Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນສວຍໂອກາດ...
Anonymous

Date:
ຄົນສວຍໂອກາດ...


ຄົນສວຍໂອກາດ... ຂີ້ເຫຍື້ອເຮືອນຕົນເອງ ເອົາໄປຖິ້ມໃຫ້ໝູ່ມ້ຽນ

ງານມະຫະກຳກີລາຊີເກມ ຄັ້ງທີ
25 ພວມຄືບຄານເຂົ້າມາໃກ້ທຸກຂະນະແລ້ວນັ້ນ ກໍໝາຍເຖິງປະຊາຊົນລາວບັນດາເຜົ່າທົ່ວປະເທດ ໂດຍສະ ເພາະກໍແມ່ນຊາວນະຄອນຫຼວງວຽງຈັນ ຈະໄດ້ຮ່ວມກັນເປັນເຈົ້າພາບທີ່ດີ ຕ້ອນຮັບແຂກບ້ານແຂກເມືອງ ດ້ວຍຄວາມພາກພູມໃຈ ໄມຕີຈິດ ຮັດແໜ້ນ ແລະ ເປັນມິດກັບທຸກປະເທດໃນພູມີພາກອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ.

 

ປັດຈຸບັນໃນຕົວເມືອງຂອງນະຄອນຫຼວງວຽງຈັນ ແມ່ນຄ່ອຍໆໄດ້ຮັບຄວາມບົວລະບັດຮັກສາ ປັດກວາດຖະໜົນຫົນທາງ ສວນສາທາລະນະ ຕະ ຫຼອດຮອດການຕົກແຕ່ງທາສີຂອບທາງ ເສັ້ນມາລາຍ ການແບ່ງເລນ ປ້າຍຈະລາຈອນ ແລະ ຖັງໃສ່ຂີ້ເຫຍື້ອສາທາລະນະ.

 

ສະເພາະຖັງໃສ່ຂີ້ເຫຍື້ອສາທາລະນະທີ່ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດເບຍລາວຈຳກັດ ເມື່ອບໍ່ດົນຜ່ານມານັ້ນ ປັດຈຸບັນແມ່ນໄດ້ນຳເອົາມາຕັ້ງ ໄວ້ຕາມຈຸດຕ່າງໆທີ່ສຳຄັນໃນນະຄອນຫຼວງວຽງຈັນ 400 ກ່ວາໜ່ວຍ ເພື່ອອຳນວຍຄວາມສະດວກໃຫ້ແກ່ມວນຊົນ (ນັກທ່ອງທ່ຽວ ແລະ ຜູ້ ເດີນທາງໄປ-ມາໄດ້ມີບ່ອນຖິ້ມຂີ້ເຫຍື້ອ) ແລະ ພະນັກງານ ອພບ ເຊິ່ງເຮັດໜ້າທີ່ປັດກວາດຕາມແຄມທາງ ສວນສາທາລະນະ ແລະ ຂີ້ເຫຍື້ອ ດັ່ງກ່າວນັ້ນ ແຕ່ລະວັນແມ່ນຈະມີກອງທຳຄວາມສະອາດນະຄອນຫຼວງ ເອົາລົດມາເກັບມ້ຽນ ແລະ ນຳໄປຖິ້ມ ຫຼື ທຳລາຍຢູ່ສະໜາມຂີ້ເຫຍື້ອ.

 

ພະນັກງານຈາກອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ (ອພບ) ລາຍງານວ່າ: ປັດຈຸບັນໄດ້ມີປະຊາຊົນຈຳນວນໜຶ່ງສວຍໂອກາດ ເອົາຂີ້ເຫຍື້ອຢູ່ເຮືອນຕົນເອງ ມາຖິ້ມໃສ່ຖັງຂີ້ເຫຍື້ອສາທາລະນະ ຢ່າງຂາດຄວາມຮັບຜິດຊອບ ແລະ ໄຮ້ຄວາມອາຍ ເຊິ່ງການກະທຳນີ້ສ່ວນ ຫຼາຍແມ່ນຕອນກາງຄືນ... ສະນັ້ນ ຈິ່ງມີການສັນນິຖານວ່າ: ຂີ້ເຫຍື້ອດັ່ງກ່າວອາດແມ່ນມາຈາກປະຊາຊົນຜູ້ຢູ່ໃກ້ກັບຖັງຂີ້ເຫຍື້ອ.

 

ຍາມກາງຄືນແມ່ນຍາມພັກຜ່ອນ ຫຼື ຍາມນອນຂອງຄົນເຮົາ... ແຕ່ມີສັດປະເພດໜຶ່ງບໍ່ຄ່ອຍຈະນອນ ແຕ່ຖ້າມັນນອນກໍແມ່ນ ນອນແບບເຄິ່ງຫຼັບ ເຄິ່ງຕື່ນ ສະນັ້ນ ຜູ້ຮ້າຍອ້າຍຂະໂມຍມາຈອບມາມອງ ມັນຈະສົ່ງສຽງທັນທີ...ສະນັ້ນຈະເຮັດຫຍັງແນວບໍ່ດີຕອນກາງຄືນ ກໍໃຫ້ຄິດອາຍມັນແດ່?

ໂດຍ: ໂກ້ ໄຊຍົນຕີ
vientianemai



__________________
Anonymous

Date:

ຢູ່ຕ່າງປະເທດ ຖ້າເພິ່ນຈັບໄດ້ໄລ່ທັນເພິ່ນຈະປັບໃໝຫລາຍເງິນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard