Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: hi5 "ແນ່ງ" ໄດ້ຮັບຄວາມສົນໃຈຈາກຫລາຍພັນຄົນ
Anonymous

Date:
hi5 "ແນ່ງ" ໄດ້ຮັບຄວາມສົນໃຈຈາກຫລາຍພັນຄົນ




ທຸກສິ່ງທຸກຢ່າງເທິງໂລກນີ້ຕ້ອງອົດທົນລໍຄອຍ ແລະ ໃຊ້ຄວາມພະຍາຍາມສູງຈິ່ງຈະປະສົບຄວາມສຳເລັດ ແຕ່ຖ້າຫາກເປັນໄປຕາມທີ່ ກຳນົດໄວ້ອີກບໍ່ເກີນ 2 ປີຕໍ່ຫນ້າ ປະເທດລາວເຮົາກໍ່ຈະມີແພດສາວງາມເພີ່ມຂຶ້ນອີກຫນຶ່ງຄົນ ເຊິ່ງສາວງາມທີ່ວ່ານີ້ລາວເປັນເຈົ້າຂອງຕຳ ແຫນ່ງຄວາມງາມ ນັ້ນກໍ່ຄື ນ. ຈັນດາລີ ສິດພະໄ (ແນ່ງ) ນາງງາມລັກສ໌ປີ 2004 ນັ້ນເອງ. ເວົ້າແບບນີ້ແລ້ວຫລາຍຄົນຄືຊິຄິດອອກ ແລ້ວແມ່ນບໍ ? ແລະ ຫລາຍຄົນຄືຊິຢາກຮູ້ວ່າຕອນນີ້ລາວເຮັດຫຍັງ ແລະ ປານໃດຈະໄດ້ຊົມຜົນງານຂອງສາວຄົນນີ້ອີກ ມື້ນີ້ເຮົາກໍ່ມີວິທີ ທີ່ຈະຊ່ວຍເຮັດໃຫ້ທ່ານຮູ້ເລິກຮູ້ຈິງແບບສ່ວນຕົວເລີຍ ເຊິ່ງວິທີທີ່ວ່ານີ້ກໍ່ຄືການສື່ສານທາງອິນເຕີເນັດໂດຍຜ່ານທາງຮາຍຟາຍ (hi5) ເຊິ່ງ ປະຈຸບັນມີຫລາຍໆຄົນເຂົ້າມາທັກທາຍຫລາຍກວ່າ 16 ພັນຄົນແລ້ວ.

   ເຖິງແມ່ນວ່າອະນາຄົດແພດສາວຄົນນີ້ ຈະຮຽນຫນັກຫລາຍປານໃດກໍ່ຕາມ ແຕ່ລາວຍັງຫາເວລາມາທັກທາຍສະບາຍດີກັບແຟນໆສະ ເຫມີ ໂດຍຜ່ານທາງ hi5 ທີ່ແຟນໆສ້າງຂຶ້ນໃຫ້ເພື່ອເປັນສື່ກາງໃນການຕິດຕໍ່ຫາກັນໄດ້ສະດວກ ສຳລັບໃຜທີ່ຢາກເຂົ້າໄປແຊດ ກໍ່ສາມາດ ເຂົ້າໄປທີ່ hi5–NangLAOS chandaly sitphaxay  ຫລື hi5–Ning Nang + Little Angel ຮັບຮອງວ່າທຸກຄຳຖາມທີ່ສົ່ງໄປຈະ ໄດ້ຮັບການຕອບກັບຢ່າງແນ່ນອນ ຫລື ບາງເທື່ອທ່ານອາດຈະໄດ້ສົນທະນາກັບ ແນ່ງ ແບບສົດໆທາງອອນລາຍນ໌ເລີຍກໍ່ເປັນໄດ້.


   ສຳລັບ hi5– Ning Nang + Little Angel ເບິ່ງວ່າຈະຮ້ອນເປັນພິເສດ ເພາະວ່າມີຜູ້ຄົນທັງແຟນໆ ລວມເຖິງບຸກຄົນທົ່ວໆໄປ ເມື່ອໄດ້ເຫັນໃບຫນ້າອັນຂາວໃສຂອງສາວ ແນ່ງ ຕ່າງກໍ່ພາກັນອົດໃຈໄວ້ບໍ່ຢູ່ ຕ້ອງເຂົ້າມາຮ່ວມສົນທະນາບາງລາຍອອກອາການຕື່ນເຕັ້ນ ຫລາຍຈົນພິມຜິດພິມຖືກກໍ່ມີ ແລະ ຄົນທີ່ເຂົ້າມາແຊດນັ້ນມີທັງແຟນໆທີ່ເປັນຄົນລາວ, ຈີນ ,ໄທ ແລະ ອື່ນໆ ຈິ່ງເຮັດໃຫ້ມີການອອກສຽງ ເອີ້ນຊື່ແນ່ງຜິດໄປບາງຄົນກໍ່ເອີ້ນ "Nang"ເປັນ"ແຫນ່ງ"ບາງຄົນກໍ່ເອີ້ນ "ນັ່ງ". ນັບຕັ້ງແຕ່ເດືອນເມສາ ປີ 2007 ຈົນມາຮອດທ້າຍເດືອນ ກໍລະກົດປີ 2009 ມີຈຳນວນຜູ້ເຂົ້າມາຮ່ວມສົນທະນາເກືອບ 17.000 ຄົນ ແລະ ມີການທັກທາຍຫລາຍກວ່າ 4.000 ເທື່ອ ເຊິ່ງຄົນທີ່ ເຂົ້າມານັ້ນມີທັງຫມູ່ເພື່ອນ, ຜູ້ທີ່ຊື່ນຊົມ ແລະ ບຸກຄົນທົ່ວ ເຊິ່ງສາວນ້ອຍຄົນນີ້ກໍ່ພະຍາມຕອບກັບທຸກຄົນທີ່ເຂົ້າມາ, ແຕ່ສຳຄັນຕ້ອງພິຈາ ລະນາຜູ້ມາພົວພັນວ່າຈະເປັນມິດ ຫລື ສັດຕູ.

   ຂະນະທີ່ແນ່ງສຶກສາທີ່ມະຫາວິທະຍາໄລແຫ່ງຊາດນັ້ນ ແນ່ງໄດ້ເປັນຫນຶ່ງໃນບັນດາ hi5 "ແນ່ງ" ໄດ້ຮັບຄວາມສົນໃຈຈາກຫລາຍພັນຄົນ ທຸກສິ່ງທຸກຢ່າງເທິງໂລກນີ້ຕ້ອງອົດທົນລໍຄອຍ ແລະ ໃຊ້ຄວາມພະຍາຍາມສູງຈິ່ງຈະປະສົບຄວາມສຳເລັດ ແຕ່ຖ້າຫາກເປັນໄປຕາມທີ່ ກຳນົດໄວ້ອີກບໍ່ເກີນ 2 ປີຕໍ່ຫນ້າ ປະເທດລາວເຮົາກໍ່ຈະມີແພດສາວງາມເພີ່ມຂຶ້ນອີກຫນຶ່ງຄົນ ເຊິ່ງສາວງາມທີ່ວ່ານີ້ລາວເປັນເຈົ້າຂອງຕຳ ແຫນ່ງຄວາມງາມ ນັ້ນກໍ່ຄື ນ. ຈັນດາລີ ສິດພະໄຊ (ແນ່ງ) ນາງງາມລັກສ໌ປີ 2004 ນັ້ນເອງ. ເວົ້າແບບນີ້ແລ້ວຫລາຍຄົນຄືຊິຄິດອອກ ແລ້ວແມ່ນບໍ ? ແລະ ຫລາຍຄົນຄືຊິຢາກຮູ້ວ່າຕອນນີ້ລາວເຮັດຫຍັງ ແລະ ປານໃດຈະໄດ້ຊົມຜົນງານຂອງສາວຄົນນີ້ອີກ ມື້ນີ້ເຮົາກໍ່ມີວິທີ ທີ່ຈະຊ່ວຍເຮັດໃຫ້ທ່ານຮູ້ເລິກຮູ້ຈິງແບບສ່ວນຕົວເລີຍ ເຊິ່ງວິທີທີ່ວ່ານີ້ກໍ່ຄືການສື່ສານທາງອິນເຕີເນັດໂດຍຜ່ານທາງຮາຍຟາຍ (hi5) ເຊິ່ງ ປະຈຸບັນມີຫລາຍໆຄົນເຂົ້າມາທັກທາຍຫລາຍກວ່າ 16 ພັນຄົນແລ້ວ. ເຖິງແມ່ນວ່າອະນາຄົດແພດສາວຄົນນີ້ ຈະຮຽນຫນັກຫລາຍປານໃດກໍ່ຕາມ ແຕ່ລາວຍັງຫາເວລາມາທັກທາຍສະບາຍດີກັບແຟນໆສະ ເຫມີ ໂດຍຜ່ານທາງ hi5 ທີ່ແຟນໆສ້າງຂຶ້ນໃຫ້ເພື່ອເປັນສື່ກາງໃນການຕິດຕໍ່ຫາກັນໄດ້ສະດວກ ສຳລັບໃຜທີ່ຢາກເຂົ້າໄປແຊດ ກໍ່ສາມາດ ເຂົ້າໄປທີ່ hi5–NangLAOS chandaly sitphaxay ຫລື hi5–Ning Nang + Little Angel ຮັບຮອງວ່າທຸກຄຳຖາມທີ່ສົ່ງໄປຈະ ໄດ້ຮັບການຕອບກັບຢ່າງແນ່ນອນ ຫລື ບາງເທື່ອທ່ານອາດຈະໄດ້ສົນທະນາກັບ ແນ່ງ ແບບສົດໆທາງອອນລາຍນ໌ເລີຍກໍ່ເປັນໄດ້. ສຳລັບ hi5– Ning Nang + Little Angel ເບິ່ງວ່າຈະຮ້ອນເປັນພິເສດ ເພາະວ່າມີຜູ້ຄົນທັງແຟນໆ ລວມເຖິງບຸກຄົນທົ່ວໆໄປ ເມື່ອໄດ້ເຫັນໃບຫນ້າອັນຂາວໃສຂອງສາວ ແນ່ງ ຕ່າງກໍ່ພາກັນອົດໃຈໄວ້ບໍ່ຢູ່ ຕ້ອງເຂົ້າມາຮ່ວມສົນທະນາບາງລາຍອອກອາການຕື່ນເຕັ້ນ ຫລາຍຈົນພິມຜິດພິມຖືກກໍ່ມີ ແລະ ຄົນທີ່ເຂົ້າມາແຊດນັ້ນມີທັງແຟນໆທີ່ເປັນຄົນລາວ, ຈີນ ,ໄທ ແລະ ອື່ນໆ ຈິ່ງເຮັດໃຫ້ມີການອອກສຽງ ເອີ້ນຊື່ແນ່ງຜິດໄປບາງຄົນກໍ່ເອີ້ນ "Nang"ເປັນ"ແຫນ່ງ"ບາງຄົນກໍ່ເອີ້ນ "ນັ່ງ". ນັບຕັ້ງແຕ່ເດືອນເມສາ ປີ 2007 ຈົນມາຮອດທ້າຍເດືອນ ກໍລະກົດປີ 2009 ມີຈຳນວນຜູ້ເຂົ້າມາຮ່ວມສົນທະນາເກືອບ 17.000 ຄົນ ແລະ ມີການທັກທາຍຫລາຍກວ່າ 4.000 ເທື່ອ ເຊິ່ງຄົນທີ່ ເຂົ້າມານັ້ນມີທັງຫມູ່ເພື່ອນ, ຜູ້ທີ່ຊື່ນຊົມ ແລະ ບຸກຄົນທົ່ວ ເຊິ່ງສາວນ້ອຍຄົນນີ້ກໍ່ພະຍາມຕອບກັບທຸກຄົນທີ່ເຂົ້າມາ, ແຕ່ສຳຄັນຕ້ອງພິຈາ ລະນາຜູ້ມາພົວພັນວ່າຈະເປັນມິດ ຫລື ສັດຕູ. ຕາມຂໍ້ມູນຈາກຜູ້ທີ່ຕິດຕາມຢ່າງໃກ້ຊິດເມື່ອປີ 2004 ຈາກມະຫາວິທະຍາໄລແຫ່ງຊາດ "ຈັນດາລີ ສິດພະໄຊ" ໄດ້ເດີນທາງໄປສຶກ ສາທີ່ນະຄອນຊຽງໄຮ ຫລັງຈາກປະກວດ Miss Lux 2004 ນອກຈາກນີ້ ແນ່ງ ຍັງໄດ້ເປັນຕົວແທນໄປປະກວດ Miss Internatio- nal Beauty Pageant 2004 ທີ່ນະຄອນປັກກິ່ງແຫ່ງ ສປ ຈີນຖືວ່າເປັນເທື່ອທຳອິດທີ່ມີສາວງາມຂອງລາວ ໄດ້ໄປຮ່ວມການປະກວດ ຄວາມງາມເທິງເວທີລະດັບໂລກ ເຖິງແມ່ນວ່າຕອນນັ້ນແນ່ງຈະບໍ່ໄດ້ຮັບຕຳແຫນ່ງໃດກັບມາກໍ່ຕາມ ແຕ່ກໍ່ເປັນປະສົບການອັນໃຫຍ່ຫລວງ ໃຫ້ກັບແນ່ງ. ຂະນະທີ່ແນ່ງສຶກສາທີ່ມະຫາວິທະຍາໄລແຫ່ງຊາດນັ້ນ ແນ່ງໄດ້ເປັນຫນຶ່ງໃນບັນດາ Miss Beer Laos 2003 ຮູບຂອງນາງໄດ້ປາ ກົດຢູ່ໃນປະຕິທິນເບຍລາວ ແລະ ກໍ່ໄດ້ມີການເຜີຍແຜ່ໄປທົ່ວປະເທດ ນັບແຕ່ນັ້ນມາ ແນ່ງກໍ່ໄດ້ເປັນດາລາຫນ້າກ້ອງອີກຫລາຍໆຜົນງານ ລວມເຖິງບົດບາດນາງເອກມິວສິກວີດີໂອເພງຂອງວົງ "Overdance" ທີ່ໂດ່ງດັງໃນໄລຍະນັ້ນ. ທັງາມທັງຮຽນເກ່ງ ແລະ ມີຄວາມສາມາດຂະຫນາດນີ້ ຈິ່ງບໍ່ແມ່ນເລື່ອງແປກທີ່ສາວງາມຄົນນີ້ ຈະມີຈຳນວນຂອງແຟນໆເພີ່ມຂຶ້ນນັບ ມື້ນັບຫລາຍຂຶ້ນເລື້ອຍໆ.

Ecom



__________________
Anonymous

Date:

ຂອ້ຍເຂົ້າໄປເບິ່ງມື້ນີ້ມີຄົນເຂົ້້າໄປເບິ່ງຮອດ42246ເທື່ອແລ້ວເດີ. ຂອ້ຍຍອ້ງວ່າລາວງາມອີ່ຫລີ, ຖ້າໃຜມີເຄື່ອງນຸ່ງເກົ່າໆຂອງລາວກະເອົາມາຂາຍໃຫ້ແດ່ ຊິໃຫ້ຣາຄາດີທີ່ສຸດເລີຍເດີ. ຊິຊື້ມາໄວ້ອ້າງລູກອ້າງຫລານຊື່ໆດອກ ຢ່າລົງນໍ້າສ້າງຄິດກະແລ້ວກັນ.biggrin

__________________
Anonymous

Date:

ລະວັງຕົກເປັນຂ່າວເດີ ສາວແນ່ງ
ອິນເຕີເນັດ ມີທັງຄົນດີ ຄົນຊົ່ວ
ຢ້ານເຂົາເຈົ້າເອົາຮູບເຈົ້າໄປຕັດຕໍ່ ຊັ້ນດອກ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard