Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Top 5 5ປາກົດການຫຍໍ້ທໍ້ມາແຮງ ໃນນະຄອນຫລວງ


Senior Member

Status: Offline
Posts: 428
Date:
Top 5 5ປາກົດການຫຍໍ້ທໍ້ມາແຮງ ໃນນະຄອນຫລວງ


Ecomໃນສະພາວະການຈະເລີນເຕີບໂຕ ຂອງການພັດທະນາເສດຖະກິດ-ສັງຄົມ ຢູ່ໃນນະຄອນ ຫລວງວຽງຈັນ ໄດ້ເພີ່ມລະດັບສູງຂຶ້ນນັບມື້ ສິ່ງທີ່ຕາມມາເປັນເງົາຕາມຕົວນັ້ນ ກໍ່ຄືປາກົດການ ຫຍໍ້ທໍ້ ໃນສັງຄົມເຊິ່ງຄະນະພັກ, ອົງການປົກຄອງນະຄອນຫລວງວຽງຈັນ ໄດ້ຖືເປັນອັນຮ້ອນ ດ່ວນ, ດັ່ງນັ້ນ ໃນວັນທີ 13 ມິຖຸນານີ້ ຢູ່ທີ່ໂຮງຮຽນການເມືອງ-ການປົກຄອງນະຄອນຫລວງ ວຽງຈັນ, ຄະນະກຳມະການແກ້ໄຂປາກົດການຫຍໍ້ທໍ້ທີ່ນະຄອນຫລວງວຽງຈັນ ຈິ່ງໄດ້ຈັດກອງ ປະຊຸມ ເພື່ອທົບທວນຜົນຂອງການຈັດຕັ້ງປະຕິບັດມາດຕາການຄຸ້ມຄອງ ແລະ ແກ້ໄຂປາກົດ ການຫຍໍ້ທໍ້ຢູ່ໃນ ນະຄອນຫລວງວຽງຈັນ ໃນ 6 ເດືອນຕົ້ນປີ ແລະ ວາງແຜນ 6 ເດືອນທ້າຍ ປີ 2008 ໂດຍມີທ່ານ ສົມບັດ ເຢຍລີຮີ ເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນ ຫລວງມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ແລະພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

   ປາກົດການຫຍໍ້ທໍ້ທີ່ພົ້ນເດັ່ນກວ່າຫມູ່ໃນໄລຍະ 6 ເດືອນຕົ້ນປີນີ້ມີ 5ປາກົດການໃຫຍ່ຄື:
1 ບັນຫາອຸບັດເຫດບົນທ້ອງຖະຫນົນຫລວງ,
2. ການກໍ່ອາດຊະຍາກຳ(ປຸ້ນຈີ້, ຊີງຊັບ, ລັກຊັບ),
3. ການມົ້ວສຸມຂອງໄວຫນຸ່ມປະເພດຕ່າງໆ,
4. ການຂໍທານ, ໄພວ່າງງານ-ແຮງງານບໍ່ຖືກກົດ ຫມາຍຂອງຄົນຕ່າງປະເທດ ແລະ
5. ຂໍ້ຂັດແຍ່ງຄະດີຄວາມ (ການລະເມີດກົດຫມາຍແພ່ງ), ພຶດຕິກຳລະເມີດກົດຫມາຍ(ການເຄື່ອນໄຫວ ຫລື ການກະທຳແຕະຕ້ອງເຖິງກົດຫມາຍອາຍາ).

ຈະສັງເກດເຫັນວ່າປາກົດການຫຍໍ້ທໍ້ແຕ່ລະຢ່າງແມ່ນເພີ່ມຂຶ້ນ.

   ການຈັດຕັ້ງປະຕິບັດມາດຕາການຄຸ້ມຄອງ ແລະ ແກ້ໄຂປາກົດການຫຍໍ້ທໍ້ ໃນສັງຄົມຢູ່ນະ ຄອນຫລວງວຽງຈັນ ໄລຍະ 6 ເດືອນຕົ້ນປີ 2008 ໄດ້ຮັບການປະຕິບັດສືບເນື່ອງມາແຕ່ທ້າຍ ປີ 2006 ເຊິ່ງໄດ້ດຳເນີນການຢ່າງຕັ້ງຫນ້າ, ເປັນປະຈຳ ແລະ ກວ້າງຂວາງ ແຕ່ກໍ່ຍັງມີບາງ ອັນມີທ່າອຽງເພີ່ມຂຶ້ນ, ບາງອັນຜ່ານການແກ້ໄຂແລ້ວແຕ່ກັບຟື້ນຄືນມາໃຫມ່ເຊັ່ນ: ການລັກລົດ ຈັກ, ລົດໃຫຍ່, ຊີງຊັບ, ບັນຫາອຸບັດເຫດຍັງບໍ່ຫລຸດລົງຖ້າທຽບໃສ່ການຊີ້ນຳຂອງຂັ້ນເທິງເຫັນ ວ່າ: ຍັງມີບັນຫາຈະຕ້ອງສືບຕໍ່ເຮັດໃຫ້ດີກວ່ານີ້


__________________
ນິຍົມລາວ

Date:

ບັນຫານີ້ແມ່ນເກີດຈາກຄົນຕ່າງຊາດເຂົ້າມາຢູ່ລາວຫລາຍເກີນໄປ,ພັກລັດເຮົາກະບໍ່ກົດໝາຍທີ່ເຂັ້ມແຂງເພື່ອໄປບັງຄັບເຂົາເຈົ້າ
ກົດໝາຍບ້ານເຮົາບັງຄັບໄດ້ແຕ່ຄົນໂຕເອງ
ອັນນີ້ແມ່ນສີ່ງຈຳເປັນແລະຮີບດ່ວນທີ່ຕ້ອງໄດ້ແກ້ໄຂ



__________________
Anonymous

Date:

ປາກົດການຫຍໍ້ທໍ້ໃນປີ ໒໐໑໐ ມີຫຍັງແດ່?


__________________
Anonymous

Date:

ນິຍົມລາວ wrote:

ບັນຫານີ້ແມ່ນເກີດຈາກຄົນຕ່າງຊາດເຂົ້າມາຢູ່ລາວຫລາຍເກີນໄປ,ພັກລັດເຮົາກະບໍ່ກົດໝາຍທີ່ເຂັ້ມແຂງເພື່ອໄປບັງຄັບເຂົາເຈົ້າ
ກົດໝາຍບ້ານເຮົາບັງຄັບໄດ້ແຕ່ຄົນໂຕເອງ
ອັນນີ້ແມ່ນສີ່ງຈຳເປັນແລະຮີບດ່ວນທີ່ຕ້ອງໄດ້ແກ້ໄຂ



ຍ້ອນລັຖບານໃຫ້ສິດແຕ່ຊາດອື່ນແລ້ວມາຄົ່ມຄົນໂຕເອງນີ້ລະມັນຈຶງເຮັດໃຫ້ຄົນ
ບໍ່ມີລົດນິຍົມໃນຊາດຂອງໂຕເອງຫຼືມີຄວາມພູມໃຈໄນຊາດຕົນເອງ!
ຈັ່ງແມ່ນຄັກນໍ້ລັຖບານລາວນິ?!


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard