ບ້ານເມືອງເຮົາໄດ້ກຽມຕົວແນວໃດແດ່ແລ້ວ ກັບການຈະເຂົ້າປະຊາຄົມອາຊ່ຽນ? ຄືຍັງບໍເຫັນມີເປັນຮູບເປັນຮ່າງເທື່ອ...
ເຫັນບ້ານເພິ່ນລະມີກິດຈະກຳຕ່າງໆກ່ຽວກັບອາຊ່ຽນຫລວງຫລາຍ.
ບ້ານເມືອງລາວຈະມີແຕ່ພວກຫວຽດແລະພວກຜິວດໍາດັງແໝບພິລີປີໂນມາເຕັມຢູ່ເລີຍ
ປະເທດທັງສອງມີພົນລະເມືອງແຕ່ລະປະເທດປະມານຮ້ອຍລ້ານຄົນແລະແຫຍ້ກັນຢູ່
ພວກໜຸ່ມເຂົາສ່ວນຫຼາຍແມ່ນພາກັນຊອກຫາທາງອອກຈາກປະເທດຂອງເຂົາໄປຊອກວຽກຊອກເມຍຊອກຜົວຢູ່ປະເທດອື່ນ ເຊັ່ນປະເທດລາວ ເອົາສັນຊາດລາວແລ້ວຊອກຫາທາງອອກຕໍ່ໄປຢູ່ປະເທດຕາເວັນຕົກແລະອາເມລິກາ
ມີຄົນ ຟິລິປີນ ແມ່ນມີອາຈານພາສາອັງກິດ ແລະພະຍາບານ
ມີຄົນ ຫວຽດນາມ ແມ່ນມີແຮງງານດ້ານກໍ່ສ້າງ ຖນົນຫົນທາງໃຫ້ແລວ້ໄວ ເບິ່ງເສັ້ນທາງຫົວຂົວໂນນຄໍ້ ເຕັມແຕ່ແຮງງານຫວຽດ ເດືອນດຽວແລວ້ເລີຍ
ສວ່ນແຮງງານລາວ ໄປເປັນແຮງງານຂັ້ນຕຳ ຢູ່ໄທຕາມເຄີຍ ຍອ້ນບໍ່ຢາກເປັນກຳມະກອນ ກໍຕອ້ງຍອມໄປເປັນຄົນໃຊ້ໃນບ້ານ ບໍ່ ຢາກຮຽນ ວິຊາຊີບ ກໍ ຍອມເຕະຝຸ່ນ ຫລັງຈົບປຣິນຍາ
ສິ່ງທີລາວເຮົາຈະໄດ້ເຕັມໆກະຄືອ້າຍນ້ອງຫວຽດນາມຊິຫລຸ່ຫລັ່ງເຂົ້າມາຢູ່ລາວຢ່າງເປັນຂະບວນຫລາຍຍິ່ງໆຂຶ້ນ
ເລື່ອງລະບົບການຄ້າກະເສຍປຽບສຸດໆບໍມີສິນຄ້າໄປແຂ່ງຂັນນຳເຂົາ ເລື່ອງສິມຶແຮງງານກະຕົກເປັນຮອງເຂົາທຸກໆດ້ານ
ສິນຄ້າສົ່ງອອກກະບໍມີ ສິ່ງທີ່ພັກລັດຖະນັດສົ່ງອອກແມ່ນໄມ້ທ່ອນ ແຮ່ທາດສົດບໍທັນໄດ້ແປຮູບ
ແຮງງານຂາດສີມຶ, ຂາດການດູນການຄ້າຊິເພື່ມຂຶ້ນເລື້ອຍ ເສດຖະກິດລາວຊິເຕິບໂຕແບບຟອງສະບູ ຍ້ອນພື້ນຖານໂຄງລ່າງສ່ວນຫລາຍກະພັດທະນາແບບງູກິນຫາງ
ພະນັກງານໃນວຽກຕ່າງໆເຫລືອບໍພໍ ການເຂົ້າເຮັດວຽກນຳລັດຍາດແຍ່ງກັນເຂົ້າເຖິງເງິນເດືອນຫນ້ອຍກ່ອນເອກະຊົນກະຕາ ຍ້ອນເຂົ້າໄປເປັນພະນັກງານລັດແລ້ວ
ຖ້າໄດ້ເປັນສະມາຊິກພັກມີໂອກາດສວຍໃຊ້ຫນ້າທີ່ສ້າງຮັ່ງໃຫ້ຄອບຄົວໄດ້ສະບາຍ. ໄດ້ກຳຕຳແຫນ່ງຫນ້າທີ່ສູງໆແຮງມີໂອກາດຮັ່ງມີ ຍ້ອນລະບົບກວດສອບກວດ
ບໍມີ,
ກິນຕາມຕຳແຫນ່ງ ກວດກາກັນບໍໄດ້ ລະບົບຕ່າງໆແມ່ນຖ້າອາໃສແຕ່ເງິນເດືອນແມ່ນອົດຕາຍ ຕ້ອງໄດ້ຊອກເງິນພິເສດຕືມ ເຖິງປະຊາດສູນສາຍລາຍໄດ້ສູນເສຍໂອກາດກະຕາມ
ທະແນມພັກພວກຮັ່ງມີ ແລະ ມີກິນມີໄຊ້ກະພໍສ່ວນປະຊາຊົນລໍໄປຕາມລຳດັບ ຫ້າມຕຳນິຫ້າມວິຈານ ຫ້າມຊັກຖາມ
ຖ້າໄຜທັກທ້ວງຕຳນິວິຈານມັກຕ້ອງຕາຍ ຂໍ້ຫາຜິດການເມຶອງ ຂໍຫາຫາເລື່ອງໃສ່ ຂໍຫ້າບໍຮັກຜູ້ນຳ ຂໍ້ຫ້າບໍ່ຮັກຊາດ. ໂດຍປາສະຈາກ ການສອບສວນກວດກາ.
ຕາຍສະຖານດຽວ. ນີ້ແມ່ນລະບົບປະຊາຊົນເປັນເຈົ້າ ຂອງປະເທດຊາດມີສິດປະຊາທິປະໄຕ ໄຕ້ຕີນຜູ້ຂັນອາສາ.
ພັກໄດ້ນຳພາພວກເຮົາກຽມຮັບມືກັບການເຂົ້າເປັນສະມາຊິກຂອງປະຊາຄົມອາຊຽນ
ມາແຕ່ປີ 2001 ພຸ້ນນະ, ທາງດ້ານການສຶກສາກໍ່ໄດ້ຂະຫຍາຍຈາກຕົວເມືອງໄປສູ່ຊົນ
ນະບົດແລະເຂດສອກຫຼີກທີ່ຫ່າງໄກ, ນັກຮຽນຊັ້ນປະຖົມ3 ໄດ້ເລິ້ມຮຽນພາສາອັງກິດ
ພາສາຝຣັ່ງ ພາສາຣັສເຊຍ ພາສາຫວຽດນາມ ແລະພາສາຈີນ ຈົນສາມາດເວົ້າ ອ່ານ
ຂຽນໄດ້ຢ່າງຄ່ອງແຄ້ວເມື່ອເຂົາຈົບຊັ້ນມັດທະຍົມປາຍ.
ທາງດ້ານອາຊີວະສຶກສາກໍ່ໄດ້ມີການເປີດສອນວິຊາອາຊີບຕ່າງໆທີ່ຈຳເປັນແລະຮຽກ
ຮ້ອງຕ້ອງການຂອງຕະລາດອາຊຽນ, ປັດຈຸບັນນີ້ມີໂຮງຮຽນວິຊາຊີບເກືອບ 200 ແຫ່ງ
ໃນຂອບເຂດທົ່ວປະເທດ ແລະສາມາດຜະລິດບຸກຄະລາກອນທີ່ມີຝີມືທຽບເທົ່າສາກົນ
ປີນຶ່ງ 30000 ຄົນ.
ທາງດ້ານຊັບພະຍາກອນທຳມະຊາດກໍ່ມີຫຼວງຫຼາຍກຽມຮັບຕ້ອນນາຍທຶນຕ່າງປະເທດ
ທີ່ຈະເຂົ້າມາລົງທຶນຕາມຄວາມຮຽກຮ້ອງຕ້ອງການຂອງເຂົາເຈົ້າ.
ນັບແຕ່ປີ 2015 ເປັນຕົ້ນໄປ ຜູ່ໃດມືຍາວນັ່ງຖ້າຮັບເງິນໂລດ ບໍ່ຕ້ອງຫ່ວງ.