Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສາສນາເສື່ອມ ຫລື ຄົນເສື່ອມ? - ສະຖາບັນສາສນາພຸທທ໌ລາວ ໃນອາເມຣິກາ ຢູ່ໃນສະພາພໃດ?


Senior Member

Status: Offline
Posts: 271
Date:
ສາສນາເສື່ອມ ຫລື ຄົນເສື່ອມ? - ສະຖາບັນສາສນາພຸທທ໌ລາວ ໃນອາເມຣິກາ ຢູ່ໃນສະພາພໃດ?


 ສາສນາເສື່ອມ ຫລື ຄົນເສື່ອມ?  ຄຳເວົ້າ ແລະ ຄຳຖາມ ໃນເຣື່ອງນີ້ ໃນລາງກໍຣະນີ ກໍເປັນກາຣ ຫລິ້ນກັບຄຳເວົ້າຊື່ໆ ຫລືຫາທາງເອົາຊນະ ທໍ່ນັ້ນ. 

ຄົນດີກໍມີ ຄົນຊົ່ວກໍມີ ແຕ່ຖ້າເວົ້າລວມແລ້ວ ມະນຸສ ບໍ່ໄດ້ເສື່ອມ. ເຮົາເຄີຍໄດ້ຍິນວ່າ ຄົນກຸ່ມນີ້ ສີວິໄລ ຄົນພວກນັ້ນ ຍັງບໍ່ສີວິໄລ ເຊິ່ງໝາຍຄວາມວ່າ ຜູ້ບໍສີວິໄລ ຍັງຫລ້າຫລັງ ບໍ່ພັທນາ, ສະແດງໃຫ້ເຫັນວ່າ ມະນຸສ ມີກາຣພັທນາ ທັງທາງຈິຕໃຈ ແລະວັຕຖຸ ມາເລື້ອຍໆ. ເວົ້າງ່າຍໆ ກໍແມ່ນດີຂຶ້ນ ບໍ່ແມ່ນເສື່ອມ. ມີມະນຸສກ່ອນມີສາສນາ (ພຸທທ໌, ຄຣິສຕ໌, ແລະ ອື່ນໆ).

ພຣະພຸທທະອົງຄ໌ ເຄີຍຖືກຖາມວ່າ ຕ້ອງເປັນຄົນພຸທທ໌ບໍ ຈຶ່ງຊິຫລຸດພົ້ນ? ພຣະພຸທທະອົງຄ໌ ຕອບວ່າ ມີຄົນ 3 ຄົນ ທີ່ມີອາກາຣ ເຈັບປ່ວຍຄ້າຍຄືກັນ ແຕ່ວ່າ:

-         - ຜູຸ້ໜຶ່ງ ນັ້ນ ບໍ່ຕ້ອງໄປຫາແພທ ຫາໝໍ ກໍເຊົາເຈັບປ່ວຍ ໃນເວລາຕໍ່ມາ.

-       - ອີກຜູ້ໜຶ່ງ ນັ້ນ ຕ້ອງໄດ້ ກາຣຊ່ອຍເຫລືອ ຈາກແພທ ຈາກໝໍ ຈຶ່ງເຊົາເຈັບປ່ວຍ.

-       - ອີກຜູ້ໜຶ່ງ ນັ້ນ ໄປພົບແພທ ພົບໝໍ ເພື່ອປິ່ນປົວ ກໍຍັງບໍ່ເຊົາ.

 ສາສນາ ກໍຄືທິສດີ ຫລືວ່າແນວທາງໜຶ່ງ. ໃນກໍຣະນີ ອື່ນໆ ຖ້າທິສດີທີ່ເຮັດບໍ່ໄດ້ ຫລືບໍ່ມີຄົນເຮັດ ຫລາຍຄົນມັກເອີ້ນວ່າ ທິສດີ ນ້ຳເຕົ້າເປົ່າ. ກົດໝາຍຫ້າມບໍ່ໃຫ້ຂັບຣົຖ ກາຍ 50km ຕໍ່ໍຊົ່ວໂມງ ແຕ່ມີຄົນຂັບ 100km ຕໍ່ໍົ່ຊົ່ວໂມງ ເຕັມບ້ານເຕັມເມືອງ ກໍບໍ່ຖືກໂທສ ຖືກໃໝ. ເຮົາຍັງຊິວ່າກົດໝາຍນັ້ນສັກດ໌ສິທບໍ? ຖ້າໃນຄຳພີ ຫລື ພຣະໄຕປິດົກ ວ່າແນວໜຶ່ງ ຄົນທີ່ອ້າງວ່າ ນັບຖືສາສນານັ້ນ ຈຳນວນຫລວງຫລາຍ ພາກັນເຮັດໄປອີກແນວໜຶ່ງ ໃນທາງລົບ ເຮົາຍັງຊິເວົາໄດ້ຢ່າງເຕັມປາກວ່າ ສາສນາບໍ່ເສື່ອມບໍ? 

ສາສນາມາຈາກຄົນ ຢູ່ນຳຄົນ. ຄົນປ່ຽນສາສນາໄດ້. ບໍ່ແມ່ນອອກຈາກ ພຸທທ໌ ໄປນັບຖື ຄຣິສຕ໌ ດອກ, ແຕ່ປ່ຽນ ເຊັ່ນວ່າ ພາໃຫ້ເກີດມີຫລາຍລັທທິ ເຊັ່ນວ່າ ມຫາຍານ ເຖຣະວາດ ແລະອື່ນໆ. ໃນລັທທິເຫລົ່ານັ້ນ ກໍຍັງມີກິ່ງກ້ານ ສາຂາ ອອກໄປອີກ. ພຸທທະບໍຣິສັທ (ຄົນ) ກັບ ສາສນາພຸທທ໌ ຜູກພັນທ໌ກັນ. ຖ້າມື້ໜຶ່ງ ເກີດວ່າ ພຸທທະບໍຣິສັທ (ຄົນ) ຕາຍເໝິດ ສາສນາພຸທທ໌ ກໍເໝິດ. ຖ້າ ພຸທທະບໍຣິສັທ (ຄົນ) ເສື່ອມ ເຮົາຍັງຊິເວົ້າວ່າ ສາສນາພຸທທ໌ ຈເຣີນງອກງາມ ໄດ້ຢູ່ບໍ? 

ສະຖາບັນສາສນາພຸທທ໌ລາວ ໃນອາເມຣິກາ ຢູ່ໃນສະພາພໃດ?

ເຫຕກາຣນ໌ ທີ່ເປັນຂ່າວໃຫຍ່ ໃນປີນີ້ ກ່ຽວກັບ ວັດລາວພຸທທຸວົງສ໌ ທີ່ Virginia ເປັນເຣື່ອງທີ່ຄົນພຸທທ໌ລາວ ໃນອາເມຣິກາ ຄວນຄຶດວ່າ ນັ້ນ ມັນບໍ່ແມ່ນພຽງແຕ່ເປັນ ເຣື່ອງພາຍໃນ ທັມນຽບເຫລືອງ ທໍ່ນັ້ນດອກ ແຕ່ມັນອາຈແມ່ນສັນຍານໃຫ້ເຫັນວ່າ ສະຖາບັນນີ້ ກຳລັງ  NEEDS HELPS.

ເປັນຫຍັງຜູ້ຂ້າ ຈຶ່ງໃຊ້ຄຳວ່າ ທັມນຽບເຫລືອງ ເພາະ ທັມນຽບຂາວ ແມ່ນບ່ອນເຮັດວຽກຂອງຜູ້ນຳ USA. ທັມນຽບເຫລືອງ ແມ່ນບ່ອນເຮັດວຽກ ຂອງຜູ້ນຳ ພຸທທະສະຖາບັນ ຂອງຄົນພຸທທ໌ລາວ ໃນອາເມຣິກາ.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard