່ໆນີ້ແມ່ນຈະນຳໃຊ້ເປັນສະຖານທີ່ແຂ່ງຂັນກິລາຢູ່ໂດ ແລະ ກາຣາເຕໂດ ໃນງານມະຫະກຳກີລາຊີເກມ ຄັ້ງທີ 25 ທີ່ກຽມຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 9-18 ທັນວາ 2009 ນີ້.

 

ໃນໂອກາດດັ່ງກ່າວທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຍັງໄດ້ກ່າວສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ ບຸນຄຸນຢ່າງເລິກ ເຊິ່ງມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ເຮັດໃຫ້ ສປປ ລາວ ໄດ້ມີພື້ນຖານໂຄງລ່າງທີ່ທັນສະ ໄໝ ສາມາດຮອງຮັບການຈັດແຂ່ງຂັນກີລາໃນລະດັບພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ.



__________________
Anonymous

Date:

Thank you Japan. Whenever we need help we'll ask from Japan again. Next could be super 4 lanes highway from north to south of Laos.

__________________
Anonymous

Date:

small sports complex hall in college community of Little town America

__________________
Anonymous

Date:

ໝວດເຈົ້າພິມພາສາລາວ ມັນເໜື່ອຍຫຼາຍຫວ່າ confuse



__________________
Anonymous

Date:

i am in America i don't have Lao font key board.
i understand Pasa Lao

__________________
Xiengkalen

Date:

ອັນໃດກະຍີ່ປຸ່ນເນາະ ຂອບໃຈເນີ່ອາວຍີ່ປຸ່ນ ຢາກເປັນເຂີຍຢີ່ປຸນເດ້ ອິ ອິ ອິ. ບໍ່ຮູ້ວ່າຊາດແລ້ວເປັນຫຍັງກັນເນາະ     ແຕ່ຢາກໃຫ້ໄປສ້າງຢູ່ບ້ານນອກພຸ້ນຫຼາຍກວ່າ

__________________
Anonymous

Date:

Anonymous wrote:

i am in America i don't have Lao font key board.
i understand Pasa Lao



Arschloch  i understand

 



__________________
Anonymous

Date:

ນີ້ໄດ້ສະແດງເຖີງຄວາມສະຫຼາດສ່ອງໃສຂອງພັກລັດເຮົາ ເຊີ່ງຍາມໃດກໍ່ພະຍາຍາມຍາດແຍ່ງການຊ່ວຍເຫຼືອ
ຈາກສາກົນມາຊູ່ປະຊາຊົນເຮົາຕະຫຼອດ.


__________________
Anonymous

Date:

ຍີ່ປຸ່ນເພິ່ນໃຈດີຫລາຍທີ່ຊ່ອຍເຫລືອລ້າແກ່ປະເທດເຮົາ

__________________
Anonymous

Date:

Anonymous wrote:

ໝວດເຈົ້າພິມພາສາລາວ ມັນເໜື່ອຍຫຼາຍຫວ່າ confuse



I read and write Lao, but I don't have Lao Font in my computer yet. I am underway to get the instruction how to get Lao Font from SAMAKOMLAO web Master or Web Administration.  If you know would you send me instruction for it, please.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard