Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂ້ອຍປົວຕ່ອມລູກໝາກ prostate ດ້ວຍໂຕເອງ


Senior Member

Status: Offline
Posts: 271
Date:
ຂ້ອຍປົວຕ່ອມລູກໝາກ prostate ດ້ວຍໂຕເອງ


.

ຂ້ອຍເຄີຍເຈັບprostate, ໄທຍເອີ້ນວ່າ ຕ່ອມລູກໝາກ. ທຳອິດແພທ ກໍແນະນຳ ການປົວ ຫລືວ່າປາດ ດ້ວຍແສງ ເລເຊີ laser. ຂ້ອຍບໍ່ເຊື່ອເພິ່ນປານໃດ ເພິ່ນໃຫ້ຢາມາກິນ ເພື່ອບັນເທົາອາກາຣເຈັບ ແລະ ອື່ນໆ.  ຂ້ອຍມີນັດໄປກວດທຸກ 6 ເດືອນ. ອາກາຣກໍພໍປານເກົ່າ ໄຄໜ້ອຍໜຶ່ງ ບໍ່ຮ້າຍກວ່າເກົ່າ.

ມື້ໜຶ່ງຂ້ອຍນັ່ງຣົຖຮ້ອນ ຮູ້ສຶກວ່າມີແຮງຢູ່ ຕ່ອມລູກໝາກ. ຫລັງຈາກນັ້ນ ຂ້ອຍກໍໄດ້ໃຊ້ຂອງອຸ່ນໆ ຫລືວ່າຮ້ອນ ແຕ່ບໍ່ເຖິງໃໝ້ ຫລື ລວກ ມາແປະໃສ່ບໍຣິເວນນັ້ນ ເຊິ່ງແມ່ນ ຣະຫວ່າງກາງ ຮູຖ່າຍໜັກ ແລະ ຫຳ (ຢ່າໃຫ້ຄວາມຮ້ອນຖືກຫຳເດັດຂາດ). ຫລາຍມື້ ອາກາຣເຈັບ ແລະ ຄວາມຜິດປົກກະຕິອື່ນໆ ກໍຈາງຫາຍໄປ. ຂ້ອຍໄປຫາແພທ ເພິ່ນຖາມວ່າ ຍັງກິນຢາບໍ? ຂ້ອຍຕອບວ່າ ບໍ່ ເພາະຂ້ອຍໄຄແລ້ວ. ເພິ່ນກວດເລືອດ ແລະ ອື່ນໆ ແລ້ວກໍບອກວ່າ ບໍ່ຕ້ອງນັດອີກ, ແຕ່ຖ້າເຈັບ ຈັ່ງນັດພົບໝໍ.

ກາຣເຈັບ ນີ້ ອາຈຈາກກາຣເປັນມະເຮັງ ກໍເປັນໄດ້.  ແຕ່ຂ້ອຍບໍ່ໄດ້ເປັນມະເຮັງ.  ຜູ້ເຈັບຕ້ອງໄດ້ພິຈາຣະນາຫລາຍດ້ານ ຄັກແນ່

 



-- Edited by PeaceBeWithUs on Thursday 26th of September 2019 12:08:52 AM

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard