Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Shopping mall ຂະຫນາດໃຫຍ່ ຈະສ້າງທີ່ເມືອງ ຫາດຊາຍຟອງ
Anonymous

Date:
Shopping mall ຂະຫນາດໃຫຍ່ ຈະສ້າງທີ່ເມືອງ ຫາດຊາຍຟອງ


  ຕອນແລງວັນທີ 20 ພຶດສະພາ 2009 ນີ້ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ສົມບັດ ເຢຍລີເຮີ ເຈົ້າຄອງ
ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ເທີແລນຊີລາຍ ປະທານບໍລິສັດຢູນີເບີຊໍປາຊີຟິກ ຈຳກັດ
ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອສະເໜີການລົງທຶນຢູ່ນະຄອນຫຼວງວຽງຈັນ.
               ບໍລິສັດດັ່ງກ່າວ ເປັນບໍລິສັດຂອງນັກລົງທຶນປະເທດມາເລເຊຍ ຊຶ່ງການເຂົ້າພົບປະທ່ານເຈົ້າຄອງນະຄອນຫຼວງ
ຄັ້ງນີ້ ກໍເພື່ອລາຍງານຄວາມຄືບໜ້າຂອງການສຳຫຼວດອອກແບບໂຄງການລົງທຶນ ສ້າງສູນການຄ້າຄົບວົງຈອນຢູ່ເຂດດົງໂພ
ສີ ເມືອງຫາດຊາຍຟອງ ສູນດັ່ງກ່າວປະກອບມີໂຮງແຮມ ຮ້ານອາຫານ ຮ້ານຊັບພະສິນຄ້າປອດພາສີ ແລະ ອື່ນໆ ໂຄງການ
ດັ່ງກ່າວນີ້ ພາຍຫຼັງທີ່ທາງບໍລິສັດໄດ້ຮັບການເຫັນດີຈາກນະຄອນຫຼວງ ທາງບໍລິສັດກໍໄດ້ເລີ່ມສຳຫຼວດເດືອນພະຈິກ ປີ 2008
ມາຮອດປັດຈຸບັນນີ້ ສຳຫຼວດແມ່ນສຳເລັດເບື້ອງຕົ້ນ ແລະ ໄດ້ອອກແບບຮູບຈຳລອງຂອງໂຄງການ ຊຶ່ງໂຄງການດັ່ງກ່າວນີ້
ເປັນໂຄງການໃຫຍ່ ມີມູນຄ່າການລົງທຶນເຖິງ 50 ລ້ານໂດລາສະຫະລັດ ແລະ ຕ້ອງການເນື້ອທີ່ສຳປະທານທີ່ດິນ 53 ເຮັກ
ຕາ ນອກຈາກນີ້ການເຂົ້າພົບທ່ານເຈົ້າຄອງຄັ້ງນີ້ ທາງບໍລິສັດຍັງໄດ້ສະເໜີໂຄງການໃໝ່ຕື່ມອີກ ຄື ໂຄງການພັດທະນາສວນ
ເມືອງລາວ ໃນໂຄງການນີ້ ຈະມີສູນຫັດຖະກຳບັນດາເຜົ່າ ແລະ ອື່ນໆ ທີ່ເປັນເອກະລັກຂອງຊົນເຜົ່າລາວ ມາວາງສະແດງ
ສ້າງເປັນບ່ອນທ່ອງທ່ຽວ ຊຶ່ງໂຄງການນີ້ກໍຕ້ອງການເນື້ອທີ່ດິນປະມານ 50 ເຮັກຕາ.
               ພາຍຫຼັງໄດ້ຮັບຟັງການລາຍງານຈາກປະທານບໍລິສັດແລ້ວ ທ່ານເຈົ້າຄອງນະຄອນຫຼວງ ໄດ້ສະແດງຄວາມຊົມ
ເຊີຍຕໍ່ຜົນສຳເລັດ ເບື້ອງຕົ້ນຂອງການສຳຫຼວດອອກແບບໂຄງການຂອງບໍລິສັດຜູ້ລົງທຶນ ນະຄອນຫຼວງ ແມ່ນເຫັນດີສະໜັບ
ສະໜູນໂຄງການດັ່ງກ່າວ ເພາະເປັນໂຄງການກະກຽມໃສ່ສະເຫຼີມສະຫຼອງວຽງຈັນ ຄົບຮອບ 450 ປີ ໃນປີ 2010 ພ້ອມນີ້
ທ່ານຍັງແນະນຳໃຫ້ບໍລິສັດພົວພັນກັບພາກສ່ວນກ່ຽວຂ້ອງນະຄອນຫຼວງ ໃນຂັ້ນຕໍ່ໄປແມ່ນໃຫ້ຂຽນບົດວິພາກເສດຖະກິດ ຜົນ
ຕອບແທນໃຫ້ແກ່ລັດຖະບານ ດ້ານສິ່ງແວດລ້ອມ ຈາກນັ້ນ ນະຄອນຫຼວງຈະໄດ້ນຳສະເໜີຕໍ່ລັດຖະບານ ເພື່ອອະນຸຍາດໃຫ້
ລົງທຶນກໍ່ສ້າງໃນໄວໆນີ້ ຕາມການສະເໜີຂອງບໍລິສັດ.

vientianemai

__________________
Anonymous

Date:

Yak hai mee soun sa nook ,  kheu yu Malaysia ( Genting Hihg land), khon Lao cha dai pai shop ping and enjoy lai lai

__________________
Anonymous

Date:

photo0058.th.jpg

photo0057.th.jpg



Yak hai mee soun sa nook , Genting Hi land ( Malaysia), khon Lao cha dai pai shop ping and enjoy lai lai



__________________
Anonymous

Date:

ຢາກຫຼື້ນມ່ວນໆ ຕ້ອງມາບ່ອນນີ້




__________________
Anonymous

Date:

dee jai kup pee nong hao lai lai. lao huk lao der.

__________________
Hak Xad

Date:

best large companies invest thereby the people a work gottenbleh

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard