Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມະຫັດສະຈັນບໍ່ນ້ຳຮ້ອນບ້ານນ້ຳຟ້າ in Bokeo province
Anonymous

Date:
ມະຫັດສະຈັນບໍ່ນ້ຳຮ້ອນບ້ານນ້ຳຟ້າ in Bokeo province




ຢູ່ຂົງເຂດປ່າບໍລິເວນບ້ານນ້ຳຟ້າເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວບໍ່ໄກບ້ານພໍປານໃດ ມີສິ່ງມະ ຫັດສະຈັນທາງທຳມະຊາດເກີດຂຶ້ນ ຄືມີນ້ຳອອກບໍ່ຢູ່ຫລືບຫີນໃຫຍ່ ແຕ່ມີຄວາມຮ້ອນສູງເກືອບ 90 ອົງສາ ຢູ່ທ່າມກາງສະພາບພື້ນທີ່ຂອງປ່າໄມ້ຍັງຄົງຄວາມອຸດົມສົມບູນເຫມາະ ສົມສຳລັບ ເປັນສະຖານທີ່ພັກຜ່ອນຢ່ອນໃຈຂອງນັກທ່ອງທ່ຽວທີ່ມັກການຜະຈົນໄພຕາມປ່າດົງພົງໄພເປັນ ຊີວິດຈິດໃຈ ແມ່ນຢ່າລໍຊ້າກຽມຕົວໃຫ້ພ້ອມ ແລ້ວອອກເດີນທາງມາທ່ຽວບໍ່ນ້ຳຮ້ອນບ້ານນ້ຳຟ້າ ກັນດີກວ່າ.

   ນັກທ່ອງທ່ຽວຫລາຍຄົນ ອາດຈະກຳລັງຄິດ ຊອກຫາສະຖານທີ່ທ່ອງທ່ຽວ ເພື່ອພັກຜ່ອນໆ ຄາຍຄວາມອິດເມື່ອຍຈາກບັນຫາຕ່າງໆ ທີ່ເຂົ້າມາໃນຊີວິດຂອງການເຮັດວຽກງານໃນແຕ່ລະມື້ ແຕ່ລະວັນເຊັ່ນ: ການໄປທ່ຽວນ້ຳຕົກຕາດ, ຍ່າງປ່າ, ສ້າງທີ່ພັກແຮມ ໃນປ່າ ຫລື ວ່າການໄປ ທ່ຽວຊົມສະຖານທີ່ທ່ອງທ່ຽວປະຫວັດສາດ... ແນວໃດກໍ່ດີສິ່ງຕ່າງໆເຫລົ່ານັ້ນໂດຍທົ່ວໄປແລ້ວ ບໍ່ວ່າຢ່າງໃດກໍ່ຢ່າງຫນຶ່ງແມ່ນເຄີຍໄປ-ມາແລ້ວ ທັງນັ້ນ ຖ້າຢາກປ່ຽນບັນຍາກາດ ຈາກຄວາມ ຫນ້າເບື່ອຂອງການທ່ອງທ່ຽວໃນຮູບແບບເດີມໆ ບໍ່ນ້ຳຮ້ອນທາງທຳມະຊາດເປັນຫນຶ່ງໃນລາຍ ການທ່ອງທ່ຽວ ຫນ້າສົນໃຈທີ່ບໍ່ຄວນພາດເລີຍ ເພາະການໄດ້ລົງໄປແຊ່ ຕົວໃນນ້ຳອຸ່ນໆ ຊົມ ຄວາມງາມທິວທັດສວຍງາມ ຂອງທຳມະຊາດແວດລ້ອມອ້ອມຂ້າງ ຄົງຈະມີຄວາມສຸກບໍ່ຫລາຍ ກໍ່ຫນ້ອຍ.

   ສຳລັບຜູ້ທີ່ສົນໃຈ ການທ່ອງທ່ຽວທີ່ກ່າວມາຂ້າງເທິງນັ້ນ ອາດຈະເລືອກເອົາບໍ່ນ້ຳຮ້ອນຂົງ ເຂດບ້ານນ້ຳຟ້າເປັນຈຸດຫມາຍປາຍທາງທ່ອງທ່ຽວເຖິງແມ່ນວ່າ ຕາມພື້ນທີ່ຕ່າງໆຂອງປະເທດ ລາວ ນັບຕັ້ງແຕ່ພາກເຫນືອຈົນເຖິງພາກໃຕ້ຈະມີບໍ່ນ້ຳຮ້ອນຫລາຍແຫ່ງດ້ວຍກັນ ແຕ່ວ່າແຕ່ລະ ບ່ອນກໍ່ມີຈຸດພິເສດດຶງດູດໃຈຜູ້ຄົນທີ່ມາພົບແຕກຕ່າງກັນອອກໄປເຊັ່ນ: ບໍ່ນ້ຳຮ້ອນຂົງເຂດບ້ານ ນ້ຳຟ້າກໍ່ມີລັກສະນະສະເພາະບໍ່ຄືບ່ອນໃດ.

   ເຊິ່ງບໍ່ນ້ຳຮ້ອນແຫ່ງນີ້ ຕັ້ງຢູ່ທາງທິດເຫນືອຂອງບ້ານນ້ຳຟ້າຫ່າງ ຈາກເສັ້ນທາງຫລວງເຂົ້າ ໄປປະມານ 21 ກິໂລແມັດ ສະພາບເສັ້ນທາງຂ້ອນຂ້າງລຳບາກແດ່ເລັກຫນ້ອຍ ໄປຕາມທາງ ລົດໄຖ ເມື່ອເດີນທາງ ໄປເຖິງດ້ວຍລົດໃຫຍ່ ຫລື ລົດຈັກໄລຍະທາງຕໍ່ໄປບໍ່ໄກພໍປານໃດເປັນ ການສຳຜັດກິ່ນອາຍຂອງທຳມະຊາດຢ່າງໃກ້ຊິດດ້ວຍການຍ່າງເຂົ້າໄປ ຕາມທາງປ່າເພື່ອເປັນ ການຮັກສາສະພາບແວດລ້ອມໃຫ້ຍັງຄົງຢູ່ຄືເກົ່າອີກທາງຫນຶ່ງ.

   ການເດີນທາງໄປຕາມທາງຮ່ອມນ້ອຍໆ ອາດຈະມີອຸປະສັກລະຫວ່າງທາງເປັນຕົ້ນແມ່ນໄມ້ ຫລື ວ່າກ້ອນຫີນມື່ນ ແລະແຫລມຄົມອາດເປັນອັນຕະລາຍແກ່ນັກທ່ອງທ່ຽວກໍ່ເປັນໄດ້ ດັ່ງນັ້ນ ທຸກໆບາດກ້າວຄວນລະມັດລະວັງ ເພື່ອຫລີກເວັ້ນຈາກອັນຕະລາຍທີ່ອາດຈະເກີດຂຶ້ນກໍ່ໄດ້.
   ຄວາມອຸດົມສົມບູນຂອງປ່າໄມ້ສອງຂ້າງທາງຈະເຮັດໃຫ້ມີຄວາມເພີດເພີນໃຈຈົນລືມຄວາມ ອິດເມື່ອຍໄປເລີຍ ໂດຍສະເພາະເວລາໄປເຖິງຈຸດຫມາຍທີ່ຕັ້ງໃຈໄວ້ ຄວາມມະຫັດສະຈັນສ້າງ ສັນໂດຍທຳມະຊາດແຖບນີ້ຈະເຮັດໃຫ້ຄວາມອ່ອນເພຍຈາກການເດີນທາງນັ້ນຈາງຫາຍໄປກັບ ທິວທັດສວຍງາມຂອງທຳມະຊາດບໍລິເວນບໍ່ນ້ຳຮ້ອນປະກົດຢູ່ເບື້ອງຫນ້າ ມັນສະກົດຈິດໃຈໃຫ້ ຕ້ອງຢຸດກ້າວຂາແລ້ວຫລຽວເບິ່ງໄປຮອບໆ ຈິ່ງຄ່ອຍຍ່າງຕໍ່ໄປອີກ.
   ແນມມາໃກ້ໆຈະເຫັນຄວັນສີຂາວລອຍຂຶ້ນມາຈາກບໍ່ ເຊິ່ງມີຄວາມກວ້າງປະມານ 1 ແມັດ ແລະຍາວປະມານ 5 ແມັດ ສ່ວນຈຸດທີ່ນ້ຳອອກບໍ່ຢູ່ຫລືບຫີນໃຫຍ່ ແລ້ວຈະໄຫລ ລົງໃສ່ນ້ຳ ເຢັນຕໍ່ໄປຮົ່ມໄມ້ໃກ້ແຄມບໍ່ບາງບ່ອນເຫມາະສົມສຳລັບນັ່ງພັກຜ່ອນຢ່າງສະດວກສະບາຍ ພ້ອມ ຊົມຄວາມສວຍງາມ ຂອງທິວທັດທຳມະຊາດແຖບນີ້ ຢ່າງສົມໃຈ ເມື່ອຮັບຮູ້ກັນແລ້ວເວລາມາ ແຂວງບໍ່ແກ້ວຢ່າລືມແວ່ມາທ່ຽວບໍ່ນ້ຳຮ້ອນບ້ານນ້ຳຟ້າ ເມືອງຕົ້ນເຜີ້ງ ແລ້ວທ່ານຈະໄດ້ພົບກັບ ບັນຍາກາດທຳມະຊາດທີ່ສົດຊື່ນ.

Source: ecom



__________________
Anonymous

Date:

ຂ້ອຍບໍມີຫົວຈິດຕະກອນໃນສະຫມອງ ອ່ານຈົນສຸດກະຍັງນຶກບໍເຫັນພາບ ຫຍັງເລີຍວ່າມັນເປັນແນວໃດ
ຖ້າມີຮູບ ປະກອບໃຫ້ເອົາມາລົງແນ່ເດີ
ຂອບໃຈ

__________________
EDTOTO.

Date:

Where is the picture??? something like this!!!
Yellowstone National Park
3723457361_7cd5dff75d_z.jpg?zz=1

__________________
EDTOTO

Date:

4309069345_0846821075.jpg

__________________
Anonymous

Date:

1117313388_8a02a097e0_z.jpg

__________________
EDTOTO

Date:

4818531680_f180108fea_z.jpg

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard