Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແອນຕີ້ ພະເອກ ສະບາຍດີຫຼວງພະບາງ 2
Anonymous

Date:
ແອນຕີ້ ພະເອກ ສະບາຍດີຫຼວງພະບາງ 2

ແມ່ນໃຜແນ່ ທີ່ບໍ່ເຫັນດີ ຢາກໃຫ້ພະເອກໄທ ຊື່ ແພລ ມາເປັນພະເອກລະຄອນ ສະບາຍດີຫຼວງພະບາງ 2
ລົງນາມ ທີ່ນີ້ ດ່ວນ

ຜູ້ຂຽນລະຜູ້ຫນື່ງ ທີ່ຂໍຂັດຄ້ານ ສຸດຂີດ

__________________
ກິໂນ້

Date:

ແອນຕີ້ ແປວ່າຫຍັງ?

ຂ້ອຍວ່າພວກເຮົາຢຸດເວົ້າກ່ຽວກັບເລື່ອງນີ້ເທາະ. ບໍ່ຂີ້ຄ້ານຫວາ?

ສິ່ງທີ່ຂ້ອຍສົນໃຈກວ່າຫມູ່ແມ່ນຄົນລາວກຳລັງສ້າງຫນັງ ເຊິ່ງເປັນສິ່ງທີ່ຫນ້າຍິນດີແລະຫນ້າສົ່ງເສີມ. ຂ້ອຍບໍ່ສົນໃຈວ່າໃຜເປັນພະເອກ ຈະເປັນເປ້ຫລືອະນັນດາ ແນວໃດກໍ່ຢາກໃຫ້ມີຫນັງລາວ ສ້າງໂດຍຄົນລາວ. ໃຜເປັນພະເອກ ຂ້ອຍກໍ່ຈະເບິ່ງ ແລະ ສົ່ງເສີມຫນັງລາວ.

ຂ້ອຍຫວັງວ່າທ່ານ ອະນຸສອນ ຈະສືບຕໍ່ສ້າງຫນັງເລື່ອງນີ້ ແລະ ຢ່າໄປກັງວົນກັບຫາງສຽງຕໍ່ຕ້ານ. ຂ້ອຍຂໍເປັນຄົນຫນຶ່ງ ທີ່ສະຫນັບສະຫນູນທ່ານ.

__________________
ko

Date:

ບັກພາກ ກຶໂນ ແອນຕີ້ແມ່ນຄັດຄານ ຂ້ອຍວ່າເຈົ້າຮູ້ແລ້ວມາແກ້ງຖາມ ຫນັງລາວສ້າງແຕ່ຄົນໄທມາສະແດງ ເອີນວ່າຫນັງລາວ ບໍ ຄົນລາວມີຕັງຫລາຍຜູ້ມີຄວາມສາມາດກະມີ ເປັນຫຍັງຈິງບໍ່ເອົາມາສະແດງ ບໍລິສັດທີ່ສ້າງຫນັງສະບາຍດີຫລວງພະບາງ ນາຍທືນເປັນຄົນໄທຍ ເວລາສ້າງກໍ່ເອົາຊື່ຄຳວ່າຫນັງລາວ  ແລ້ວເອົາພະເອົາເປັນຄົນໄທ ນາງເອກເປັນຄນລາວ   ມັນຄືບໍ່ຫັດລອງເອົານາງເອກເປັນຄົນໄທ ແລ້ວພະເອກເປັນຄົນລາວແດ່     ລາວສ່ວນຫລາຍໂງ່  ຫລົງໃຫລແຕ່ດາລາໄທ  ຊື່ນຊົມຄົນໄທ  ບໍ່ເຫ້ນວ່າສິສົ່ງເສີມຄົນລາວກັນເອງ  ຊື່ນຊົມຄົນລາວກັນເອງ  ຜູ້ຊາຍລາວຄົນມີຄວາມສາມາດຫນ້າຕາດີກໍ່ມີຫລາຍຄົນ ເປັນຫຍັງຄືບໍ່ເຫ້ນສົ່ງເສຶມຫລືປັນໃຫ້ເປັນນັກສະແດງທີ່ມີຊື່ສຽງໄດ້ສະແດງກັບຄົນຕ່າງປະເທດແດ່

ຫນັງສະບາຍດີຫລວງພຣະບາງຄວນຈະຢຸດເລີຍບໍ່ຫນ້າໃຫ້ມີອີກສິປ່ຽນພະເອກຄົນໄຫມ່ກໍ່ຍັງເປັນໄທຢູ່ດີ ຈັກຫນ່ອຍກະເວົ້ານັ້ນເວົ້ານີ້ອີກ ດູຖູກຄົນລາວອີກ ເປັນປັນຫາລະຫ່ວາງປະເທດອີກ  ຖ້າຈະສ້າງຄວນສ້າງເລື່ອງໄຫມ່ ແລະເອົາ ນັກສະແດງຈາກປະເທດອື່ນ ນອກຈາກໄທ  ເຊັ່ນເກົາຫລີ ຢີ່ປຸນ ຫລື ຫວຽດນາມ ກຳປູເຈຍ ພະມ້າກະໄດ້

ມັນຈິ່ງບໍ່ດູຖູກກັນ

__________________
ກິໂນ້

Date:

ko wrote:

ສາເຫດທີ່ຕ້ອງໃຊ້ພະເອກຄົນໄທ ຂ້ອຍຄິດວ່າ:

- ກຸ່ມເປົ້າຫມາຍຫລັກໆແມ່ນຄົນໄທ ເພາະຢູ່ລາວ ມີໂຮງຫນັງ 2-3 ແຫ່ງເທົ່ານັ້ນ. ສະນັ້ນ ລາຍໄດ້ຂອງຫນັງສ່ວນໃຫຍ່ ກໍ່ຈະມາຈາກໄທ
- ເນື້ອເລື່ອງຂອງຫນັງເອງ
- ເປັນການຮ່ວມມືລະຫວ່າງໄທກັບລາວ

ແນວໃດກໍ່ສະຫນັບສະຫນູນທ່ານອະນຸສອນຄືເກົ່າ.

__________________
Anonymous

Date:

ກິໂນ້ wrote:

 Jao Wao Maen Laew. This is film is making for Thai people to watch. If we using Lao actor and who gonna watch it? How many Lao can efford to watch the movies in the cenema theater? They only can just wait until the launch to the VCD or DVD then they can go to buy the PIRATED VCD,DVD to watch it. How the film company make money?

__________________
Anonymous

Date:

ອ່ານຂ່າວmanagerເຫັນເຂົາວ່າ ຄ້າຍໜັງໄດ້ຂ້າມໄປສ້າງສະບາຍດີຫຼວງພະບາງສາມແລ້ວ
ໂດຍຢຸດການຖ່າຍທຳພາກສອງໄວ້ກ່ອນໃຫ້ເຫດຜົນວ່າຝົນຕົກໜັກ, ພະເອກພາກສາມແມ່ນຜູ້ໃໝ່
ສົງໃສໂດນແບນ biggrinbiggrinbiggrin ສົມນຳໜ້າແດ່.

__________________
Anonymous

Date:

Anonymous wrote:
 Jao Wao Maen Laew. This is film is making for Thai people to watch. If we using Lao actor and who gonna watch it? How many Lao can efford to watch the movies in the cenema theater? They only can just wait until the launch to the VCD or DVD then they can go to buy the PIRATED VCD,DVD to watch it. How the film company make money?

Shut up!!!! Son of a bitch. How could you expressed like mention above. Seem that you are not Lao if you are Lao never look down your people
 
__________________
Anonymous

Date:

ເຫັນຫຼາຍຄົນຢູ່ນີ້ເຮັດທຳທ່າເປັນຄົນລາວ

__________________
Anonymous

Date:

Anonymous wrote:

ເຫັນຫຼາຍຄົນຢູ່ນີ້ເຮັດທຳທ່າເປັນຄົນລາວ

ໄທຍມັນຢ້ານເສຍປຽບໃຫ້ຄົນລາວເຮົາ ທີ່ບໍ່ນິຍົມຄົນໄທຍ ຄືເພີ່ນຄິດ ເລີຍພະຍາຍາມປອມເປັນຄົນລາວໃຊ້ຄຳຫຍາບ
ຂາດມາລະຍາດດ່າຄົນລາວເຮົາ ເພີ່ນບໍ່ຮູ້ຊະວ່າ ຄົນລາວນຳກັນ ບໍ່ມີໃຜຈະດ່າກັນຍ້ອນ ເພື່ອປົກປ້ອງຄົນໄທຍດາກແຫຼ້
ຫັ້ນ. ເພີ່ນບໍ່ຮູ້ຊະວ່າຄົນລາວຊັງຄົນໄທຍເປັນພື້ນຖານ ບໍ່ເຄີຍຄິດຢາກຜູກຍາດນຳ.

__________________
Anonymous

Date:

Anonymous wrote:

ກິໂນ້ wrote:

ko wrote:

ບັກພາກ ກຶໂນ ແອນຕີ້ແມ່ນຄັດຄານ ຂ້ອຍວ່າເຈົ້າຮູ້ແລ້ວມາແກ້ງຖາມ ຫນັງລາວສ້າງແຕ່ຄົນໄທມາສະແດງ ເອີນວ່າຫນັງລາວ ບໍ ຄົນລາວມີຕັງຫລາຍຜູ້ມີຄວາມສາມາດກະມີ ເປັນຫຍັງຈິງບໍ່ເອົາມາສະແດງ ບໍລິສັດທີ່ສ້າງຫນັງສະບາຍດີຫລວງພະບາງ ນາຍທືນເປັນຄົນໄທຍ ເວລາສ້າງກໍ່ເອົາຊື່ຄຳວ່າຫນັງລາວ  ແລ້ວເອົາພະເອົາເປັນຄົນໄທ ນາງເອກເປັນຄນລາວ   ມັນຄືບໍ່ຫັດລອງເອົານາງເອກເປັນຄົນໄທ ແລ້ວພະເອກເປັນຄົນລາວແດ່     ລາວສ່ວນຫລາຍໂງ່  ຫລົງໃຫລແຕ່ດາລາໄທ  ຊື່ນຊົມຄົນໄທ  ບໍ່ເຫ້ນວ່າສິສົ່ງເສີມຄົນລາວກັນເອງ  ຊື່ນຊົມຄົນລາວກັນເອງ  ຜູ້ຊາຍລາວຄົນມີຄວາມສາມາດຫນ້າຕາດີກໍ່ມີຫລາຍຄົນ ເປັນຫຍັງຄືບໍ່ເຫ້ນສົ່ງເສຶມຫລືປັນໃຫ້ເປັນນັກສະແດງທີ່ມີຊື່ສຽງໄດ້ສະແດງກັບຄົນຕ່າງປະເທດແດ່

ຫນັງສະບາຍດີຫລວງພຣະບາງຄວນຈະຢຸດເລີຍບໍ່ຫນ້າໃຫ້ມີອີກສິປ່ຽນພະເອກຄົນໄຫມ່ກໍ່ຍັງເປັນໄທຢູ່ດີ ຈັກຫນ່ອຍກະເວົ້ານັ້ນເວົ້ານີ້ອີກ ດູຖູກຄົນລາວອີກ ເປັນປັນຫາລະຫ່ວາງປະເທດອີກ  ຖ້າຈະສ້າງຄວນສ້າງເລື່ອງໄຫມ່ ແລະເອົາ ນັກສະແດງຈາກປະເທດອື່ນ ນອກຈາກໄທ  ເຊັ່ນເກົາຫລີ ຢີ່ປຸນ ຫລື ຫວຽດນາມ ກຳປູເຈຍ ພະມ້າກະໄດ້

ມັນຈິ່ງບໍ່ດູຖູກກັນ

ສາເຫດທີ່ຕ້ອງໃຊ້ພະເອກຄົນໄທ ຂ້ອຍຄິດວ່າ:

- ກຸ່ມເປົ້າຫມາຍຫລັກໆແມ່ນຄົນໄທ ເພາະຢູ່ລາວ ມີໂຮງຫນັງ 2-3 ແຫ່ງເທົ່ານັ້ນ. ສະນັ້ນ ລາຍໄດ້ຂອງຫນັງສ່ວນໃຫຍ່ ກໍ່ຈະມາຈາກໄທ
- ເນື້ອເລື່ອງຂອງຫນັງເອງ
- ເປັນການຮ່ວມມືລະຫວ່າງໄທກັບລາວ

ແນວໃດກໍ່ສະຫນັບສະຫນູນທ່ານອະນຸສອນຄືເກົ່າ.

Jao Wao Maen Laew. This is film is making for Thai people to watch. If we using Lao actor and who gonna watch it? How many Lao can efford to watch the movies in the cenema theater? They only can just wait until the launch to the VCD or DVD then they can go to buy the PIRATED VCD,DVD to watch it. How the film company make money?

ຄັນຄິດຄືເຈົ້າເວົ້າຄືເຈົ້າ ປະເທດລາວກໍ່ບໍ່ຈຳເປັນຕ້ອງມີຜະລິດຕະພັນເປັນຂອງຕົນເອງຕະຫຼອດຊາດ ໃຫ້ໃຊ້
ໃຫ້ເພິ່ງແຕະຜະລິດຕະພັນຂອງໄທຍ ຄົນໄທຍຕະຫຼອດການ ມີຄົນລາວ(ຖ້າແມ່ນຄົນລາວອີ່ຫຼີ)ຄິດຄືເຈົ້າປະເທດ
ລາວຄືຊິບໍ່ຈະເລີນ ຢືນດ້ວຍຂາຕົນເອງບໍ່ໄດ້ ໜັງອາເມລິກາ,ໜັງເກົາຫຼີໃຊ້ຄົນຊາດຕົນເອງເຫຼັ້ນຍັງດັງໄປທົ່ວໂລກ
ເປັນຫຍັງໜັງລາວບໍລິສັດລາວຕ້ອງໃຊ້ຄົນໄທຍ?

ຂໍອະນຸຍາດຖາມແດ່ວ່າ ມີຈັກຄົນແດ່ຢູ່ນີ້ ທີ່ໄດ້ເບິ່ງ "ຢາກເປັນທະຫານ" ເຊິ່ງເປັນຫນັງລາວສ້າງໂດຍກົມຮູບເງົາ ແລະ ອອກສາຍໃນໂຮງຫນັງທີ່ລາວໄອເທັກ ໃນລະຫວ່າງເດືອນ 6 ປີນີ້? ຫນັງເຂົ້າສາຍປະມານ ໜຶ່ງ ຫລື ສອງອາທິດນີ້ແຫລະ. 

ຂ້ອຍບໍ່ເຊື່ອວ່າຈະມີຮອດ 100 ຄົນຢູ່ບ່ອນນີ້ຊຳ້ ທີ່ໄດ້ເບິ່ງ ຫລື ໄດ້ຍິນກ່ຽວກັບຫນັງເລື່ອງນີ້. ຄິດເບິ່ງວ່າຜູ້ສ້າງຕ້ອງໃຊ້ເວລາເກືອບປີ ແລະ ງົບຫລາຍລ້ອຍລ້ານໃນການສ້າງ. ຫນັງເຂົ້າສາຍໃນໂຮງບໍ່ພໍເທົ່າໃດມື້ ມີຄົນເບິ່ງບໍ່ພໍເທົ່າລ້ອຍຄົນ. ປີ້ເຂົ້າຊົມກໍ່ປະມານ 10000 ກີບ. ຖ້າຜະລິດອອກເປັນແຜ່ນ ວີຊີດີ ຫລື ດີວີດີ ແຜ່ນໜຶ່ງຈະລາຄາປະມານ 30000 ເຖິງ 45000 ກີບ (ສົມທຽບໃສ່ຫນັງສະບາຍດີຫລວງພະບາງ). ໃນຕະຫລາດເຊົ້າແຫ່ງດຽວ ມີຫນັງແຜ່ນວີຊີດີແລະດີວີດີເປັນແສນໆແຜ່ນ ລາຄາແຜ່ນລະ 5000 ເຖິງ 10000 ກີບ ບາງບ່ອນຂາຍ 3 ແຜ່ນ 5000 ກີບ. ໄປເບິ່ງໂລດທີ່ຕະຫລາດເຊົ້າ ຂ້ອຍເຊື່ອວ່າມີຫນັງລາວພຽງແຕ່ສອງເລື່ອງເທົ່ານັ້ນທີ່ມີຈຳຫນ່າຍ ຄື ສະບາຍດີຫລວງພະບາງ ກັບ ເສັ້ນທາງແຫ່ງຊີວິດ.

ສິ່ງທີ່ຂ້ອຍພະຍາຍາມເວົ້າກໍ່ຄືວ່າ ຕະຫລາດຫນັງບ້ານເຮົາຍັງມີຈຳກັດ. ສະນັ້ນການທີ່ຫນັງລາວຈະແຂ່ງຂັນກັບຫນັງຕ່າງປະເທດທີ່ມີຢ່າງຫລວງຫລາຍໃນບ້ານເຮົາ ຫນັງເຮົາຕ້ອງມີຄຸນນະພາບ. ຢາກໃຫ້ຫນັງມີຄຸນນະພາບ ຄົນລາວເຮົາຕ້ອງຮູ້ຈັກສ້າງຫນັງທີ່ມີຄຸນນະພາບ ທີ່ຄົນລາວເຮົາມັກເບິ່ງ. ແຕ່ຢູ່ລາວບໍ່ທັນມີໂຮງຮຽນທີ່ສອນການສ້າງຫນັງເທື່ອ. ບຸກຄະລາກອນກໍ່ມີຈຳກັດ ອີກທັງເລື່ອງເຄື່ອງມື. ຄົນທີ່ສ້າງຫນັງຜ່ານມາກໍ່ແມ່ນຄົນທີ່ອາໃສການຮຽນຮູ້ດ້ວຍຕົນເອງ. ສະນັ້ນ ມັນບໍ່ແມ່ນເລື່ອງທີ່ຫນ້າອັບອາຍ ຫລື ເສຍກຽດສັກສີຫຍັງດອກ ທີ່ຈະຮຽນຮູ້ຈາກຜູ້ທີ່ເປັນ ເຖິງວ່າຜູ້ນັ້ນຈະເປັນຄົນຊາດອື່ນກໍ່ຕາມ.

ແລະ ອີກຢ່າງ ຖ້າເຮົາຜະລິດຫນັງອອກມາ ໃຊ້ງົບຫລາຍລ້ອຍລ້ານ ແຕ່ຄົນລາວບໍ່ເບິ່ງຫລາຍ ແລ້ວຊິໃຫ້ຜູ້ສ້າງມີກຳໄລ ຫລື ເງິນສ້າງເລື່ອງຕໍ່ໄປໄດ້ແນວໃດ? ສະນັ້ນ ຖ້າຄິດຕາມສະພາບຄວາມເປັນຈິງ ແລະ ໃນແງ່ທຸລະກິດ ຕະຫລາດໄທຍເປັນຕະຫລາດຫລັກຂອງຫນັງລາວໃນຕອນນີ້. (ທ່ານອາດຈະຄັດຄ້ານຫົວຕຳຝາ ແຕ່ນີ້ແມ່ນຄວາມຈິງ). ນັ້ນກໍ່ຫມາຍຄວາມວ່າ ເຮົາຄວນຈະຮ່ວມມືກັບປະເທດອື່ນ ລວມທັງປະເທດໄທ ໃນການສ້າງແລະພັດທະນາຫນັງລາວ ໃນຕອນນີ້.

ຖ້າສິນຄ້າບໍ່ໄດ້ຄຸນນະພາບ ລາຄາແພງ ເຖິງຈະເປັນຂອງລາວ ຂ້ອຍກໍ່ບໍ່ສະຫນັບສະຫນູນດອກ. (ເຊີນທ່ານຄັດຄ້ານ ຫລື ຕໍ່ວ່າໄດ້ຕາມສະບາຍ)

__________________
Anonymous

Date:

Anonymous wrote:

ແມ່ນໃຜແນ່ ທີ່ບໍ່ເຫັນດີ ຢາກໃຫ້ພະເອກໄທ ຊື່ ແພລ ມາເປັນພະເອກລະຄອນ ສະບາຍດີຫຼວງພະບາງ 2
ລົງນາມ ທີ່ນີ້ ດ່ວນ

ຜູ້ຂຽນລະຜູ້ຫນື່ງ ທີ່ຂໍຂັດຄ້ານ ສຸດຂີດ

__________________
Anonymous

Date:

NO vote no idea   555555555555555555555555555555555555555555555555555

__________________
Anonymous

Date:

ສະບາຍດີ ທຸກທ່ານ

ຜູ້ຂ້າອ່ານເບີ່ງການຕົກຖຽງແລ້ວ ພໍໆກັນ ໃຜກະມີເຫດຜົນ ຂອງໃຜມັນ ແຕ່ເລື້ອງສຳຄັນ ຫັ້ນແມ່ນປາກທ້ອງ ໃຜສ້າງຫຍັງມາກະຢາກໄດ້ ກຳລີ ກຳໄລ  ອ້າວເວົ້າເທົ່ານີ້ລະ ຢ້ານໝູ່ດ່າຕື່ມ

__________________
Anonymous

Date:

ສົງໃສເຈົ້າຂອງໜັງອອກມາອະທິບາຍເອງ, ຖ້າວ່າໜັງຂອງເຈົ້າຜະລິດແລ້ວຄົນລາວບໍ່ເບິ່ງ
ນັ້ນແປວ່າໜັງເຈົ້າຍັງບໍ່ໄດ້ຄຸນນະພາບພໍທີ່ຈະໃຫ້ຄົນລາວສົນໃຈ ຢ່າໄປໂຍນຄວາມຜິດໃຫ້ຜູ້ເບິ່ງ
ເພາະທຸກຄົນມີສິດທີ່ຈະເລືອກບໍລິໂພກໃນສິ່ງທີ່ມັນດີກ່ອນແລະຖືກໃຈເຂົາເຈົ້າ.
ເບິ່ງເກົາຫຼີແລະຢີ່ປຸ່ນເປັນຕົວຢ່າງ, ຄົນເກົາຫຼີຊັງຢີ່ປຸ່ນເປັນຊີວິດຈິດໃຈ,ແລະປະເທດເກົາຫຼີເປັນປະເທດນ້ອຍໆທີ່ແຕ່ກີ້ນຳກົ້ນຢີ່ປຸ່ນຕ້ອຍໆ ແຕ່ດ້ວຍຄວາມພະຍາຍາມທີ່ຈະເອົາ
ຊະນະຂອງຄົນເຂົາ ມາຮອດປະຈຸບັນ ຄົນຢີ່ປຸ່ນຊິຕາຍຍ້ອນພະເອກເກົາຫຼີ ນຳລາຍໄດ້ເຂົ້າບໍ່ຈັກວ່າພັນລ້ານ
ຕໍ່ປີ ໃຫ້ປະເທດເກົາຫຼີ ຍ້ອນໜັງເກົາຫຼີໄປຕີຕະຫຼາດຢີ່ປຸ່ນແຕກ ຂຽນບົດໜັງໄດ້ກິນໃຈຄົນຢີ່ປຸ່ນ ແລະໜັງ
ເກົາຫຼີໃຊ້ຄົນປະເທດເຂົາ 100ເປີເຊັນ. ການສະແດງ,ໜ້າຕາຂອງຜູ້ສະແດງອາດຈະບໍ່ຫຼໍ່ບໍ່ງາມເທົ່າ ແຕ່ເນື້ອ
ເລື່ອງມັນດີ ຂອງມັນດີ ຈັ່ງໃດມັນກໍ່ດີ.
ຖ້າຂ້ອຍເປັນຄົນໄທຍ ຈະຈ່າຍເງີນເພື່ອເບິ່ງໜັງຂອງລາວ ກໍ່ຍ້ອນຂ້ອຍຢາກເບິ່ງຄົນລາວສະແດງເບີ່ງເນື້ອເລື່ອງ
ທີ່ດີ ບໍ່ແມ່ນຍ້ອນຂ້ອຍຢາກເບິ່ງຄົນໄທຍສະແດງ ຊັ້ນຂ້ອຍກໍ່ໄປເບິ່ງໜັງໄທຍເລີຍຊິບໍ່ດີກ່ອນເບາະ.

__________________
ກິໂ້ນ້

ຂ້ອຍບໍ່ມີສ່ວນກ່ຽວຂ້ອງຫຍັງເລີຍກັບຫນັງທັງສາມເລື່ອງທີ່ຍົກຂື້ນມາ  ພຽງແຕ່ວ່າຂ້ອຍມີໂອກາດໄດ້ເບິ່ງຫນັງທັງສາມເລື່ອງນີ້. ຂ້ອຍສາມາດເວົ້າໄດ້ວ່າ ຄຸນນະພາບຫນັງທັງສາມເລື່ອງທຽບກັບຫນັງຈາກຕ່າງປະເທດບໍ່ໄດ້ເລີຍ ທັງເນື້ອເລື່ອງ, ການສະແດງ, ເຕັກນິກ ແລະ ອື່ນໆ. ເວົ້າໃນຖານະຜູ້ເບິ່ງຊື່ໆ ຖ້າໃຫ້ເຮັດເອງກໍ່ບໍ່ມີປັນຍາເຮັດໄດ້ດອກ.
ກ່ຽວກັບວົງການຫນັງຂອງປະເທດເກົາຫລີ ຫລື ປະເທດອື່ນໆ ຢ່າລືມວ່າປະເທດເຫລົ່ານັ້ນ ມີໂຄງລ່າງພື້ນຖານຢູ່ແລ້ວ. ສຳລັບລາວເຮົາ ເກືອບວ່າບໍ່ທັນມີຍັງເລີຍ ທັງດ້ານເຕັກນິກ, ບຸກຄະລາກອນ...ສິ່ງທີ່ຂ້ອຍພະຍາຍາມເວົ້າກໍ່ຄືວ່າ ເຮົາຕ້ອງຮຽນຮູ້ຈາກປະເທດອື່ນ ຖ້າປະເທດເຮົາບໍ່ທັນມີ.
ເລື່ອງການໃຊ້ນັກສະແດງຕ່າງປະເທດ ມັນແມ່ນຍຸດທະສາດທາງການຕະຫລາດ ແລະ ທັງເປັນເລື່ອງຈິດຕະສາດນຳອີກ. ຖ້າວ່າມີຄົນຂອງປະເທດຕົນສະແດງໃນເລື່ອງ ຜູ້ຊົມກໍ່ອາດສົນໃຈແລະຢາກເບິ່ງຫນັງເລື່ອງນັ້ນຫລາຍຂື້ນ. ຍົກຕົວຢ່າງ ຫນັງເລືອງ Invisible Wave ເຊິ່ງເປັນຫນັງທີ່ຮ່ວມມືກັນສ້າງລະຫວ່າງໄທ, ຮອງກົງ ແລະ ຢີ່ປຸ່ນ (ຖ້າຈືບໍ່ຜິດ), ນັກສະແດງໃນເລື່ອງກໍ່ ມີຄົນຈາກສາມປະເທດນີ້ສະແດງ. ແນ່ນອນວ່າ ມັນກໍ່ຂື້ນກັບເນື້ອເລື່ອງນຳ. ຄືອາເລັກຊານດຣາສະແດງລະຄອນໄທ ແຕ່ເວົ້າພາສາລາວ (ແຕ່ເນື້້ອເລື່ອງບໍ່ກ່ຽວຫຍັງກັບລາວ) ອັນນັ້ນ ຂ້ອຍວ່າມັນບໍ່ສົມເຫດສົມຜົນ. 
ເຫັນດີ ທີ່ວ່າຖ້າຫນັງບໍ່ໄດ້ຄຸນນະພາບ ກໍ່ຈະບໍ່ມີຜູ້ເບິ່ງ. ອັນນີ້ ຈະໂທດຜູ້ເບິ່ງບໍ່ໄດ້. 
ຂ້ອຍບໍ່ເຊື່ອວ່າຫນັງ Hollywood, ຫນັງເກົ່າຫລີ, ໄທ ແລະ ຫນັງຈາກປະເທດອື່ນໆ ຈະມີຄຸນນະພາບທັງຫມົດ. ຫນັງ 1000 ເລື່ອງ ອາດຈະມີປະມານ 20-30 ເລື່ອງເທົ່ານັ້ນ ທີ່ມີຄຸນນະພາບ. ແຕ່ຢູ່ລາວເຮົາ ມີຫນັງບໍ່ຮອດ 10 ເລື່ອງ (ບໍ່ລວມຫນັງໃນຮູບແບບວີດີໂອ ຂອງທ່ານຊຽງຍານ) ໃນຮອບ 30-40 ປີ. ສິ່ງທີ່ຢາກເຫັນກໍ່ຄືຄົນລາວ ເລີ່ມສ້າງຫນັງອອກມາຫລາຍໆ. 

__________________
Anonymous

Date:

ຢາກໃຫ້ໜັງລາວສ້າງຂື້ນມາຫຼາຍໆ ແລ້ວກ່ຽວຫຍັງກັບການເອົາພະເອກໄທຍມາເຫຼັ້ນ?
ບໍ່ວ່າເລື່ອງໄດກໍ່ຄືກັນ ກ່ອນໂຄງຮ່າງພື້ນຖານຈະແຂງແຮງ ມັນກໍ່ຕ້ອງມີບາດກ້າວທຳອິດ
ບໍ່ມີປະເທດໃດ ເມືອງໃດດອກ ອອກມາເກັ່ງອອກມາດີໂລດ.
ສິ່ງທີ່ສຳຄັນແມ່ນການໃຫ້ໂອກາດຄົນຊາດຕົນເອງໄດ້ພັດທະນາຝີມື ຖ້າຄິດແຕ່ວ່າຢາກຂາຍຈ້າງ
ດາຣາໄທຍມາສະແດງແທນ ແລ້ວມື້ໃດພະເອກ/ນາງເອກລາວຈະເກີດຈັກເທື່ອ.
ໜັງທີ່ເອົາດາລາປະເທດອື່ນມາສະແດງທີ່ບໍ່ແມ່ນເນື້ອເລື່ອງກ່ຽວກັບປະເທດນັ້ນໆ ບໍ່ອີ່ຫຼີບໍ່ເຄີຍເຫັນແລະກໍ່ບໍ່ເຫັນ
ວ່າຈະປະສົບຜົນສຳເລັດ ໜັງເກົາຫຼີຄົນເກົາຫຼີ100ເປີເຊັນຕີຕະຫຼາດໜັງຢີ່ປຸ່ນແຕກຍັບ/ ໂຮລີວູດຍັງເຄີຍເອົາໄປເຫຼັ້ນແຕ່
ແມ່ນຄົນອາເມລິກາເຫຼັ້ນ.
ເບິ່ງອ້າຍນ້ອງຫວຽດເຮົານີ້ເປັນຕົວຢ່າງກະໄດ້ ໜັງໄວລຸ້ນຫວຽດ ຂາຍຂາດໃຫ້ນັກຮຽນ ຕິດງອມແງມ ຍ້ອນເລືອກນາງເອກ
ພະເອກຫຼໍ່ ມາສະແດງ ທຳອິດກໍ່ສະແດງແຂງໆ ຕໍ່ໆມາ ລື້ງເວທີ ເປັນແບບຢ່າງໄດ້ ເກັ່ງຂື້ນໄປເລື້ອຍໆ.
ເບິ່ງວົງການເພັງລາວດຽວນີ້ແນ່ ຖ້າທຽບໃສ່ຫ້າຫົກປີກ່ອນໄປໄກປານຫຍັງ ແມ່ນຍ້ອນເອົານັກຮ້ອງໄທຍມາຮ້ອງຊ່ອຍບໍ່?
ວົງ cell,ວົງ overdance ໄປຕິດອັນດັບເພັງໄທຍລະເດ້
ທີ່ສຳຄັນຄືມີກ້າວທຳອິດ ໃຫ້ໂອກາດຄົນຕົນໄດ້ພັດທະນາຝີມືໃນການສະແດງ ຂ້ອຍເຊື່ອວ່າຄົນລາວເກັ່ງມີຄວາມສາມາດ
ຖ້າໄດ້ຮັບໂອກາດດີໆແລະຄວາມເຂົ້າໃຈ. ຄວນຈະຄິດທີ່ຈະຢືນດ້ວຍລຳແຂ່ງລຳຂາຂອງຕົນເອງເປັນຫຼັກ ບໍ່ແມ່ນຍາມໃດ
ກໍ່ຈະເອື່ອຍອີງຜູ້ອື່ນຢູ່ຊ່ຳນັ້ນ.

ຫລີ້ນ ບໍ່ແມ່ນ ເຫລັ້ນ.

ຫນັງສະບາຍດີຫລວງພະບາງຈະມີດ້ວຍກັນ ສາມ ພາກ. ພາກສອງຈະມີເປ້ (ບໍ່ແມ່ນແພ) ເປັນພະເອກ. ສ່ວນພາກສາມຈະແມ່ນເຣແມັກໂດໂນລ (ຄົນໄທ) ເປັນພະເອກ. ຂ້ອຍບໍ່ຮູ້ວ່າເນື້ອເລື່ອງເປັນແນວໃດ ແຕ່ຂ້ອຍເຊື່ອວ່າ ມັນຕ້ອງກ່ຽວກັບຄົນໄທແລະຄົນລາວ ຖ້າບໍ່ດັ່ງນັ້ນເພີ່ນຄືຊິບໍ່ເອົາຄົນໄທມາເປັນພະເອກດອກ. ຖ້າເນື້ອເລື່ອງບໍ່ກ່ຽວຂ້ອງຫຍັງກັບຄົນໄທເລີຍ ກໍ່ບໍ່ມີເຫດຜົນຫຍັງທີ່ຕ້ອງເອົາຄົນໄທມາສະແດງເປັນຕົວເອກ. ອັນນີ້ ເຫັນດີນຳຄວາມເຫັນຂອງທ່ານ.

FYI ຜູ້ທີ່ມາຊ່ວຍຜະລິດເພັງໃນຄ້າຍອິນດີ້ເຣັກຄອດສ່ວນຫນຶ່ງເປັນອາສາສະໝັກຄົນອົດສະຕາລີ. ກເຕັກນິກການຖ່າຍທຳມິວສິກ ວີດີໂອແລະລາຍການຂອງຄ້າຍດັ່ງກ່າວກໍ່ຮຽນມາຈາກໄທ. ຫມາຍຄວາມວ່າ ພະນັກງານໄປຮຽນນຳບໍລິສັດຂອງໄທ.

ຖ້າເຮົາບໍ່ຮູ້ ເຮົາກໍ່ຖາມຫມູ່ ຫລື ຮຽນນຳຫມູ່ ມັນບໍ່ແມ່ນເລື່ອງເສຍຫາຍຫຍັງດອກທ່ານເອີຍ.

__________________
Anonymous

Date:

ຂ້ອຍບໍ່ໄດ້ບອກໃຫ້ເຈົ້າຫ້າມຮຽນນຳຜູ້ອື່ນ ເຈົ້າຢາກຮຽນນຳຊາດໃດ ມັນກໍ່ເປັນສິດທິສ່ວນບຸກຄົນ
ທີ່ຂ້ອຍບໍ່ມັກກໍ່ຄື:
1. ການເອົາ ດາຣາໄທຍທີ່ເວົ້າດູຖູກຄົນລາວມາຫຼີ້ນໜັງທີ່ກ່ຽວກັບລາວ
2. ຖ້າບົດໜັງມີກ່ຽວກັບຊາດອື່ນຄືກໍ່ສົມຄວນທີ່ຈະເອົາຊາດນັ້ນມາຫຼີ້ນ,ແຕ່ຖ້າບໍ່ມີ ຍັງຊິເອົາມາຫຼີ້ນຄືເຈົ້າເວົ້າ
ອະທິບາຍແຕ່ຕົ້ນວ່າເພື່ອຂາຍໃຫ້ຕະຫຼາດໄທຍ ຫັ້ນ ຂ້ອຍບໍ່ເຫັນດີ.
ເທົ່ານັ້ນແລະ,ຂີ້ຄ້ານຂຽນ ຖຽງເລື່ອງຄົນໄທຍ ເສຍເວລາ.

__________________
Anonymous

Date:

ລືມເພີ່ມເຕີມ: ຈະຈ້າງໃຫ້ໃຜມາສອນໃຫ້ກໍ່ແລ້ວແຕ່ ຂໍໃຫ້ອອກມາວ່າເປັນຜະລິດຕະພັນຈາກລາວເທົ່ານັ້ນກໍ່ພໍ.
ຄົນລາວຊິໄປຈ້າງໄທຍມາສອນເຕັ້ນ ສອນຮ້ອງກໍ່ແລ້ວແຕ່, ແຕ່ສິ່ງທີ່ປະກົດອອກສູ່ສາຍຕາຂອງປ/ຊແມ່ນ
ຄົນລາວເປັນຜູ້ຮ້ອງເປັນຜູ້ເຕັ້ນ ມື້ຫນຶ່ງຄົນກຸ່ມນີີ້ຈະເປັນຄົນສອນຄົນລາວເອງ ແຕ່ຕ້ອງໃຊ້ເວລາ.
ເຊັ່ນດຽວກັນກັບບໍລິສັດຄອມພິວເຕີ້ໃຫຍ່ໆເຂົາຈະຊື້ຊິ້ນສ່ວນຂອງຄອມພິວເຕີ້ຈາກຫຼາຍໆປະເທດມາປະກອບໃສ່
ແຕ່ເວລາຂາຍແມ່ນຊື່ແມ່ຂອງບໍລິສັດເຂົາ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard