Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວອອກຖະແຫຼງການກ່ຽວກັບ ນາງ Samantha Orobator !
Anonymous

Date:
ລາວອອກຖະແຫຼງການກ່ຽວກັບ ນາງ Samantha Orobator !




ໂຄສົກກະຊວງການຕ່າງປະເທດ ຊີ້ແຈງກ່ຽວກັບຄະດີຂອງ ນາງ Samantha Orobator ຄົນສັນຊາດອັງກິດ ທີ່ຖືກກັກຂັງຢູ່ຄຸກໂພນຕ້ອງ

ນາງ ສະມານທາ ໂອໂຣບາໂຕ ຄົນສັນຊາດອັງກິດ ເຊື້ອສາຍນາຍຈີເຣຍ ໄດ້ຖືກຈັບຕົວຢູ່ສະໜາມບິນວັດໄຕ ໃນ
ວັນທີ 5 ສິງຫາ 2008 ໃນຂໍ້ຫາມີຢາເສບຕິດປະເພດເຮໂຣອິນໄວ້ຄອບຄອງ ຈຳນວນ 680 ກຼາມ ຕາມກົດໝາຍ ແຫ່ງ ສປປ
ລາວ ນາງຕ້ອງຖືກສານແຫ່ງ ສປປ ລາວ ຕັດສິນໂທດປະຫານຊີວິດ ເພາະວ່າຜູ້ກ່ຽວມີຢາເສບຕິດປະເພດດັ່ງກ່າວ ໄວ້ຄອບ
ຄອງຫຼາຍກ່ວາ 500 ກຼາມ ຍ້ອນແນວນັ້ນ ສື່ມວນຊົນຕ່າງປະເທດ ໂດຍສະເພາະຂອງອັງກິດ ຈຶ່ງພາກັນຂຽນຂ່າວອອກຢ່າງ
ອຶກກະທຶກນຶກນອງ ຊຶ່ງມີຫຼາຍອັນບໍ່ສອດຄ່ອງກັບຄວາມເປັນຈິງ ຫຼື ເປັນການວາດພາບລ່ວງໜ້າ ກາຍຂອບເຂດ ສະນັ້ນ ໂຄ
ສົກກະຊວງການຕ່າງປະເທດ ຈຶ່ງຂໍຊີ້ແຈງໄປຍັງສື່ມວນຊົນຕ່າງໆຊາບວ່າ ປັດຈຸບັນ ນາງ ສະມານທາ ໂອໂຣບາໂຕ ແມ່ນມີ
ສຸຂະພາບດີ ນັບແຕ່ມື້ທີ່ຜູ້ກ່ຽວຖືກກັກຂັງເປັນຕົ້ນມາ ນາງກໍໄດ້ຮັບການເບິ່ງແຍງດູແລເປັນຢ່າງດີ ຈາກເຈົ້າໜ້າທີ່ລາວ ແພດ
ໝໍລາວ ແລະ ແພດອົດສະຕຣາລີ.
               ເຈົ້າໜ້າທີ່ລັດຖະບານລາວ ກໍໄດ້ອຳນວຍຄວາມສະດວກໃຫ້ແກ່ກົງສູນອັງກິດ ທີ່ມາຈາກບາງກອກ ແລະ ເຈົ້າ
ໜ້າທີ່ສະຖານທູດອົດສະຕຣາລີທີ່ວຽງຈັນ ໄດ້ເຂົ້າພົບປະຢ້ຽມຢາມນາງຢ່າງເປັນປະຈຳ ກ່ຽວກັບການປ້ອງກັນຄະດີ ຕາມກົດ
ໝາຍແຫ່ງ ສປປ ລາວ ແລ້ວ ຖ້າຜູ້ຖືກຫາ ຫຼື ຈຳເລີຍຫາກບໍ່ມີຜູ້ປົກປ້ອງ ສານປະຊາຊົນຈະເປັນຜູ້ແຕ່ງຕັ້ງທະນາຍຄວາມໃຫ້
ສະນັ້ນທາງລັດຖະບານລາວ ກຳລັງຈັດຫາທະນາຍຄວາມລາວທີ່ເໝາະສົມໃຫ້ນາງ ເພື່ອປ້ອງກັນສິດຜົນປະໂຫຍດຂອງນາງ
ຢູ່ໃນສານ ສ່ວນການກ່າວຫາວ່ານາງ ສະມານທາ ຖືກຂົ່ມຂືນຢູ່ໃນຄຸກນັ້ນ ແມ່ນເປັນໄປບໍ່ໄດ້ເດັດຂາດ ເພາະວ່າຜູ້ກ່ຽວຢູ່ໃນ
ຄຸກຮ່ວມກັບນັກໂທດທີ່ເປັນເພດຍິງຫຼາຍຄົນດ້ວຍກັນ ແລະ ຄຸກດັ່ງກ່າວ ກໍໄດ້ຈັດໃຫ້ເປັນຄຸກສຳລັບນັກໂທດທີ່ເປັນເພດຍິງ
ໂດຍສະເພາະ ອີກປະການໜຶ່ງ ສິ່ງທີ່ເປັນໜ້າຄິດກໍຄື ໃນມື້ທຳອິດທີ່ນາງ ສະມານທາ ໃຫ້ການແກ່ເຈົ້າໜ້າທີ່ຕຳຫຼວດລາວວ່າ
ນາງໄດ້ຖືພາຄາທ້ອງກັບຄູ່ຮັກຂອງຜູ້ກ່ຽວມາກ່ອນ ສະນັ້ນ ຄວາມຈິງເປັນແນວໃດນັ້ນ ມີແຕ່ນາງຄົນດຽວເທົ່ານັ້ນ ທີ່ຈະຮູ້ດີ
ວ່ານາງມີທ້ອງໃນສະພາບແວດລ້ອມແບບໃດ ແລະ ມີກັບໃຜ.
               ເພື່ອອຳນວຍຄວາມສະດວກໃຫ້ແກ່ການແກ້ໄຂຄະດີດັ່ງກ່າວນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ
ສະຫະລາດຊະອານາຈັກອັງກິດ ກຳລັງຂຸ້ນຂ້ຽວພິຈາລະນາ ຮ່າງສັນຍາກ່ຽວກັບການແລກປ່ຽນນັກໂທດ ລະຫວ່າງ ສປປ
ລາວ ແລະ ສະຫະລາດຊະອານາຈັກອັງກິດ ຄາດວ່າສັນຍາດັ່ງກ່າວ ຈະສາມາດລົງນາມໄດ້ໃນເວລາອັນໃກ້ນີ້ ແລະ ຄະດີ
ຂອງນາງ ສະມານທາ ນີ້ ກໍຈະຖືກພິຈາລະນາ ແລະ ຕັດສິນຢ່າງປອດໃສ ແລະ ເປັນທຳແກ່ຜູ້ກ່ຽວຢູ່ໃນສານຂອງນະຄອນ
ຫຼວງ ໃນອາທິດທີ່ຈະມາເຖິງນີ້.

Vientianemai

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard