Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂ້ອຍເຊົາເປັນຫືດ ຫລັງຈາກເປັນມາໄດ້ເກືອບຊາວປີ


Senior Member

Status: Offline
Posts: 271
Date:
ຂ້ອຍເຊົາເປັນຫືດ ຫລັງຈາກເປັນມາໄດ້ເກືອບຊາວປີ


.

ຂ້ອຍເຄີຍເປັນຫືດ asthma ອາກາຣຊິແຮງ ຫລື ຄ່ອຍໃນລາງຣະດູ. ຂ້ອຍຕ້ອງມີຢາສີດເຂົ້າທາງປາກ (inhaler) ຕິດໂຕເປັນປະຈຳ. ເປັນເວລາປະມານ 15 ຫາ 20 ປີ. ຂ້ອຍເຊົາສູບຢາມາໄດ້ ປະມານ 30 ປີແລ້ວ.  ຂ້ອຍໄປຫາແພທຫລາຍທ່ານ ແຕ່ກໍໄດ້ແຕ່ ໃຊ້ inhaler ເພື່ອຊ່ອຍຫັນໃຈທໍ່ນັ້ນ.

 

ຂ້ອຍມາລອງໃຊ້ນ້ຳລ້າງດັງ saline ໂດຍບໍ່ໄດ້ຄຶດວ່າ ຊິກ່ຽວຫຍັງກັບຫືດ. ແຕ່ໃຊ້ມາ ເລື້ອຍໆ ຮູ້ສຶກວ່າ ບໍ່ມີອາກາຣຫັນໃຈຝືດອີກ. ບໍ່ໄດ້ໃຊ້ inhaler ອີກ.  ຂ້ອຍຈັ່ງຄຶດວ່າ ກາຣຫັນໃຈຝືດ ຫລື ຫືດ ຂອງຂ້ອຍແມ່ນ ພົວພັນກັບ sinus (ຄວາມລາວ ຄືຊິແມ່ນ ສະດວງດັງ).

 

ນ້ຳລ້າງດັງ ທີ່ຄ້າຍຄື saline ນີ້ ປະສົມເອງກໍໄດ້. ແພທໄທຍ ເພິ່ນກໍໄດ້ ບອກວິທີເຮັດ ທາງ Youtube.

ກາຣຫັນໃຈຝືດ ຫລືເປັນຫືດ ຫອບ ອາຈມາຈາກຫລາຍກໍຣະນີ ແລະອາຈພາໃຫ້ຕາຍໄດ້ ດັ່ງນັ້ນ ຜູ້ມີອາກາຣນີ້ ຄວນພິຈາຣະນາ ຄັກແນ່. 

ເຖິງຢ່າງໃດກໍ່ຕາມ ກາຣໃຊ້ນ້ຳລ້າງດັງ saline ກໍບໍ່ມີຜົລຮ້າຍຕໍ່ສຸຂພາພ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard