Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Miss Beerlao ຄັດກັນແນວໃດ ?


Senior Member

Status: Offline
Posts: 428
Date:
Miss Beerlao ຄັດກັນແນວໃດ ?




ປະຕິທິນເບຍລາວ ແມ່ນສ່ວນຫນຶ່ງຂອງຜະລິດຕະພັນເບຍລາວ ໄດ້ຄຽງຄູ່ກັບຄົນລາວຕະ ຫລອດມາທັງເປັນສື່ກາງໃນການໂຄສະນາວັດທະນະທຳປະເພນີອັນດີງາມຂອງລາວ ໂດຍສະ ເພາະ ແມ່ນການນຸ່ງຖືການແຕ່ງກາຍຂອງແມ່ຍິງລາວ ທີ່ເຄີຍສ້າງຊື່ສຽງ ໃຫ້ກັບປະເທດລາວ ແລະຄົນລາວທຸກຄົນ ໄດ້ມີຄວາມພາກພູມໃຈ ແລະມີຄວາມນິຍົມຊົມຊອບຕະຫລອດມາ ແລະ ເປັນຕົວແທນການທູດໃຫ້ແກ່ສິນຄ້າລາວ ໃນການສົ່ງອອກຕ່າງປະເທດ.
   ປະຕິທິນເບຍລາວໄດ້ສົ່ງໄປທຸກປະເທດທີ່ມີສະຖານທູດລາວ, ທຸກສະຖານທູດຕ່າງປະເທດ ທີ່ຢູ່ໃນລາວ ເພື່ອນຳໄປຫ້ອຍຕິດຝາ ແລະ ຕັ້ງໂຕະໃນທຸກອົງກອນຂອງລັດຖະບານລາວ ທີ່ ນອກເຫນືອຈາກລູກຄ້າທົ່ວໆໄປ, ຍັງເປັນທີ່ສົນໃຈໃນກຸ່ມຂອງນັກທ່ອງທ່ຽວ ແລະກຸ່ມຂອງຄົນ ລາວທີ່ມາຢ້ຽມຢາມ ປະເທດຂອງພວກເຮົາ. ປະຕິທິນເບຍລາວປີ 2009 ຍັງຈະສືບທອດມູນ ເຊື້ອຄວາມໂດດເດັ່ນເປັນເອກະລັກຂອງຄົນລາວ ທີ່ມີການປະຍຸກໃຫ້ທັນສະໄຫມຢ່າງບໍ່ຢຸດຢັ້ງ, ປະຕິທິນເບຍລາວ ຍັງກາຍເປັນຕົວແທນດ້ານວັດທະນະທຳຂອງຄົນລາວ ທີ່ຍັງຄົງຮັກສາໄວ້ ຄວາມເປັນເອກະລັກຂອງນາງສາວລາວ ແລະ ເປັນຕົວແທນຂອງຄົນລາວນຳອີກ.
   ໃນປີນີ້ມີບັນດານາງສາວມາສະຫມັກ ທັງຫມົດ 200 ກວ່າຄົນ. ສ່ວນການຄັດເລືອກແບ່ງ ປັນ 3 ຮອບຄື: ຮອບທີ 1: ຄັດເລືອກເອົາ 100 ຮູບຂອງຈຳນວນຮູບທັງຫມົດທີ່ສົ່ງເຂົ້າຮ່ວມ ການປະກວດ. ເງື່ອນໄຂການຄັດເລືອກແມ່ນອີງໃສ່ມາດຖານ ແລະ ຄຸນສົມບັດອື່ນໆ; ຮອບ ທີ 2 ຄັດເອົາ 20 ຮູບ ເພື່ອມາຄັດເປັນຮອບສຸດທ້າຍ ເພື່ອຈະຄັດເອົາ 6 ນາງສາວ. ແລະ ປະຈຸບັນກໍ່ ໄດ້ຄົບທັງ 20 ນາງສາວແລ້ວໂດຍຄະນະກຳມະການໄດ້ເຊີນນາງສາວມາເບິ່ງຕົວ ຈິງພ້ອມກັບສຳພາດເພື່ອເບິ່ງຄວາມສາມາດໃນຫລາຍດ້ານ ແລະການໃຫ້ຄະແນນເຊິ່ງໃນຮອບ ນີ້ສື່ມວນຊົນເລືອກເອົາ1ຄົນຄືລາງວັນຂວັນໃຈສື່ມວນຊົນ ແລະ ຜົນກໍ່ອອກມາເປັນທີ່ຮຽບຮ້ອຍ ແລ້ວ ແຕ່ທາງບໍລິສັດເບຍລາວຂໍປິດໄວ້ກ່ອນຈະເປີດຕົວເປັນທາງການໃນການຄັດເລືອກຮອບ ສຸດທ້າຍ ພ້ອມກັບລາຍຊື່ ແລະ ໂສມຫນ້າທັງ 20 ນາງສາວ.
   ແຕ່ທັງ 20 ນາງສາວແມ່ນໄດ້ຮັບເງິນສົດຄົນລະ 1,5 ລ້ານກີບ ພ້ອມຂອງຂວັນທີ່ລະນຶກ ຈາກບໍລິສັດ ເບຍລາວ ແລະ ລາງວັນ ນາງສາວຂວັນໃຈສື່ມວນຊົນໄດ້ຮັບເງິນສົດ 1,5 ລ້ານ ກີບ ພ້ອມຂອງທີ່ລະນຶກຈາກບໍລິສັດເບຍລາວ. ສ່ວນວ່າໃຜຈະໄດ້ເປັນ 6 ນາງສາວຂອງປະຕິ ທິນເບຍລາວປະຈຳປີ 2009 ນີ້ ກໍ່ໃຫ້ຕິດຕາມກັນຕໍ່ໄປ.
   (ຂໍ້ມູນມາຈາກທ່ານ ບຸນກັນ ກຸນລະບຸດ ຫົວຫນ້າຝ່າຍການຕະຫລາດບໍລິສັດເບຍລາວ).

Ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard