Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Miss Apone Lao, ປີນີ້ ຫຍິ່ງໃຫຍ່ທີ່ສຸດ !!!
Anonymous

Date:
Miss Apone Lao, ປີນີ້ ຫຍິ່ງໃຫຍ່ທີ່ສຸດ !!!




ງານປະກວດນາງສາວອາພອນລາວ 2008 ທີ່ຈະຈັດຂຶ້ນ ໃນຄືນຂອງວັນທີ 20 ທັນວາ ຈະມາເຖິງນີ້ ທີ່ຫໍວັດທະນະທຳແຫ່ງຊາດ, ສຳລັບຮູບແບບການຈັດງານແມ່ນຈະເນັ້ນໃຫ້ເປັນ ລາວຫລາຍທີ່ສຸດພິເສດປີນີ້ ມູນຄ່າຂອງລາງວັນຍັງເພີ່ມຂຶ້ນ ຫລາຍກວ່າເກົ່າລວມມູນຄ່າທັງ ຫມົດຫລາຍກວ່າ 150.000.000 ກີບ.

   ທ່ານນາງ ປານິຕາ ປານຄຳ ອຳນວຍການບໍລິສັດເຄແອນຊີ ຈຳກັດ ໃຫ້ສຳພາດວ່າ: ຮູບ ແບບການຈັດງານປີນີ້ ຈະເນັ້ນເຖິງຄວາມພາກພູມໃຈໃນການເກີດມາເປັນແມ່ຍິງລາວບໍ່ວ່າຈະ ເປັນຄວາມພາກພູມໃຈດ້ານວັດທະນະທຳ, ຮີດຄອງປະເພນີ, ການນຸ່ງຖື ແລະ ກິລິຍາມາລະ ຍາດຂອງແມ່ຍິງລາວ.

   ຈຸດພິເສດຂອງການຈັດງານຄັ້ງນີ້ ອັນທີ 1 ແມ່ນຈະເພີ່ມສີສັນໃຫ້ນາງສາວຜູ້ເຂົ້າປະກວດ ທັງ18 ນາງສາວຄືການໃສ່ຊຸດຊົນເຜົ່າເປັນຊຸດເປີດພິທີທຳອິດ ເພື່ອສະແດງເຖິງຄວາມສາມັກ ຄີຄວາມຫລາກຫລາຍຂອງວັດທະນະທຳການນຸ່ງຖືຂອງແມ່ຍິງລາວບັນດາເຜົ່າ. ລວມທັງຫມົດ ແມ່ນມີ 3 ຊຸດຄື: ຊຸດຊົນເຜົ່າ, ລາວປະຍຸກ ແລະ ຊຸດລາຕີ; ນອກຈາກນີ້ ຂອງລາງວັນນາງ ສາວອາພອນລາວຍັງເພີ່ມຂຶ້ນຄື ນາງສາວຜູ້ທີ່ໄດ້ອັນດັບ 1 ຈະໄດ້ຮັບເງິນສົດ 30 ລ້ານກີບ ພ້ອມມົງກຸດທີ່ມີມູນຄ່າເຖິງ 15 ລ້ານກີບ ແລະສາຍສະພາຍ, ຮອງອັນດັບ 1 ໄດ້ຮັບເງິນ 15 ລ້ານກີບພ້ອມສາຍສະພາຍ, ຮອງອັນດັບ 2 ແມ່ນ 10 ລ້ານກີບ ແລະ ສາຍສະພາຍ, ສ່ວນ ລາງວັນຊົມເຊີຍມີລາງວັນ 3 ລ້ານ ກີບ, ລາງວັນຂວັນໃຈປະຊາຊົນ ໄດ້ຮັບເງິນ 5 ລ້ານກີບ ພ້ອມສາຍສະພາຍ, ລາງວັນຂວັນໃຈຊ່າງພາບແມ່ນ 5ລ້ານກີບພ້ອມສາຍສະພາຍ ແລະຂອງ ລາງວັນຂວັນໃຈມິດຕະພາບກໍ່ຈະໄດ້ຮັບເງິນ 5 ລ້ານກີບ ພ້ອມສາຍສະພາຍ.

   ລາງວັນພິເສດຖ້າຫາກວ່າໂຮງຮຽນທີ່ສົ່ງຕົວແທນໃຫ້ປະກວດແລ້ວ ໄດ້ຮັບລາງວັນອັນດັບ ຫນຶ່ງໂຮງຮຽນແຫ່ງນັ້ນກໍ່ຈະໄດ້ຮັບເງິນ 5 ລ້ານກີບ, ແຕ່ຖ້າໄດ້ຕຳແຫນ່ງອັນດັບ 2 ແລະອັນ ດັບ 3 ແມ່ນຈະໄດ້ 3 ລ້ານກີບ. ສຳລັບນາງສາວທັງ 10 ຄົນທີ່ຕົກຮອບແມ່ນຈະໄດ້ຮັບເງິນ ຄົນລະ 1 ລ້ານກີບ.

   ສ່ວນສະຖານທີ່ຈັດງານແມ່ນມີການປ່ຽນແປງຈາກ2 ປີທີ່ຜ່ານມາເຄີຍຈັດທີ່ໂຮງແຮມດອນ ຈັນພາເລດແຕ່ປີນີ້ ໄດ້ປ່ຽນມາຈັດທີ່ຫໍວັດທະນະທຳແຫ່ງຊາດ ຍ້ອນວ່າສະຖານທີ່ເກົ່າມັນຄັບ ແຄບບັນຈຸຜູ້ເຂົ້າຊົມໄດ້ຫນ້ອຍທາງຝ່າຍຜູ້ຈັດງານ ຈິ່ງລົງຄວາມເຫັນມາຈັດທີ່ຫໍວັດທະນະທຳ ແຫ່ງຊາດ ເພາະສາມາດບັນຈຸຄົນໄດ້ຫລາຍ ເຖິງວ່າໃນຫໍຈະເຕັມແຕ່ຜູ້ທີ່ມາຊົມນັ້ນຍັງສາມາດ ນັ່ງຊົມບັນຍາກາດສົດໆທີ່ເດີ່ນທາງນອກຫໍວັດທະນະທຳໄດ້ແບບບໍ່ຕ້ອງເສຍຄ່າຜ່ານປະຕູແລະ ພິເສດຍັງບໍ່ຫມົດພຽງເທົ່ານີ້ ສຳລັບເວທີປີນີ້ ແມ່ນຈະຈັດປະດັບປະດາ ຕົກແຕ່ງສະແດງອອກ ມາໃຫ້ເປັນລາວຫລາຍ ທີ່ສຸດບໍ່ວ່າຈະເປັນໄຟແສງສີສຽງ, ຮັບຮອງວ່າຕ້ອງປະຈັກຕາ ກວ່າ 2 ປີທີ່ເຄີຍຈັດມາແນ່ນອນສ່ວນຈະເອົາຫຍັງມາຕົກແຕ່ງນັ້ນທາງຝ່າຍຜູ້ຈັດຍັງຂໍປິດໄວ້ເປັນຄວາມ ລັບຈະເປີດເຜີຍໃນມື້ປະກວດໃຫ້ທຸກຄົນໄດ້ເຫັນພ້ອມໆກັນໃຫ້ໄດ້ຕື່ນເຕັ້ນ ພ້ອມກັນບາດດຽວ ເລີຍ.

Source: ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard