Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ດ ເດັກ. ແຕ່ກີ້ຄົນລາວທີ່ເວົ້າວ່າ ເດັກ ເກືອບບໍ່ມີ, ມີແຕ່ເວົ້າວ່າ ເດັກນ້ອຍ


Senior Member

Status: Offline
Posts: 271
Date:
ດ ເດັກ. ແຕ່ກີ້ຄົນລາວທີ່ເວົ້າວ່າ ເດັກ ເກືອບບໍ່ມີ, ມີແຕ່ເວົ້າວ່າ ເດັກນ້ອຍ


ໃນກາຣເວົ້າ ຖ້າໃຊ້ຄຳວ່າ ເດັກ ຄົນລາວແຕ່ກີ້ ຕ້ອງວ່າ ເດັກນ້ອຍ. ຂ້ອຍບໍ່ເຄີຍໄດ້ຍິນໃຜວ່າ "ເດັກ" ຊື່ໆ. ຕາຕລາງ ພຍັນຊນະ ລາວ ມີ ດ ເດັກ. ແຕ່ປຶ້ມຮຽນ ຊັ້ນ ປ 1 ສມັຍ ພຣະຣາຊອານາຈັກຣ໌ລາວ ບໍ່ມີ ຄຳວ່າ ດ ເດັກ.   ກ ໄກ່ - ແຕ່ໃນປຶ້ມ ດັ່ງກ່າວ ມີ ແຕ່ ກ ກາ.

ທີ່ກ່າວມານີ້ ບໍ່ແມ່ນຢາກຈັບຜິດ ຫລື ຖືຖືກ ຫລື ຍ້ອນມີຄວາມຄຶດ ອະຄະຕິ ແນວໃດ ແນວໜຶ່ງ.  ຂ້ອຍພຽງແຕ່ ຢາກສະແດງຄວາມຄຶດວ່າ ໃນສະພາພກາຣໃໝ່ ຍຸຄໃໝ່ ເຊັ່ນ ປະເທສອາເມຣິກາ ຝຣັ່ງ ແລະ ບ່ອນທີ່ຄ້າຍຄືກັນ ເຮົາລອງພຍາຍາມ ໃຊ້ວິທີກາຣສອນ ທີ່ໃໝ່ໆ ຊິດີບໍ?

ເມື່ອສອນ ຜູ້ໃຫຍ່ ໃນອາເມຣິກາ ຂ້ອຍໃຊ້ ກ ກາ ງ່າຍກວ່າ ກ ໄກ່ ເພາະບໍ່ຕ້ອງອະທິບາຍ ໄມ້ເອກ.  ຂ້ອຍໃຊ້ ຄ ຄຳ ງ່າຍກວ່າ ຄ ຄວາຍ ເພາະຂຽນ ຄຳ ງ່າຍກວ່າ ຄວາຍ. ນັກຮຽນຂ້ອຍ ຮູ້ຈັກ ຄຳ ຫລາຍກວ່າ ຄວາຍ. ຂຽນ ຜີ ງ່າຍກວ່າ ເຜິ້ງ.

 

ເປັນຫຍັງ ຕາຕລາງພຍັນຊນະລາວ ຈຶ່ງມີຄຳວ່າ ເດັກ (ດ - ເດັກ)?  

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard