Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່າ Vs ຖ່າ
236

Date:
ທ່າ Vs ຖ່າ

ຂ້ານ້ອຍມັກມີເລື້ອຍບັນຫາເລື່ອງສັບທີ່ອອກສຽງຄືກັນແຕ່ສະກົດຕ່າງກັນ

ຄູສອນບາງຄົນກໍ່ບອກບໍ່ໃຫ້ຖືສຳຄັນ ຄຣູສອນບາງຄົນກໍ່ບອກສະກົດໃຫ້

ຖືກຕ້ອງຈຶ່ງຈະຮູ້ຄວາມໝາຍສະເພາະຂອງມັນ ຈຶ່ງເຮັດໃຫ້ຂ້ານ້ອຍເກີດ

ຄວາມສັບສົນ ຈຶ່ງເຂົ້່າມາຂໍຄຳແນະນຳຈາກທ່ານ, ຊ່ອຍຂ້ານ້ອຍແດ່.

ເວລາເຈົ້າໄປຖ່າຍຮູບແຄມຖ່ານ້ຳ ຢ່າຖ່າຍທ່ານັ່ງຢ່ອງຫຍໍ້ເດີ.

ຂ້ານ້ອຍໃຊ້ຄຳທີ່ຂຽນສີແດງຖືກຕ້ອງບໍ? ຊ່ອຍອະທິບາຍໃຫ້ຂ້ານ້ອຍແດ່,

ຂອບໃຈ.

__________________
Anonymous

Date:

236 wrote:

 ຂໍຖາມເຈົ້າແດ່ວ່າ ນາຍຄູສະໄໝໃດທີ່ສອນເຈົ້າວ່າສະກົດບໍຖືກບໍ່ໃຫ້ຖືສຳຄັນ? ຂ້ອຍເປັນນັກຮຽນສອງລະບອບ

ສອງໄວຍະກອນຂອງພາສາລາວ ແລະບໍ່ເຄີຍມີຄູຫລືອາຈານສອນພາສາລາວຈະສອນລູກສິດຫຼືແນະນຳນັກຮຽນ

ນັກສຶກສາແບບນາຍຄູສອນພາສາລາວຂອງເຈົ້າເລີຍ, ບໍ່ວ່າກ່ອນຫຼືຫລັງ 76.

ຖ່ານ້ຳ = ຜິດຮອຍເປີເຊັນ

ທ່ານ້ຳ = ຖືກຕ້ອງຮ້ອຍເປີເຊັນ. (ທ່າໂຕນີ້ເປັນຄຳນາມຈະປະສົມດ້ວຍຄຳນາມຄືກັນໃນສັບຕໍ່ໄປ)

ທ່ານັ່ງຢ່ອງຢໍ້ = (ທ່າໂຕນີ້ເປັນ ຄຳຄຸນນາມຈະປະສົມດ້ວຍຄຳກິລິຍາໃນສັບຕໍ່ໄປ)

ທ່າ = ເປັນທັງ ຄຳນາມ ແລະ ຄຳຄຸນນາມ

ຖ່າ = ທີ່ຈິງແລ້ວສັບນີ້ບໍ່ມີໃນພາສາລາວເຮົາ.

__________________
Anonymous

Date:

 ທ່ວງກັບຖ່ວງກໍ່ເຫັນມີການໃຊ້ທີ່ສັບສົນຄືກັນ, ນັກຂ່າວບາງຄົນກໍ່ສະກົດຖ່ວງດຶງ 

ບາງຄົນກໍ່ສະກົດທ່ວງດຶງ. ສະກົດແນວໃດຈຶ່ງຈະຖືກຕ້ອງຕາມຫຼັກໄວຍະກອນຂອງ

ທ່ານພູມີ ວົງວິຈິດ? 

ຂອບໃຈ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard