Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: MIss Aponelao 2008 ເປີດຮັບສະມັກແລ້ວ !!!


Senior Member

Status: Offline
Posts: 428
Date:
MIss Aponelao 2008 ເປີດຮັບສະມັກແລ້ວ !!!




ໂດຍ: ພັນມະລີ
   ງານປະກວດນາງສາວອາພອນລາວ ປະຈຳປີ 2008 ໄດ້ເປີດຮັບສະຫມັກໄປແລ້ວ ເມື່ອ ວັນທີ 1 ກັນຍາ. ດັ່ງນັ້ນຈຶ່ງຂໍເຊີນຊວນບັນດານາງສາວຜູ້ທີ່ສົນໃຈຢາກເຂົ້າຮ່ວມການປະກວດ ເຊິ່ງສາມາດເຂົ້າມາຮັບໃບສະຫມັກໄດ້ທີ່ບໍລິສັດ ເຄແອນຊີ ຈຳກັດ ຫລື ສະຖານທີ່ຕ່າງໆທີ່ມີ ເຄື່ອງຫມາຍຂອງການປະກວດນາງສາວອາພອນລາວ.

   ສຳລັບຜູ້ທີ່ຢາກມາສະຫມັກຕ້ອງມີມາດຖານດັ່ງນີ້ຕ້ອງເປັນເພດຍິງໂດຍກຳເນີດ, ສັນຊາດ ລາວ, ສູງ 160 ຊັງຕີແມັດຂຶ້ນໄປ, ອາຍຸ 18 ປີບໍລິບູນ ແລະບໍ່ເກີນ 25 ປີ ໃນເດືອນທັນວາ ປີ 2008 ນີ້, ມີບຸກຄະລິກດີ, ກິລິຍາທ່າທາງດີ ສະຫລາດ, ມີຄວາມຮູ້ຮອບຕົວຫລາຍ, ມີມະ ນຸດສຳພັນດີ, ເປັນໂສດບໍ່ເຄີຍຜ່ານການຫມັ້ນມາກ່ອນ, ບໍ່ມີປະຫວັດອາດຊະຍາກຳ ຫລື ປະ ກອບອາຊີບທີ່ຜິດກົດຫມາຍ, ລະດັບການສຶກສາແມ່ນຊັ້ນມັດທະຍົມປາຍຂຶ້ນໄປ ແລະຮູ້ພາສາ ຕ່າງປະເທດໃດຫນຶ່ງ, ມີສຸຂະພາບແຂງແຮງ (ມີໃບກວດສຸຂະພາບຈາກໂຮງຫມໍລັດຄັດຕິດມາ ພ້ອມກັບໃບສະຫມັກ) ບໍ່ເຄີຍຜ່ານການໃສຍະກຳເສີມຄວາມງາມມາກ່ອນ. ຖ້າວ່ານາງສາວໃດ ເຄີຍຮັບ ຫລື ເປັນນາງສາວໂຄສະນາສິນຄ້າຜະລິດຕະພັນໃດຫນຶ່ງ ມາກ່ອນຕ້ອງມີຫນັງສືອະ ນຸຍາດຈາກບໍລິສັດທີ່ກ່ຽວຂ້ອງຕິດຄັດມາພ້ອມ ແລະ ຜູ້ທີ່ຖືກຄັດເລືອກເປັນນາງສາວ ອາພອນ ລາວ ປະຈຳປີ 2008 ຈະໄດ້ເຄື່ອນໄຫວເຮັດກິດຈະກຳຕ່າງໆເຂົ້າໃນສັງຄົມຂອງກອງປະກວດ ເປັນເວລາ 1 ປີເຕັມ.

   ໂດຍການເລືອກເອົານາງສາວແມ່ນມີ 4 ເຂດ (3 ພາກ)ຄື ພາກເຫນືອແມ່ນແຂວງຫລວງ ພະບາງຈະຄັດເອົາ 10 ນາງສາວ, ພາກກາງນະຄອນຫລວງວຽງຈັນແມ່ນຄັດເອົາ 30 ນາງ ສາວ, ພາກໃຕ້ຄັດເອົາ 10 ນາງສາວຄື: ແຂວງສະຫວັນນະເຂດ 5 ນາງສາວແລະແຂວງຈຳ ປາສັກ 5 ນາງສາວ. ລວມທັງຫມົດມີ 50 ນາງສາວຈາກນັ້ນຄະນະກຳມະການ ຈະເຊີນເອົາ 50 ນາງສາວມາສຳພາດເພື່ອຄັດຈ້ອນໃຫ້ເຫລືອພຽງ 18 ນາງສາວທີ່ຈະໄດ້ເຂົ້າຮ່ວມເຮັດກິດ ຈະກຳຕ່າງໆກັບກອງປະກວດ ເພື່ອເປັນການສ້າງຄວາມສາມັກຄີໃຫ້ບັນດານາງສາວທັງຫມົດ 18 ຄົນ ໄດ້ຮູ້ຈັກການດຳລົງຊີວິດຢູ່ຮ່ວມກັນ.

   ໃນວັນທີ 16-17 ກັນຍາ ເປັນຮອບຄັດເລືອກທີ່ແຂວງສະຫວັນນະເຂດ ແລະ ແຂວງຈຳ ປາສັກ,ວັນທີ 22 ກັນຍາແມ່ນແຂວງຫລວງພະບາງ, ວັນທີ 24 ກັນຍາທີ່ນະຄອນຫລວງວຽງ ຈັນ ແລະ ວັນທີ 25 ກັນຍາ ທາງຄະນະກຳມະການຈະມາຄັດເລືອກ ໂດຍການສຳພາດເພື່ອ ຄັດໃຫ້ເຫລືອ 18 ນາງສາວທີ່ຈະຜ່ານເຂົ້າຮອບຊີງຊະນະເລີດ ເຊິ່ງຈະຈັດຂຶ້ນ. ໃນວັນທີ 20 ທັນວາ 2008 ທີ່ຫໍວັດທະນະທຳແຫ່ງຊາດ.

Ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard