Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນາງສັງຂານ ມະຫາວິທະຍາໄລແຫ່ງຊາດ 2009 (photo)
Anonymous

Date:
ນາງສັງຂານ ມະຫາວິທະຍາໄລແຫ່ງຊາດ 2009 (photo)


ງາມບໍ່ ຂໍສຽງແດ່



ເພື່ອເປັນການອະນຸລັກ ແລະສົ່ງເສີມວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ແລະຂອງປະຊາຊົນບັນດາເຜົ່າໃຫ້ຍືນ ຢົງຄົງຢູ່ຕໍ່ໄປນັ້ນ.

ໃນຕອນຄຳ່ຂອງວັນທີ 9 ເມສາ 2009 ຢູ່ທີ່ສະໂມສອນໃຫຍ່ສຳນັກ ງານອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໄດ້ຈັດໃຫ້ມີພິທີປະກວດ ນາງສັງຂານປະຈຳປີ ພສ 2552 ຂຶ້ນຢ່າງຄຶກຄື້ນ ໂດຍພາຍໃຕ້ການ ເປັນປະທານຂອງທ່ານ ຮສ ລຳໄມ ພິພັກຂະວົງ ຮອງອະທິການບໍດີ, ປະທານຄະນະຮັບຜິດການຄັດເລືອກນາງສັງຂານປະຈຳປີ ພສ 2552 ຂອງມະຫາວິທະຍາໄລແຫ່ງຊາດ.

ໃຫ້ກຽດເຂົ້າຮ່ວມໃນພິທີອັນສະງ່າລາສີນີ້ມີ ທ່ານ ຮສ. ດຣ ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ ທ່່ານຮອງຜູ້ອຳນວຍການທະນາຄານພົງສະຫວັນ ໃນນາມຜູ້ໃຫ້ການ ອຸປະຖຳໃນງານການປະກວດນາງສັງຂານປະຈຳປີ ພສ 2552 ຂອງ ມະຫາວິທະຍາໄລແຫ່ງຊາດ, ຄະນະບໍດີ, ຫົວຫນ້າຫ້ອງ ການ,ຜູ້ອຳນວຍການຫໍສະຫມຸດກາງ,ສູນ, ໂຮງຮຽນພອນສະຫວັນ, ພະນັກຄູ-ອາຈານ ແລະນັກສຶກສາເຂົ້າຮວ່ມເປັນຈຳນວນ ຫລວງຫລາຍ.

ການປະກວດນາງສັງຂານປະຈຳປີ ພສ 2552 ນີ້ ມີ 11 ນາງ ຈາກ 11 ຄະນະວິຊາ ສົ່ງເຂົ້າປະກວດ; ຜ່ານການຄັດເລືອກ ຈາກຄະນະກຳມະການໃນຈຳນວນ 7 ນາງທີ່ໄດ້ເຂົ້າຮອບ, ຜູ້ທີ່ໄດ້ເປັນນາງສັງຂານແມ່ນ ນາງເພັດສະໄຫມ ຊະນະວົງ ນັກສຶກ ສາຂອງຄະນະສຶກສາສາດ ໂດຍໄດ້ຮັບທຶນການສຶກສາຈາກທະນາຄານພົງສະຫວັນ ຈຳນວນ 5.000.000 ກີບ; ຮອງນາງ ສັງຂານຜູ້ທີຫນຶ່ງແມ່ນນາງສົມໃຈ ດວງສະຫວັນ ນັກສຶກສາຂອງຄະນະສະຖາປັດຕະຍະກຳສາດໄດ້ຮັບທຶນ ການສຶກສາຈາກ ທະນາຄານພົງສະຫວັນ ຈຳນວນ 3.000.000 ກີບ; ຮອງນາງສັງຂານ ຜູ້ທີສອງແມ່ນນາງໄພພອນເພັດ ສະຫວ່າງຈັກກະວານ ນັກສຶກສາຂອງຄະນະວິທະຍາສາດສັງຄົມ ໄດ້ຮັບທຶນການສຶກສາຈາກທະນາຄານ ພົງສະຫວັນ ຈຳນວນ 2.000.000 ກີບ ແລະຮອງນາງສັງຂານ ຜູ້ທີສາມຮອດທີເຈັດ ໄດ້ຮັບທຶນການສຶກສາຈາກທະນາຄານ ພົງສະຫວັນ ຈຳນວນ 1.000.000 ກີບ

ທ່ານ ອະທິການບໍດີ, ທ່ານປະທານຄະນະຮັບຜິດຊອບການເລືອກນາງສັງຂານ ແລະຮອງ ຜູ້ອຳນວຍການທະນາຄານພົງສະ ຫວັນໃນນາມຜູ້ອຸປະຖຳ ກໍໄດ້ຜັດປ່ຽນກັນຂຶ້ນມອບລາງວັນ, ຂອງຂັວນຕ່າງໆ ຕາມລຳດັບ, ພິທີດັ່ງກ່າວ ກໍໄດ້ດຳເນີນມາດ້ວຍ ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຜົນສຳເລັດທີ່ດີທຸກປະການ.



__________________
Anonymous

Date:

ບໍ່ງາມ disbelief

__________________
Anonymous

Date:

Amateur shot ? out of focus, not a good photo, although all the girls are beautiful.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard