Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາເບິ່ິງຄື້ນມະຫາ ປະຊາຊົນລາວ ແຫ່ຂະບວນ ໄປຊື້ເຄື່ອງຢູ່ອຸດອນ ໜອງຄາຍ ວັນເສົາ ວັນທິດ
Anonymous

Date:
ມາເບິ່ິງຄື້ນມະຫາ ປະຊາຊົນລາວ ແຫ່ຂະບວນ ໄປຊື້ເຄື່ອງຢູ່ອຸດອນ ໜອງຄາຍ ວັນເສົາ ວັນທິດ

ຈະເລີນ ປະເທດໄທ 

__________________
Anonymous

Date:
RE: ມາເບິ່ິງຄື້ນມະຫາ ປະຊາຊົນລາວ ແຫ່ຂະບວນ ໄປຊື້ເຄື່ອງຢູ່ອຸດອນ ໜອງຄາຍ ວັນເສົາ ວັນທິດ

ຊົມເຊີຍປະຊາຊົນລາວທີ່ຮັ່ງມີພາຍໄຕ້ລະບອບໄໝ່ທີ່ສົດໃສ.ຫວັງວ່າຈະບໍ່ລືມຄວາມຕົນເວົ້າໃຫ້

ທ່ານນາຍພົນວັງປາວໃນເມື່ອກ່ອນວ່າບໍ່ສົ່ງເສີມເສດຖະກິດຂອງຊາດຂີ່ຍົນໄປຕລາດທີ່ອຸດອນ.

ຂໍໃຫ້ປະເທດໄທຈົ່ງຈະເຣີນ,ຄິດເງິນໃຫ້ໄດ້ເງິນຫຼາຍໆເດີ.

__________________
Anonymous

Date:

ມື້ວານນີ້ວັນເສົາ ລົດຕິດແຕ່ສົ້ນຂົວຟາກນີ້ໄປ

ຕອ້ງໄດ້ຍ່າງແຕ່ກາງຂົວໄປເຊັນຫນັງສື

ມື້ທຳມະດາ ແມ່ນບໍ່ປານນີ້ 

ຄະນະປະຕິວັດເບິ່ງແຍງແດ່ເນີ

ຟ້າວສ້າງ ຕມ ຕື່ມແດ່  

ສວ່ນຢູ່ຝັ່ງລາວພັດບໍ່ຕິດໃດລະ 

__________________

Guru

Status: Offline
Posts: 1010
Date:

ຄ່ານິຍົມຊື່ໆ

__________________
Anonymous

Date:

ສ່ວນໜື່ງໃນກຸ່ມນີ້ ບໍ່ແມ່ນໄປຊື້ຂອງ, ແມ່ນພວກເຈົ້ານາຍລະດັບ

ຄະນະກົມລົງມາ ແລະ ພວກ ຫ/ໜ ບໍລິສັດ ລັດວິສາຫະກິດ ພາກັນ

ໄປຕີກ໊ອບ ກອດສາວ caddy ຢູ່ອຸດອນ, ບາງຄົນກໍ່ເອົາສາວນ້ອຍ

ໄປນອນຢູ່ໂຮງແຮມອຸດອນ ເພາະຢ້ານເມຍເຫັນ, ຢ້ານລູກນ້ອງເຫັນ

ແລ້ວກໍ່ຊື້ເຄື່ອງ ຊື້ຂອງໃຫ້ສາວນ້ອຍ, ສ່ວນຄ່າໃຊ້ຈ່າຍທຸກຢ່າງນັ້ນ

ແມ່ນເງີນສ່ວນລວມເດີ່ ເງີນສ່ວນຕົວເຂົາບໍ່ໄດ້ແຕະຕ້ອງພໍກີບ

ມີແຕ່ເກັບເຂົ້າຢ່າງດຽວ

__________________
Anonymous

Date:

Lao economy damage.. how much money are flowing out of Laos into another side of Mekong?!?

__________________
Anonymous

Date:

ຖ້າເປັນແນວນີ້ທຸກມື້ ນັກລົງທຶນຕ່າງປະເທດທີ່ເຂົ້າມາລົງທຶນໃນຂະແໜງບໍລິການ

ຄົງເຈັ້ງຕ່າງລ່າງ, ປະຊາຊົນຄວນຈັບຈ່າຍໃຊ້ສອຍໃນປະເທດຂອງຕົນເພື່ອໃຫ້ເງິນ

ໝູນວຽນໃນທ້ອງຕະລາດລາວ ຖ້າເຫີ່ກັນໄປຕ່າງປະເທດແບບນີ້ ສະກຸນເງິນຕ່າງ

ປະເທດໃນທະນາຄານກາງກໍ່ຍິ່ງຫຼຸດນ້ອຍຖອຍລົງຕື່ມອີກ.

ຊ່ອຍກັນເດີພີ່ນ້ອງ, ພາສາວນ້ອຍມາລີ້ກອດຢູ່ດອນແດງກໍ່ໄດ້ ພັນລະຍາທ່ານບໍ່ເຫັນ

ດອກ ລິສອດກ້ວາງໃຫຍ່ໄພສານແບບນີ້ນະ ບໍ່ຕ້ອງໄປຕ່າງປະເທດດອກ.

__________________
Anonymous

Date:

ພັກ-ລັດ ເພິ່ນໄດ້ວາງໂຄງການເອົາໄວ້ວ່າ ປີ2020ປະຊາຊົນລາວຈະພາກັນພົ້ນຈາກຄວາມທຸກຍາກປາກແຫ້ງ

ແຕ່ມາເຫັນແລະເບິ່ງໃນກະທູ້ນີ້ແລ້ວມັນບໍ່ແມ່ນ ເພາະປີ2014 ປະຊາຊົນລາວກໍພາກັນຮັ່ງດີໄດ້ຫມົດແລ້ວ

ຂໍຊົມເຊີຍທີ່ພັກ-ລັດຜູ້ນຳພາອັນສະຫລາດສ່ອງກົ້ນ.

__________________
Anonymous

Date:

ບໍ່ຮູ້ວ່າຊາຍແດນລາວ-ໄທ ຈະເປັນຄືຊາຍແດນອາເມຣິກາ-ແມັກຊິໂກຫຼືບໍ່?

ສະເພາະຊາຍແດນ San Diego-Tijuana ເວລາອອກໄປ Tijuana ໄດ້ລົດ

ຄວາມໄວລົງແຕ່ຕອນຈະຜ່ານແດນ, ແຕ່ເວລາຈະເຂົ້າ San Diego ຣົຖອັ່ງ

ຕັ້ງແຕ່ແຈບາ Lucy ຈົນຮອດດ່ານກວດ ຄັນເວົ້າໂພດກໍ່ຄົງປະມານ 3 ຫຼັກ

ທາງຄົນຍ່າງກໍ່ຢືນລຽນແຖວຍາວປານຫາງວ່າວ.

ມັນອັ່ງຍ້ອນພວກເຈົ້າໜ້າທີ່ອາເມຣິກາກວດຄົ້ນ ກວດແທ້ກວດວ່າ ໃຊ້ຄົນ

ແລ້ວຍັງບໍ່ແນ່ໃຈ ໃຊ້ໝາດົມກິ່ນອອກ, ຜູ່ໃດຖືກສົງໃສຈະໄດ້ເຂົ້າໄປສ່ອງໄຟ

ຟ້າເບິ່ວໃສ້ເບິ່ງພຸງ ຈັ່ງແມ່ນຊາດເປັນຕານ່າຍ.

__________________
Anonymous

Date:

ไปมาหาสู่กันเป็นเรื่องปกติครับ 

ลาวมาไทย ไทยไปลาว 

จริงๆแล้ว ลาวมาไทยดูเหมอนจะเยอนะ 

แต่ไทยไปลาวนั้นเยอะกว่าครับ 

 ปี 2556 สปปลาวมีคนไปเยือนทั้งหมด 3,040,000  คน

เป็นคนไทยถึง 1,900,000 คน 

ข้อมูลยังบอกอีกว่า นักท่องเที่ยวจากอาเซี่ยนรวมกันนั้น 900,000  คน 

ซึ่งน้อยกว่านักท่องเที่ยวชาวไทยประเทศเดียวด้วยซ้ำ

ผมทำงานอยู่สปปลาวนะ ผมรับรู้ด้ถึงอคติที่คนลาวมีต่อไทย 

ผมแค่นำเสนอข้อมูลอีกด้านหนึ่ง 

คุณอาจไม่พอใจที่ลาวมาเที่ยวไทย แต่ไทยนั้นก็ไปเที่ยวลาวเยอะเช่นกัน 

คนไทยเป็นนักท่องเที่ยวกลุ่มใหญ่ที่สุดของสปปลาว ประมาณ 65 % ของนักท่องเที่ยวทั้งหมดของลาว

ข้อมูลอ้างอิง http://th.aectourismthai.com/aecnews/1918

__________________
Anonymous

Date:

ຄົນໄທ ໄປລາວໄປທອ່ງທຽ່ວແທ້ໆ

ສວ່ນຄົນລາວໄປໄທ ແມ່ນໄປຈັບຈ່າຍໄຊ້ສອຍ

ດຽວນີ້ມີແຕ່ຄົນລາວໄປ

ສວ່ນຄົນໄທ ບໍ່ໄດ້ໄປແລວ້  ຢ້ານຫຍັງບຸຫັ້ນ...

__________________
Anonymous

Date:

ເຫດຜົນທີ່ເຂົາເຈົ້າຫລັ່ງໄຫລໄປຝັ່ງນັ້ນແມ່ນຍ້ອນສິນຄ້າລາຄາຖືກກວ່າ, ສົດກວ່າ, ບໍ່ຖືກແມ່ຄ້າເອົາປຽບ. ຕ່າງກັບຝັ່ງລາວທີ່ໄດ້ຂອງບໍ່ສົດ, ລາຄາແພງຫລາຍ.  ທຸກຄົນຕ່າງຕ້ອງການປະຢັດເງິນໃນກະເປົ໋າໂຕເອງ- ປະຊາຊົນເຮັດຖືກແລ້ວ

__________________

Senior Member

Status: Offline
Posts: 268
Date:

ດີແລ້ວເດີ ສ້າງລາຍໄດ້ໃຫ້ກັບປະເທດ ຕມ ລວຍເລະ

__________________
Anonymous

Date:

ໄປຫາ lifestyle ຊີວິດແບບໃຫມ່ๆ

__________________
Anonymous

Date:

ເລື່ອງການບໍລິການ, ລາຄາ ແລະ ຄຸນນະພາບຂອງສີນຄ້າກໍ່ມີສ່ວນ

ເຮັດໃຫ້ຄົນເຂົາຂ້າມໄປຊື້ຝັ່ງນັ້ນ, ເພາະບ້ານເພີ່ນຂ້ອນຂ້າງຈະເອົາໃຈ

ໃສ່ດ້ານຄຸນນະພາບແດ່ ເຖີງວ່າຍັງບໍ່ດີເທົ່າກັບສີງກະໂປ ຫລື ຍູໂຣບ

ແຕ່ກໍ່ຍັງມີການກວດກາ ຈຳກັດຂອງທຽມດີກວ່າບ້ານເຮົາ. ສະນັ້ນຜູ້ເຂົາ

ມີເງີນ ຈະຊື້ສີນຄ້າ ກໍ່ຢາກໄດ້ຂອງມີຄຸນນະພາບ ກຸ້ມຄ່າກັບເງີນທີ່ຈ່າຍໄປ

ດັ່ງນັ້ນທາງພາກລັດກໍຄວນເບີ່ງຕົວເອງຄືນດ້ານການຄວບຄຸມສີນຄ້າ

ບໍ່ວ່າຈະເປັນລາຄາ ແລະ ຄຸນນະພາບ

__________________
Anonymous

Date:

ເລື້ອງໂຊຊຽວເນັດເວີກກໍ່ມີສ່ວນສຳຄັນ ເຮັດໃຫ້ຄົນເຫີ່ກັນໄປ

ຄົນມີເງິນ ໄຊໂຊ ມີຊື່ສຽງແດ່ ໄປຫລີ້ນແລ້ວກະຖ່າຍຮູບຂື້ນໂຊຊຽວ

ຄົນຕິດຕາມກະເຫັນພາບນັ້ນๆ ແລ້ວກະພາກັນເຫີ່ຢາກໄປຕາມເຂົາ

__________________
Anonymous

Date:

Anonymous wrote:

ເລື່ອງການບໍລິການ, ລາຄາ ແລະ ຄຸນນະພາບຂອງສີນຄ້າກໍ່ມີສ່ວນ

ເຮັດໃຫ້ຄົນເຂົາຂ້າມໄປຊື້ຝັ່ງນັ້ນ, ເພາະບ້ານເພີ່ນຂ້ອນຂ້າງຈະເອົາໃຈ

ໃສ່ດ້ານຄຸນນະພາບແດ່ ເຖີງວ່າຍັງບໍ່ດີເທົ່າກັບສີງກະໂປ ຫລື ຍູໂຣບ

ແຕ່ກໍ່ຍັງມີການກວດກາ ຈຳກັດຂອງທຽມດີກວ່າບ້ານເຮົາ. ສະນັ້ນຜູ້ເຂົາ

ມີເງີນ ຈະຊື້ສີນຄ້າ ກໍ່ຢາກໄດ້ຂອງມີຄຸນນະພາບ ກຸ້ມຄ່າກັບເງີນທີ່ຈ່າຍໄປ

ດັ່ງນັ້ນທາງພາກລັດກໍຄວນເບີ່ງຕົວເອງຄືນດ້ານການຄວບຄຸມສີນຄ້າ

ບໍ່ວ່າຈະເປັນລາຄາ ແລະ ຄຸນນະພາບ

 ມັນບໍ່ແມ່ນເປັນດັ່ງທີ່ທ່ານກ່່າວມານັ້ນທັງໝົດດອກ, ອັນສິນຄ້າທີ່ພວກເພິ່ນແຫ່ຫລັ່ງກັນໄປຊື້ມ່

ແຕ່ຝັ່ງໄທນັ້ນມັນກໍມີເຕັມຢູ່ວຽງພີ້ຄືກັນ ລາຄາກໍບໍ່ແພງລື່ນກັນພໍປະມານ ແຕ່ການທີ່ຄົນລາວທີ່

ເກີ່ກັນໄປຊື້ສິນຄ້າອາຫານແລະເຄື່ອງໃຊ້ຂອງສອຍຢູ່ຝັ່ງນັ້ນແມ່ນພວກເພິ່ນໄປສະແດງຮັ່ງສະແດງ

ມີໃສ່ຄົນໄທ. ແຕ່ພວກນີ້ລະທີ່ເຮັດໃຫ້ເງິນຕາຫົ່ວໄຫລອອກນອກປະເທດ ບໍ່ເປັນຄົນມີນ້ຳໃຈອູ້ມຊູ

ເກື້ອກູນເວສດຖະກິດພາຍໃນປະເທດຂອງຕົນເອງ.

 ແນວວ່າລາວເຮົາບໍ່ເຄີຍຄິດຊິພັດທະນາຈັກເທື່ອ ບໍ່ເຄີຍຄິດຊິປັບປຸງສິນຄ້າໃຫ້ມີຄຸນນະພາບ ລວມທັງການບໍລິການ ເຂົາກໍເລີຍແຫ່ກັນອອກນອກປະເທດ

__________________
Anonymous

Date:

Anonymous wrote:

ເລື່ອງການບໍລິການ, ລາຄາ ແລະ ຄຸນນະພາບຂອງສີນຄ້າກໍ່ມີສ່ວນ

ເຮັດໃຫ້ຄົນເຂົາຂ້າມໄປຊື້ຝັ່ງນັ້ນ, ເພາະບ້ານເພີ່ນຂ້ອນຂ້າງຈະເອົາໃຈ

ໃສ່ດ້ານຄຸນນະພາບແດ່ ເຖີງວ່າຍັງບໍ່ດີເທົ່າກັບສີງກະໂປ ຫລື ຍູໂຣບ

ແຕ່ກໍ່ຍັງມີການກວດກາ ຈຳກັດຂອງທຽມດີກວ່າບ້ານເຮົາ. ສະນັ້ນຜູ້ເຂົາ

ມີເງີນ ຈະຊື້ສີນຄ້າ ກໍ່ຢາກໄດ້ຂອງມີຄຸນນະພາບ ກຸ້ມຄ່າກັບເງີນທີ່ຈ່າຍໄປ

ດັ່ງນັ້ນທາງພາກລັດກໍຄວນເບີ່ງຕົວເອງຄືນດ້ານການຄວບຄຸມສີນຄ້າ

ບໍ່ວ່າຈະເປັນລາຄາ ແລະ ຄຸນນະພາບ

ສິນຄ້າມີຄຸນນະພາບ  ລາຄາຖືກກວ່າ  ພະນັກງານຂາຍຊ່າງເອົາໃຈລູກຄ້າແບບມືອາຊີບ  ສະຖານທີ່ກວ້າງຂວາງ, ສະອາດ, ເຢັນສະບາຍ, ຈອດລົດບໍ່ໄດ້ເສັຽເງິນ ຊ້ຳບໍ່ພໍ ຍັງມີການແຈກ ແຖມຖ້າຫາກວົງເງິນຊື້ສູງ...  ສ່ວນບ້ານມັນມີຂໍ້ຈຳກັດຫຼາຍ ເພາະເຄ່ືອງນຳເຂົ້າຕ້ອງຜ່ານພາສີ, ປູ ປາ ກຸ້ງ, ຫອຍບ້ານເຮົາບໍ່ມີ ເພາະບໍ່ຕິດທະເລ...ຖ້າມີນັກລົງທຶນມາຕັ້ງຕະຫຼາດສົດທີ່ມີລັກຊະນະດຽວກັບກັບ Lotus ຫຼື  Macro ຢູ່ວຽງຈັນ  ແຖວຕະຫຼາດເອຊຽນ ຫຼື ແຖວ ໄອເຕັກ ໜ້າຈະດີ ເພາະຢ່າງໜ້ອຍກໍຈະໄດ້ລົດຜ່ອນເງິນໄຫຼອອກປະເທດ, ລັດກໍຈະມີລາຍໄດ້ກັບພາສີນຳເຂົ້າ ແລະປະຢັດນ້ຳມັນເດີນທາງໄກ ເພື່ອໄປຊື້້ເຄື່ອງກິນເລັກໜ້ອຍ ຊິ່ງມັນບໍ່ກຸ້ມຄ່າເລີຍ...ແຕ່ຫາກມີຜູ້ຢາກໄປໜອງຄາຍເພື່ອທ່ອງທ່ຽວ ຊອບປິງ ຫຼືຢາມພີ່ນ້ອງ ກະບໍ່ວ່າກັນລະນໍ !

__________________
Anonymous

Date:

ຢູ່ຕົວເມືອງອື່ນໆທີ່ມີຊາຍແດນຕິດກັບປະເທດໄທ ປະຊາຊົນລາວກໍ່ພາກັນຫຼັ່ງໄຫຼເຂົ້າໄປ

ຈັບຈ່າຍຊື້ຢູ່ຊື້ກິນຢູ່ບ້ານເຂົາຄືກັບຄົນນະຄອນຫຼວງບໍ? ຕັ້ງແຕ່ເກີດມາຮູ້ຍ່າງຕາມຫຼັງຄວາຍ

ບໍ່ເຄີຍເຫັນຄວາມຈະເລີນຂອງປະເທດເພື່ອນບ້ານຈັກເທື່ອເລີຍ ເຫັນແຕ່ໃນໂທລະພາບເທົ່ານັ້ນ,

ທ່ານໃດໃຈບຸນກະລຸນາພາຂ້ານ້ອຍໄປເປີດຫູເປີດຕາບ້ານເພິ່ນແດ່ຈັກເທື່ອ ບໍ່ຂໍລືມບຸນລືມຄຸນ

ທ່ານດອກ ຈະໃຫ້ຖາງຫຍ້າສວນຜັກຊີປີນຶ່ງສອງປີກໍ່ຍອມ.

__________________
Anonymous

Date:

ຊົມເຊີຍປະຊາຊົນລາວທີ່ຮັ່ງມີພາຍໄຕ້ລະບອບໄໝ່ທີ່ສົດໃສ.ຫວັງວ່າຈະບໍ່ລືມຄວາມຕົນເວົ້າໃຫ້

ທ່ານນາຍພົນວັງປາວໃນເມື່ອກ່ອນວ່າບໍ່ສົ່ງເສີມເສດຖະກິດຂອງຊາດຂີ່ຍົນໄປຕລາດທີ່ອຸດອນ.

ຂໍໃຫ້ປະເທດໄທຈົ່ງຈະເຣີນ,ຄິດເງິນໃຫ້ໄດ້ເງິນຫຼາຍໆເດີ.

    ຄົນຮັ່ງລໍ້າລວາຍ ບໍ່ໄດ້ເຂົ້າຄຸກ ຄົນທີ່ທຸກ ບໍ່ມີເງິນບໍ່ໄດ້ເຂົ້າໂຮງໝໍ

 ທຸກຢ່າງມັນເປັນເລື່ອງຈິງ ແລະ ເປັນເລື່ອງທີ່ ແກ້ໄຂຢາກຢູ່ໃນສັງຄົມ

ເປັນເລື່ອງທຳມະດາຂອງຄົນມີເງິນ

__________________
ຊະນະໄພ

Date:

ຄວາມຈິງທີ່ທຸກຄົນຕ້ອງຍອມຮັບ ກັນທັງຄົນລາວ ແລະໄທ

ຄົນລາວນິຍົມກັນໄປຊື້ເຄື່ອງທີ່ປະເທດໄທແມ່ນມີທຸກໆດ່ານນັບແຕ່ບໍ່ແກ້ວ ຮອດ ຈຳປາສັກ

ສາຍເຫດມີຫລາຍປັດໃຈ ມີທັງ ການພາຄອບຄົວໄປທ່ຽວເພື່ອປ່ຽນບັນຍາກາດ ໄປຊື້ເຄື່ອງມາໃຊ້ໃນເຮືອນ ໄປຊື້ເຄື່ອງມາຂາຍຢູ່ຮ້ານ ໄປຊື້ອາຫານສົດມາເຂົ້າຮ້ານອາຫານ

ເນື່ອງຈາກວ່າ ລາຄາສີນຄ້າຢູ່ໄທຖືກກ່ວາ ມີຫລາກຫລາຍກ່ວາ ການບໍລິການດີກ່ວາ ຄວາມສະອາດດີກ່ວາໂດຍສະເພາະຫ້ອງນໍ້າ ຄ່າຈອດລົດຟຣີ ແລະກ້ວາງຂວາງ ຫ້ອງນໍ້າຟຣີ 

ກົງກັນຂ້າມຢູ່ລາວ ທຸກສິ່ງທຸກຢ່າງແພງ ບໍລິການບໍ່ດີ ຫ້ອງນໍ້າບໍ່ສະອາດແລະເກັບເງີນພ້ອມ ສະຖານທີ່ຈອດລົດຄັບແຄບ ແລະຕ້ອງເສຍຄ່າຈອດລົດເກືອບທຸກໆຕະລາດທັ້ງໆທີ່ເດີ່ນຈອດລົດກໍ່ມີແຕ່ຂີ້ຕົມ ຂີ້ຝຸ່ນ ແລະບາງຕະລາດໄປເກັບເອົາຕາມແຄມທາງອີກ ການຈັດສັນສີນຄ້າກໍ່ສັບສົນ ອາກາດພາຍໃນຫ້າງກໍ່ຮ້ອນຫລາຍ ແລະສີນຄ້າກໍ່ບໍ່ຫລາກຫລາຍ ແຖມມີແຕ່ຂອງປອມ

ແລ້ວຊີ່ໃຫ້ໄປອຸດຫນູນກັນແນວໃດ ເງີນກໍ່ແມ່ນເງີນຂ້ອຍແທ້ໆຫາມາດ້ວຍຄວາມລຳບາກບ່ອນໃດບໍລິການດີຂ້ອຍກໍ່ຊື້ບ່ອນໃດບໍລິການຂີ້ລ້າຍກໍ່ໄປບ່ອນໃຫມ່ຕົວແນວມີທາງເລືອກຫລາຍໃນປະຈຸບັນ

ຖ້າບໍ່ຢາກໃຫ້ຄົນລາວຫລັ່ງໄຫລໄປຊື້ເຄື່ອງຢູ່ໄທ ລັດຖະບານລາວຕ້ອງມີນະໂຍບາຍດຶງດູດຕ່າງປະເທດມາລົງທຶນດ້ານນີ້ໃຫ້ຫລາຍໆ ແຕ່ຕ້ອງເອົາບໍລິສັດທີ່ມີຊື່ສຽງມາລົງເຊັ່ນ: ໂລຕັສ ແມັກໂຄ ຄາຟູ ວອລມາກ ເປັນຕົ້ນ ຢ່າສູ່ໄປດຶງເອົານັກລົງທຶນຈີນ ກັບ ຫວຽດ ຫລາຍເພາະພວກນີ້ເຮັດບໍ່ເປັນດອກ

ສ່ວນຄົນໄທກໍ່ຕ້ອງຍອມຮັບຄວາມຈິງວ່າຄົນລາວ ທີ່ທ່ານດູຖູກວ່າ ຄົນລາວຂີ້ທຸກ ກາຫລີ່ ແຮງງານຊັ້ນຕໍ່າ ນັ້ນເປັນພຽງສ່ວນນ້ອຍແຕ່ຄົນລາວສ່ວນຫລາຍແມ່ນເປັນຜູ້ຊ່ວຍເສຍພາສີລາຍໄດ້ໃຫ້ລັດຖະບານໄທ 7%ຂອງລາຍຈ່າຍ ໃນ1ປີ ຄົນລາວຂ້າມໄປຊື້ເຄື່ອງມີມູນຄ່າປະມານ 1ແສນ ລ້ານບ້ານ

__________________
Anonymous

Date:

Anonymous wrote:

ຈະເລີນ ປະເທດໄທ 

 ถึงจะคิดกับประเทศไทยยังไงจะร้ายหรือดี "ยังไงก็ไม่พ้นประเทศไทยอยู่ดี" ยังไงก็ยินดีต้อนรับครับ 

__________________
Anonymous

Date:

Anonymous wrote:

ຈະເລີນ ປະເທດໄທ 

 ผมว่าควรถึงเวลาคิดขยายช่องให้บริการได้แล้ว กว่าจะข้ามได้ โดยเฉพาะพาสปอตขาเข้าไทยใช้เวลาเป็นชั่วโมง

__________________
Anonymous

Date:

ສົມຄວນອອກກົດໝາຍ

ຫ້າມຄົນໄປ shopping ຢູ່ທາງນັ້ນ... 

__________________
Anonymous

Date:

Anonymous wrote:

ຈະເລີນ ປະເທດໄທ 

 10440949_1527035444184263_5503167774396050276_n.jpg

__________________
Anonymous

Date:

ພວກມີການສຶກສານອ້ຍເປັນສວ່ນຫຼາຍ ເພາະວ່າ

1. ທັງໆທີ່ໄທມັກດູຖູກຄົນລາວເລື້ອຍໆ ກະຍັງໄປຢູ່

2. ບໍ່ຮັກກຽດ ແລະ ສັກສີຄວາມເປັນຊາດລາວ

3. ໂກກິນເງິນປະເທດຊາດ ແລ້ວໄປຈ່າຍຢູ່ບ້ານອື່ນ

4. ຮັ່ງມີ ແຕ່ບໍ່ມີສັກສີ

5. ຊອບເຮັດແນວສ່ຽງ ເພື່ອຫວັງຜົນປະໂຫຍດທຸກຢ່າງ

6. ຍັງຕິດນິໃສສັກດິນາ ຍັງຢາກເປັນຂີ້ຂ້າ

ຂອ້ຍວ່າຢູ່ລາວນີ້ ຊື້ບໍ່ໄດ້ແຕ່ອາວຸດເທົ່ານັ້ນ ຈຳເປັນຫຍັງຊິຂ້າມໄປຊື້ຢູ່ໄທພຸ້ນ

ບໍ່ເຊື່ອລອງເອົາບັດສະປອດແຕ່ລະຄົນມາກວດກາເບີ່ງກໍ່ໄດ້

__________________
Anonymous

Date:

คนลาวมาไทยเยอะๆ เห็นแล้วก็รู้สึกชื่นชมยินดี อย่างน้อยถึงจะเกลียดไทยแต่ก็ยังไปมาหาสู่กัน

ไม่ใช่ว่าไทยไม่อยากไปจับจ่ายซื้อของหรือทำมาค้าขายในลาวหรอก

แต่พอได้ยินว่าลาวเกลียดไทยก็กลัวกันจนไม่อยากไปแล้ว

เพื่อนเคยไปซื้อกาแฟในร้านขายกาแฟในเวียงจันทน์ พูดภาษาไทยว่าจะซื้อของ ก็โดนตอบกลับมาเป็นภาษาอังกฤษ

เพื่อนได้ฟังก็งง แต่ก็สั่งซื้อของเป็นภาษาอังกฤษให้ พอมานั่งโต๊ะ หนุ่มคนนนั้นกลับพูดภาษาลาวกับลูกน้องเฉยเลย

มารู้ทีหลังว่า ลาวไม่อยากต้อนรับคนไทย ตั้งแต่นั้นจะไปเมืองลาวทีไร เป็นต้องเปลี่ยนใจทุกที

ลือกันว่า แม้แต่ตม.ลาว เวลาส่งหนังสือผ่านด่านให้คนไทย ก็โยนให้ แต่พอเป็นคนเวียดนามกลับส่งดีๆ

ไม่ใช่ไม่รู้ว่าคนก็มีหลากหลายต่างๆ นานา แต่การปลูกฝังให้เกลียดไทยจาก....ของลาว กำลังจะทำให้ไทยเจริญมากกว่าจะให้ไทยล่มจม

เพราะทางไทยมีแต่สอนว่าลาวคือพี่น้องแท้ๆ เวลาคนลาวมาไทยเลยไม่ต้องเกร็งมากกว่าไทยไปลาว 

ຄົນເຮົາທຸກວັນໃຜກໍ່ສະແວງຫາແຕ່ສິ່ງດີໆໆ ລວມທັງທ່ານ ບໍ່ໄດ້ມິນບ້ານເຮົາເມືອງເຮົາ

ເພາະທຸກຢ່າງແມ່ນເລື່ອງຈິງ ທັງພວງ

                        ເວົ້າເລື່ອງຕະຫຼາດ

        1, ເລື່ອງການບໍລິການ ແມ່ນບໍ່ຕິດອັນດັບ

        2, ເລື່ອງຄວາມສະອາດ ບໍ່ຄິດຫາເລີຍ  ຍາມນີ້ມີແຕ່ຂີ້ຕົມ

        3, ບ່ອນຈອດລົດຫຍູ້ງຍາກ ແລ່ນອ້ອມຕະລາດເຊົ້າ ສາມຮອບ ຍັງບໍ່ມີບ່ອນຈອດ

            ແຖມໄປກວ່ານັ້ນ ເພິ່ນເອົາຕັ່ງ ເຊືອກຝາງ ມາຕັດໜ້າບ້ານ ເປັນລິກະຊິດ  

            ທັງໆ ທີ່ເປັນທາງສາທາລະນະ

        4, ມີຂັ້ນໃດເລື່ອນອັນດຽວ ກໍ່ປິດໄຟ ໄວ້ ຕ້ອງຍ່າງຂື້ນ ເຮັດໃຫ້ເສຍຄວາມຮູ້ສືກ

            ເຖິງວ່າບໍ່ມັກໃຊ້ຂັນໄດເລື່ອນກໍ່ຕາມ

                          ເວົ້າເລື່ອງໂຮງໝໍແຫ່ງໄປກັນໃຫຍ່ ທຸກໆ ໂຮງໝໍ ພະນັກງານ

ພະຍາບານ , ແພດ , ດ໊ອກເຕີແພດທັງຫຼາຍ ຕ້ອງໄດ້ທິບຈັ່ງຄ່ອຍລົມດີເວົ້າດີແລະເອົາໃຈໃສ່ ຖ້າຜູ້ທຸກຍາກ ຫຼື ມາແຕ່ບ້ານນອກ ແມ່ນປົວຕາມເປັນຕາມເກີດ  ບາງມື້ ບໍ່ມີຮອດພະຍາບານມາຖາມ ຫຼືຕິດຕາມ

          ເລື່ອງອານາໄມ ກີ່ນ ຂິວຢາ ແລະ ກິ່ນອື່ນ ໆໆ ຕ້ອງໄດ້ທຳໃຈ

__________________
Anonymous

Date:

Anonymous wrote:

ພວກມີການສຶກສານອ້ຍເປັນສວ່ນຫຼາຍ ເພາະວ່າ

1. ທັງໆທີ່ໄທມັກດູຖູກຄົນລາວເລື້ອຍໆ ກະຍັງໄປຢູ່

2. ບໍ່ຮັກກຽດ ແລະ ສັກສີຄວາມເປັນຊາດລາວ

3. ໂກກິນເງິນປະເທດຊາດ ແລ້ວໄປຈ່າຍຢູ່ບ້ານອື່ນ

4. ຮັ່ງມີ ແຕ່ບໍ່ມີສັກສີ

5. ຊອບເຮັດແນວສ່ຽງ ເພື່ອຫວັງຜົນປະໂຫຍດທຸກຢ່າງ

6. ຍັງຕິດນິໃສສັກດິນາ ຍັງຢາກເປັນຂີ້ຂ້າ

ຂອ້ຍວ່າຢູ່ລາວນີ້ ຊື້ບໍ່ໄດ້ແຕ່ອາວຸດເທົ່ານັ້ນ ຈຳເປັນຫຍັງຊິຂ້າມໄປຊື້ຢູ່ໄທພຸ້ນ

ບໍ່ເຊື່ອລອງເອົາບັດສະປອດແຕ່ລະຄົນມາກວດກາເບີ່ງກໍ່ໄດ້

 ທ່ານວ່າມາກໍຫາກມີສ່ວນຖືກຂອງທ່ານ ສິນຄ້າຢູ່ປະເທດເຮົາ ກະຫາກມີແທ້  ແຕ່ບໍ່ມີຄຸນນະພາບ ແຕ່ອັນມີຄຸນນະພາບພັດແພງເກີນເງິນທີ່ເຮົາມີຢູ່

ສະນັ້ນ ການໄປຊື້ເຄື່ອງໃຊ້ໄຟຟ້າຢູ່ໜອງຄາຍຈະມີຫຼາຍຢ່າງໃຫ້ທ່ານເລືອກ  ລາຄາຖືກ, ປານກາງ ແລະສູງ ມີຄົບ ແລ້ວກະເປັນການທັດສະນະສຶກສາ

ບ້ານເພິ່ນເມືອງທ່ານໄປພ້ອມ ວ່າເປັນຫຍັງຈັງຫວັດນ້ອຍໆຢູ່ຫ່າງຈາກເມືອງເອກເປັນພັນກິໂລ ຈຶ່ງຈະເລີນກວ່າ ສະອາດກວ່າວຽງຈັນຂອງເຮົາທີ່ເປັນເມືອງ

ເອກ ສູນກາງຂອງເສດຖະກິດ ສັງຄົມ ແລະວັດທະນາທຳລາວ ຊັ້ນດອກທ່ານ !

- อยากรู้ว่า

  1. ส่วนหลาย คนลาวมักไปซื้อของที่  อุดรธานี  หรือ หนองคายมากกว่ากัน

  2.คนลาว เข้าไปท่องเที่ยว เมือง อื่น ๆ ของ อีสานมากน้อยแค่ไหน   เช่น  เมืองขอนแก่น  มหาสารคาม  กาฬสินธุ์  เลย สกลนคร 

3. เมืองชายแดนอื่น ๆ เช่น สะหวัน-มุก   ปากเซ- อุบล  มีคนคับคั่งเหมือน หนองคาย- กำแพงพระคร บ่

__________________

Senior Member

Status: Offline
Posts: 268
Date:

ກໍອຸກໃຈເຊັ່ນກັນ ຢາກໄດ້ຫຍັງຢູ່ລາວເກືອບບໍ່ມີ ຖ້າມີກໍເປັນຂອງບໍ່ມີຄຸນະພາບ ແຕ່ຢູ່ໜອງຄາຍກັບມີເກືອບທຸກຢ່າງ

__________________
Anonymous

Date:

Anonymous wrote:

ພວກມີການສຶກສານອ້ຍເປັນສວ່ນຫຼາຍ ເພາະວ່າ

1. ທັງໆທີ່ໄທມັກດູຖູກຄົນລາວເລື້ອຍໆ ກະຍັງໄປຢູ່

2. ບໍ່ຮັກກຽດ ແລະ ສັກສີຄວາມເປັນຊາດລາວ

3. ໂກກິນເງິນປະເທດຊາດ ແລ້ວໄປຈ່າຍຢູ່ບ້ານອື່ນ

4. ຮັ່ງມີ ແຕ່ບໍ່ມີສັກສີ

5. ຊອບເຮັດແນວສ່ຽງ ເພື່ອຫວັງຜົນປະໂຫຍດທຸກຢ່າງ

6. ຍັງຕິດນິໃສສັກດິນາ ຍັງຢາກເປັນຂີ້ຂ້າ

ຂອ້ຍວ່າຢູ່ລາວນີ້ ຊື້ບໍ່ໄດ້ແຕ່ອາວຸດເທົ່ານັ້ນ ຈຳເປັນຫຍັງຊິຂ້າມໄປຊື້ຢູ່ໄທພຸ້ນ

ບໍ່ເຊື່ອລອງເອົາບັດສະປອດແຕ່ລະຄົນມາກວດກາເບີ່ງກໍ່ໄດ້

 ນ້ອຍຈັ່ງໃດເດ່ ພວກຫົວໜ້າກົມ, ຫົວໜ້າພະແນກ, ຫົວໜ້າລັດວິສະຫະກິດ

ພຸ້ນນ່າພາກັນໄປຕີກ໊ອບ ຢູ່ອຸດອນ, ໄປກວດສຸຂະພາບຢູ່ອຸດອນ, ພາກິກໄປຊອບປີ່ງ.

ບັນດາເມຍເຈົ້າ ເມຍນາຍ ບັນດາຍາແມ່ ຍາປ້າພາກັນໄປຕະລາດສົດຢູ່ອຸດອນ, ຖ້າມີ

ແນວຢາກຊື້ທີ່ສຳຄັນກວ່ານັ້ນ ກະໄປຕະລາດສີງກະໂປພຸ້ນ

ເປັນຈື່ງວ່າຄວາມຮູ້ໜ້ອຍ ເວົ້າຜິດເວົ້າໃໝ່ເດີ່

__________________
Anonymous

Date:

Anonymous wrote:

ພວກມີການສຶກສານອ້ຍເປັນສວ່ນຫຼາຍ ເພາະວ່າ

1. ທັງໆທີ່ໄທມັກດູຖູກຄົນລາວເລື້ອຍໆ ກະຍັງໄປຢູ່

2. ບໍ່ຮັກກຽດ ແລະ ສັກສີຄວາມເປັນຊາດລາວ

3. ໂກກິນເງິນປະເທດຊາດ ແລ້ວໄປຈ່າຍຢູ່ບ້ານອື່ນ

4. ຮັ່ງມີ ແຕ່ບໍ່ມີສັກສີ

5. ຊອບເຮັດແນວສ່ຽງ ເພື່ອຫວັງຜົນປະໂຫຍດທຸກຢ່າງ

6. ຍັງຕິດນິໃສສັກດິນາ ຍັງຢາກເປັນຂີ້ຂ້າ

ຂອ້ຍວ່າຢູ່ລາວນີ້ ຊື້ບໍ່ໄດ້ແຕ່ອາວຸດເທົ່ານັ້ນ ຈຳເປັນຫຍັງຊິຂ້າມໄປຊື້ຢູ່ໄທພຸ້ນ

ບໍ່ເຊື່ອລອງເອົາບັດສະປອດແຕ່ລະຄົນມາກວດກາເບີ່ງກໍ່ໄດ້

 ປະເທດລາວເປັນປະເທດຜູ້ບໍລິໂພກ ບໍ່ແມ່ນປະເທດຜູ້ຜະລິດ ສ່ວນອັນຜະລິດໄດ້ກໍ່ແພງ ການບໍລິການກໍ່ບໍ່ດີ ສະນັ້ນບໍ່ສະເພາະແຕ່ໄທ ບ້ານໃດ ແຂວງໃດ ຕິດປະເທດໃດເພິ່ນກໍ່ພາກັນຂ້າມໄປໃຊ້ຈ່າຍຢູ່ປະເທດນັ້ນ ບໍ່ວ່າຈະເປັນ ຈີນ ຫວຽດນາມ ໄທ ສ່ວນພະມ້າກັບ ຂະເໝນແມ່ນບໍ່ໄປເພາະສອງປະເທດນີ້ມີສະຖານະຄືລາວ ສະນັ້ນ ຍ້ອນປະເທດລາວ ແລະປະເທດໃກ້ຄຽງມີການເປີດປະຕູສູ່ກັນ ການໄປມາກໍ່ສະດວກສະບາຍ ຈະໄປດ້ວຍລົດສ່ວນຕົວ ຫລື ລົດເມ ກໍ່ໄດ້ ສະນັ້ນໃຜມີເງີນກໍ່ໄດ້ ຈ່າຍຈົນຫມົດໂຕກໍ່ບໍ່ຜິດໃຜຂໍແຕ່ຢ່າໄປລັກຂອງເພິ່ນ ສ່ວນພວກທີ່ມັກຕິຄົນອື່ນ ອ້າງຕົນເປັນຄົນຊາດນິຍົມ ໃຫ້ກັບໄປນັ່ງຢູ່ເຮືອນແລ້ວນັບເບິ່ງວ່າເຄື່ອງໃຊ້ ເຄື່ອງກີນມີຂອງປະເທດໃດແດ່ ຢ່າມາມັກດູຖູກຄົນອື່ນຫລາຍແນວຕົນເອງບໍ່ມີເງີນໄປຊື້ພັດເວົ້າໃຫ້ຫມູ່ວ່າໂງ່ ຄັນໂງ່ເພິ່ນຊີ່ມີເງີນໄປຊື້ເຄື່ອງບໍ ຄົນທຸກແມ່ນຄົນໂງ່ ກັບ ຄົນຂີ້ຄ້ານ ວຽກບໍ່ເຮັດນັ່ງເລົ່າແຕ່ຂັວນຄົນອື່ນ

 ມັນບໍ່ຂຶ້ນກັບຄວາມຂີ້ຄ້ານແລະບໍ່ມີເງິນແລ້ວບໍ່ມີໂອກາດໄປຈັບຈ່າຍຕະຫລາດຢູ່ຕ່າງປະເທດຄືເຈົ້າເວົ້າ

ມານັ້ນດອກອາດຍາ. ອັນທີ່ເຈົ້າເວົ້າວ່າມີແຕ່ພວກຂີ້ຄ້ານບໍ່ມີເງິນແລ້ວອອກມາດູຖູກຄົນອື່ນນັ້ນຖ້າເວົ້າ

ຜິດເວົ້າໃໝ່ເດີ້ ມັນບໍ່ແມ່ນເປັນການເວົ້າດູຖູກ.

ຄົນມີເງິນເປັນເສດຖີກໍເຫັນຢູ່ຫລາຍຄົນ, ເວົ້າສະເພາະຢູ່ວຽງ, ກໍບໍ່ເຫັນພວກເພິ່ນແຫ່ກັນອອກໄປຊື້ສິ່ງ

ຂອງຢູ່ໄທທຸກທິດທູກເດືອນເໝືອນກັນກັບພວກເສດຖີກະຈານັ້ນດອກ.  ຖ້າຄົນມີຫົວຊາດນິຍົມແມ່ນ

ເດັດຂາດເຂົາຈະບໍ່ເຮັດໃຫ້ເງິນຕາໄຫຼອອກນອກປະເທດ.   ເຫັນຫລາຍຄົນແລ້ວທິ່ເພິ່ນໄປອຸດອນທຸກໆ

ທິດນັ້ນລ້ວນແລ້ວແຕ່ລູກເມຍຂອງຫົວໜ້າຫ້ອງການຂຶ້ນໄປ ແລະສ່ວນຫລາຍແມ່ນໄປອອກຕະຫລາດ

ຊື້ເຄື່ອງຢູ່ຂອງກິນເປັນອາຫົມອາຫານທີ່ຢູ່ລາວກໍມີຢູ່ບໍ່ອຶດທີ່ພວກພໍ່ຄ້າແມ່ຄ້າວາງຂາຍຢູ່ຕາມແຜງຕະ

ຫລາດຢູ່ວຽງ. ແທນທີ່ໆຈະອຸດໜູນພໍ່ຄ້າແມ່ຄ້າພາຍໃນປະເທດແລະດເຮັເໃຫ້ເງິນຕາໝູນວຽນຢູ່ໃນປະ

ເທດເພື່ອຄວາມດຸນດ່ຽງຂອງເສດຖະກິດຂອງປະເທດ.

ຂ້ອຍວ່າເຈົ້າເອງຄົນໜຶ່ງທີ່ບໍ່ມີເງິນແລະບໍ່ມີປັນຍາອອກໄປຊື້ເຄື່ອງຢູ່ໄທຈຶ່ງທຳທ່າດັດຈະລິເອອກມາເວົ້າ

ນັ້ນເວົ້ານີ້ໃຫ້ຄົນທີ່ມາອອກຄວາມເຫົນສົນທະນາກັນຢູ່ນີ້.

__________________
Anonymous

Date:

Anonymous wrote:
Anonymous wrote:

 ທ່ານວ່າມາກໍຫາກມີສ່ວນຖືກຂອງທ່ານ ສິນຄ້າຢູ່ປະເທດເຮົາ ກະຫາກມີແທ້  ແຕ່ບໍ່ມີຄຸນນະພາບ ແຕ່ອັນມີຄຸນນະພາບພັດແພງເກີນເງິນທີ່ເຮົາມີຢູ່

ສະນັ້ນ ການໄປຊື້ເຄື່ອງໃຊ້ໄຟຟ້າຢູ່ໜອງຄາຍຈະມີຫຼາຍຢ່າງໃຫ້ທ່ານເລືອກ  ລາຄາຖືກ, ປານກາງ ແລະສູງ ມີຄົບ ແລ້ວກະເປັນການທັດສະນະສຶກສາ

ບ້ານເພິ່ນເມືອງທ່ານໄປພ້ອມ ວ່າເປັນຫຍັງຈັງຫວັດນ້ອຍໆຢູ່ຫ່າງຈາກເມືອງເອກເປັນພັນກິໂລ ຈຶ່ງຈະເລີນກວ່າ ສະອາດກວ່າວຽງຈັນຂອງເຮົາທີ່ເປັນເມືອງ

ເອກ ສູນກາງຂອງເສດຖະກິດ ສັງຄົມ ແລະວັດທະນາທຳລາວ ຊັ້ນດອກທ່ານ !

- อยากรู้ว่า

  1. ส่วนหลาย คนลาวมักไปซื้อของที่  อุดรธานี  หรือ หนองคายมากกว่ากัน

  2.คนลาว เข้าไปท่องเที่ยว เมือง อื่น ๆ ของ อีสานมากน้อยแค่ไหน   เช่น  เมืองขอนแก่น  มหาสารคาม  กาฬสินธุ์  เลย สกลนคร 

3. เมืองชายแดนอื่น ๆ เช่น สะหวัน-มุก   ปากเซ- อุบล  มีคนคับคั่งเหมือน หนองคาย- กำแพงพระคร บ่

 ສ່ວນຫຼາຍຄົນລາວມັກໃຊ້ໃບຜ່ານແດນເພື່ອເດີນທາງໄປຮອດແຕ່ອູດອນ ໜອງຄາຍ ຫຼືຂອນແກ່ນ ເພາະໃບຜ່ານແດນມີອາຍຸພຽງແຕ່ສາມວັນ, ຖ້າຢາກໄປນານ ແລະໄກກວ່ານັ້ນ, ຕ້ອງໃຊ້ Passport ຊຶ່ງມີມູນຄ່າສູງກວ່າແລະເດີນທາງໄປໃດ້ທົ່ວປະເທດໄທຫຼືປະເທດອື່ນໆ ຊຶ່ງສາມາດຢູ່ຕ່າງປະເທດໄດ້ເຖິງ 30 ວັນ...ສ່ວນຖາມວ່າບັນດາແຂວງຕິດຊາຍແດນມີຄົນໄປທ່ຽວໄທຫຼາຍບໍ່ນັ້ນ ຂ້າພະເຈົ້າກະບໍ່ຮູ້ ເພາະຕ້ອງໄດ້ຖາມຄົນມຸກດາຫານ ຫຼືຄົນອຸບົນພຸ້ນຂຶ່ງສິຮູ້ໄດ້ ...

__________________
Anonymous

Date:

when the price in thailand is cheaper , who doesnt want to go???

__________________
Anonymous

Date:

Anonymous wrote:
Anonymous wrote:

 ທ່ານວ່າມາກໍຫາກມີສ່ວນຖືກຂອງທ່ານ ສິນຄ້າຢູ່ປະເທດເຮົາ ກະຫາກມີແທ້  ແຕ່ບໍ່ມີຄຸນນະພາບ ແຕ່ອັນມີຄຸນນະພາບພັດແພງເກີນເງິນທີ່ເຮົາມີຢູ່

ສະນັ້ນ ການໄປຊື້ເຄື່ອງໃຊ້ໄຟຟ້າຢູ່ໜອງຄາຍຈະມີຫຼາຍຢ່າງໃຫ້ທ່ານເລືອກ  ລາຄາຖືກ, ປານກາງ ແລະສູງ ມີຄົບ ແລ້ວກະເປັນການທັດສະນະສຶກສາ

ບ້ານເພິ່ນເມືອງທ່ານໄປພ້ອມ ວ່າເປັນຫຍັງຈັງຫວັດນ້ອຍໆຢູ່ຫ່າງຈາກເມືອງເອກເປັນພັນກິໂລ ຈຶ່ງຈະເລີນກວ່າ ສະອາດກວ່າວຽງຈັນຂອງເຮົາທີ່ເປັນເມືອງ

ເອກ ສູນກາງຂອງເສດຖະກິດ ສັງຄົມ ແລະວັດທະນາທຳລາວ ຊັ້ນດອກທ່ານ !

ກ່ອນ 75 ວຽງຈັນກັບອຸດອນສູສີກັນຖ້າເວົ້າເຖິງຄວາມຈະເລີນສີວີໄລແລະຊີວິດການຢູ່ກິນຂອງສັງຄົມ. ໜອງຄາຍ
ບຶງການນັ້ນທຽບວຽງຈັນບໍ່ໄດ້ຖ້າເວົ້າເລື່ອຂອງຄວາມຈະເລີນໃນຍຸກນັ້ນ. ຄົນໄທຢູ່ຕາມຕົວເມືອງຕ່າງໆໃກ້ກັບວຽງ
ຈັນໄດ້ພາກັນມາຮັກສາຕົວຢູ່ໂຮງໝໍມະໂຫສົດ, ໂອບີ ແລະ ສີສະຫວ່າງວົງເພາະລາວກ່ອນ 75 ທຸກໆໂຮງໝໍແມ່ນ
ປິ່ນປົວຄົນໄຂ້ຟີແລະບໍ່ມີພົມແດນ (ບໍ່ແມ່ນປະມາດໂຮງໝໍຢູ່ໜອງຄາຍຫຼືອຸດອນດອກໃນຍຸກນັ້ນ).
ແຕ່ຍຸກປະຈຸບັນນີ້ ໜອງຄາຍ ອຸດອນ ບຶງການ ຈະເລີນກ່ອນວຽງຈັນເປັນຮ້ອຍເມົ່າພັນເທົ່າແບບທ່ານເວົ້າຢູ່ຂ້າງ
ເທິງສີແດງນັ້ນລະ. ມີແຕ່ຄົນລາວຢູ່ບ້ານນອກແລະຕ່າງແຂວງທີ່ບໍ່ເຫັນຟ້າເຫັນໝອກຂອງຄວາມຈະເລີນຂອງຕ່າງ
ປະເທດ ເມື່ອມາເຫັນວຽງຈັນກໍວ່າຈະເລີນຮຸ່ງດຮືອງປານເມືອງຟ້າເມືອງສະຫວັນ ແລ້ວກໍພາກັນຮ້ອງຟຫ່ຟອທະການ
ອອກມາວ່າວຽງຈັນນະຄອນຫລວງຂອງ ສປປ ລາວຈະເລີນແລະງົດງາມທີ່ສຸດ ແຕ່ເມືອ່ມາທຽບໃສ່ກັບອຸດອນປະເທດ
ໄທ ແມ່ນໄກກັນປານຟ້າກັບດິນ.

__________________
Anonymous

Date:

Anonymous wrote:

ຈະເລີນ ປະເທດໄທ 

 ຄົນລາວໃນປະວັດສາດຫລືໃນປະຈຸບັນຈະມັກນີຍົມຊົມຊອບຕ່າງຊາດ

ຈະມັກເອົາຄົນຊາດອື່ນມາເປັນນາຍເໜືອຫົວຢູ່ຕະຫລອດ ຖ້ານີຍົມຊົມ

ຊອບຄົນລາວດ້ວຍກັນແມ່ນເສຍປຽບ ໂອຍບັກລາວໂງ່ ສົມແຕ່ບັກໄທ

ມັນດ່າຫັ້ນລະ ລາວໂງ່ ບໍຕອ້ງໄປຕິຕຽນຄົນຊາດອື່ນເຂົາຄວນຕິຕຽນ

ບັກລາວໂງ່ນີ້ລະ

__________________
Anonymous

Date:

Anonymous wrote:

 ປະເທດລາວເປັນປະເທດຜູ້ບໍລິໂພກ ບໍ່ແມ່ນປະເທດຜູ້ຜະລິດ ສ່ວນອັນຜະລິດໄດ້ກໍ່ແພງ ການບໍລິການກໍ່ບໍ່ດີ ສະນັ້ນບໍ່ສະເພາະແຕ່ໄທ ບ້ານໃດ ແຂວງໃດ ຕິດປະເທດໃດເພິ່ນກໍ່ພາກັນຂ້າມໄປໃຊ້ຈ່າຍຢູ່ປະເທດນັ້ນ ບໍ່ວ່າຈະເປັນ ຈີນ ຫວຽດນາມ ໄທ ສ່ວນພະມ້າກັບ ຂະເໝນແມ່ນບໍ່ໄປເພາະສອງປະເທດນີ້ມີສະຖານະຄືລາວ ສະນັ້ນ ຍ້ອນປະເທດລາວ ແລະປະເທດໃກ້ຄຽງມີການເປີດປະຕູສູ່ກັນ ການໄປມາກໍ່ສະດວກສະບາຍ ຈະໄປດ້ວຍລົດສ່ວນຕົວ ຫລື ລົດເມ ກໍ່ໄດ້ ສະນັ້ນໃຜມີເງີນກໍ່ໄດ້ ຈ່າຍຈົນຫມົດໂຕກໍ່ບໍ່ຜິດໃຜຂໍແຕ່ຢ່າໄປລັກຂອງເພິ່ນ ສ່ວນພວກທີ່ມັກຕິຄົນອື່ນ ອ້າງຕົນເປັນຄົນຊາດນິຍົມ ໃຫ້ກັບໄປນັ່ງຢູ່ເຮືອນແລ້ວນັບເບິ່ງວ່າເຄື່ອງໃຊ້ ເຄື່ອງກີນມີຂອງປະເທດໃດແດ່ ຢ່າມາມັກດູຖູກຄົນອື່ນຫລາຍແນວຕົນເອງບໍ່ມີເງີນໄປຊື້ພັດເວົ້າໃຫ້ຫມູ່ວ່າໂງ່ ຄັນໂງ່ເພິ່ນຊີ່ມີເງີນໄປຊື້ເຄື່ອງບໍ ຄົນທຸກແມ່ນຄົນໂງ່ ກັບ ຄົນຂີ້ຄ້ານ ວຽກບໍ່ເຮັດນັ່ງເລົ່າແຕ່ຂັວນຄົນອື່ນ

 ມັນບໍ່ຂຶ້ນກັບຄວາມຂີ້ຄ້ານແລະບໍ່ມີເງິນແລ້ວບໍ່ມີໂອກາດໄປຈັບຈ່າຍຕະຫລາດຢູ່ຕ່າງປະເທດຄືເຈົ້າເວົ້າ

ມານັ້ນດອກອາດຍາ. ອັນທີ່ເຈົ້າເວົ້າວ່າມີແຕ່ພວກຂີ້ຄ້ານບໍ່ມີເງິນແລ້ວອອກມາດູຖູກຄົນອື່ນນັ້ນຖ້າເວົ້າ

ຜິດເວົ້າໃໝ່ເດີ້ ມັນບໍ່ແມ່ນເປັນການເວົ້າດູຖູກ.

ຄົນມີເງິນເປັນເສດຖີກໍເຫັນຢູ່ຫລາຍຄົນ, ເວົ້າສະເພາະຢູ່ວຽງ, ກໍບໍ່ເຫັນພວກເພິ່ນແຫ່ກັນອອກໄປຊື້ສິ່ງ

ຂອງຢູ່ໄທທຸກທິດທູກເດືອນເໝືອນກັນກັບພວກເສດຖີກະຈານັ້ນດອກ.  ຖ້າຄົນມີຫົວຊາດນິຍົມແມ່ນ

ເດັດຂາດເຂົາຈະບໍ່ເຮັດໃຫ້ເງິນຕາໄຫຼອອກນອກປະເທດ.   ເຫັນຫລາຍຄົນແລ້ວທິ່ເພິ່ນໄປອຸດອນທຸກໆ

ທິດນັ້ນລ້ວນແລ້ວແຕ່ລູກເມຍຂອງຫົວໜ້າຫ້ອງການຂຶ້ນໄປ ແລະສ່ວນຫລາຍແມ່ນໄປອອກຕະຫລາດ

ຊື້ເຄື່ອງຢູ່ຂອງກິນເປັນອາຫົມອາຫານທີ່ຢູ່ລາວກໍມີຢູ່ບໍ່ອຶດທີ່ພວກພໍ່ຄ້າແມ່ຄ້າວາງຂາຍຢູ່ຕາມແຜງຕະ

ຫລາດຢູ່ວຽງ. ແທນທີ່ໆຈະອຸດໜູນພໍ່ຄ້າແມ່ຄ້າພາຍໃນປະເທດແລະດເຮັເໃຫ້ເງິນຕາໝູນວຽນຢູ່ໃນປະ

ເທດເພື່ອຄວາມດຸນດ່ຽງຂອງເສດຖະກິດຂອງປະເທດ.

ຂ້ອຍວ່າເຈົ້າເອງຄົນໜຶ່ງທີ່ບໍ່ມີເງິນແລະບໍ່ມີປັນຍາອອກໄປຊື້ເຄື່ອງຢູ່ໄທຈຶ່ງທຳທ່າດັດຈະລິເອອກມາເວົ້າ

ນັ້ນເວົ້ານີ້ໃຫ້ຄົນທີ່ມາອອກຄວາມເຫົນສົນທະນາກັນຢູ່ນີ້.

 ເຈົ້າເວົ້າກໍ່ບໍ່ຖືກການທີ່ບໍ່ໃຫ້ຄົນລາວໄປຊື້ສີນຄ້າໄທເພາະບໍ່ໃຫ້ເງີນຕາຮົ່ວໄຫລອອກໄປ ຄັນຖ້າຫາກວ່າສີນຄ້າທີ່ຂາຍຢູ່ລາວຫາກຜະລິດຢູ່ລາວເອງນັບແຕ່ເຂັມຮອດລົດຍົນກະຊີ່ແມ່ນຢູ່ຄືດັ່ງປະເທດໄທ ຫຼື ຈີນ ແຕ່ວ່າກົງກັນຂ້າມສີນຄ້າ 99%ແມ່ນນຳເຂົ້າມັນກໍ່ໄດ້ຈົກເງີນຕາອອກໄປຊື້ມາຄືເກົ່າ ສິ່ງສຳຄັນຜູ້ນຳມາຂາຍຕໍ່ພັດກີນກຳໄລຫລາຍໂພດ ແລະສະຖານທີ່ບໍລິການຄືຕະລາດແມ່ນຄັບແຄບ ບໍ່ມີບ່ອນຈອດລົດ ບາດຈອດລົດປັບຈັກລົດບໍ່ທັນມອດມັນມາຢືນຖ້າເກັບຄ່າຝາກລົດແລ້ວເດ ລຳຄານ

ການທີ່ຢາກໃຫ້ມີຊາດນິຍົມມັນກໍ່ຫາກມີໝົດທຸກຄົນຫັ່ນແລ້ວແຕ່ວ່າການຂ້າມໄປຊື້ເຄື່ອງມັນຄົນລະເລື້ອງກັນ ຄັນເຮັດຄືເຈົ້າເວົ້າເປັນເກືອ ຜັກມີ່ຊີ່ໃບ ຊີ້ນປາ ພໍກຸ້ມໄດ້ຢູ່ດອກ ແຕ່ເຄື່ອງປຸງອື່ນໆ ເຄື່ອງໃຊ້ ເຄື່ອງນຸ່ງຫົ່ມ ເຈົ້າບໍ່ໄປຊື້ຊີ່ເຮັດແນວໃດ ສົມທຽບເບິ່ງ ສິ້ນລາວລາຄາ 1000 ຫາ 10000ບາດ ສີ້ນໄທ 100ບາດກໍ່ນຸ່ງໄດ້ ບາດເຄື່ອງກີນ ໝີ່ ປາກະປອງ ຊີ່ໄປຊື້ຢູ່ໃສ ຍຸກນີ້ມັນຍຸກການຄ້າເສລີ ຄັນສີນຄ້າເຈົ້າຄຸນນະພາບດີ ລາຄາສົມເຫດສົມຜົນ ບໍລິການດີ ບໍ່ບອກເພິ່ນກໍ່ອຸດໜູນເອງ ຕົວຢ່າງ ເບຍ ເຈົ້າເອົາເບຍຊ້າງ ເບຍສິງ ໄທມາວາງຮ່ວມໂຕະກັບເບຍລາວ ຈ້າງກໍ່ບໍ່ມີໃຜກິນເບຍໄທດອກ ເຂົ້າຈີ່ປາດເຕກໍ່ບໍ່ມີໃຜກິນຂອງໄທດອກ ເຟີຄືກັນ ເຈົ້າຕ້ອງຍອມຮັບຄວາມຈິງບໍ່ແມ່ນຊີ່ອອກມາດ່າຄົນອື່ນວ່າໂງ່ ບໍ່ຮັກຊາດ ຄິດໃໝ່ເດີ

__________________
Anonymous

Date:

Anonymous wrote:

ไปมาหาสู่กันเป็นเรื่องปกติครับ 

ลาวมาไทย ไทยไปลาว 

จริงๆแล้ว ลาวมาไทยดูเหมอนจะเยอนะ 

แต่ไทยไปลาวนั้นเยอะกว่าครับ 

 ปี 2556 สปปลาวมีคนไปเยือนทั้งหมด 3,040,000  คน

เป็นคนไทยถึง 1,900,000 คน 

ข้อมูลยังบอกอีกว่า นักท่องเที่ยวจากอาเซี่ยนรวมกันนั้น 900,000  คน 

ซึ่งน้อยกว่านักท่องเที่ยวชาวไทยประเทศเดียวด้วยซ้ำ

ผมทำงานอยู่สปปลาวนะ ผมรับรู้ด้ถึงอคติที่คนลาวมีต่อไทย 

ผมแค่นำเสนอข้อมูลอีกด้านหนึ่ง 

คุณอาจไม่พอใจที่ลาวมาเที่ยวไทย แต่ไทยนั้นก็ไปเที่ยวลาวเยอะเช่นกัน 

คนไทยเป็นนักท่องเที่ยวกลุ่มใหญ่ที่สุดของสปปลาว ประมาณ 65 % ของนักท่องเที่ยวทั้งหมดของลาว

ข้อมูลอ้างอิง http://th.aectourismthai.com/aecnews/1918

ແມ່ນແທ້ ຄົນໄທຍເຂົ້າລາວອາດຫຼາຍ ແຕ່ນັ່ງລົດທົວມາ 10 ຄັນຊາຍຄັນ ບາງຄັນມາເຊົ້າ ແລງກັບມີຫຼາຍທົວຫໍ່ເຂົ້າຈາກໜອງຄາຍມາກິນນຳ ມາທ່ຽວຊົມສະຖານທີ່ສຳຄັນ ໃນນະຄອນວຽງຈັນແລ້ວກະກັບ ເວັ້ນແຕ່ທົວໄປແຂວງອື່ນໆ ເຊັ່ນໄປຫຼວງພະບາວ ຊຽງຂວາງ ແຕ່ກໍມີນ້ອຍ, ສ່ວນທົວລາວໃຕ້ ບາງທົວກໍມາເຊົ້າງກັບກະມີ ບາງທົວມາສອງວັນ ຈາຍເງິນຜູະບໍ່ເກີນ 5000 ບາດຊ້ຳດອກຕາມສັງເກດ ກົງກັນຂ່າມກັບທາງລາວ ໄປເຊົ້າ 10 ໂມງກາງຄືນກັບ ກະມີທຫຼ່ໄປເຊົ້າແລງກັບ ພວກທີ່ເຫັນໆນີ້ທແມ່ນເຂົານັ່ງລົດຈ່າຍເງິນ ທີ່ບີກຈຽງ ອຸດອນ ແລະອື່ນໆ ຊື້ຂອງມາເຕັມລົດໃຜລົດມັນ ພວກລາວໄປອອກຕະຫຼາດ ໜອງຄາຍອຸດອນ ບໍ່ຖືຫໍ່ເຂົ້າໄປຈາກວຽງຈັນເລິຍເດີ

__________________
Anonymous

Date:

Anonymous wrote:

คนลาวมาไทยเยอะๆ เห็นแล้วก็รู้สึกชื่นชมยินดี อย่างน้อยถึงจะเกลียดไทยแต่ก็ยังไปมาหาสู่กัน

ไม่ใช่ว่าไทยไม่อยากไปจับจ่ายซื้อของหรือทำมาค้าขายในลาวหรอก

แต่พอได้ยินว่าลาวเกลียดไทยก็กลัวกันจนไม่อยากไปแล้ว

เพื่อนเคยไปซื้อกาแฟในร้านขายกาแฟในเวียงจันทน์ พูดภาษาไทยว่าจะซื้อของ ก็โดนตอบกลับมาเป็นภาษาอังกฤษ

เพื่อนได้ฟังก็งง แต่ก็สั่งซื้อของเป็นภาษาอังกฤษให้ พอมานั่งโต๊ะ หนุ่มคนนนั้นกลับพูดภาษาลาวกับลูกน้องเฉยเลย

มารู้ทีหลังว่า ลาวไม่อยากต้อนรับคนไทย ตั้งแต่นั้นจะไปเมืองลาวทีไร เป็นต้องเปลี่ยนใจทุกที

ลือกันว่า แม้แต่ตม.ลาว เวลาส่งหนังสือผ่านด่านให้คนไทย ก็โยนให้ แต่พอเป็นคนเวียดนามกลับส่งดีๆ

ไม่ใช่ไม่รู้ว่าคนก็มีหลากหลายต่างๆ นานา แต่การปลูกฝังให้เกลียดไทยจาก....ของลาว กำลังจะทำให้ไทยเจริญมากกว่าจะให้ไทยล่มจม

เพราะทางไทยมีแต่สอนว่าลาวคือพี่น้องแท้ๆ เวลาคนลาวมาไทยเลยไม่ต้องเกร็งมากกว่าไทยไปลาว 

ໝໍນີ້ ບໍ່ເຄີຍມາລາວຈັກເທື່ອເລີຍໆໆໆ ຂະເໝນ, ມາເລ, ພະມ້າ, ຫວຽດນາມ ຢ່າງຫວັງເລີຍ ພຽງແຕ່ໄດ້ຍິນລ້າ ກະເຊື່ອແລ້ວວ່າ ຄົນລາວກຽດໄທຍ ໂອ ຄົນໄທຍສ່ວນມາກ ບໍ່ໜ້າຊິຫູເບົາແບບນີ້ ຫຼືເປັນກັນສ່ວນມາກ ກໍບໍ່ຮູ້ (ລາວໃຈສາກົນຢູ່່ແລ້ວ ບໍ່ຮູ້ບໍ່ເຫັນ ກໍບໍ່ເຂົ້າໃຈດອກນາຍ)

          ความเห็นผมนะไม่เกี่ยวกับคนไทยข้างบนเน้อ

          ผมไปลาวมาหลายครั้งทั้งทำงานและเที่ยว ส่วนใหญ่จะอยู่เวียงจันทน์ ก็ได้รับความต้อนรับแนะนำดีที่ ต.ม. ผมข้ามทางหนองคาย

          ไม่ว่าจะเดินทางจากด่านเข้าเวียงจันทน์ด้วยรถบริษัทจัดให้ หรือ เดินทางด้วยรถเมย์เขียวๆปรับอากาศ เข้าตลาดเช้า คนขับอาธยาศัยดี แนะนำดี

          แม้แต่ในเวียงจันทน์เอง ร้านอาหาร ผับ รถจัมโบ้ ก็ตอนรับดีอาธยาศัยดี ผมยังไม่เคยเจอ ที่แสดงกอาการไม่ชอบคนไทยนะ เจอแต่ในโซเชียลมากกว่าตัวเป็นๆ

          ผมไปกินเบียร์ร้านสามแยก ตรงริมโขงบ่อย โต๊ะข้างๆก็เป็นมิตรดี มาชนแก้ตลอด ทักทายกันดี 

          ผมไปต่อที่ Marina night club นั่งจัมโบ้ไปกับเพื่อน เข้าร้านก็ปกติดี ไฮโซลาวเยอะ มีน้องเด็กเสริฟ พาขี่มอไซต์ซ้อนสาม มาส่งที่โรงแรม

          ปล. ผมว่าทุกประเทศมีทั้งคนดี และคนไม่ดีนั้นแหละครับ ถ้าไปดีเค้าก็ดีตอบ ถ้าไปร้ายเค้าก็ร้ายตอบ ฉันใดฉันนั้น ถ้าเค้ามาดีเราก็ดีตอบ

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

 ທ່ານວ່າມາກໍຫາກມີສ່ວນຖືກຂອງທ່ານ ສິນຄ້າຢູ່ປະເທດເຮົາ ກະຫາກມີແທ້  ແຕ່ບໍ່ມີຄຸນນະພາບ ແຕ່ອັນມີຄຸນນະພາບພັດແພງເກີນເງິນທີ່ເຮົາມີຢູ່

ສະນັ້ນ ການໄປຊື້ເຄື່ອງໃຊ້ໄຟຟ້າຢູ່ໜອງຄາຍຈະມີຫຼາຍຢ່າງໃຫ້ທ່ານເລືອກ  ລາຄາຖືກ, ປານກາງ ແລະສູງ ມີຄົບ ແລ້ວກະເປັນການທັດສະນະສຶກສາ

ບ້ານເພິ່ນເມືອງທ່ານໄປພ້ອມ ວ່າເປັນຫຍັງຈັງຫວັດນ້ອຍໆຢູ່ຫ່າງຈາກເມືອງເອກເປັນພັນກິໂລ ຈຶ່ງຈະເລີນກວ່າ ສະອາດກວ່າວຽງຈັນຂອງເຮົາທີ່ເປັນເມືອງ

ເອກ ສູນກາງຂອງເສດຖະກິດ ສັງຄົມ ແລະວັດທະນາທຳລາວ ຊັ້ນດອກທ່ານ !

ກ່ອນ 75 ວຽງຈັນກັບອຸດອນສູສີກັນຖ້າເວົ້າເຖິງຄວາມຈະເລີນສີວີໄລແລະຊີວິດການຢູ່ກິນຂອງສັງຄົມ. ໜອງຄາຍ
ບຶງການນັ້ນທຽບວຽງຈັນບໍ່ໄດ້ຖ້າເວົ້າເລື່ອຂອງຄວາມຈະເລີນໃນຍຸກນັ້ນ. ຄົນໄທຢູ່ຕາມຕົວເມືອງຕ່າງໆໃກ້ກັບວຽງ
ຈັນໄດ້ພາກັນມາຮັກສາຕົວຢູ່ໂຮງໝໍມະໂຫສົດ, ໂອບີ ແລະ ສີສະຫວ່າງວົງເພາະລາວກ່ອນ 75 ທຸກໆໂຮງໝໍແມ່ນ
ປິ່ນປົວຄົນໄຂ້ຟີແລະບໍ່ມີພົມແດນ (ບໍ່ແມ່ນປະມາດໂຮງໝໍຢູ່ໜອງຄາຍຫຼືອຸດອນດອກໃນຍຸກນັ້ນ).
ແຕ່ຍຸກປະຈຸບັນນີ້ ໜອງຄາຍ ອຸດອນ ບຶງການ ຈະເລີນກ່ອນວຽງຈັນເປັນຮ້ອຍເມົ່າພັນເທົ່າແບບທ່ານເວົ້າຢູ່ຂ້າງ
ເທິງສີແດງນັ້ນລະ. ມີແຕ່ຄົນລາວຢູ່ບ້ານນອກແລະຕ່າງແຂວງທີ່ບໍ່ເຫັນຟ້າເຫັນໝອກຂອງຄວາມຈະເລີນຂອງຕ່າງ
ປະເທດ ເມື່ອມາເຫັນວຽງຈັນກໍວ່າຈະເລີນຮຸ່ງດຮືອງປານເມືອງຟ້າເມືອງສະຫວັນ ແລ້ວກໍພາກັນຮ້ອງຟຫ່ຟອທະການ
ອອກມາວ່າວຽງຈັນນະຄອນຫລວງຂອງ ສປປ ລາວຈະເລີນແລະງົດງາມທີ່ສຸດ ແຕ່ເມືອ່ມາທຽບໃສ່ກັບອຸດອນປະເທດ
ໄທ ແມ່ນໄກກັນປານຟ້າກັບດິນ.

 - ຊິເວົ້າຈັງຊີໃຫ້ຟັງ ພວກທ່ານຈະເຊື່ອ ຫຼືບໍ່ເຊື່ອກະຕາມໃຈເດີ, ສະໄໝໄປເປັນນັກສຶກສາຢູ່ເມືອງໄທຍ ນັກວິຊາການ ຂອງໄທຍ ຈະເວົ້າຈັ່ງຊີ້ໃນງານການເສວະນາທີ່ມັກຈະຈັດກັນໃນເມືອງໄທຍ ທີ່ອົງກອນ ສະຖາບັນ ຫຼືມະຫາວິທະຍາໄລ ເຂົາມັກຈັດຂຶ້ນ ຜູ້ຂຽນກະມັກຟັງບໍ່ຢອກ ແມ່ນວ່າຈະຈ່າຍເງິນເຂົ້າຟັງບັດລະ 1000 ສະໄໝປີ 1994-1999 ນັ້ນ ກະຍອມ ເຂົາມັກຈັດງານເສວະນາວິຊາການກ່ຽວກັບເສດຖະກິດການເມືອງ ນັກທຸລະກີດ ນັກສຶກສາ ປັນຍາຊົນໄທຍ ມັກຟັງຂະໜາດ ຄົນໃດສີປາກເອກ ຊື່ສຽງດີ ລາຄາເຂົ້າຟັງກໍແພງຂຶ້ນ(ການຈັດງານຟັງແບບນີ້ ທີ່ລາວບໍ່ມີເລີຍ ແມ່ນກະທັງໃຫ້ເຂົ້າລ້າໆ ກະຍັງບໍ່ມີຄົນໄປຟັງ ຕ່າງຈາກໄທຍ ແລະວຽດນາມ ທີ່ຂະໜາບຂ້າງປຸເທດລາວເຮົາຢູ່ ສົມພໍຄົນສອງປະເທດນີ້ຈຶ່ງເກ່ງ ເພາະເຂົາມັກຟັງ)

- ບາດນີ້ມາເຂົ້າເລື່ອງ ກ່ຽວກັບບັນຫາທີ່ຈະເວົ້າກ່ຽວກັບລາວ ກ່ຽວກັບການຫຼັງໄຫຼໄປໃຊ້ບິການທຸກຢ່າງຂອງຄົນລາວໃນໄທຍ ແລະກໍເປັນຈິງດັ່ງທີ່ເຫັນນີ້ລະ.

- ຕາມໄດ້ຍິນໄດ້ຟັງມາຫຼາຍ ຈຶ່ງສະຫຼຸບໃຫ້ຟັງຈັງຊີ້ ຄື

ກ. ດ້ານລັດຖະສາດ

1. ລບ. ໄທຍບໍ່ວ່າຍຸກໃດໆ ເຂົາບໍ່ມີນະໂຍບາຍພັດທະນາພາກອີສານໃຫ້ຈະເລີນ ການລົງທຶນຕ່າງໆ ໃນໄລຍະ 30 ປີຄືນໄປ ນັບຈາກປີ 2000 ໄປ, ການລົງທຶນລະດັບໜຶ່ງ ນອກຈາກ ກທມ ຄື ລະດັບ 1, ພາກໃຕ້, 2, ພາກຕາເວັນອອກຊາຍຝັ່ງອ່າວໄທຍ 3. ພາກເໜືອ ແລະລະດັບ ສຸດທ້າຍພາກອີສານ ຂາດການລົງທຶນອຸດສະຫະກຳ ເດັ່ນສຸດແມ່ນທຳນາ, ພາກອີສານ ຈຶ່ງເປັນພາກທີ່ຈົນທີ່ສຸດ ແລະຖືກດູຖູກຈາກພາກອື່ນໆທີ່ສຸດ ການອົບພະຍົບແຮງງານ ແມ່ນພາກອີສານເປັນລະດັບໜຶ່ງ, ກ່ອນປີ 2000 ຄົນທີ່ຖືກຫຼອກ ອອກໄປທຳງານຕ່າງປະເທດ ຈຶ່ງເປັນຄົນພາກນີ້ ເພາະເປັນພາກທີ່ຍາກຈົນຫຼາຍ(ບໍ່ເຊື່ອໃຫ້ໄປທ່ຽວຕ່າງປະເທດ ແຮງງານໄທຍ ຈະເປັນຄົນພາກນີຫຼາຍທີີສຸດ ບໍ່ວ່າ ໃນອາຊີ ວິງກະໂປ ມາເລ ກໍເຫັນກັນ ປະເທດອື່ນໆ ໃຜໆກໍໜ້າຂິຮູ້ນຳກັນແລ້ວ ເຫດຜົນ ທີ່ເຂົາບໍ່ຢາກໃຫ້ຄົນ 2 ພາກ ຄືພາກອີສານ ແລະພາກເໜືອຈະເລີນ ໂດຍສະເພາະພາກອີສານ ມີປັດໄຈ ຫຼາຍປັດໄຈທແຕ່ປັດໄຈຫຼັກ ຄື 1. ກົວອີສານ ເໜືອ ເມື່ອຄວາມຈະເລີນ ແລະມີກຳລັງທາງເສດຖະກີດແຮງ ຢ້ານກໍ່ການປະຕິວັດແຍກປະເທດ ເພາະເປັນພາກທີ່ຕ່າງພາສາ ແລະວັດທະນະທຳ ແລະຖືກຄອງຄອງໃຫ້ຢູ່ໃນຄົນຊັ້ນຕຳ່ມາຍາວນານ 2. ກົວສອງພາກນີ້ ຈະເດີນຕາມແນວທາງຄອມມຸນນິດ, ດ້ວຍເຫດນັ້ນ ແຕ່ປີ 1998 ກັບໄປ ຫົນທາງຫຼວງຈາກອີສານໄປ ກທມ ບໍ່ວ່າແຕ່ອີສານເໜືອ ກໍຄທອີສານໃຕ້ ຖນົນມີດຕະພາບໜອງຄາຍ ໂຄລາດນັ້ນ ກໍເໝືອນກັບຖະໜົນເລກ 13 ເຮົານີ້ແລ້ວ, ເມືອງອຸດອນ ກະເທົ່າແຂວງບິຄຳໄຊ ຫຼືນ້ອຍກວ່າວັງວຽງດ້ວຍຊ້ຳ ບໍ່ເວົ້າໜອງຄາຍ ອາດເທົ່າເມືອງປາກຊ່ອງກະບໍຈັກ ຕ່າງແຕ່ມີຫ້ອງແຖວຍາວໆ ໃນຖະໜົນໃນເມືອງນ້ອບດຽວ ຈາກທີວ່າການ ຈວ ເກົ່າມຫາວັດໂພໄຊ ເທົ່ານັ້ນ, ຫາກທຽບຈັງຫວັດອື່ນ ນັບແຕ່ໂຄລາດເຂົ້າໄປ ຈົນຮອດພາກຕາເວັນອອກ ແລະໃຕ້ຖະໜົນກວ້າງຂວາງ ຕືກໂຮງໃຫຍ່ໂຕ ໂຮງຈັກໂຮງງານບໍ່ກ່າວເຖິງ ມະຫຶມາ

ຂ. ດ້ານເສດຖະກິດ ແລະການລົງທຶນ ພາກອີສານ ແລະພາກເໜືອ ຄື

1. ທຳນາ

2. ສວນອ້ອຍ

3. ມັນຕົ້ນ ແລະອື່ນໆ ເປັນສິນຄ້າລາຄາຖືກ ທຳລາຍຊັບພະຍາກອນປ່າໄມ້ ນຳ້ ແລະດິນ ເຮັດໃຫ້ອີສານແຫ້ງແລ້ງ

- ພາກເໜືອ ແມ່ນອຸດສະຫະກຳການທ່ອງທ່ຽວ ເຮັດໃຫ້ຄົນພາກເໜືອໜຸ່ມສາວ ກ້າວເຂົ້າສູ່ສັງຄົມບໍລິການ ເຮົາຈະເຫັນຂ່າວ ໃນຊຸມປີ 1980 ປາຍວ່າ ຊາວລ້ານສາວງາມ ແລະມັກຈະໂລກຕີດແປດຫຼາຍ ແລະອື່ນໆ

- ມາໄລຍະຫຼັງໆ ໂຄງການພາຊະດຳລິຂອງໄທຍ ໄດ້ພັດທະນາດອຍຕ່າງໆ ປູກຜັກ ແລະດອກໄມ້ເມືອງໜາວທົດແທນ ຝິ່ນ, ເພາະສິນຄ້າເມືອງເໜືອເດັ່ນທີ່ສຸດແມ່ນຝິ່ນ

(ຍັງມີຕໍ່)

__________________
Anonymous

Date:

 - ຊິເວົ້າຈັງຊີໃຫ້ຟັງ ພວກທ່ານຈະເຊື່ອ ຫຼືບໍ່ເຊື່ອກະຕາມໃຈເດີ, ສະໄໝໄປເປັນນັກສຶກສາຢູ່ເມືອງໄທຍ ນັກວິຊາການ ຂອງໄທຍ ຈະເວົ້າຈັ່ງຊີ້ໃນງານການເສວະນາທີ່ມັກຈະຈັດກັນໃນເມືອງໄທຍ ທີ່ອົງກອນ ສະຖາບັນ ຫຼືມະຫາວິທະຍາໄລ ເຂົາມັກຈັດຂຶ້ນ ຜູ້ຂຽນກະມັກຟັງບໍ່ຢອກ ແມ່ນວ່າຈະຈ່າຍເງິນເຂົ້າຟັງບັດລະ 1000 ສະໄໝປີ 1994-1999 ນັ້ນ ກະຍອມ ເຂົາມັກຈັດງານເສວະນາວິຊາການກ່ຽວກັບເສດຖະກິດການເມືອງ ນັກທຸລະກີດ ນັກສຶກສາ ປັນຍາຊົນໄທຍ ມັກຟັງຂະໜາດ ຄົນໃດສີປາກເອກ ຊື່ສຽງດີ ລາຄາເຂົ້າຟັງກໍແພງຂຶ້ນ(ການຈັດງານຟັງແບບນີ້ ທີ່ລາວບໍ່ມີເລີຍ ແມ່ນກະທັງໃຫ້ເຂົ້າລ້າໆ ກະຍັງບໍ່ມີຄົນໄປຟັງ ຕ່າງຈາກໄທຍ ແລະວຽດນາມ ທີ່ຂະໜາບຂ້າງປຸເທດລາວເຮົາຢູ່ ສົມພໍຄົນສອງປະເທດນີ້ຈຶ່ງເກ່ງ ເພາະເຂົາມັກຟັງ)
 
- ບາດນີ້ມາເຂົ້າເລື່ອງ ກ່ຽວກັບບັນຫາທີ່ຈະເວົ້າກ່ຽວກັບລາວ ກ່ຽວກັບການຫຼັງໄຫຼໄປໃຊ້ບິການທຸກຢ່າງຂອງຄົນລາວໃນໄທຍ ແລະກໍເປັນຈິງດັ່ງທີ່ເຫັນນີ້ລະ.
 
- ຕາມໄດ້ຍິນໄດ້ຟັງມາຫຼາຍ ຈຶ່ງສະຫຼຸບໃຫ້ຟັງຈັງຊີ້ ຄື
 
ກ. ດ້ານລັດຖະສາດ
ເມື່ອປີ 1990 ເປັນຕົ້ນມາລາວປະກາດນະໂຍບາຍ ເສດຖະກີດພົວພັນກັບທຸກປະເທດ ຕ່າງຝ່າຍຕ່າງໄດ້ຜົນ ພໍດີໃນໄລຍະຕໍ່ມາ ລັດຖະບານຊາດຊາຍ ຊຸນຫະວັນ ປະກາດ ປ່ຽນສະໜາມຮົບເປັນສະໜາມການຄ້າ.
 
- ສອງນະໂຍບາຍນີ້ ເຮັດໃຫ້ນັກວິຊາການສະເໜີແນວຄິດວ່າ ເພື່ອຈະໃຫ່ພາກອີສານ ມີແນວຄິດຕໍ່ຕ້ານລັດໄທຍ ກໍຄ່ໃຫ້ພາກອີສານມີຢູ່ມີກິນ ແຕ່ເປົ້າໝາຍຫຼັກ ກະຍັງບໍ່ແມ່ນພັດທະນາຄົນອີສານ ແລະພາກອີສານ ຄົນອີສານກ່ອນປີ ພສ 2540 (ກ່ອນຈະມີ ລັດຖະທຳມະນູນສະບັບປະຊາຊົນ) ປະກາດໃຊ່ໃນຍຸກຊະວະລີດນັ່ນ ຍັງເປັນຄົນຊັ່ນຕຳ່ຢູ່ ເມື່ອເຂົ່າໄປຢູ່ໃນເມືອງກຸງ ຫາກຢູ່ທີ່ສາທາລະນະ ບໍ່ກ້າເວົ້າພາສາຂອງຕົນມເໝືອນປັດຈຸບັນນີ້ ຢາກເວົ້າພາສາຕົນເອງ ຕ້ອງເຂົ້າໄປວັດເທົ່ານັ້ນ ເພາະທີ່ວັດ ມີພະສົງພາກນີ້ຫຼາຍ ຫຼືໄປສວນຈະຈຸຈັກເທົ່ານັ້ນ.
 
- ທີ່ເຂົາພັດທະນາອີສານ  ກໍບໍ່ດໃ່ນທຸກຈັງຫວັດ ເຂົາກະເນັ້ນຈັງຫວັດເປົ້ສໝາຍເທົ່ານັ້ນ ຄື ຈັງຫວັດທີີມີຊາຍແດນກັບລາວທັງໝົດ, ເພາະນັກວີຊາການມອງເຫັນວ່າ ເມື່ອລາວປະກາດຕົວວ່າພົວພັນກັບໂລກພາຍນອກທາງດ້ານເສດຖະກີດ ຕ່າງຝ່າຍຕ່າງໄດ້ຜົນ ສະແດງວ່າໃນອະນາຄົດ ການຄ້າ ການລົງທຶນ ຈາກຕ່າງປະເທດຈະຫຼັງໄຫຼເຂົ້າມາລາວ ເພາະຊັບພະຍາກອນອຸດົມ ແຮງງານຖືກ ແລະກົດໝາຍການລົງທຶນຂອງລາວ ມີນະໂຍບາຍຫຼາຍ ຕໍ່ການລົງທຶນ.
 
ຍັງມີຕໍ່

__________________
Anonymous

Date:

ນັກວີຊິຊາການ ຈຶ່ງສະເໜີວ່າ ເມື່ອລາວມີການລົງທຶນຫຼາຍຂຶ້ນ ກໍໝາຍວ່າຖານການຝລຜລີດຕ່າງໆຈາກໂລກເສລີ ຈະເຂົ້າມາໃນລາວ ລວມທັງ ຖານການລົງທຶນຂອງຕ່າງປະເທດໃນໄທຍ ກໍຕ່ອງຍົກຖານເຂົ້າມາລາວ (ທີ່ຈິງເຂົາຄາດການໄວ່ສູງທີ່ສູດ ແຕ່ໃນໄລຍະ 1990-2005 ນະໂຍບາຍການພົວພັນເສດຖະກິດ ຕ່າງໆ ຂອງລາວບໍ່ສຳເລັດ ບໍ່ສຳເລັດເພາະຫຍັງຊິເວົ້າໃຫ້ຟັງທີຫຼັງ)
 
- ນັກວິຊາການໄທຍ ມອງເຫັນວ່າ ເມື່ອລາວຫາກມີການລົງທຶນຂະໜານໃຫຍ່ ໂດຍພົະເມືອງນ້ອຍໆ ບໍ່ເກີນ 4 ລ້ານຄົນຂະນະນັ້ນ ການລົງທຶນກໍຈະເປັນພາກອຸສະຫະກຳ ແລະການຜລິດ ທີ່ອາເມກາມະຢູໂລບມີນະໂຍບາຍເມົ່ານັ້ນ ສ່ວນການລົງທຶນດ້ານບໍລິການແນ່ນອນບໍ່ມຮນັກລຢງທຶນໃດຈະມົງທຶນ ເພາະຄົນມັນໜ້ອຍ ເຊັ່ນຫ້າງສັບພະສີນຄ້າອື່ນໆ ເມ່່ບື່ອມີການລົງທ້ນຫຼາຍ ຄົນລາວກໍຕ້ອງມີເງິນ ການລົງທຶນເອກະຊົນມນະໂຍບາຍທະນາຄານຂອງບາວກະດັ່ງທີ່ຮູ້ ເງິນຝາກ ກັບເງິນກູ້ ຢູ່ໃນລະດັບດຽວກັນແບບນີ້ ຄົນລາວກໍຖືເງິນໄວ້ໃນຖົງ ເມື່ອເງິນຫຼາຍ ຄົນບໍ່ຈັກຊີເຮັດ ມັນກໍຕ້ອງຊອກຈ່າຍໆ ນີ້ເຂົ້າເປົ້ານັກການເມືອງ ແລະນັກທຸລະກີດໄທຍເລີຍ, ແນ່ນອນ ເຂົາບໍ່ມີບ່ອນໃຊ້ເງິນ ເຂົາກໍຕ່ອງມາໃຊ່ຢູ່ຝັ່ງໄທຍ ທຳອີດມີແຕ່ນັກວີຊາການເວົ້າ ຕໍ່ມານັກການເມືອງກະເວົ້າ ນັກການເມືອງກັບນັກທຸລະກິດໄທຍ ໃຫ້ໃຫ້ໂອກາດກັນ ສະນັ້ນຈັງຫວັດໃນຖະໜົນຫຼັກ ໃນພາກອີສານ ຈຶງເຕີບໂຕ ຂຶ້ນມາທັນທີທັນໃດ ຖະໜົນກໍຂະຫຍາຍ ທ່ານທັງຫຼາຍ ເຄີຍຄົງຈະຍິນຂ່າວກ່ຽວກັບ ນຳ້ຈະຖ້ວມພາກໃຕ້ ແລະກຸງະທບໃນປີທໍ່ນັ້ນທໍ່ນີ້ ແລະບັນຫາການ ຈັດສັນທີ່ດິນຕ່າງໆໃນໄທຍ ນັ້ນແມ່ນກົະຍຸດຂອງນາຍທຶນ ຈະປັ່ນທີ່ດີນໃນພາກອີສານໃຫ້ມີລາຄາແພງ ກ່ອນໜ້ານັ້ນ ປະມານປີທ1995-1999 ທີ່ດິນໃນພາກອີສານ ບໍແພງໄລ່ 1 4.000 ບາດຍັງບໍ່ມີຄົນຊື້ ໃນເມືອງໄລ່ໜຶ່ງ ບໍ່ເຖິງແສນ ເມື່ອມີຂ່າວເຊັ່ນນັ້ນ ລາຄາດີນໃນພາກອີສານສູງຂ້ີນຫຼາຍເທົ່ວໂຕ.
 
- ເຮັດໃຫ້ມີການຂົນເງິນມສພາກອີສານຢ່າງຫຼວງຫຼາຍ ເປົ້າໝາຍການລົງທຶນ ການບໍລິການໃນພາກອີສານ ຕະຫຼາດຫຼັກຂອງເຂົາບໍ່ແມ່ນຄົນອີສານ ເຂົາໄວ້ຮອງຮັບການຈະເລີນເຕີບໂຕທາງເສດຖະກີດຂອງລາວເທົ່ານັ້ນ ແຕ່ວ່ານັກລົງທຶນລົງທຶນໄປກ່ອນລ່ວງໜ້າ ເສດຖະກຄດລາວກັບບໍ່ທະລຸເປົ້າ ບໍ່ມີນາຍທຶນໂລກເສລີ ປະເທດໃດມາລົງທຶນໃນລາວ ຈາກ ປີ 1990 - 2000 ມີແຕ່ສິນຄ້າໄມ້ ກຸສີກຳ ແລະຕັດຫຍິບເທົ່ານັ້ນ ໂດຍສະເພາະສີນຄ້າຕັດຫຍິບກະແມ່ນໄທຍ ລົງທືນທີ່ສຸດ ເພາະສິນຄ້າເລົ່ານີ້ທອາເມກາ ແລະຢູ່ໂລບໃຫ້ສິດພິເສດແກ່ລາວ ນັກລົງທຶນໄທຍເຫັນຊ່ອງວ່າງນີ້ ເທື່ອທຳກຳໄລກະເລິຍເຕີບໂຕກັນໃນໄລຍະນັ້ນ ຕໍ່ມາກະມີໄມ່ທ່ອນ ແລະກະສີກຳ ກະແມ່ນໄທຍລົງທຶນຫຼາຍ. ສ່ວນຫວຽດນາມ ກໍີການລົງທຶນໃນເລື່ອງອື່ນໄປ.
 
ຍັງມີຕໍ່

__________________
Anonymous

Date:

- ກ່າວເຖິງນັກລົງທຶນ ໄທຍຫັນໃຫ້ຄວາມສົນໃຈ ອພສັງຫະລິມະຊັບ ແລະການບໍລິການເພື່ອຮອງຮັບລາວ ຈະມາໃຂ້ຈ່າຍກໍລົງທຶນໄປກ່ອນ ເມື່ອລົງທຶນໄປແລ້ວ ຄົນລາວຍັງບໍ່ທັນມີເງິນມາຈ່າຍ ສະນັ້ນຂ່າວກ່ຽວກັບນຳ້ຈະຖ້ວມພາກໃຕ້ໄທຍ ລວມກຸງເທບຈ້່ງເກີດຂ້ຶ້ນ ເຮັດໃຫ້ທ່່ດິນພາກອີສານແພງ ແລະຄົນອີສານກໍມີເງິນຂຶ້ນ ມີກຳລັງຊື້ຫຼາຍຂື້ນ ຄົນອີສານຄວນຈະຍີອງລາວ ໃນການຊູນະໂຍບາຍ ເສດຖະກິດຂອງລາວທີ່ກ່າວໄວ່້ແລ້ວ ເຮັດໃຫ້ ລບ.ໄທຍ ຫັນມາພັດທະນາອີສານ.

- ຈົນມາຮອດປີ 1999-2000 ລັດຖະບານລາວ ໄດ່ຮັບການລົງທືນຈາກຈີນ ທືນຈີນໄດ້ຫຼັງໃຫຼເຂົ້າມາລາວ ເຫັນວ່າໄດ້ຜົນ ນັກລົງທຶນໄທຍ ທີ່ລົງທຶນບໍ່ມີຜົນສຳເລັດຖອຍໄປ ດຽວນີ້ນອກຈາກຈີນມກໍມີປະເທດອື່່ນເຂົ້າມາ ລວມຫວຽດນາມ ເຮັດໃຫ້ເສດຖະກິດລາວເລີ່ມຂະຫຍາຍຕົວຂຶ້ນ ຈາກປີ 2004 ເທົ່າປັດຈຸບັນມຄົນລາວມີເງິນຫຼາຍຂຶ້ນ ໂດຍສະເພາະ ແມ່ນທີ່ດິນ ອະສັງຫະລິມະຊັບຕະຫຼອດການລົງທຶນໃນ ອຸດສະຫະກຳບໍ່ແຮ່.
 
- ນັກວິຊາການໄທຍ ເຄີຍເວົ້າວ່າ ແນ່ນອນພື້ນຖານໂຄງຮ່າງຂອງລາວຈະເຮັດບໍ່ໄດ້ ຄື 1. ຖະໜົນ, ໂຮງຮຽນ ແລະສາທະນະສຸກ ເມື່ອລາວປ່ຽນເສດຖະກິດລວມໝູ່ ຂອງລັດ ມາເປັນຂອງເອກະຊົນ ມຊທຸກຢ່າງກໍເປັນທຸລະກີດໝົດ ນັກວິຊາການຂອງໄທຍ ຈຶ່ງເວົ້າວ່າ ໂຮງໝໍເປັນສິ່ງທີ່ຕ້ອງລົງທຶນທີ່ສູດໃນພາກອີສານຂອງໄທຍ ເປົ້າໝາຍ ກໍບໍ່ແມ່ນເພື່ອຄົນອີສານອີແລ້ວແລ ຫາແມ່ນເພື່ອຮອງຮັບຄົນລາວ, ໃນ ກທມ ໂຮງໝລເອກະຊົນເກີດຂື່ນຫຼາຍ ປະຈວບກັບໃນຂະນະນັ່ນ ນັກວິຊາການ ສະເໜີນະໂຍບາຍໃຫ່ພັກການເມືອງ ສ້າງປະຊານິຍົມ ຈ່າຍ 30 ບາດຮັກສາທຸໂລກ ເວົ້າມາແຕ່ປີ ພສ 2535 ພັກຕ່າງໆ ໃນໄທຍ ກໍເອົານະໂຍບາຍນີ້ໄປໃຊ້ ນາຍທຶນທີ່ລົງທຶນກ່ຽວກັບໂຮງໝໍ ກໍຫັນທິດມາສ້າງໂຮງໝໍລົງທຶນໃນພາກອີສານ ເພາະຫາກນະໂຍບາຍນີ້ຖືກປະຕີບັດ ເຂົາກໍຈະຢູ່ບໍ່ໄດ້ ຫາກຈະໄດ້ກໍຈະໄດ້ນຳ ລາວ ຂະເໝນ ແລະພະມ້າ ແຕ່ເຂົາກະເນັ້ນໃສ່ລາວເປັນອັນດັບແຮກ ສະນັ້ນໂຮງໝໍເອກະຊົນຈຶ່ງເກຮດຂຶ້ນຢູ່ ຮ້ອຍເອັດ ອຸດອນ ໜອງຄາຍມແລະອຸບົນຢ່າງກັບດອກເຫັດ.
 
- ແຕ່ແລ້ວ ນະໂຍບາຍ 30 ບາດຮັກສາທຸກໂລກ ກໍເກີດຂຶ້ນໃນສະໄໝລັດຖະບານທັກສິນ 1 ພໍດີກັບໄລຍະນີ້ ຄົນລາວເລີ່ມມີເງິນຂຶ້ນມາ ໂຮງໝໍຫ້າງສັບພະສິນຄ້າ ແລະບໍລິການອື່ນໆ ກໍມີລາວໃນລະດັບສູງ ແລະກາງເຂົ້າມາໃຊ່ບໍລິການ ເຊິ່ງຖືລ່າ ຄົນລາວ 2 ລະດັບນີ້ມີກຳລັງຊື້ຫຼວງຫຼາຍ.
 
(ເວົ້າມາຮອດນີ້ ກະມີອັນຈະເວົ້າຕໍ່ຢູ່ດອກ ະມັນຍາວຫຼາຍ ຜູ່ຊ້ອ່ານອາດຊິອ່ານບໍ່ຈົບ ເປັນອັນວ່າ ເປັນຫຍັງລາວ ຈຶ່ງມາຈັບຈ່າຍໃຊ້ສອຍ ແລະຮັກສາພະຍາບານ ອອກຕະຫຼາດ ທີ່ເມືອງໄທຍ ແລະການຂະຫຍາຍເວລາປີດ່ານ ຮອດ 10 ໂມງກະແມ່ນແນວຄີດໄທຍ ກໍເພາະວ່າ ເພື່ອໃຫ້ຄົນລາວ ເຂົ້າອອກໄດ້ງ່າຍ ກະດັ່ງທີ່ເຮົາເຫັນນັ່ນລະ ຖ່າຍັງບໍ່ເຊື່ອບົດຂຽນນີ້ ໃຫ່ເສັຍສະຫຼະເວລາ ເສົາອາທີດໄປນັ່ງຢູ່ຊາຍແດນລາຍ ທຸກໆບ່ອນ ໃຫ້ເບິ່ງຂາອອກ-ກັບຂາເຂົ້າ ທ່ານຈະເຫັນຄວາມແຕກຕ່າງໂລດ ວ່າເຂົາເຂົ້າ ຈະເປັນອິລຸງປຸງຈ່າຍຂົນສິນຄ້າມາມາຍມແຕຮເໃື່ອຕອນແລງມາຂາອອກ ຄົນໄທຍຈະຍ່າບໂຕເປົ້າເມືອບ້ານ ບໍ່ມີສີ້ນຄ້າກັບເມືອ ໝົດຢ່າງກະມາຊື້ນສິນຄ້າຈີນໃຈຕະຫຼອດປອດພາສຮເທົ່ານັ້ນ ຄົງຈ່າຍບໍ່ເກີນມຄົະ 3000'ພັນ.)
 
- ທີ່ບອກວ່າ ກາົງທຶນຈາກໂລກເສລີ ບໍ່ມາລົງທຶນໃນໄລຍະແຮກໆ 1990-2000 ພັນນັ້ນ ທັລທີ່ເຂົາຢາກມາ ກົດໝາຍກາົງທຶນລາວກະດີ ໃຫ້ໂອກາດຫຼາຍ ແຕ່ວ່າເຂົາຢ້ານກົດໝາຍຂອບລາວ ທີ່ເອົາພາສາບໍ່ແມ່ນພາສາທາງມາເປັນພາສາກົດໝາຍໃເຮັດໃຫ້ເຂົາຢ້ານພາສາົ່ສນັ້ນ ຈະພີກປິ້ນ ຕີຄວາມໝາຍບໍ່ໄດ້ ຈະເຮັດໃຫ້ເຂົາເສັຍໂອກາດ ເພາະພາສານັ່ນເອງ, (ອັນນີ້ຍິນນັກລົງທຶນຕ່າງປະເທດເວົ້າ) ມາເບິ່ງກໍຫາກແມ່ນ ແຕ່ຄົນລາວຫຼາຍຄົນກະເວົ້າວ່າ ພາສາກົດໝາຍລາວ ເປັນພາສາທຳມະດາກໍຕາມ ເຮົາກໍມີກົດໝາຍສະບັບດຽວ ທີ່ໃຊ້ພາສາອັງກິດ ແລະຝຣັ່ງ ນັກລົງທຶນຕ່າງປະເທດຕ່ອງຫົວຂວັນ ຫາກຂ້່ຊຊຶ້ນສານໃນປະເທດໃດ ກໍໃຊ້ພາສາປະເທດນັ້ນ ບໍ່ມີສານລາວ ຈະດຳເນີນຄະດີດ້ວຍພາສສປະເມດອື່ນດອກ)
 
-ນີ້ ທ່ານທັງຫຼາຍ ພຽງແຕ່ພາສາໃຊ້ທາງການ ແຕ່ບໍ່ເປັນພາສາວິຊາການ ກະຍັງໃຫ້ເຮົາເສັຍໂອກາດທາງເສດຖະກີດເຖິງໜາດນັ້ນ ທ່ານຍັງຈະວ່າ ພາສາບໍ່ມີຄວາມສຳຄັນໄດ້ຈັງໃດ ແລະທ່ສນຈະວ່າ ພາສາລາວໃຊ້ຈັງໃດກະໄດ້ນັ້ນ ຖືວ່າເຂົ້າໃຈຜິດແລ້ວ ຄວນຈະພັດທະນາພາສາລາຍໃຫ້ເປັນພາສາທາງການເທີ້ນ ຈ້່ງຈະບໍ່ເສັຍໂອກາດ ແລະເປັນມະຍຸມະຍະ ທາງດ້ານການໃຊ້ ການເວົ້າ ການຂຽນມດັ່ບທີ່ເຫັນນີ້ແw

__________________
Anonymous

Date:

ອ່ານຄຳເຫັນທີ່ເພິ່ນຂຽນຍາວຍືດ ພໍອ່ານມາຮອດປະໂຫຍກສຸດທ້າຍ

ພັດຮຽກຮ້ອງໃຫ້ຣັຖບານລາວປະຕິຮູບດ້ານພາສາ. ຖ້ານັກລົງທຶນຈາກ

ປະເທດເສຣີນິຍົມຍັງມີບັນຫາກັບພາສາກໍ່ສົມຄວນແລ້ວທີ່ຈະປ່ອຍໃຫ້

ນັກລົງທຶນຫວຽດນາມ ນັກລົງທຶນຈີນ ແລະນັກລົງທຶນຈາກປະເທດສັງຄົມ

ນິຍົມອື່ນໆມາກອບໂກຍເອົາຜົນປະໂຫຍດຕາມທີ່ເຂົາຕ້ອງການ.

ຂ້ອຍຄິດວ່າ ຄົນເມືອງໃດຢູ່ໄກ້ຊາຍແດນປະເທດໃດເຂົາກໍ່ໄປປະເທດນັ້ນ

ໃກ້ຫວຽດກໍ່ໄປຫວຽດ ໃກ້ຈີນກໍ່ໄປຈີນ ໃຫ້ຂະເມນກໍ່ໄປຂະເມນ ໃກ້ມຽນມາ

ກໍ່ໄປມຽນມາ, ຜູ່ໃດມີເງິນຫຼາຍແດ່ກໍ່ບິນໄປປະເທດອື່ນໆໃນກຸ່ມອາຊຽນ

ຫຼືບໍ່ຊັ້ນກໍ່ບິນຂ້າມທະເລ ບິນຂ້າມມະຫາສະໝຸດໄປຊື້ຂາຍຈັບຈ່າຍຕາມລົດ

ນິຍົມຂອງໃຜມັນ.

__________________
Anonymous

Date:

Anonymous wrote:

ສົມຄວນອອກກົດໝາຍ

ຫ້າມຄົນໄປ shopping ຢູ່ທາງນັ້ນ... 

 รู้จักความหมาย"สิทธิส่วนบุคคล"ไหม?

คนอื่นเขาอยากไปเขาก็ไปได้ มึงไม่ไปก็ไม่มีใครว่า จมปลักกับดินแดนต่ำๆของมึงนั่นแหล่ะดีแล้ว

อี....

1000.jpg

 mind set ของคนในประเทศคอมมิวนิสต์

เกิดมาเคยชินกับการบังคับ การละเมิดสิทธิมนุษยชน

เป็นแบบนี้แหละครับ ทำใจ

__________________
1 2  >  Last»  | Page of 2  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard