ຮູບນີເປັນພຽງຕົວຍ່າງນ້ອຍໆ ອັນໜື່ງທີ່ຢາກຍົກໃຫ້ເຫັນຄວາມບໍ່ສັກສິດຂອງລະບຽບ ກົດໝາຍ
ຄວາມອ່ອນແອຂອງລະບົບການຄຸ້ມຄອງບໍລິຫານໃນອຳນາດລັດ ຄວາມປ່ອຍປະລະເລີຍໃນໜ້າທີ່
ຂອງອົງການທີ່ຮັບຜິດຊອບຂອງລັດ. ຝົນຕົກເທື່ອໃດຖະໜົນຫົນທາງນ້ຳຖ້ວມຂັງເທື່ອນັ້ນ, ຍັງດີທີ່ວ່າປີນີ້ຝົນບໍ່ຫຼາຍ
ຈື່ງບໍ່ຖືກຖ້ວມຫຼາຍ. ສາເຫດກໍຍ້ອນຮ່ອງລະບາຍນ້ຳ ແລະ ພື້ນທີ່ອ່າງເກັບຖືກຖົມເພື່ອການປຸກສ້າງ,
ລະບົບທໍ່ລະບາຍນ້ຳຖືກອັດຕັນເປັນອຳມະພາດໝົດ ທັ້ງທີ່ກໍ່ສ້າງດີແລ້ວ, ຍ້ອນຂາດການຄຸ້ມຄອງຜັງເມືອງ
ຂາດການບູລະນະສ້ອມແປງ, ຂາດການດູແລຮັກສາ ຂອງ ພາກສ່ວນ ໂຍທາ, ອພບ, ອຳນາດການປົກຄອງເມືອງ, ...
ບໍ່ເຄີຍມີມາດຕະການ ແລະ ວິທີການແກ້ໄຂແນວໃດເລີຍ
ຖ້າລະບົບການເງິນບໍ່ດີ ທຸກຢ່າງກໍໄປນຳກັນໝົດ ຍອ້ນທຸກອັນແມ່ນຕອ້ງໄດ້ໃຊ້ເງິນທັງນັ້ນ
ດຽວນີ້ ງົບປະມານສວ່ນຫລາຍກໍຕອ້ງໄດ້ທຸ່ມເທໃສ່ການກໍ່ສ້າງໄປກອ່ນ ສວ່ນການບຳລຸງຮັກສາປະໄວ້ທີຫລັງ
ຈົນມັນເປ່ເພແລວ້ຈຶ່ງເວົ້າກັນໃໝ່
ຫຼາຍປະເທດເພີ່ນໃຊ້ລະບົບການປົກຄອງ ແລະ ບໍລິຫານແບບກະຈາຍອໍານາດ. ລະບົບນີ້ຈະເຮັດໃຫ້ແຂວງແລະຕົວເມືອງທີ່ຕົນໄດ້ຮບັອໍານາດບໍລິຫານດ້ານການບໍລິຫານ, ການຕັດສິດ ແລະ ໂດຍະສະເພາະແມ່ນດ້ານການເງີນ ເປັນຜູ້ຕັດສິນໃຈ ແລະ ຈັດການກັນເອງ.
ແຕ່ປະເທດເຮົາໄດ້ມີການແບ່ງອໍານາດນີ້ບໍ່. ຄໍາຕອບເບີ່ງຮູບການຄືຈະແບ່ງເປັນແຂວງ, ເປັນເມືອງ ແຕ່ຫາກວ່າອໍານາດດ້ານການຕັດສິນໃຈ, ບໍລິຫານ ແລະ ງົບປະມານແມ່ນຂື້ນກັບສູນການ ເຊືີ່ງເອີ້ນວ່າ ລະບົບການກະຈ່າຍອໍານາດແບບລວມສູນ ໝາຍຄວາມວ່າ ເພີ່ນ
ບໍ່ໄດ້ມອບອໍານາດໃຫ້ທ້ອງຖີ່ນ. ເຊັ່ນເຮົາຈະເຫັນຕວົຢ່າງ ໃນແຕ່ລະແຂວງຈະບໍ່ມີສະພາແຂວງ,ສະພາເມືອງ ທີ່ເປັນອໍານາດບໍລີຫານທ້ອງຖິນ ແລະ ບໍ່ໄດ້ເລືອກຕັງ້ຈາກປະຊາຊົນ. ມັນຈື່ງເຮັດໃຫ້ຜູ້ບໍລິຫານ ຕ້ອງລໍຖ້າງົບປະມານແຕ່ສູນການຈັດສັນໃຫ້ທັງນັ້ນ.
ໃນເມື່ອເກີດມີບັນຫາໄພທໍາມະຊາດ, ເຊັ່ນນໍ້າຖ້ວມ, ແຫ້ງແລ້ງ ແຂວງຫລືເມືອງບໍ່ມີອໍານາດຈະໃຊ້ເງິນ ຫລື ຕັດສິນໃຈເອງ. ເຮັດໃຫ້ບັນຫາບໍ່ມີທາງແກ້ໄຂ. ເຊັ່ນເຮົາຈະເຫັນຕົວຢ່າງຄືກໍລະນີນໍ້າຖ້ວມ.
ໃຫ້ທ່ານລອງຄິດເບີີ່ງວ່າ ພະນັກງານລັດທີ່ຮັບຜິດຊອບວຽກງານແຕ່ລະຂະແໜງໃນແຕ່ລະເມືອງມີເທົ່າໃດຄົນ ທີ່ຈະມາເຮັດວຽກຫລື ເປັນຜູ້ຈັດການບັນຫາ. ແຕ່ວ່າບັນຫາຄົນກໍ່ບໍ່ສໍາຄັນ, ເພາະສີ່ງທີ່ສໍາຄັນແມ່ນອໍານາດຕັດສິນດ້ານງົບປະມານຫລາຍກວ່າທີ່ຈໍາເປັນ.
ລອງຄິດເບີ່ງວ່າ ເມືອງໄຊເສດຖາ ຫລື ເມືອງຈັນທະບູລີ ທີ່ອາດເປັນຕົວເມືອງເອກຂອງນະຄອນຫລວງ ຍັງບໍ່ມີເງີ່ນຮອດຊິໃຊ້ສ້າງທາງທີ່ດີ. ຄໍາຖາມເປັນຫຍັງ? ໃນຂະນະທີ່ ເວົ້າເລືອງທຸລະກິດ, ການເກັບພາສີ, ຄ້າຂາຍແມ່ນຄ້ອນຂ້າງດີຫລາຍ ແຕ່ວ່າການຈັດເກັບ
ງົບປະມານ, ພາສີຕ່າງໆແມ່ນບໍ່ມີສິດ. ທັງໝົດນີ່ແມ່ນບໍ່ໄດ້ເວົ້າເຖີງບັນຫາການຄໍລັບຊັນ ຫລື ສໍ້ໂກງ.
ລັດຖະບານຄວນຕ້ອງຄິດເຖີງບັນຫານີ້ ຫລື ບໍ່?
ໃນປີ1996 ຂພຈ ເມືອຢາມບ້ານກໍແຖວບ້ານພັກເພີ່ນຂຸດຮອ່ງລະບາຍນ້ຳ
ລວງກວ້າງປະມານ1ແມັດເຫຼີກກໍພໍສົມຄວນ ບັດມາເບີ່ງ ທໍ່ຊີເມັນ ທີ່ເພີ່ນ
ວາງລົງແມ່ນໜ້າກວ້າງໄດ້ຢູ່ປະມານ30ຊັງຕີແມັດ ຂພຈ ເລີຍຖາມພີ່ນ້ອງ
ມັນຄືໄກກັນແທ້ ຮ່ອງເພີ່ນຂຸດກັບທໍລະບາຍທີ່ວາງລົງນັ້ນ ພີ່ນ້ອງ ຂພຈ ຕອບ
ວ່າເຂົາເອົາປະຣີມານມັນຊື່ໆ ຂພຈ ບໍ່ເຂົາໃຈຄວາມໝາຍກໍ່ງຽບໄປຊື່ໆ
Anonymous wrote:ຫຼາຍປະເທດເພີ່ນໃຊ້ລະບົບການປົກຄອງ ແລະ ບໍລິຫານແບບກະຈາຍອໍານາດ. ລະບົບນີ້ຈະເຮັດໃຫ້ແຂວງແລະຕົວເມືອງທີ່ຕົນໄດ້ຮບັອໍານາດບໍລິຫານດ້ານການບໍລິຫານ, ການຕັດສິດ ແລະ ໂດຍະສະເພາະແມ່ນດ້ານການເງີນ ເປັນຜູ້ຕັດສິນໃຈ ແລະ ຈັດການກັນເອງ.ແຕ່ປະເທດເຮົາໄດ້ມີການແບ່ງອໍານາດນີ້ບໍ່. ຄໍາຕອບເບີ່ງຮູບການຄືຈະແບ່ງເປັນແຂວງ, ເປັນເມືອງ ແຕ່ຫາກວ່າອໍານາດດ້ານການຕັດສິນໃຈ, ບໍລິຫານ ແລະ ງົບປະມານແມ່ນຂື້ນກັບສູນການ ເຊືີ່ງເອີ້ນວ່າ ລະບົບການກະຈ່າຍອໍານາດແບບລວມສູນ ໝາຍຄວາມວ່າ ເພີ່ນບໍ່ໄດ້ມອບອໍານາດໃຫ້ທ້ອງຖີ່ນ. ເຊັ່ນເຮົາຈະເຫັນຕວົຢ່າງ ໃນແຕ່ລະແຂວງຈະບໍ່ມີສະພາແຂວງ,ສະພາເມືອງ ທີ່ເປັນອໍານາດບໍລີຫານທ້ອງຖິນ ແລະ ບໍ່ໄດ້ເລືອກຕັງ້ຈາກປະຊາຊົນ. ມັນຈື່ງເຮັດໃຫ້ຜູ້ບໍລິຫານ ຕ້ອງລໍຖ້າງົບປະມານແຕ່ສູນການຈັດສັນໃຫ້ທັງນັ້ນ. ໃນເມື່ອເກີດມີບັນຫາໄພທໍາມະຊາດ, ເຊັ່ນນໍ້າຖ້ວມ, ແຫ້ງແລ້ງ ແຂວງຫລືເມືອງບໍ່ມີອໍານາດຈະໃຊ້ເງິນ ຫລື ຕັດສິນໃຈເອງ. ເຮັດໃຫ້ບັນຫາບໍ່ມີທາງແກ້ໄຂ. ເຊັ່ນເຮົາຈະເຫັນຕົວຢ່າງຄືກໍລະນີນໍ້າຖ້ວມ.ໃຫ້ທ່ານລອງຄິດເບີີ່ງວ່າ ພະນັກງານລັດທີ່ຮັບຜິດຊອບວຽກງານແຕ່ລະຂະແໜງໃນແຕ່ລະເມືອງມີເທົ່າໃດຄົນ ທີ່ຈະມາເຮັດວຽກຫລື ເປັນຜູ້ຈັດການບັນຫາ. ແຕ່ວ່າບັນຫາຄົນກໍ່ບໍ່ສໍາຄັນ, ເພາະສີ່ງທີ່ສໍາຄັນແມ່ນອໍານາດຕັດສິນດ້ານງົບປະມານຫລາຍກວ່າທີ່ຈໍາເປັນ.ລອງຄິດເບີ່ງວ່າ ເມືອງໄຊເສດຖາ ຫລື ເມືອງຈັນທະບູລີ ທີ່ອາດເປັນຕົວເມືອງເອກຂອງນະຄອນຫລວງ ຍັງບໍ່ມີເງີ່ນຮອດຊິໃຊ້ສ້າງທາງທີ່ດີ. ຄໍາຖາມເປັນຫຍັງ? ໃນຂະນະທີ່ ເວົ້າເລືອງທຸລະກິດ, ການເກັບພາສີ, ຄ້າຂາຍແມ່ນຄ້ອນຂ້າງດີຫລາຍ ແຕ່ວ່າການຈັດເກັບງົບປະມານ, ພາສີຕ່າງໆແມ່ນບໍ່ມີສິດ. ທັງໝົດນີ່ແມ່ນບໍ່ໄດ້ເວົ້າເຖີງບັນຫາການຄໍລັບຊັນ ຫລື ສໍ້ໂກງ. ລັດຖະບານຄວນຕ້ອງຄິດເຖີງບັນຫານີ້ ຫລື ບໍ່?
ບ້ານ 3ສ້າງ ເມືອງ ແຂວງໜວ່ຍຍຸດທະສາດ
ມີໜ້າທີ່ເກັບເງິນ ແລວ້ມອບສູນກາງໝົດ
ຈາກນັ້ນຈຶ່ງ ມອບງົບກັບມາໃຫ້
ແມ່ນບໍ
ສມັຍກ່ອນ 75 ຝົນຕົກມາ 7ມື້ 7ຄືນ ຄືບໍ່ເຫັນນ້ຳຈະອັ່ງຖ້ວມຖນົນຢູ່ໃນ 4 ຕົວເມືອງຂອງກຳແພງນະຄອນດອກ
ຂັ້ນວ່າຍຸກນັ້ນຮເປັນຍຸກທີ່ມີ Technology ຫຼ້າຫຼັງກ່ອນຍຸກນີ້. ອັນນີ້ມະຫຍັງຝົນຕົກມາຮ່າດຽວບໍ່ຮອດຊົ່ວໂມງທີ່
ຝົນຫລັ່ງລົງມາ ນ້ຳກໍຫົ້ງຖ້ວມອັ່ງຢູ່ເປັນມື້ເປັນຄືນດັ່ງເຫັນຢູ່ໃນຮູບນັ້ນ ຂັ້ນວ່າຍຸກນີ້ເປັນຍຸກ Technology ສູງ
ທຸກຢ່າງທັນສມັຍໝົດບໍ່ວ່າອຸປະກອນແລະຄົນ ໂດຍສະເພາະ ສປປ ລາວ ຍຸກນີ້ມີ ດລ. ແລະ ສຈ. ກອງກັນເຕັມ
ບ້ານເຕັມເມືອງຈູ່ນຜູ່ນແຕ່ບໍ່ມີປັນຍາເຮັດໃຫ້ນ້ຳໄຫຼລົງສູ່ແມ່ນ້ຳຂອງໂດຍສະດວກ. ພິເສດສຸດແມ່ນປະຊາຊົນ
ລາວທີ່ອາສັຍຢູ່ນະຄອນຫຼວງກ່ອນ 75 ນັ້ນ ບໍ່ວ່າຄົນສາມັນທັມະດາຂຶ້ນເຖິງຜູ່ໃຫຍ່ໄມ້ສູງແລະມີອຳນາດແມ່ນພາ
ກັນເຄົາຣົບຕໍ່ກົດກະຕິກາແລະຂໍ້ຣະບຽບວ່າດ້ວຍການຮັກສາຄວາມສອາດຂອງບ້ານເມືອງຊ່ອຍກັນ ສຳຄັນທີ່ສຸດ
ແມ່ນການຮັກສາຂີ້ເຫື້ຽອເພື່ຶບໍ່ໃຫ້ໄຫຼລົງໄປອຸດຕັນຖໍ່ຣະບາຍນ້ຳຕາມສອງຂອບທາງຂອງຖນົນ, ທຸກຄົນຕ້ອງນຳຂີ້
ເຫື້ຽອໄປຖິ້ມທີ່ສະຖານທີ່ທາງການອະນຸຍາດໃຫ້. ທາງຣາຊະການໂຍທາແລະເທສະບານກໍໄດ້ຮ່ວມໃນກັນຮັກສາຖໍ່ຣະ
ບາຍນ້ຳແລະຂີ້ເຫື້ຽອເປັນພິເສດແລະເຈົ້າຄອງກຳແພງນະຄອນຫຼວງມັກລົງພື້ນທີ່ທຸກໆເດືອນເພື່ອກວດກາຄວາມ
ຄືບໜ້າຂອງການປະບັດງານຂອງພະແນກທີ່ຮັບມິດຊອບຮັກສາຖໍ່ຣະບາຍນ້ຳໃຫ້ຢູ່ໃນສະພາບດີແລະຕຽມພ້ອມ
ທີ່ຈະຣະບາຍນ້ຳໃຫ້ໄຫຼສະດວກເພື່ອບໍ່ໃຫ້ນ້ຳອັ່ງຖວ້ມຖນົນຫາກມີຝົນຫຼັ່ງລົງມາ. ແຕ່ໃນຍຸກນີ້ທຸກມື້ນີ້ ປະຊາ
ຊົນທີ່ອາສັຍຢູ່ນະຄອນຫຼວງນັບແຕ່ປະຊາຊົນຄົນທັມະດາຂຶ້ນຮອດຜູ່ໃຫຍ່ໄມ້ສູງແລະມີອຳນາດບໍ່ພາກັນເຄົາຣົບຕໍ່
ກົດກະຕິກາແລະຂໍ້ຣະບຽບວ່າດ້ວຍການຮັກສາຄວາມສະອາດຂອງບ້ານເມືອງຊ່ອຍກັນ, ຜູ່ມີອຳນາດແລະໜ້າທີ່ການ
ງານສູງແຮງສຳຄັນ ຮ່ອງຣະບາຍນ້ຳຢູ່ໜ້າບ້ານກໍເອົາດິນມາຖົມແລ້ວປິຊີມັງລົງທັບຍຶດເອົາເປັນທາງເຂົ້າໜ້າບ້ານ
ຂອງຕົນເອງ ດີບໍ່ດີເອົາແພເຕັນມາມຸງກວມເອົາອີກ ແລະພາກັນເທຂີ້ເຫື້ຽອລົງໃສ່ຖໍ່ຫຼືຮ່ອງຣະບາຍນ້ຳນັ້ນ. ເຫັນຄົນ
ເອົາຂີ້ຂະຍະໄປຖອກເຕັມສອງຂອບທາງແລະກໍຕັນຮ່ອງນ້ຳທັງສອງຂອບທາງ ບາດຝົນຕົກລົງມານ້ຳກໍຜັດເອົາຂີ້ເຫື້ຽອ
ນັ້ນໄຫຼລົງໄປຕັນຕາມຈຸດຕ່າງໆແລະກໍທະວີຄູນຂຶ້ນໄປເລື້ອຍໆ ໃນທີ່ສຸດກໍຕັນທັງເມືອງເລີຍ ດັ່ງນັ້ນບໍ່ວ່າຝົນໜ້ອຍຫຼື
ຫລາຍ ຮ່ານ້ອຍ ຮ່າໃຫຍ່ ນ້ຳໃົນກໍຈະຫົ້ງຂຶ້ນຖ້ວມຖນົນທົ່ວໂຕເມືອງກຳແພງນະຄອນໂລດ.
ຈັງແມ່ນດີເນາະ ກອ່ນ75ຮອ່ງນຳມີແຕ່ 2ເສັ້ນ ໃຊ້ແຕ່ຄົນໂທດຈົກຮອ່ງນຳ
ສະໃໝນັ້ນ ເຖິງບໍ່ມີຮອ່ງ ນຳກໍບໍ່ຖວ້ມຍອ້ນເນື້ອທີ່ດູດເປົ່າຫວ່າງ ລວມທັງຫນອງບຶງ ທີ່ດູດຊືມຫລາຍ
ດຽວນີ້ ບອ່ນໃດກໍ ປູຊີມັງໝົດ ນຳອາໃສແຕ່ຮອ່ງນຳຢ່າງດຽວ ເຊັ່ນແຄມເຮືອນຂອ້ຍ ແຕ່ກອ່ນບໍ່ມີຮອ່ງນຳ ແຕ່ມີທົ່ງນາອອ້ມ ນຳບໍ່ຖວ້ມ ແຕ່ມື້ນີ້ ເຮືອນເຕັມຫມົດ ແຕ່ໃຄມີຮອ່ງນຳຂະຫນ່າດໃຫຍ່
ແນ່ນອນຮອ່ງນຳມັນຕອ້ງມີບອ່ນຕັນນຳກໍຫລາຍ ແລະກໍຕອ້ງໄດ້ໃຊ້ເງິນໃນການປົກປັກຮັກສາ ແລະຕອ້ງໄດ້ແກ້ໃຂຕື່ມອີກຫລາຍ
ເຊັ່ນແຖບວັດແຕ່ກອ່ນ ຖວ້ມທຸກປີ ດຽວນີ້ກໍໄຄໄປຢູ່
ຂັ້ນຕໍ່ໄປຄິດວ່າຕອ້ງໄດ້ໃຊ້ລະບົບໂປມນຳຊອ່ຍລະ
ແລະຕອ້ງມີລະບົບບຳບັດ ກອ່ນສີປອ່ຍລົງໃສ່ຮອ່ງນຳເປີດ
ດຽວນີ້ ນະຄອນຫລວງກຳລັງເລີ້ມເອົາສາຍໄຟແຮງກາງລົງດິນ ແລະກໍຫວັງວ່າ ດົນໄປສີບໍ່ເຫັນສາຍໃຍແມງມູມອີກ ຖ້າໂຄງການທໍ່ອຸມົງນັ້ນສຳເລັດ
ພວກເຮົາບໍ່ຄວນຕິຢ່າງດຽວ ແຕ່ຄວນສະເຫນີແນວທາງທີ່ສາມາດແກ້ໃຂໄດ້ຊອ່ຍກັນ
ຄວາມຈີງແລ້ວຖະໜົນຫົນທາງ ແລະ ລະບົບລະບາຍນ້ຳໃນ ນ.ຄ. ວຈ ຕາມທີ່
ຂພຈ ເຫັນແມ່ນລັດຖະບານເພີ່ນກໍ່ໄດ້ລົງທືນໃສ່ປັບປຸງດີພໍສົມຄວນ ໃນຊ່ວງ
ປີ 1996 - 2003. ແຕ່ຍ້ອນລະບຽບການຄຸ້ມຄອງບໍ່ສັກສິດ ໃຜຢາກຖົມດີນບ່ອນ
ໃດກໍ່ຖົມ ໃຜຢາກປຸກຕຶກ ປຸກອາຄານບ່ອນໃດກໍ່ປຸກ ບໍ່ມີໃຜເວົ້າ ໃຜວ່າຫຍັງໄດ້.
ຕົວຢ່າງ: ຮ່ອງທອງ ຈາກໄຟແດງທົ່ງຕູມ - ຕະຫລາດເຊົ້າ ເມື່ອກ່ອນເປັນຮ່ອງເປີດ
ປູຄອນກຼີດຄັກແນ່, ແຕ່ມາຮອດໄລຍະໜື່ງ ໄດ້ເຮັດຝາປິດ ແລ້ວສ້າງຕຶກ ສ້າງອາຄານ
ກວມ, ເມື່ອເປັນແນວນີ້ ກໍ່ບໍ່ສາມາດທີ່ຈະອານາໄມໄດ້, ນີ້ເປັນພຽງຕົວຢ່າງອັນໜື່ງ
ຍັງມີຫລາຫລາຍຢ່າງທີ່ບໍ່ມີການຄວບຄຸມຜັງເມືອງ ແລະ ການປຸກສ້າງຕ່າງໆ
ຢູ່ ອຸດອນ ກຸງເທບ ຝົນຕົກບໍ່ສຳ່ນຳ້ຕາເມັຍນອ້ຍ
ຖວ້ມພຽງຫົວເຂົ່າ
ບາດວຽງຈັນ ຝັນຫມົດຄືນ ຫລັງຕີນກາບໍ່ຖວ້ມ ຫ່າມຶງເອີຍ ຈັງແມ່ນມັກຈົ່ມວ່າ