Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນາງສັງຂານບ້ານໂພນປາເປົ້າ 2009
Anonymous

Date:
ນາງສັງຂານບ້ານໂພນປາເປົ້າ 2009




  ໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2551 ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2552 ທີ່ຫາກໍຜ່ານພົ້ນໄປ ເພື່ອເປັນການ
ປະກອບສ່ວນສ້າງສີສັນໃຫ້ແກ່ງານບຸນ ທັງຮ່ວມສືບສານຮີດຄອງປະເພນີອັນດີງາມຂອງຊາດ ໂດຍສະເພາະກໍແມ່ນການ
ເຕົ້າໂຮມຄວາມສາມັກຄີປະຊາຊົນພາຍໃນບ້ານໂພນປ່າເປົ້າທົ່ງ-ທ່າ ໃນວັນທີ 10-11 ເມສາ 2009 ຜ່ານມາ ອຳນາດການ
ປົກຄອງທັງສອງບ້ານດັ່ງກ່າວ ແມ່ນໄດ້ຈັດໃຫ້ມີການປະກວດນາງສາວງາມ ປະຈຳປີ 2009 ຢູ່ທີ່ວັດໂພນປ່າເປົ້າ ໂດຍມີນາງ
ສາວເຂົ້າຮ່ວມ 20 ຄົນ ໃນນີ້ແມ່ນຄັດເອົາ 7 ຄົນ ເພື່ອເປັນນາງສາວແຫ່ສັງຂານ ໂດຍຜູ້ຊະນະເລີດໄດ້ຮັບກຽດເປັນນາງສັງ
ຂານແມ່ນນາງສາວ ທິດາລັດ ແສງທອງ ອາຍຸ 20 ປີ ປະຊາຊົນບ້ານໂພນປ່າເປົ້າທົ່ງ ປັດຈຸບັນແມ່ນຮຽນຢູ່ມະຫາວິທະຍາໄລ
ແຫ່ງຊາດ (ມ.ຊ).
               ສຳລັບການແຫ່ນາງສັງຂານ ແມ່ນມີຂຶ້ນໃນວັນທີ 14 ເມສາ 2009 ໂດຍຈັດໃຫ້ມີການແຫ່ໄປຕາມເສັ້ນທາງ
ພາຍໃນບ້ານ ໂດຍມີປະຊາຊົນໃຫ້ຄວາມສົນໃຈເຂົ້າຮ່ວມຢ່າງຫຼວງຫຼາຍ.
               ທ່ານນາງ ຈັນສົດ ເລຂາພັກ ບ້ານໂພນປ່າເປົ້າທົ່ງ ກ່າວວ່າ: ການຈັດງານດັ່ງກ່າວ ແມ່ນປີທຳອິດ ແລະ ຈະ
ຈັດໃຫ້ມີ 3 ປີຕິດຕໍ່ກັນ ເພື່ອເປັນສິລິມົງຄຸນແກ່ບ້ານ ໂດຍໄດ້ປຸກລະດົມປະຊາຊົນ ບໍລິສັດ ຫ້າງຮ້ານອ້ອມຂ້າງບ້ານ ປະກອບ
ສ່ວນທາງດ້ານທຶນຮອນ.

Vientianemai



__________________
Anonymous

Date:

kit leow va nong hao tong dai



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard