Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນັກທຸລະກິດໄທ ກຽມບຸກລາວ !

Senior Member

Status: Offline
Posts: 428
Date:
ນັກທຸລະກິດໄທ ກຽມບຸກລາວ !

ໄທ ກຽມເຂົ້າມາລົງທຶນຢູ່ລາວ ຄາດວ່າຍອດການຄ້າໃນ 2 ປີຕໍ່ຫນ້າຈະເພີ່ມຂຶ້ນ 2 ເທົ່າ

   ລາວມີຄວາມພ້ອມໃນດ້ານການຮອງຮັບນັກລົງທຶນຈາກໄທ ເພື່ອຊຸກຍູ້ການລົງທຶນ-ການຄ້າ ເພີ່ມຂຶ້ນອີກເປັນ 2 ເທົ່າ ແລະ ເພີ່ມການສົ່ງສິນຄ້າຈາກລາວໄປໄທເພີ່ມຂຶ້ນອີກ 3 ເທົ່າໃນປີ 2010 ຈະມາເຖິງນີ້.

   ຫວ່າງບໍ່ດົນມານີ້ ທີ່ແຂວງອຸດອນທານີ (ປະເທດໄທ) ໄດ້ມີການປຶກສາຫາລືດ້ານການຄ້າ, ການລົງທຶນ ແລະການທ່ອງທ່ຽວລະຫວ່າງຄະນະຜູ້ແທນເອກະຊົນຂອງລາວກັບຄະນະຜູ້ແທນ ເອກະຊົນຂອງໄທ ເພື່ອຮັດແຫນ້ນດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງ ກັນໃຫ້ແຫນ້ນແຟ້ນກວ່າເກົ່າ. ການປຶກສາຫາລືຄັ້ງນີ້ ຄະນະຜູ້ແທນຝ່າຍລາວໄດ້ເປີດເຜີຍວ່າ: ລາວມີຄວາມພ້ອມໃນການຮັບມືດ້ານການລົງທຶນ, ການຄ້າ ແລະການທ່ອງທ່ຽວຈາກໄທ ເພື່ອ ໃຫ້ເປັນປະໂຫຍດສູງສຸດລະຫວ່າງສອງປະເທດລາວ-ໄທ.

   ຂະນະດຽວກັນ, ຝ່າຍລາວ ແລະຝ່າຍໄທໄດ້ເຫັນພ້ອມທີ່ຈະຮ່ວມມືກັນເພື່ອຊຸກຍູ້ປະລິມານ ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ເພີ່ມຂຶ້ນອີກເປັນ 2 ເທົ່າ ແລະ ການສົ່ງ ອອກສິນຄ້າຂອງລາວໄປໄທໃຫ້ເພີ່ມຂຶ້ນເປັນ 3 ເທົ່າພາຍໃນ 2 ປີຂ້າງຫນ້າ.

   ທ່ານ ຫຸມລາ ມະນີຈັນ, ຜູ້ແທນຈາກສະພາອຸດສາຫະກຳແຂວງຈຳປາສັກ ກ່າວວ່າ: ລາວ ມີຊັບພະຍາກອນທຳມະຊາດ ຈຳນວນຫລວງຫລາຍ, ແຕ່ຍັງບໍ່ທັນນຳອອກມາໃຊ້ເທື່ອຈິ່ງຢາກ ໃຫ້ນັກທຸລະກິດຂອງໄທ ເຂົ້າມາລົງທຶນໃນລາວເພີ່ມຂຶ້ນຕື່ມອີກ ເຊິ່ງທາງການລາວໄດ້ມີນະໂຍ ບາຍທີ່ຈະເຊື່ອມໂຍງການລົງທຶນຂອງທັງສອງປະເທດ. ທັງນີ້ ເພື່ອເປັນການດຶງດູດນັກລົງທຶນ ເຂົ້າມາໃນປະເທດລາວຫລາຍຂຶ້ນ ແລະເພື່ອເປັນການກະຕຸ້ນຄວາມສຳພັນອັນດີງາມລະຫວ່າງ ພາກລັດ ແລະ ເອກະຊົນຂອງທັງສອງປະເທດໃຫ້ຫລາຍຂຶ້ນ.

ທ່ານ ສຸພົນ ເລົາວັນສິຣິ, ຜູ້ແທນຝ່າຍໄທກ່າວຍົກຍ້ອງວ່າ: ລາວມີພື້ນທີ່ປ່າລວມທັງພື້ນທີ່ ກະສິກຳທີ່ອຸດົມສົມບູນ ກວມເຖິງ 80%, ດັ່ງນັ້ນ ໄທຈິ່ງຢາກໃຫ້ນັກລົງທຶນຂອງໄທເຂົ້າມາລົງ ທຶນໃນລາວຫລາຍຂຶ້ນໂດຍສະເພາະການລົງທຶນດ້ານກະສິກຳໃນຮູບແບບ Contract farmi-ng.
   ໄລຍະຜ່ານມາ, ແຂວງອຸດອນທານີ ເປັນອີກແຂວງຫນຶ່ງທີ່ມີການຄ້າ ແລະລົງທຶນກັບລາວ ໂດຍຜ່ານຂົວມິດຕະພາບລາວ-ໄທ ເຊັ່ນດຽວກັນກັບແຂວງຫນອງຄາຍຜູ້ປະກອບການນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍມີມູນຄ່າການຄ້າຫມົດປີ 2007 ສູງເຖິງ 26 ລ້ານກວ່າບາດ (ສະ ກຸນເງິນໄທ), ສິນຄ້າສົ່ງອອກມີມູນຄ່າ 23 ລ້ານກວ່າບາດ ແລະ ສິນຄ້ານຳເຂົ້າຈາກລາວ 3 ລ້ານກວ່າບາດ. ສິນຄ້າສົ່ງມາລາວສ່ວນໃຫຍ່ ມີເຄື່ອງມືກະສິກຳ, ອຸປະກອນການກໍ່ສ້າງ, ລົດ ແລະ ສິນຄ້າອຸປະໂພກ-ບໍລິໂພກອື່ນໆ.

   ຕົວເລກທີ່ກ່າວມາຂ້າງເທິງນັ້ນ ສະແດງໃຫ້ເຫັນວ່າ ລາວຍັງຂາດດຸນ ການຄ້າກັບໄທ 23 ລ້ານກວ່າບາດ ໃນສະເພາະແຕ່ປີ 2007. ເຖິງຢ່າງໃດກໍ່ຕາມ ເມື່ອທ້າຍເດືອນສິງຫາປີກາຍ, ພະແນກອຸດສາຫະກຳ ແລະ ການຄ້າຂອງລາວຮ່ວມກັບພະແນກອຸດສາຫະກຳການຄ້າແຂວງ ຫນອງຄາຍ ແລະ ອຸດອນທານີ ໄດ້ປະຊຸມຮ່ວມກັນ ເພື່ອເນັ້ນຄວາມມຸ່ງຫມັ້ນຮ່ວມກັນໃນການ ຊຸກຍູ້ປະລິມານການຄ້າລະຫວ່າງສອງປະເທດ ໃນປີ 2010 ໃຫ້ເພີ່ມຂຶ້ນອີກ 2 ເທົ່າ.

__________________
Anonymous

Date:

Contract Farming ແມ່ນຫຍັງ? ມີຜົນໄດ້ແກ່ຊາວກະສິກອນລາວແນວໃດ໋ແດ່?

__________________
Anonymous

Date:

Thai is better than Vietnamese and Chinese.
Friendship Laos and Thailand wasn't started
from last 35 years, there's over a century
 already. Vietnam and China came behind
Thailand as far as a century also.
 
Thailand is nice country than Vietnam and some
parts of China, Thai people don't want to live in
Laos. They just come for their business then go
back to Thailand.

Vietnamese and Chinese want to live in Laos
perminanly, 95% of them are illegal and 5%
are legal to live in Laos. They earned money
one month working in Laos is more than a whole
year that they earned in Vietnam or China.
Those people who's took all the jobs away from
our people, that's why no job for laotians.

Welcome to Laos, phee nong xao thai.

__________________
Speak-out

Date:

They should've done that long long time ago. this what i want to see, But, Thai government make the move too slow on this.. Why i throw a support ?? Easy, because our lao labors most likely will get hire by the Thai company.. either it' Small, Midium or Big company.....

__________________
Anonymous

Date:

Anonymous wrote:

Thai is better than Vietnamese and Chinese.
Friendship Laos and Thailand wasn't started
from last 35 years, there's over a century
 already. Vietnam and China came behind
Thailand as far as a century also.
 
Thailand is nice country than Vietnam and some
parts of China, Thai people don't want to live in
Laos. They just come for their business then go
back to Thailand.

Vietnamese and Chinese want to live in Laos
perminanly, 95% of them are illegal and 5%
are legal to live in Laos. They earned money
one month working in Laos is more than a whole
year that they earned in Vietnam or China.
Those people who's took all the jobs away from
our people, that's why no job for laotians.

Welcome to Laos, phee nong xao thai.

ຢູ່ບ່ອນໃດ໋ຄ້າຂາຍຫລາຍມືງ່າຍນັກທຸຣະກິດເຂົາຈະປັກຫລັກຢູ່ຫັ້ນ. ຂ້ອຍບໍ່ເຫັນພ້ອມທີ່ວ່າຄົນວຽດຄົນຈີນມາຍາດວຽກໄປຈາກຄົນລາວ, ເຈົ້າສັງເກດເບິ່ງໂລດເດີ ວຽກທີ່ຄົນວຽດຄົນຈີນເຮັດຫັ້ນແມ່ນວຽກທຸກວຽກທີ່ໃຊ້ເຫື່ອແຮງ ຄົນລາວຫັ້ນມັກນຸ່ງເຄື່ອງງາມໆໃສ່ຊຸດແວັດໄປເຮັດວຽກຢູ່ຫ້ອງແອ.

__________________
Anonymous

Date:

samakomlao wrote:

ໄທ ກຽມເຂົ້າມາລົງທຶນຢູ່ລາວ ຄາດວ່າຍອດການຄ້າໃນ 2 ປີຕໍ່ຫນ້າຈະເພີ່ມຂຶ້ນ 2 ເທົ່າ

=================================

ຍີນດີຕ້ອນຮັບ ນັກທຸຣະກີຈ ໄທ ແລະຕ່າງແດນ  ທຸກ ໆ ທ່ານ

ຂໍນຳໃຫ້ເອົາໂຮງງານໄດ້ມາຕຖານສາກົນ  ບໍເອົາໂຮງງານເກົ່າ ບໍເອົາມົລລະພີດ ບໍເອົາມົລລະພາວະ ນ້ຳເສັຍ ອາກາດເສັຍ ຄົນງານໄດ້ຮັບສານພິດ ນຳມາທຳລາຍສັງຄົມລາວກໍພໍ

ແລະຄີດການໄກ ຄ້າຂາຍຮ່ວມກັນໄປນານ ໆ  ແສນນານ, ໄດ້ປະໂຍດທັງ 2 ຝ່າຍ  ບໍຫວັງຜົລກີນກຳໄຣລະຍະສັ້ນ ແລ້ວຫອບເງີນໜີ

            ຂະນ້ອຍສັງເກດເຫັນ  ສີນຄ້າທີມາຈາກໄທ  ມີແຕ່ພາສາໄທ ແລະພາສາຈີນ  ບໍມີພາສາລາວ  ຂໍຝາກໃຫ້ ເຈົ້າໜ້າທີແກ້ໄຂ ດ່ວນ

ພາສາໄທ ຄວນປຽນເປັນພາສາລາວ ໂດຍສະເພາະ ກອ່ນຈະໂຄສະນາອອກທີວີ , ໂຄສະນາອອກວາຣະສານ, ໂຄສະນາອອກໜັງສືພີມ......ປ້າຍໂຄສະນາ  ແລະໂຄສະນາອຶນ  ໆ

           ສີນຄ້າທຸກຊະນິດຈາກຕ່າງປະເທສ ກ່ອນນຳເຂົ້າປະເທສລາວ ຕ້ອງມີສະລາກ ພາສາລາວ ເພືອຄົນລາວ ເພືອສຸຂະພາບ ຜູ້ບໍຣິໂພກ ອຸປໂພກ ອ່ານ ເບີງ ກ່ອນຈະຊື້ ໃຊ້ 

            ສີນຄ້າປະເທສລາວ ສົ່ງໄປຕ່າງປະເທສ  ຕ້ອງມີ  ພາສາລາວ ຄູ່ກັບພາສາອັງກິສ  ແລະ ມີ  Nutrition, 
 
ດ້ວຍຄວາມປາຖະນາດີ ຕໍປະຊາຊົນລາວ ຖ້ວນໜ້າ

================================

   ລາວມີຄວາມພ້ອມໃນດ້ານການຮອງຮັບນັກລົງທຶນຈາກໄທ ເພື່ອຊຸກຍູ້ການລົງທຶນ-ການຄ້າ ເພີ່ມຂຶ້ນອີກເປັນ 2 ເທົ່າ ແລະ ເພີ່ມການສົ່ງສິນຄ້າຈາກລາວໄປໄທເພີ່ມຂຶ້ນອີກ 3 ເທົ່າໃນປີ 2010 ຈະມາເຖິງນີ້.

   ຫວ່າງບໍ່ດົນມານີ້ ທີ່ແຂວງອຸດອນທານີ (ປະເທດໄທ) ໄດ້ມີການປຶກສາຫາລືດ້ານການຄ້າ, ການລົງທຶນ ແລະການທ່ອງທ່ຽວລະຫວ່າງຄະນະຜູ້ແທນເອກະຊົນຂອງລາວກັບຄະນະຜູ້ແທນ ເອກະຊົນຂອງໄທ ເພື່ອຮັດແຫນ້ນດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງ ກັນໃຫ້ແຫນ້ນແຟ້ນກວ່າເກົ່າ. ການປຶກສາຫາລືຄັ້ງນີ້ ຄະນະຜູ້ແທນຝ່າຍລາວໄດ້ເປີດເຜີຍວ່າ: ລາວມີຄວາມພ້ອມໃນການຮັບມືດ້ານການລົງທຶນ, ການຄ້າ ແລະການທ່ອງທ່ຽວຈາກໄທ ເພື່ອ ໃຫ້ເປັນປະໂຫຍດສູງສຸດລະຫວ່າງສອງປະເທດລາວ-ໄທ.

   ຂະນະດຽວກັນ, ຝ່າຍລາວ ແລະຝ່າຍໄທໄດ້ເຫັນພ້ອມທີ່ຈະຮ່ວມມືກັນເພື່ອຊຸກຍູ້ປະລິມານ ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ເພີ່ມຂຶ້ນອີກເປັນ 2 ເທົ່າ ແລະ ການສົ່ງ ອອກສິນຄ້າຂອງລາວໄປໄທໃຫ້ເພີ່ມຂຶ້ນເປັນ 3 ເທົ່າພາຍໃນ 2 ປີຂ້າງຫນ້າ.

   ທ່ານ ຫຸມລາ ມະນີຈັນ, ຜູ້ແທນຈາກສະພາອຸດສາຫະກຳແຂວງຈຳປາສັກ ກ່າວວ່າ: ລາວ ມີຊັບພະຍາກອນທຳມະຊາດ ຈຳນວນຫລວງຫລາຍ, ແຕ່ຍັງບໍ່ທັນນຳອອກມາໃຊ້ເທື່ອຈິ່ງຢາກ ໃຫ້ນັກທຸລະກິດຂອງໄທ ເຂົ້າມາລົງທຶນໃນລາວເພີ່ມຂຶ້ນຕື່ມອີກ ເຊິ່ງທາງການລາວໄດ້ມີນະໂຍ ບາຍທີ່ຈະເຊື່ອມໂຍງການລົງທຶນຂອງທັງສອງປະເທດ. ທັງນີ້ ເພື່ອເປັນການດຶງດູດນັກລົງທຶນ ເຂົ້າມາໃນປະເທດລາວຫລາຍຂຶ້ນ ແລະເພື່ອເປັນການກະຕຸ້ນຄວາມສຳພັນອັນດີງາມລະຫວ່າງ ພາກລັດ ແລະ ເອກະຊົນຂອງທັງສອງປະເທດໃຫ້ຫລາຍຂຶ້ນ.

ທ່ານ ສຸພົນ ເລົາວັນສິຣິ, ຜູ້ແທນຝ່າຍໄທກ່າວຍົກຍ້ອງວ່າ: ລາວມີພື້ນທີ່ປ່າລວມທັງພື້ນທີ່ ກະສິກຳທີ່ອຸດົມສົມບູນ ກວມເຖິງ 80%, ດັ່ງນັ້ນ ໄທຈິ່ງຢາກໃຫ້ນັກລົງທຶນຂອງໄທເຂົ້າມາລົງ ທຶນໃນລາວຫລາຍຂຶ້ນໂດຍສະເພາະການລົງທຶນດ້ານກະສິກຳໃນຮູບແບບ Contract farmi-ng.
   ໄລຍະຜ່ານມາ, ແຂວງອຸດອນທານີ ເປັນອີກແຂວງຫນຶ່ງທີ່ມີການຄ້າ ແລະລົງທຶນກັບລາວ ໂດຍຜ່ານຂົວມິດຕະພາບລາວ-ໄທ ເຊັ່ນດຽວກັນກັບແຂວງຫນອງຄາຍຜູ້ປະກອບການນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍມີມູນຄ່າການຄ້າຫມົດປີ 2007 ສູງເຖິງ 26 ລ້ານກວ່າບາດ (ສະ ກຸນເງິນໄທ), ສິນຄ້າສົ່ງອອກມີມູນຄ່າ 23 ລ້ານກວ່າບາດ ແລະ ສິນຄ້ານຳເຂົ້າຈາກລາວ 3 ລ້ານກວ່າບາດ. ສິນຄ້າສົ່ງມາລາວສ່ວນໃຫຍ່ ມີເຄື່ອງມືກະສິກຳ, ອຸປະກອນການກໍ່ສ້າງ, ລົດ ແລະ ສິນຄ້າອຸປະໂພກ-ບໍລິໂພກອື່ນໆ.

   ຕົວເລກທີ່ກ່າວມາຂ້າງເທິງນັ້ນ ສະແດງໃຫ້ເຫັນວ່າ ລາວຍັງຂາດດຸນ ການຄ້າກັບໄທ 23 ລ້ານກວ່າບາດ ໃນສະເພາະແຕ່ປີ 2007. ເຖິງຢ່າງໃດກໍ່ຕາມ ເມື່ອທ້າຍເດືອນສິງຫາປີກາຍ, ພະແນກອຸດສາຫະກຳ ແລະ ການຄ້າຂອງລາວຮ່ວມກັບພະແນກອຸດສາຫະກຳການຄ້າແຂວງ ຫນອງຄາຍ ແລະ ອຸດອນທານີ ໄດ້ປະຊຸມຮ່ວມກັນ ເພື່ອເນັ້ນຄວາມມຸ່ງຫມັ້ນຮ່ວມກັນໃນການ ຊຸກຍູ້ປະລິມານການຄ້າລະຫວ່າງສອງປະເທດ ໃນປີ 2010 ໃຫ້ເພີ່ມຂຶ້ນອີກ 2 ເທົ່າ.

__________________
Anonymous

Date:

ໃຫ້ເຂົ້າໃຈວ່າຄົນລາວເກັ່ງພາສາຕ່າງດ້າວເຊັ່ນ:ຝຣັ່ງ ອັງກິດ ຍີ່ປຸ່ນ ເກົາຫລີ ໄທ ວຽດ ຈີນແລະຂະເມນ. ຄິດວ່າຖ້າເສດຖະກິດລາວເຂັ້ມແຂງບໍ່ງໍ້ສິນຄ້າຕ່າງດ້າວພຸ້ນລະເພິ່ນຈຶ່ງຈະອອກກົດໝາຍໃໝ່ອອກມາ.

__________________
ຄົນໃຕ້

Date:

ສະບານດີທ່ານຜູ້ອ່ານທັງຫຼາຍມື້ນີ້ຂ້າພະເຈົ້າມີກະທຸຍາກໃຫ້ທ່ານລອງຄິດນຳກັນກ່ຽວກັບກົດຫມາຍລະຫວ່າງປະເທດຄື:

1. ກົດຫມາຍເຫຼັກ ແມ່ນປະເດທຈີນ.
2. ກົດຫມາຍຫີນແມ່ນພະມ້າ.
3. ກົດຫມາຍລ້າໆແມ່ນຢູ່ປະເທດໄທ.
4. ກົດຫມາຍເຫັນອົກເຫັນໃຈແມ່ນລາວ.
5. ກົດຫມາຍແຈ້ງຂາວແມ່ນຢູ່ຫວຽດ
6. ກົດຫມາຍລະອຽດແມ່ນຂະເຫມນ.

ເຊີນທ່ານຕີລາຄາວ່າກົດຫມາຍປະເທດໃດຊັດເຈນກວ່າກັນ.

__________________
Anonymous

Date:

ຄົນໃຕ້ wrote:

ຂ້ອຍມັກກົດໝາຍລາວຫລາຍກ່ວາເດີມີຢືດມີຫົດ ຜ່ອນຜັນກັນໄດ້.

__________________
Anonymous

Date:

ໄລຍະຜ່ານມາ 50 ປີ ຈົນເຖີງປັດຈູບັນ ປະເທດໄທ ເປັນແຫຼ່ງ ສະໜອງແຮງງານຖືກໆ ທັງເປັນຕະຫຼາດຈຳໜ່າຍ
ສີນຄ້າ ໄຫ້ແກ່ບໍລິສັດ ລົງທືນຂອງນາຍທຶນຕາເວັນຕົກ ຈົນໃນທີ່ສູດ ກໍ່ປະກົດມີນາຍທຶນຂອງໄທຂື້ນມາ ໂດຍນຳໄຊ້
ບົດຮຽນຈາກອາດີດ ເຄີຍເປັນແຮງງານກັບກາຍມາເປັນຜູ້ຊອກຫາແຮງງານ ຈາກເສດຂອງ Dollar, Euro ຈິ່ງ
ເຖິງ ບາດຂອງໄທ ແລະຈາກເສດເງິນບາດຂອງໄທ ຈິ່ງຄ່ອຍມາເປັນພະລັງງານໄຫ້ແກ່ຄົນລາວ. ປາໄຫ່ຍ ກິນປານ້ອຍ
ປານ້ອຍ ກິນປາຫຍັງຕໍ່? ຄົນລາວຕ້ອງການວຽກເຮັດງານທຳ ດີແລ້ວ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard