Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສສຊ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຄຸ້ມຄອງ 3 ປ່າ ດ້ວຍຄວາມຮັບຜິດຊອບສູງ
Anonymous

Date:
ສສຊ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຄຸ້ມຄອງ 3 ປ່າ ດ້ວຍຄວາມຮັບຜິດຊອບສູງ


ສສຊ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຄຸ້ມຄອງ 3 ປ່າ ດ້ວຍຄວາມຮັບຜິດຊອບສູງ
ວັນທີ 15 ກໍລະກົດ 2014 - ເວລາ 10:32:30 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້ 
  
Divider
ສສຊ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຄຸ້ມຄອງ 3 ປ່າ ດ້ວຍຄວາມຮັບຜິດຊອບສູງ

ບັນດາ​ສະມາຊິກ​ສະພາ​ແຫ່ງຊາດ​ໃນ​ຫຼາຍ​ເຂດ​ທົ່ວ​ປະເທດ ໄດ້ປະກອບ​ຄຳ​ເຫັນ ແລະ ຄຳ​ສະເໜີ​ຢ່າງ​ກົງ​ໄປ​ກົງ​ມາ ​ຕໍ່​ບົດ​ລາຍງານ​ກ່ຽວ​ກັບ​ການ​ກຳນົດ​ປ່າ 3 ປະເພດ ໃນ​ວັນ​ທີ 14 ກໍລະກົດ 2014 ເຊິ່ງ​ເປັນ​ມື້​ທີ 6 ຂອງ​ກອງປະຊຸມ​ສະໄໝ​ສາມັນເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 7 ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ດຣ. ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ.

ກອງ​ປະຊຸມ​ມື້​ທີ 6 ໄດ້​ຮັບ​ຟັງລາຍ​ງານ​ຂອງ​ທ່ານ ນູ​ລິນ ສິນບັນດິດ ລັດຖະມົນຕີ​ວ່າການ ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ກ່ຽວ​ກັບການ​ຄຸ້ມ​ຄອງ​ປ່າໄມ້ ແລະ ຊັບພະຍາກອນ​ປ່າໄມ້ ຈາກ​ນັ້ນ ປະທານ​ກອງ​ປະຊຸມ​ໄດ້​ເປີດ​ໂອກາດ ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ປະກອບ​ຄຳ​ເຫັນໃສ່​ບົດລາຍ​ງານ ເປັນຕົ້ນ​ແມ່ນ​ວຽກງານ​ການ​ຈັດ​ສັນ 3 ປ່າ (ປ່າປ້ອງ​ກັນ ປ່າ​ສະຫງວນ ແລະ ປ່າຜະລິດ) ຂອງ​ລັດຖະບານ ໂດຍ ​ສສຊ ຫຼາຍ​ທ່ານ​ໄດ້​ມີ​ຄຳ​ເຫັນ ເພື່ອ​ແນໃສ່​ເຮັດ​ແນວໃດ​ໃຫ້​ວຽກງານ​ດັ່ງກ່າວ ​ມີ​ຄວາມ​ສອດ​ຄອງກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ເກີດ​ປະໂຫຍດ​ສູງສຸດ​ ຕໍ່​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ບັນດາເຜົ່າ ເຊິ່ງ ​ສສຊ ໄດ້ຮຽກຮ້ອງ​ໃຫ້​ລັດຖະບານ ກໍ່​ຄືພາກສ່ວນ​ກ່ຽວຂ້ອງ​ເອົາໃຈໃສ່ຕື່ມ ​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດວຽກ​ງານ​ຄຸ້ມ​ຄອງ​ປ່າໄມ້ ວຽກງານ​ການ​ຄ້າ ແລະ ການ​ສົ່ງ​ອອກໄມ້ ການ​ສະກັດ​ກັ້ນ​ການ​ຄ້າ​ໄມ້ທີ່​ຜິດ​ກົດໝາຍ ເພີ່ມ​ທະວີ​ການຄຸ້ມ​ຄອງ​ປ່າ​ສະຫງວນ ມີ​ການກວດ​ສອບ​ທີ່​ເອົາ​ຈິງ​ເອົາ​ຈັງ ແລະ ເຂັ້ມແຂງ ເພີ່ມ​ບົດ​ລົງໂທດ​ແກ່ຜູ້​ລະເມີດ​ກົດໝາຍ ວຽກ​ງານການ​ສຳ​ປະທານ​ທີ່​ດິນ ວຽກ​ງານການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ປ່າ​ໃຫ້​ເປັນລະບົບ ນັບ​ແຕ່​ຂັ້ນ​ແຂວງ ເມືອງ ແລະ ອຳນາດ​ການ​ປົກຄອງ​ບ້ານ ປຸກລະດົມ​ເຜີຍແຜ່​ບັນດາ​ນິຕິ​ກຳ ແລະ ລະບຽບ​ກົດໝາຍ​ໃຫ້​ທົ່ວເຖິງ ເພື່ອ​ແນໃສ່​ໃຫ້​ປະຊາຊົນ​ມີສ່ວນ​ຮ່ວມ​ ໃນ​ການ​ຄຸ້ມ​ຄອງ​ປ່າໄມ້​ຫຼາຍ​ຂຶ້ນ ມີ​ການ​ກຳນົດ ແລະ ສຳ​ຫຼວດ​ເນື້ອທີ່ 3 ປ່າ​ທີ່​ຊັດ​ເຈນ ຈັດ​ສັນ​ເຂດ​ທີ່​ອະນຸຍາດ​ໃຫ້​ປະຊາຊົນ​ສາມາດ​ລ່າເນື້ອ​ໄດ້​ຢ່າງ​ຈະແຈ້ງ ລວມ​ທັງ​ການ​ຄວບ​ຄຸມ​ອຸປະກອນ​ຫາ​ປາ ແລະ ລ່າເນື້ອ​ໃຫ້ເປັນ​ລະບຽບ (ບໍ່​ໃຫ້​ນຳ​ໃຊ້​ອຸປະກອນ​ທີ່​ທັນ​ສະໄໝ​ທຳລາຍ​ລ້າງ ເປັນຕົ້ນ​ແມ່ນ​ການ​ຫາ​ປາ​ດ້ວຍ​ໄຟຟ້າ ແລະ ລູກ​ລະເບີດ) ວຽກ​ງານການ​ແກ້​ໄຂ​ບັນຫາ​ການ​ຕັດ​ໄມ້​ຄ້ຳແບບ ແລະ ເຜົາ​ຖ່ານ ລວມ​ທັງວຽກ​ງານ​ການ​ກວດກາ​ຄືນ ​ບັນດາ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ກັບ​ປ່າໄມ້ ການ​ຂຸດ​ຄົ້ນ​ພະລັງງານ-ບໍ່​ແຮ່ ພ້ອມ​ນັ້ນ ​ສສຊ ຍັງ​ສະເໜີ​ໃຫ້​ມີການ​ຟື້ນ​ຟູ-ຈັດ​ສັນ ແລະ ພັດ​ທະນາ​ບໍລິເວນ​ທີ່​ທາງ​ລັດຖະບານ ກຳນົດ​ເປັນ​ປ່າ​ຈັດ​ສັນ 3 ປ່າ ໃຫ້ເປັນ​ເຂດ​ທ່ອງ​ທ່ຽວ​ທາງ​ທຳ​ມະຊາດ​ຕື່ມ​ອີກ.

 

http://vientianemai.net/teen/khao/1/12218



__________________
Anonymous

Date:
RE: ສສຊ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ຄຸ້ມຄອງ 3 ປ່າ ດ້ວຍຄວາມຮັບຜິດຊອບສູງ


ຍົກຂຶ້ນມາເວົ້າພໍໃຫ້ປະຊາຊົນເຊື່ອວ່າຕົນເຮັດວຽກສົມເງິນພາສີທີ່ປະຊາຊົນເສັຽໃນແຕ່ລະວັນ

ທີ່ແທ້ກໍ່ຂີ້ແມວເຕັມກະດົ້ງຄືເກົ່າຫັ້ນລະ !



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard