Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 300 ລ້ານກີບຕໍ່ເດືອນ ວຽງຈັນຈື່ງຈະສະອາດ !!!
Anonymous

Date:
300 ລ້ານກີບຕໍ່ເດືອນ ວຽງຈັນຈື່ງຈະສະອາດ !!!



6_12.jpg

 ຂ່າວ: ໄກ່ແກ້ວ


   ທ່ານ ສີສຸກ ທໍລະທຳ ຫົວຫນ້າພະແນກສິ່ງແວດລ້ອມຂອງອົງການພັດທະນາ ແລະ ບໍລິຫານຕົວເມືອງໄດ້ກ່າວໃນວັນທີ 11 ກັນຍາ 2009 ໃນບັ້ນຝຶກອົບຮົມສ້າງຈິດສຳນຶກດ້ານສິ່ງແວດລ້ອມໃຫ້ແກ່ສື່ມວນຊົນທີ່ທ່າລາດແຂວງວຽງຈັນ ວ່າ: ຂອດການປະຕິບັດວຽງຈັນສະອາດຈະຕ້ອງໃຊ້ເມັດເງິນປະມານ 300 ລ້ານກວ່າກີບຕໍ່ເດືອນ ຈິ່ງຈະສາມາດເຮັດໃຫ້ຕົວເມືອງ ນະຄອນຫລວງວຽງ ຈັນສະອາດສົດໃສ ຮັບປະກັນໄດ້ 100%.


   ສະເພາະທຶນນຳ ໃຊ້ເຂົ້າໃນການລ້າງ ທາງແມ່ນປະມານ 2 ແສນກວ່າກີບຕໍ່ຖ້ຽວ, ຖ້າພວກເຮົາ ຈະລ້າງທາງຫມົດທຸກເສັ້ນ(ໃນ 23 ເສັ້ນຂອບເຂດຕົວ ເມືອງ) ຈະຕ້ອງລ້າງປະມານ 200-300 ກວ່າຖ້ຽວໃນ 1 ເທື່ອຂອງການລ້າງທາງຈະຕ້ອງໃຊ້ເງິນປະມານ 40 ລ້ານ ກວ່າກີບຕໍ່ 1 ເທື່ອຂອງການລ້າງແຕ່ລະເສັ້ນທາງ.


   ໃນປະຈຸບັນໄດ້ຕັ້ງຈຸດລ້າງຕີນລົດ (ລົດຂົນສົ່ງດິນ) ໄດ້ 6 ຈຸດ ໃນເມືອງໄຊເສດຖາ ແລະ ຫາດຊາຍຟອງ... ແຕ່ຍັງບໍ່ທັນໄດ້ນຳໃຊ້ ຍ້ອນຂາດທຶນຮອນສຳລັບໃນງານມະຫະກຳຊີເກມໃນມໍ່ໆນີ້ທາງອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບ) ມີແຜນຈະວາງຖັງ ໃສ່ຂີ້ເຫຍື້ອໄວ້ຕາມເສັ້ນທາງຫລັກ 23 ເສັ້ນທາງ, 200 ແມັດຕໍ່ 1 ຖັງ ແລະ 1.600 ແມັດກາເລຕໍ່ 1 ຖັງ ສຳລັບສວນສາທາລະນະ ເຊິ່ງສາມາດປະຕິບັດໄດ້ສ່ວນຫນຶ່ງແລ້ວ ແຕ່ການປະຕິບັດວຽກງານດັ່ງກ່າວແມ່ນຍັງບໍ່ໄດ້ເຕັມເມັດເຕັມຫນ່ວຍຍ້ອນອີງໃສ່ສະພາບຈຸດພິ ເສດຄວາມຊິນເຄີຍຂອງປະຊາຊົນລາວ ທີ່ຍັງບໍ່ທັນຄຳນຶງເຖິງບັນຫາການຖິ້ມຂີ້ເຫຍື້ອເທົ່າທີ່ຄວນນັ້ນ ແມ່ນເຮັດໃຫ້ວຽກຂອງພວກເຮົາມີ ຄວາມຫລ້າຊ້າໃນນະຄອນຫລວງວຽງຈັນ ປະຊາຊົນຜູ້ຫນຶ່ງຈະຜະລິດຂີ້ເຫຍື້ອປະມານ 0,65 ກິໂລກຣາມຕໍ່ມື້ ໃນ 189 ບ້ານຈະມີປະຊາ ກອນ 364.557 ຄົນໂດຍປະມານຈະຜະລິດ 236-240 ໂຕນຕໍ່ວັນ,ຖ້າຄິດໄລ່ສະເລ່ຍປະຊາກອນ 4 ຕົວເມືອງໃຫຍ່ໃນນະຄອນຫລວງ ປະມານ 334.966 ຄົນເທົ່າກັບ 220-230 ໂຕນຕໍ່ວັນ ແຕ່ໃນຄວາມຈິງແລ້ວ ອາດຫລາຍກວ່ານັ້ນກົງກັນຂ້າມພວກເຮົາຜັດສາມາດເກັບ ມ້ຽນຈຳນວນຂີ້ເຫຍື້ອດັ່ງກ່າວນັ້ນໄດ້ພຽງ 150-200 ໂຕນຕໍ່ວັນເທົ່ານັ້ນ ທັງນີ້ ກໍ່ເນື່ອງຈາກວ່າພາຫະນະເກັບມ້ຽນແມ່ນບໍ່ພຽງພໍເທົ່າທີ່ມີ ຢູ່ກໍ່ຍັງມີສ່ວນຫນຶ່ງທີ່ເປັນລົດທີ່ບໍ່ໄດ້ມາດຖານ ແລະ ໃນສະຫນາມຂີ້ເຫຍື້ອຫລັກ 32 ລົດຈົກຂີ້ເຫຍື້ອກໍ່ບໍ່ພຽງພໍກັບຄວາມຕ້ອງການໂຮງ ງານແຍກຂີ້ເຫຍື້ອກໍ່ບໍ່ທັນມີ ນອກນີ້ ທ່ານ ສີສຸກ ທໍລະທຳ ຍັງໄດ້ກ່າວຕື່ມອີກວ່າ:

ຫາກການກໍ່ສ້າງຕ່າງໆຍັງບໍ່ສຳເລັດເສັດສິ້ນຕົວເມືອງ ກໍ່ຍັງຈະພົບບັນຫາໃນການຮັກສາຄວາມສະອາດ ແລະ ຖ້າຫາກຫມົດທຸກຄົນບໍ່ເປັນເຈົ້າການ ແລະ ຍັງບໍ່ທັນເຫັນຄວາມສຳຄັນໃນຈຸດດັ່ງ ກ່າວມານີ້ ກໍ່ຈະເຮັດໃຫ້ບັນຫານີ້ກາຍເປັນບັນຫາຊ້ຳເຮື້ອແກ້ບໍ່ຕົກ ເຊິ່ງມັນຈະສົ່ງຜົນຕໍ່ສະພາບແວດລ້ອມ ແລະ ສ້າງຄວາມຫຸ້ງຍາກລຳ ບາກໃຫ້ແກ່ລູກຫລານຂອງພວກເຮົາຕໍ່ໄປ.




__________________


Member

Status: Offline
Posts: 20
Date:

ຖ້າວ່າໃຊ້ງົບຫລາຍປານນີ້ ເພິ່ນຄວນຈະເກັບເອົາເງິນຄ່າພາສີການພະນັນຕື່ມອີກ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard