Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວຽງຈັນມີປ້າຍ ແຈ້ງສຸກເສີນແລ້ວ
Anonymous

Date:
ວຽງຈັນມີປ້າຍ ແຈ້ງສຸກເສີນແລ້ວ




ໂດຍ: ດ້ວງຄູນກຸນ


   ທ່ານຜູ້ອ່ານຂາປະຈຳຄໍລຳທັດສະນະມະຫາຊົນທ່ານເຄີຍສັງເກດບໍ່ວ່າ ປະຈຸບັນເວລາທ່ານໄດ້ເດີນທາງໄປ-ມາໃນນະຄອນຫລວງວຽງ ຈັນ ແລະ ຫລາຍໆທ່ານອາດຈະເຄີຍພົບເຫັນປ້າຍແຈ້ງເຫດສຸກເສີນທີ່ທາງພາກສ່ວນກ່ຽວຂ້ອງນຳມາຕິດຕັ້ງຕາມເຂດຈຸດສຸມຂອງປະຊາ ຊົນເປັນຕົ້ນວ່າ: ຕະຫລາດສວນສາທາລະນະແຄມທາງຕ່າງໆ ແລະ ສະຖານທີ່ສຳຄັນໃນນະຄອນຫລວງ.


   ແມ່ປ້າຄົນຫນຶ່ງທີ່ບໍ່ຂໍປະສົງອອກນາມຂາຍເຄື່ອງຢູ່ຕະຫລາດເຊົ້າລາວໄດ້ໃຫ້ທັດສະນະຕໍ່ຜູ້ຂຽນວ່າ: ສຳລັບປ້າຍແຈ້ງເຫດສຸກເສີນທີ່ ພາກສ່ວນກ່ຽວຂ້ອງນຳມາຕິດຕັ້ງຕາມສະຖານທີ່ຈຸດສຸມຂອງຊຸມຊົນແຫ່ງຕ່າງໆນັ້ນຕາມແນວຄວາມຄິດຂອງແມ່ປ້າເອງແລ້ວແມ່ນມີຄວາມ ອົບອຸ່ນໃຈຫລາຍ ເຊິ່ງມັນອາດຈະເປັນວິທີການຫນຶ່ງທີ່ອາດຈະສາມາດຫລຸດຜ່ອນຄວາມເສຍຫາຍ ຫລື ທັນກັບເຫດການຂຶ້ນອີກເພາະວ່າ ໃນເວລາຜ່ານມາມັກພົບເຫັນເວລາເກີດເຫດໄຟໄຫມ້ ຫລື ອັກຄີໄພເກີດຂຶ້ນປະຊາຊົນບາງຄົນຍັງບໍ່ຮູ້ເບີໂທພາກສ່ວນທີ່ກ່ຽວຂ້ອງໃນການ ຕິດຕໍ່ຫາ ເພື່ອມາຄວບຄຸມການລຸກລາມຂອງໄຟ ຫລື ເຫດອື່ນໆຈິ່ງເຮັດໃຫ້ເກີດຄວາມເສຍຫາຍຫລາຍໃນເວລາ ເກີດເຫດຂຶ້ນໃນແຕ່ລະ ຄັ້ງ.


   ເວົ້າລວມແລ້ວປ້າຍແຈ້ງເຫດສຸກເສີນແຕ່ລະອັນແມ່ນມີຄວາມຫມາຍຄວາມສຳຄັນຫລາຍຕໍ່ຊີວິດ ແລະຊັບສິນຂອງປະຊາຊົນເອງ ສະ ນັ້ນ ໃນນາມຜູ້ຂຽນເອງຈິ່ງຂໍຊົມເຊີຍນຳຜົນງານດັ່ງກ່າວ ແລະ ຢາກຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທົ່ວສັງຄົມລາວເຮົາຈົ່ງຊ່ວຍກັນເບິ່ງແຍງ ຮັກສາປ້າຍໃຫ້ຢູ່ໃນສະພາບປົກກະຕິ ເພື່ອຫລີກເວັ້ນຄວາມເສຍຫາຍ ຫລື ເປ່ເພ ແລະ ໃນເວລາທ່ານຫາກຕ້ອງການແຈ້ງເຫດໄຟໄຫມ້ ຫລື ອີກຄີໄພບາດເຈັບກະທັນຫັນສາມາດຕິດຕໍ່ 190. ແຈ້ງຕຳຫລວດ 191, ໂຮງຫມໍ 195, ໄຟຟ້າ 199. ນ້ຳປະປາ 169 ແລ້ວທ່ານ ຈະໄດ້ຮັບຄວາມຊ່ວຍເຫລືອໂດຍດ່ວນເພື່ອຊ່ວຍແກ້ໄຂເຫດການທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍໃຫ້ໄດ້ຮັບການຊ່ວຍເຫລືອຢ່າງທັນການ.


ອີຄອມ



__________________
Anonymous

Date:

ເປັນການດີຫລາຍທີ່ມີປ້າຍສຸກເສີນຢາຍໄວ້ທົ່ວທຸກມຸມເມືອງ ຄຽງຄູ່ກັບການບອກເລົ່າທາງວິທະຍຸໂທລະທັດແລະໜັງສືພິມ.

__________________
Anonymous

Date:

ຊົມເຊີຍ!!!!!   ແຕ່ເປັນຫ່ວງນຳແຕ່ເວລາໂທໄປເບີສຸກເສີນເຫຼົ່ານີ້ ສ່ວນຫຼາຍສາຍບໍ່ວ່າງຈັກເທື່ອ ຫຼືບໍ່ກະບໍ່ມີຄົນຮັບ    

ຢ່າເຮັດຂຶ້ນມາເພາະຢຢາກມີຄືບ້ານເພິ່ນ  ເຮົາຕ້ອງສ້າງຂຶ້ນມາເພື່ອຮັບໃຊສັງຄົມ  ຄັນຊັ້ນ ມັນກະບໍ່ມີຄວາມໝາຍຄືກັນກັບຄູບາໄດ້ຫວີຫັ້ນແຫຼະ. ເບີ 191  ໂທໄປສາຍບໍ່ວ່າງ, ບໍ່ມີຄົນຮັບ  ບໍ່ເປັນຕາສະແຕກ!!!!

__________________
Anonymous

Date:

Anonymous wrote:

ຊົມເຊີຍ!!!!!   ແຕ່ເປັນຫ່ວງນຳແຕ່ເວລາໂທໄປເບີສຸກເສີນເຫຼົ່ານີ້ ສ່ວນຫຼາຍສາຍບໍ່ວ່າງຈັກເທື່ອ ຫຼືບໍ່ກະບໍ່ມີຄົນຮັບ    

ຢ່າເຮັດຂຶ້ນມາເພາະຢຢາກມີຄືບ້ານເພິ່ນ  ເຮົາຕ້ອງສ້າງຂຶ້ນມາເພື່ອຮັບໃຊສັງຄົມ  ຄັນຊັ້ນ ມັນກະບໍ່ມີຄວາມໝາຍຄືກັນກັບຄູບາໄດ້ຫວີຫັ້ນແຫຼະ. ເບີ 191  ໂທໄປສາຍບໍ່ວ່າງ, ບໍ່ມີຄົນຮັບ  ບໍ່ເປັນຕາສະແຕກ!!!!



Standard khon lao disbelief

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard