Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂສມຫນ້າໃຫມ່ ນັກເຕະບານ U-14 ຂອງລາວ


Senior Member

Status: Offline
Posts: 428
Date:
ໂສມຫນ້າໃຫມ່ ນັກເຕະບານ U-14 ຂອງລາວ




ນັກກິລາເຕະບານທີມຊາດເຍົາວະຊົນລາວ ອາຍຸບໍ່ເກີນ 14 ປີ, ກະກຽມຈະອອກເດີນທາງ ໄປແຂ່ງຂັນເຕະບານຊີງແຊ໋ມເຍົາວະຊົນອາຊຽນອາຍຸບໍ່ເກີນ 14ປີ(U14) ທີ່ປະເທດມາເລເຊຍ ໃນວັນເສົາທີ 31 ພຶດສະພາ 2008 ນີ້ ແລະຄາດວ່າຈະຕ້ອງຄວ້າໄດ້ແຊ໋ມກັບບ້ານແນ່ນອນ. ເພື່ອສ້າງເປັນປະຫວັດສາດໃຫ້ແກ່ທີມຊາດເຍົາວະຊົນລາວ.
   ຕາມການໃຫ້ສຳພາດຂອງທ່ານ ກອນລາ ໄຊຍະແສງ, ຫົວຫນ້າຄູຝຶກເມື່ອວັນທີ 26 ພຶດ ສະພາ ຜ່ານມາວ່າ: ໂດຍໄດ້ອີງຕາມການຈັດການແຂ່ງຂັນຂອງສະຫະພັນເຕະບານອາຊີທີ່ໄດ້ ມີການຈັດການແຂ່ງຂັນເຕະບານຊີງແຊ໋ມເຍົາວະຊົນອາຊຽນ ລຸ້ນອາຍຸບໍ່ເກີນ 14 ປີທີ່ເກາະຊາ ບາ, ເມືອງໂກຕາກິນາບາລູປະເທດມາເລເຊຍ ໃນລະຫວ່າງວັນທີ 24 ພຶດສະພາ-7 ມິຖຸນາ 2008ນີ້. ສຳລັບນັກກິລາທີ່ ຈະອອກເດີນທາງຮ່ວມງານການແຂ່ງຂັນເຕະບານໃນຄັ້ງນີ້ມີ 22 ຄົນ ແລະມີ 4 ທ່ານ ເຊິ່ງເປັນຄະນະນຳໃນນີ້ ມີທ່ານ ອະທິດອຸໄທ ຈະຕຸພອນໄຊ, ຫົວຫນ້າ ຄະນະ, ທ່ານ ໄຊສັກ ຈັນຍາເວໂລດ, ຜູ້ຈັດການທີມ, ທ່ານ ກອນລາ ໄຊຍະແສງ, ຫົວຫນ້າ ຄູຝຶກ, ທ່ານ ພອນໄຊ ພິມມະສອນ, ຜູ້ຊ່ວຍຄູຝຶກ. ພ້ອມກັນນີ້ ທ່ານ ກອນລາ ໄຊຍະແສງ, ຍັງກ່າວວ່າ: ການໄປແຂ່ງຂັນເທື່ອນີ້ ແມ່ນຈະນຳພານັກກິລາຊຸດນີ້ ໃຫ້ໄດ້ເຂົ້າສູ່ຮອບ 4 ທີມ ແລະເປົ້າຫມາຍຫລັກກໍ່ຄືຕ້ອງຄວ້າແຊ໋ມກັບບ້ານໃຫ້ໄດ້. ຄາດວ່າທີມເຍົາວະຊົນລາວຈະໄດ້ລົງ ແຂ່ງຂັນໃນວັນທີ 2 ມິຖຸນາ 2008.
   ຂະນະດຽວກັນນີ້ ຍັງໄດ້ຮັບການອຸປະຖຳເສື້ອຝຶກແອບຈຳນວນ 25 ຜືນ ລວມມູນຄ່າທັງ ຫມົດມີ 1.000.000ກີບ ຈາກລັດວິສາຫະກິດໂທລະຄົມລາວ (ETL).

From ecom


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard