Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນາຍບ້ານ ຫຼື ພໍ່ບ້ານ ບໍ່ແມ່ນຄົນພື້ນຖານຂອງບ້ານໆນັ້ນ.......
Anonymous

Date:
ນາຍບ້ານ ຫຼື ພໍ່ບ້ານ ບໍ່ແມ່ນຄົນພື້ນຖານຂອງບ້ານໆນັ້ນ.......

ພໍໄປຮອດວຽງຈັນເອື້ອຍກໍພາໄປແຈ້ງພໍ່ບ້ານຫຼືນາຍບ້ານ ເພາະເອື້ອຍເອົາໄປນອນພັກເຊົາຢູ່ເຮືອນເພິ່ນຕອນໄປ

ຢາມບ້ານເມື່ອສອງເດືອນຜ່ານມາ. ບ້ານເອື້ອຍຂ້ອຍຢູ່ບ້ານສີສັງວອນວຽງຈັນ ແລະເຮືອນເພິ່ນກໍຕິດກັບເຮືອນ

ຂອງນາຍົກລູງທອງສິງທຳມະວົງ. ສິ່ງທີ່ແປກຕອນທີ່ນາຍບ້ານຖາມຂ້ອຍວ່າຈະມານອນພັກເຊົາກັບເອື້ອຍຈັກມື້?

ອັນທີ່ຂ້ອຍເວົ້າວ່າແປກນັ້ນແມ່ນສຳນຽງການປາກເວົ້າຂອງນາຍບ້ານບໍ່ແມ່ນສຳນຽງວຽງຈັນແຕ່ເປັນສຳນຽງຂອງ

ຄົນພາກໃຕ້ກາຍປາກເຊລົງໄປທີ່ໂຕລໍເປັນໂຕດໍໂຕຟໍເປັນໂຕພໍພຸ້ນລະ. ແທນທີ່ບ້ານໃດກໍຕ້ອງເອົາຄົນພື້ນຖານ

ຫຼືຄົນໃນບ້ານໆນັ້ນຂຶ້ນມາເປັນພໍ່ບ້ານຫຼືນາຍບ້ານບໍ່ແມ່ນຫວາ? ເພາະລູກບ້ານເປັນຜູ່ເລືອກປ່ອນບັດເອົາ.

ເມື່ອມາຮູ້ວ່ານາຍບ້ານເກືອບທຸກໆບ້ານທີ່ຢູ່ໃນກຳແພງນະຄອນແລະອ້ອມແອ້ມວຽງຈັນສ່ວນຫລາຍເປັນຄົນຕ່າງ

ບ້ານຕ່າງຖິ່ນໝົດ (ເປັນຄົນໃຕ້ແລະຄົນທາງຊຳເໜືອ). ຢາກຖາມວ່າ:

1. ມີການເລືອກຕັ້ງນາຍບ້ານຫຼືທາງອຳນາດການປົກຄອງເລືອກເອົາຄົນຖິ່ນອື່ນມາເປັນເອງ?

2. ເປັນຫຍັງບໍ່ໃຫ້ຄົນພື້ນຖານຫຼືທ້ອງຖິ່ນຂອງບ້ານມີສິດສະໝັກເປັນນາຍບ້ານຖ້າຫາກມີການເລືອກຕັ້ງ?

3. ມີນາຍບ້ານບາງຄົນມີຍົດຮອດເປັນ ດລ. ແມ່ນມີແທ້ຫວາ ຫຼືເປັນຂ່າວເປົ່າປີວຊື່ໆ?

ເຫັນມີແຕ່ຢູ່ໃນກຳແພງນະຄອນແລະອ້ອມແອ້ມວຽງຈັນເທົ່ານີ້ທີ່ນາຍບ້ານເປັນຄົນມາແຕ່ເຂດອື່ນ ເພາະໄປທາງ

ບ້ານເກິນ, ໂພນໂຮງ ແລະ ວັງວຽງ ເຫັນພໍ່ບ້ານຂອງເມືອງທີ່ກ່າວມານີ້ລ້ວນແລ້ວແຕ່ເປັນຄົນພື້ນຖານຂອງບ້ານ

ທັງນັ້ນທີ່ເປັນນາຍບ້ານ.

__________________
Anonymous

Date:
RE: ນາຍບ້ານ ຫຼື ພໍ່ບ້ານ ບໍ່ແມ່ນຄົນພື້ນຖານຂອງບ້ານໆນັ້ນ.......

ດລ ໝາຍເຖິງຫຍັງ? ແຕກຕ່າງກັບ ດຣ. ແນວໃດ?

ຢາກຖາມທ່ານຄືນວ່າ ຜ່ານມາມີຄົນພື້ນຖານວຽງຈັນທ່ານໃດ໋ໄດ້ຂຶ້ນກຳຕຳແໜ່ງສູງໆ

ເຊັ່ນນາຍົກ, ປະທານປະເທດ ? ຕາມຮູ້ມີແຕ່ຄົນພາກອື່ນທັງນັ້ນ, ແມ່ນບໍ່?

ສະນັ້ນ ມັນຈຶ່ງບໍ່ເປັນເລື່ອງແປກໃນເມືອປະທານປະເທດກໍ່ແມ່ນຄົນພາກໃຕ້(ອັດຕະປື)

ນາຍົກກໍ່ແມ່ນຄົນພາກເໜືອ(ຊຳເໜືອ) ອຳນາດການປົກຄອງຂັ້ນພື້ນຖານຈຶ່ງແມ່ນຄົນ

ຖິ່ນອື່ນເພື່ອງ່າຍໃນການປົກຄອງ.

__________________
Anonymous

Date:

Anonymous wrote:

 ດລ  ແມ່ນຊື່ຍໍ້ຂອງຣະດັບທ່ານໝໍພວກຄອມມິວນິດ ເພີ່ນຕ້ອງຍົກຣະດັບຂື້ນ

ເພື່ອອາສັຍໄດ້ເງີນເພີ້ມແສນຈະບໍ່ມີຄວາມຮູ້ກໍຕາມ ໃຜໆກໍຮູ້ດີ  ຄຳວ່າ

ຄອມມີວນີດ ນັ້ນແມ່ນການຂີ້ຕົວະຫລອກລວງໂຄສະນາຊວນເຊື່ອ

______________________________________________________________________________

ພວກເຈົ້າຢ່າມາຫາວ່າຄອມມຸນິດໂງ່ບໍ່ມີຄວາມຮູ້ ຂ້ອຍເຫັນບັກລາວນອກບາງຄົນມາຢາມບ້ານໃສ່ໂສ້ງຂາກາງໃສ່ເກີບຫັດສົ້ນຍ່າງແຄມທາງເບັ່ງ

ກ້າມຂຶງຂັງແບບຄົນມີຄວາມຮູ້ ບາດທີ່ແທ້ຂ້ອຍເຫັນອີຕາໜຶ່ງໄປນັ່ງກິນເຟີລະເອົາເຈັ້ຍອະນາໄມກັບເຝີປານຜັກ 5555555555555

__________________
Anonymous

Date:

ຂ້ອຍຄິດວ່າ ພໍ່ບ້ານຫຼືນາຍບ້ານຫຼືກວານບ້ານຂອງຄຸ້ມບ້ານເປັນຄົນະທ້ອງຖິ່ນອື່ນ

ກໍ່ຍັງດີກວ່າເພິ່ນແຕ່ງຕັ້ງໃຫ້ຄົນຊາດອື່ນເປັນຄະນະບ້ານ, ແມ່ນບໍ່ພີ່ນ້ອງ?

ບ້ານເກາະບ້ານດອນຢູ່ທາງພາກໃຕ້ ມີຫຼາຍບ້ານທີ່ມີຄະນະບ້ານເປັນຄົນຫວຽດນາມ

ຊື່ລາວ ແຕ່ເຊື້ອຊາດເປັນຄົນຫວຽດນາມ ນັ່ງຕີນຢຽບຕັ່ງຫົວໂຫຼ້ນໃຊ້ໄມ້ຖູ່ຄວັດເຂົ້າໆປາກ,

ຮັບໄດ້ບໍ່? ຮັບບໍ່ໄດ້ກໍ່ຕ້ອງຮັບເພາະເປັນຄຳສັ່ງຂອງຂັ້ນເທິງ.

__________________
Anonymous

Date:

ໃຜໆກໍມີສິດເປັນນາຍບ້ານໄດ້ ຂໍແຕ່ມີສຳມະໂນຄົວຢູ່ບອ່ນນັ້ນ ມີຄວາມສາມາດນຳພາລູກບ້ານໄດ້

ແຕ່ກອ່ນ ບໍ່ຢາກມີໃຜສມັກໃຈຢາກເປັນນາຍບ້ານ

ມາດຽວນີ້ ນາຍບ້ານເປັນແລ້ວບ່ຢາກເຊົາ ເປັນແລວ້ຮັ່ງມີສີສຸກ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard