Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄ່າໄຟ ແພງມະຫາໂຫດ
Anonymous

Date:
ຄ່າໄຟ ແພງມະຫາໂຫດ

ສອງເດືອນແລ້ວທີ່ຄ່າໄຟເຮືອນຂ້ອຍເກືອບຮອດເລກລ້ານ ມາເບິ່ງຄັກໆຄ່າພາສີ 10 % ໂອຍໂຢ ! ປານສິນຄ້ານຳເຂົ້າ ! ບາດເຂັ້າເອຊຽນແລ້ວມັນສິບໍ່ຍັບຂຶ້ນເປັນ15-20 % ພຸ້ນບໍທ່ານ ???

__________________

Guru

Status: Offline
Posts: 1010
Date:

555 ກະຊວງການເງິນຕ້ອງການເງິນເຂົ້າຄັງເພື່ອຈ່າຍເງິນເດືອນ

ເລີຍຂຶ້ນພາສີ  ..... ຂຶ້ນເງິນເດືອນ ລະກະຂຶ້ນພາສີໄປນຳ

ເຊົ້າອາຊຽນ ບໍ່ມີພາສີນຳເຂົ້າ ກະຄົງຈະຂຶ້ນພາສີອື່ນໆນີ້ລະ

ຕໍ່ໄປຊິບໍ່ໃຊ້ແຜງ solar ບໍ..... ຫລືບໍ່ຊັ້ນກະຊື້ຈັກປັ່ນໄຟເອົາ

__________________
Anonymous

Date:

ຕາມທີ່ຮູ້ ໄຟທີ່ຊ້ໃນນະຄອນຫຼວງວຽງຈັນໃນໄລຍະ 18 ໂມງ ຫາ 6 ໂມງເຊົ້າ

ແມ່ນຊື້ຈາກໄທ. ເພິ່ນວ່າ ຖ້າເຂື່ອນໄຟຟ້າວັງວຽງສ້າງສຳເລັດ ຈະຫຼຸດຜ່ອນ

ຊື້ໄຟຟ້າເຂົ້າຈາກໄທຫຼາຍກິໂລວັດໂມງ, ຖ້າຟັງເບິ່ງເດີ ..!

__________________
Anonymous

Date:

Anonymous wrote:

ຕາມທີ່ຮູ້ ໄຟທີ່ຊ້ໃນນະຄອນຫຼວງວຽງຈັນໃນໄລຍະ 18 ໂມງ ຫາ 6 ໂມງເຊົ້າ

ແມ່ນຊື້ຈາກໄທ. ເພິ່ນວ່າ ຖ້າເຂື່ອນໄຟຟ້າວັງວຽງສ້າງສຳເລັດ ຈະຫຼຸດຜ່ອນ

ຊື້ໄຟຟ້າເຂົ້າຈາກໄທຫຼາຍກິໂລວັດໂມງ, ຖ້າຟັງເບິ່ງເດີ ..!

 ຜີບ້າຂາຍໃຫ້ເຂົາແລ້ວກັບໄປຊື້ນຳເຂົາ.ສົງໃສຜູ້ນຳລາວບ້າບໍ່ພໍປົວ.

__________________
Anonymous

Date:

 ຜີບ້າຂາຍໃຫ້ເຂົາແລ້ວກັບໄປຊື້ນຳເຂົາ.ສົງໃສຜູ້ນຳລາວບ້າບໍ່ພໍປົວ.

 ເຂື່ອນທີ່ສ້າງໃນປະເທດລາວເປັນຂອງນັກລົງທຶນຕ່າງປະເທດ

ອີກ 25 ປີ ຈຶ່ງຈະກາຍເປັນຂອງຣັຖບານລາວຖ້ານັກລົງທຶນບໍ່

ເຊັນຕໍ່ອາຍຸສັນຍາ. ເຂື່ອນແຕ່ລະເຂື່ອນ ຣັຖບານລາວຖືຫຸ້ນ

ພຽງແຕ່ 15%, ກະແສໄຟຟ້າແຮງສູງທີ່ຜລິດໄດ້ແມ່ນສົ່ງໄປ

ຂາຍຕ່າງປະເທດ ເຂົາປ່ຽນເປັນກະແສໄຟຟ້າແຮງຕ່ຳແລ້ວ

ຈຶ່ງສົ່ງເຂົ້າມາຂາຍໃຫ້ລາວ.

ຈະວ່າ EDL ໂງ່ກໍ່່ບໍ່ຖືກຄັກ ເພິ່ນມີທາງອອກນ້ອຍ ວ່າຊັ້ນສານໍ !

__________________
Anonymous

Date:

Anonymous wrote:

ສອງເດືອນແລ້ວທີ່ຄ່າໄຟເຮືອນຂ້ອຍເກືອບຮອດເລກລ້ານ ມາເບິ່ງຄັກໆຄ່າພາສີ 10 % ໂອຍໂຢ ! ປານສິນຄ້ານຳເຂົ້າ ! ບາດເຂັ້າເອຊຽນແລ້ວມັນສິບໍ່ຍັບຂຶ້ນເປັນ15-20 % ພຸ້ນບໍທ່ານ ???

 Now you know that Battery of ASEAN Nations doesn't mean electricity bill will be cheap for majority of poor lao. All of those investment for electric dam come from foreign countries, Not Lao PDR government...

__________________
Anonymous

Date:

10462466_607209222711395_2595331309906615551_n.jpg

__________________
Anonymous

Date:

Anonymous wrote:

10462466_607209222711395_2595331309906615551_n.jpg

ແລ້ວ ເຮືອນທ່ານເດ ? ຈ່າຍຫຼາຍປານໃດ ? ສອງເດືອນຜ່ານມາ ?

__________________
Anonymous

Date:

Anonymous wrote:
Anonymous wrote:

ຕາມທີ່ຮູ້ ໄຟທີ່ຊ້ໃນນະຄອນຫຼວງວຽງຈັນໃນໄລຍະ 18 ໂມງ ຫາ 6 ໂມງເຊົ້າ

ແມ່ນຊື້ຈາກໄທ. ເພິ່ນວ່າ ຖ້າເຂື່ອນໄຟຟ້າວັງວຽງສ້າງສຳເລັດ ຈະຫຼຸດຜ່ອນ

ຊື້ໄຟຟ້າເຂົ້າຈາກໄທຫຼາຍກິໂລວັດໂມງ, ຖ້າຟັງເບິ່ງເດີ ..!

 ຜີບ້າຂາຍໃຫ້ເຂົາແລ້ວກັບໄປຊື້ນຳເຂົາ.ສົງໃສຜູ້ນຳລາວບ້າບໍ່ພໍປົວ.

 ຄົງບໍ່ແມ່ນເຫດຜົນແນວນັ້ນດອກ, ໄຟຟ້າມາໃຊ້ຢູ່ນະຄອນຫຼວງວຽງຈັນນີ້ ບໍ່ແມ່ນແຕ່ເຂື່ອນ

ນ້ຳງື່ມ 1 ແຫ່ງດຽວ ມີນ້ຳລື່ມ 3, ນ້ຳມັງ, ນ້ຳເລິກ, .... ຕາມທີ່ຂ້ອຍເຄີຍໄດ້ຍີນເພີ່ນເວົ້າວ່າ

ຄ່າໄຟຟ້າຢູ່ເມືອງລາວເມື່ອທຽບໃສ່ປະເທດອ້ອມຂ້າງແລ້ວຍັງຕ່ຳຫຼາຍ ສະນັ້ນເພີ່ນຈະປັບຂື້ນ

ໄປເລື້ອຍໆຈົນກວ່າຈະໃກ້ຄຽງກັບລາຄາຂອງປະເທດເພື່ອນບ້ານອ້ອມຂ້າງນີ້, ອີກເຫດຜົນໜື່ງ

ແມ່ນຄ່າໄຟຟ້າທີ່ໃຊ້ຢູ່ສະຖານທີ່ສາທາລະນະ ແລະ ບ່ອນທີ່ມີນະໂຍບາຍຍົກເວັ້ນຕ່າງໆນັ້ນ ແມ່ນ

ເອົາມາກະຈາຍລົງໃສ່ຄ່ານຳໃຊ້ນີ້, ອີກອັນນື່ງແມ່ນວິທີການຄິດໄລ່ຂອງເພີ່ນ ແມ່ນລາຄາຫົວໜ່ວຍ

ຈະປ່ຽນເພີ່ມຂື້ນຕາມປະລິມານທີ່ນຳໃຊ້ ຫຼາຍຂື້ນໄປ ລາຄາຫົວໜ່ວຍກໍ່ປ່ຽນຕົວຄູນໃຫຍ່ຕາມໄປ

ພາສີມູນຄ່າເພີ່ມຄືດັ່ງເຈົາຂອງກະທູ້ຍົກຂື້ນມາເວົ້ານັ້ນກໍ່ແມ່ນອີກລາຍການໜື່ງຕື່ມ

__________________
Anonymous

Date:

ດີຫຼາຍ

ປະເທດລາວເປັນໝໍ້ໄຟຂອງອາຊີ

ມີເຄື່ອນໄຟຟ້າທົ່ວປເທດ, ປ່າໄມ້, ຊັບພະຍາກອນຕ່າງໆ ອຸດົມສົມບູນ

ແຕ່ປຊຊ ບໍ່ອຸດົມສົມບູນ ຄ່ານ້ຳ, ຄ່າໄຟກໍ່ແພງ

ຈັ່ງແມ່ນສະຫຼາດໂຄດໆເລີຍ

__________________
Anonymous

Date:

Anonymous wrote:

ດີຫຼາຍ

ປະເທດລາວເປັນໝໍ້ໄຟຂອງອາຊີ

ມີເຄື່ອນໄຟຟ້າທົ່ວປເທດ, ປ່າໄມ້, ຊັບພະຍາກອນຕ່າງໆ ອຸດົມສົມບູນ

ແຕ່ປຊຊ ບໍ່ອຸດົມສົມບູນ ຄ່ານ້ຳ, ຄ່າໄຟກໍ່ແພງ

ຈັ່ງແມ່ນສະຫຼາດໂຄດໆເລີຍ

 ໃນກຸ່ມອາຊຽນ ມີແຕ່ປະເທດບູໄນໃຊ້ໄຟຟ້າຖືກກວ່າ ສປປ ລາວ ປະມານ 7 ເທົ່າ.

ລາຍຮັບແຕ່ລະຫົວຄົນກໍ່ສູງ ແຕ່ຄ່າຄອງຊີບພັດຖືກ, ການນຳລາວຄວນໄປຖອດຖອນ

ບົດຮຽນນຳເພິ່ນແດ່ ຫຼືວ່າຢ້ານເສຍປຽບທີ່ໄປຮຽນນຳກະສັດ?

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ຕາມທີ່ຮູ້ ໄຟທີ່ຊ້ໃນນະຄອນຫຼວງວຽງຈັນໃນໄລຍະ 18 ໂມງ ຫາ 6 ໂມງເຊົ້າ

ແມ່ນຊື້ຈາກໄທ. ເພິ່ນວ່າ ຖ້າເຂື່ອນໄຟຟ້າວັງວຽງສ້າງສຳເລັດ ຈະຫຼຸດຜ່ອນ

ຊື້ໄຟຟ້າເຂົ້າຈາກໄທຫຼາຍກິໂລວັດໂມງ, ຖ້າຟັງເບິ່ງເດີ ..!

 ຜີບ້າຂາຍໃຫ້ເຂົາແລ້ວກັບໄປຊື້ນຳເຂົາ.ສົງໃສຜູ້ນຳລາວບ້າບໍ່ພໍປົວ.

 ຄົງບໍ່ແມ່ນເຫດຜົນແນວນັ້ນດອກ, ໄຟຟ້າມາໃຊ້ຢູ່ນະຄອນຫຼວງວຽງຈັນນີ້ ບໍ່ແມ່ນແຕ່ເຂື່ອນ

ນ້ຳງື່ມ 1 ແຫ່ງດຽວ ມີນ້ຳລື່ມ 3, ນ້ຳມັງ, ນ້ຳເລິກ, .... ຕາມທີ່ຂ້ອຍເຄີຍໄດ້ຍີນເພີ່ນເວົ້າວ່າ

ຄ່າໄຟຟ້າຢູ່ເມືອງລາວເມື່ອທຽບໃສ່ປະເທດອ້ອມຂ້າງແລ້ວຍັງຕ່ຳຫຼາຍ ສະນັ້ນເພີ່ນຈະປັບຂື້ນ

ໄປເລື້ອຍໆຈົນກວ່າຈະໃກ້ຄຽງກັບລາຄາຂອງປະເທດເພື່ອນບ້ານອ້ອມຂ້າງນີ້, ອີກເຫດຜົນໜື່ງ

ແມ່ນຄ່າໄຟຟ້າທີ່ໃຊ້ຢູ່ສະຖານທີ່ສາທາລະນະ ແລະ ບ່ອນທີ່ມີນະໂຍບາຍຍົກເວັ້ນຕ່າງໆນັ້ນ ແມ່ນ

ເອົາມາກະຈາຍລົງໃສ່ຄ່ານຳໃຊ້ນີ້, ອີກອັນນື່ງແມ່ນວິທີການຄິດໄລ່ຂອງເພີ່ນ ແມ່ນລາຄາຫົວໜ່ວຍ

ຈະປ່ຽນເພີ່ມຂື້ນຕາມປະລິມານທີ່ນຳໃຊ້ ຫຼາຍຂື້ນໄປ ລາຄາຫົວໜ່ວຍກໍ່ປ່ຽນຕົວຄູນໃຫຍ່ຕາມໄປ

ພາສີມູນຄ່າເພີ່ມຄືດັ່ງເຈົາຂອງກະທູ້ຍົກຂື້ນມາເວົ້ານັ້ນກໍ່ແມ່ນອີກລາຍການໜື່ງຕື່ມ

 ຄັກຫຼາຍ, ລັດບໍ່ຍອມເສັຽແມ່ນແຕ່ກີບດຽວເພື່ອເຍືອງທາງ, ເພື່ອໄຕ້ຢູ່ສວນສາທາລະນະ ແຕ່ກັບມາຂູດເອົານຳປະຊາຊົນນີ້ເອງ ເວົ້າມາແລ້ວ ຂາອ່ອນ ! ເອີກເອີກ !

__________________
ຂົນລູ

Date:

ຄົນຈົນ ຢູ່ໃນປະເທດຍາກຈົນ ກໍ່ເຕັມທີຢູ່ແລ້ວ ເທົ້ານັ້ນຍັງບໍ່ພໍ ຍັງຖືກປິດກັ້ນດ້ານສິດທິເສຣີພາບຂັ້ນພື້ນຖານອີກ!

ອົດທົນ ແລະອົດທົນ.

__________________
Anonymous

Date:

ຕາມທີ່ເຫັນຂໍ້ມູນປີ 2012 ຄ່າໄຟຟ້າຢູ່ປະເທດສິງຄະໂປແມ່ນແພງກ່ວາໝູ່ໃນບັນດາປະເທດໃນກຸ່ມອາຊຽນ

ແຕ່ລາຍຮັບໃນແຕ່ະປີຂອງແຕ່ລະຫົວຄົນແມ່ນສູງ, ປະເທດທີ່ຄ່າໄຟຟ້າຖືກກ່ວາໝູ່ແມ່ນປະເທດ Brunei

ແຕ່ລາຍຮັບຂອງປະຊາຊົນແມ່ນສູງສົມຄວນ.

ເພິ່ນຂຶ້ນຄ່າໄຟຟ້າເພື່ອໃຫ້ແພງເທົ່າກັບປະເທດທີ່ມີລາຍຮັບສູງທັງໆທີ່ລາຍຮັບຂອງຄົນໃນປະເທດລາວຍັງຕ່ຳ

ເພິ່ນເຮັດໄດ້ແນວໃດແບບນັ້ນນະ? ລາຍຮັບຕ່ຳ ແຖມຍັງບໍ່ໄດ້ຮັບເງິນເດືອນເປັນປົກກະຕິອີກ ການນຳເຮົາ

ຍັງມີສະຕິດີຢູ່ຫວາ?

__________________
ພະນັກງານລັດ

Date:

ອຸກໃຈຢູເລື້ອງຄ່າໄຟຟ້າ ເງີນເດືອນລ້ານແປດ ຄ່ານໍ້າ ແລະ ໄຟຟ້າເອົາໄປແລ້ວ ແປດແສນ ເຫລືອ ລ້ານກີບ  ໂອ໋ຍ... ຍັງລາຍຈ່າຍຕ່າງໆອີກ 108 ຢ່າງ

ປານໃດເດ ຊິຄື ພະນັກງານລັດ ຂອງບັນດາປະເທດອາຊຽນ ຄືເພີ່ນນໍ .

ເວົ້າມາ ຢາກ ອອກ ການມາລ້ຽງເປັດ, ໄກ່ ແລະ ໝູ ດີກ່ວາ ແຕ່ ພັດບໍ່ມີ

ສະຖານທີ່ ( ບໍ່ມີດິນ)

__________________
Anonymous

Date:
RE: ເຖິງພະນັກງານລັດ

ທ່ານໄດ້ຂຽນໃບສະເໜີຂຶ້ນໄປຫາຂັ້ນເທິງແລ້ວບໍ? ສະເໜີໃຫ້ເພິ່ນແກ້ໄຂດິນຕອນນຶ່ງໃຫ້

ພໍໄດ້ລ້ຽງໄກ່ໃຫ້ບໍລິສັດຈະເລີນເພາະພັນ(CP Group) ພະນັກງານຫຼາຍພັນຄົນມີລາຍຮັບ

ເສີມຈາກການລ້ຽງສັດໃຫ້ບໍລິສັດນີ້.

ໂຊກດີ

__________________
Anonymous

Date:
RE: ຄ່າໄຟ ແພງມະຫາໂຫດ

ຂພຈ ເຄີຍໄດ້ຖາມ ພະນັກງານຢູ່ EDL GEN, ເພີ່ນກໍ່ວ່າ

ຄືກັບທ່ານຜູ້ໃຫ້ຄຳເຫັນສີຂຽວເທີງນັ້ນ. ຍ້ອນນະຄອນຫຼວງວຽງຈັນ

ມີຕືກ, ມີອາຄານ ແລະ ພົນລະເມືອງເພີ່ມຂື້ນຫຼາຍໄຟບໍ່ພໍໃຊ້ ຕ້ອງ

ໄດ້ຊື້ຄືນຈາກໄທດ້ວຍປະລິມານຫຼາຍ ເມກາວັດໃນແຕ່ລະວັນ ໂດຍສະເພາະ

ຊ່ວງລະດູແລ້ງ, ລາຄາກໍ່ແພງກວ່າທີ່ຂາຍໃຫ້ເຂົາຕັ້ງ 3ເທົ່າ. ສາເຫດກໍ່

ແມ່ນເຂື່ອນບໍ່ສາມາດຜະລິດເຕັມປະສິດທິພາບໄດ້ ບໍ່ມີນ້ຳພຽງພໍ, ເຂື່ອນ

ທີ່ເປັນຂອງລັດຖະບານກໍ່ມີແຕ່ນ້ຳງື່ມ 1 ນອກນັ້ນກໍ່ແມ່ນຂອງນາຍທືນ

ເຂົາຜະລິດ ແລະ ຂາຍໃຫ້ໄທເອງເຂົາ

__________________
Anonymous

Date:

ໃນບັນດາປະເທດຕ່າງໆ ໃນຕາວັນຕົກ ເຊັ່ນ: ສະວິສ, ເຢັຽລະມັນ, ຝະລັ່ງເສດ ... ເຂົາເສັຽຄ່າໄຟຟ້າ

ແຕ່ລະເດືອນພຽງ 1,5% ເຖິງ 3% ຂອງເງິນເດືອນ ແລ້ວ ເມືອງລາວເດ ເສັຽຈັກ % ?  ໄດ້ຍິນລັດ

ຖະບານ ຮ້ອງດັງໆ ໃນສະພາ ຫລືທຸກກອງປະຊຸມໃຫ່ຽທີ່ສໍາຄັນວ່າ: ຈະສ້າງປະເທດລາວໃຫ້ເປັນໝໍ້ໄຟ

ອາຊີຕາວັນອອກສຽງໃຕ້ ມັນຈະເປັນໄປໄດ້ຫລື ?  ທໍາມະດາລາຄາໄຟຟ້າຢູ່ລາວ ໜ້າຈະຖືກກວ່າປະເທດ

ອື່ນໆ ເນາະ ?

 ຕາມຄວາມເຂົ້າໃຈຂອງຂ້ອຍ, ເຮື່ອງໂຄງການ ASEAN Battery 

ແມ່ນແນວຄວາມຄິດຂອງ ທ່ານ ທັກສິນ. ແຕ່ຖ້າເຮັດເປັນຄື idea

ທ່ານທັກສີນມັນກໍ່ຈະເກີດແທ້, ຖ້າບູລະນະຮັກສາປ່າໄມ້ ຮັກສາແຫລ່ງນ້ຳ

ໃຫ້ອຸດົມສົມບູນ ເພື່ອໃຫ້ມີນ້ຳມາປັ່ນຈັກຜລິດໄຟໃຫ້ໄດ້ຕາມສະມັຕພາບ

ຂອງມັນ, ແຕ່ອັນນີ້ຕັດໄມ້ຈົນແຫລ່ງນ້ຳແຫ້ງໄປໝົດ, ຢ່າວ່າແຕ່ນ້ຳ

ປັ່ນໄຟ ນ້ຳໃຊ້ດ້ານກະສິກັມກໍ່ຍັງຍາກແລ້ວ.

__________________
Anonymous

Date:

 ຜີບ້າຂາຍໃຫ້ເຂົາແລ້ວກັບໄປຊື້ນຳເຂົາ.ສົງໃສຜູ້ນຳລາວບ້າບໍ່ພໍປົວ.

ตามข้อมูลที่ผมเคยอ่านมานะครับ

สาเหตุที่ทำไมลาวขายไฟให้ไทย แต่กลับต้องซื้อไฟฟ้าจากไทยอีกที

เหตุเพราะ ระบบสายส่งไฟฟ้าในประเทศลาวไม่สมบูรณ์ คือ ไม่มีโครงข่ายสายส่งไฟฟ้าที่จะขนส่งจากเขื่อนแหล่งผลิตไปยังแหล่งใช้ไฟ เช่น เวียงจันทร์ได้ และทางลาวเองก็ยังไม่พร้อมจะลงทุนในระบบขนส่งนี้

ขณะที่ในไทยมี แม้ระยะทางจะไกลแต่มีความพร้อมเรื่องโครงข่ายการขนส่งไฟฟ้ามากกว่า  ดังนั้น ลาวก็เลยจำเป็นต้องซื้อไฟฟ้ากลับจากไทยอีกทีล่ะครับ

ถ้าเมื่อไร ลาวสามารถพัฒนาโครงข่ายไฟฟ้าได้สมบูรณ์ ก็ไม่จำเป็นต้องซื้อจากไทยอีก แต่มูลค่าการลงทุนก็จะสูงมาก

__________________
Anonymous

Date:

ເດືອນແລ້ວນີ້  ຄ່າໄຟຟ້າ 685,434 ມາເດືອນນີ້ 1,575,566 ກີບ

__________________
Anonymous

Date:

ເງີນເດືອນຂ້ອຍ 2ລ້ານກີບ ຈ່າຍຄ່າໄຟ 1,6 ລ້ານກີບ ຄ່ານໍ້າ 6ແສນກີບ ຄ່າໂທລະສັບ 5ແສນກີບ ຄ່ານໍ້າມັນລົດ 1ລ້ານກີບ ອາຫານ ແລະອື່ນໆ3ລ້ານກີບ ແລ້ວບໍ່ໃຫ້ຂ້ອຍສໍ້ລາດບັງຫລວງແນວໃດ ນາຍໃຫ່ຍເພິ່ນລະນັ່ງກີນເປີເຊັນເທື່ອລະຕື້ ນີ້ແມ່ນເວົ້າຄວາມຈິງເດີ ຄິດວ່າພະນັກງານ 100% ກໍ່ເປັນຄືຂ້ອຍ ແລະເຮັດຄືຂ້ອຍ ກົງກັນຂ້າມບັນດາກຳມະການສູນກາງພັກ ກົມການເມືອງ ທັງຫລາຍ ເງີນພິເສດກໍ່ໄດ້ມະຫາສານແລ້ວ ເງີນອຸດໜູນຈາກລັດກໍ່ເປັນຫລາຍສິບລ້ານຕໍ່ເດືອນ ຊໍ້າບໍ່ພໍເຄື່ອງຢູ່ເຄື່ອງກີນ ລົດຂີ່ ວ່າແຕ່ຄິດຊື່ໆກໍ່ມີຄົນຂັບມາໃຫ້

ເວນກຳຂອງປະຊາຊົນ

__________________
ຈຫ

Date:

ເລື່ອງການໄຊ້ໄຟ້າ ມັນແມ່ນການໄຫ້ບໍລິການ ລະຫວ່າງຜູ້ຊົມໄຊ້ແລະຜູ້ໄຫ້ບໍລິການ ໄຟ້າ ເພາະສະນັ້ນແລ້ວ ຖ້າມີການປ່ຽນແປງລາຄາແນວໃດທາງໄຟ້າລາວຄວນ ອອກແຈ້ງການ ລະອຽດໄຫ້ເຫດຜົນຂອງການຂື້ນຫຼືລົງຄ່າໄຟ້າ ເພື່ອໄຫ້ປະຊາຂົນຜູ້ຊົມໄຊ້ຮັບຮູ້ແລະເຂົ້າໃຈນຳ ບໍ່ແມ່ນຊຶຢາກເຮັດແນວໃດກະເຮັດ ໂດຍບໍ່ຄຳນືງເຖີງແນວຄິດຂອງປະຊາຊົນເລີຍ

__________________
Anonymous

Date:

ຈຫ wrote:

 ຂ້ອຍເອົາກົງເຕີໄຟເຂົ້າເຮືອນເພື່ອວຽກຫັດຖະກຳ ເປັນໄຟ 3 Phases ມູນຄ່າພ້ອມທັງຕິດຕັ້ງເປັນເງິນສາມລ້ານກວ່າກີບ... ບາດໃບບິນຄ່າໄຟມາຮອດ

ພັດມີຄ່າ " ເຊົ່າ " ໝໍ້ນັບໄຟ    12 000 ກີບ...ອິອິ!!

__________________
Anonymous

Date:

ຄ່າໄຟຟ້າ ຢູ່ຕາມກະຊວງຕ່າງໆ ຕິດໜີ້ມະຫາສານ

ແລະເຮືອນຜູ້ນຳ ຄ່າໄຟຟ້າ ເຮືອນຫລັງໜື່ງຊໍ່າດຽວ

ກັບຫ້າໝູ່ບ້ານ ແລະຫ້ອງການ ກະຊວງ ເປີດແອປະ

ເປີດດອກໄຟປະໄວ້ ໂດຍບໍ່ຄຳໜຶງ ແລະປະຫຍັດ

ເຮັດໃຫ້ ບໍ່ລິສັດໄຟຟ້າ ບ໋ມີເງິນສຳລະໜີ ແລະບໍ່ມີ

ເງິນຖອກເຂົ້າຄັງ ເຮັດໃຫ້ ບໍ່ມີເງິນ ມາເບີກຈ່າຍເງິນເດືອນ

ພະນັກງານ 

__________________
Anonymous

Date:

ເອີ! ເຈົ້າຍັງໄຄແດ່ ສາມາດຈ່າຽຄ່າໄຟຟ້າ 1ລ້ານ6ແສນ ຖ້າຖືໍກຂ້ອຽ ອົດຕາຽແນ່ໆ

ເພາະເງິນເດືໍອນຂ້ອຽມີແຕ່ 1ລ້ານ5ແສນ, ກໍ່ຍ້ອນແນວນັ້ນເອງ ປະສາດຂ້ອຽນັ້ນ

ຈຶໍ່ງຂຶໍ້ນໆລົງໆ​ ບາງເທີໍ່ອກໍ່ໝົດກໍາລັງໃຈໃນຊີວິດ.  ລູກທັງສອງກໍາລັງຮຽນ ຢາກສົ່ງ

ພວກເຂົາໄປເຂົ້າຮຽນ ໂຮງຮຽນເອກະຊົນກໍ່ໝົດປັນຍາ, ມືໍ້ວານນີ້ ແມ່ຕູ້ຂ້າງບ້ານ

ຍ່າງມາຫາຂ້ອຽແລະເວົ້າສຽງຄ່ອຽໆວ່າ: ຢາກໃຫ້ລູກຮຽນເກັ່ງ ເປັນຄົນສະຫລາດ ຕ້ອງ

ສົ່ງລູກຮຽນ ໂຮງຮຽນເອກະຊົນ ນາຽຄູໂຮງຮຽນລັດເຂົາບໍ່ເອົາໃຈໃສ່ສອນ ຍ້ອນບໍ່ໄດ້

ຮັບເງິນເດືໍອນມາໄດ້ 3ເດືໍອນແລ້ວ ເຂົ້າຂາດແລງແກງຂາດໝໍ້ ຄວາມຈິງຂ້ອຽຮູ້ກວ່າ

ແມ່ຕູ້ໃນເລືໍ່ອງຊີວິດຂອງຄູ ແຕ່ຂ້ອຽຊອກຄໍາຕອບບໍ່ໄດ້ ຈຶໍ່ງໄດ້ແຕ່ຕອບວ່າ: ຈັ່ງວ່າ ໆ ໆ

ແລະຂ້ອຽກໍ່ກົ້ມໜ້າຍ່າງຄ່ອຽໆເຂົ້າໄປໃນບ້ານ ຈົນບໍ່ເຫັນແມ່ຕູ້ຂ້າງບ້ານ.

__________________
Anonymous

Date:

ເງິນຄ່າໄຟຟ້ານຳອົງການລັດ ກະຊວງ ທະບວງກົມ ທີ່ເປີດແອເຢັນຊໍ່າ ເປີດດອກໄຟປະໄວ້ນັ້ນ , ແລ້ວບໍ່ເສຍຄ່າໄຟ ຫຼືເປັນໜີ້ຄ້າງຈ່າຍ ມາຫຼາຍ

ແລ້ວ ແລະແກ້ກັນບໍ່ໄດ້ , ມາຕົກເຖິງສະຕາກຳຂອງປະຊາຊົນແລະ ພະນັກງານ

ບາດບໍ່ມີເງິນຈ່າຍຄ່າໄຟ ພຽງເດືອນດຽວ ຕັດໄຟພ້ອມບາດ

__________________
Anonymous

Date:

ພາລູກອົດເອົາເດີ ໄຕ້ແຕ່ຍາມກິນເຂົ້າກໍພໍແລວ້

ຍາມນອນໃຊ້ພັດລົມເອົາ 

ຮັບຮອງລາຄາບໍ່ຮອດ 50ພັນກີບ

__________________
Anonymous

Date:

Anonymous wrote:

ພາລູກອົດເອົາເດີ ໄຕ້ແຕ່ຍາມກິນເຂົ້າກໍພໍແລວ້

ຍາມນອນໃຊ້ພັດລົມເອົາ 

ຮັບຮອງລາຄາບໍ່ຮອດ 50ພັນກີບ

 มันไม่ใช่สิ่งที่ถูกต้องที่คนลาวจะต้องประหยัดขนาดนั้น  ทั้งๆที่ประเทศตัวเองมีฐานะเป็นผู้ผลิตไฟฟ้า

ทุกอย่างมันอยู่ที่การบริหารจัดการของผู้มีอำนาจทั้งนั้น

ที่ไทย ค่าไฟคอนโดผมใน กทม ตอนนี้มี ทีวิ ตู้เย็น เครื่องซักผ้า แอร์เปิดเฉพาะกลางคืน คิดเฉลี่ยแล้วประมาณหน่วยละ ไม่เกิน 4 บาท  ใช้ค่าไฟเดือนหนึ่ง 7 ร้อยกว่าบาท 

อย่างรู้ว่าค่าไฟที่ลาวตามบ้านทั่วไป ค่าไฟ หน่วยละประมาณเท่าไรหรือครับ

 ກະຄືເຈົ້າຂອງກະທູ້ເວົ້າມານັ້ນລະ...ເຮືອນຂ້ອຍ ປະມານ 3 440 ບາດ ນີ້ລະ ມີຈັກຊັກເຄື່ອງ 1, Microwave 1, ພັດລົມ 4, ໝໍ້ໄຟຟ້າ 1, ແອ 5, ແຕ່ກະບໍ່ໄດ້ໃຊ້ໝົດທຸກໜ່ວຍດອກ...ກາງຄືນກະໃຊ້ແຕ່ສອງສາມຊົ່ວໂມງ ເດິກມາກະປິດໄວ້ ... ແຕ່ກ່ອນກະເສັຽແຕ່ 2500 Baht ມາຂຶ້ນຕອນອາກາດຮ້ອນແຮງນີ້ລະ...

__________________
Anonymous

Date:

ຄົນລາວໃຊ້ໄຟແບບບໍ່ປະຢັດ ອີຫລີ 

ເພາະວ່າ ນອກຈາກໃຊ້ໄຟພາຍໃນຄົວເຮືອນແລວ້ຍັງຕອ້ງໃຊ້ສຳຫລັບແສງສະຫວ່າງອີກ 

ຢູ່ນາຂອ້ຍ ກາງຄືນມາຕອ້ງໃຊ້ໄຟຫລອດ ນີອອນກວ່າ 5 ຫລອດ 

ສວ່ນພັດລົມ ຕູ້ເຢັນ ໂທລະທັດ ເຕົາໄຟຟ້າ ກໍຂອງປະຈຳຢູ່ແລວ້

ລວມທັງແອເຢັນ ອາທິດລະ2-3 ມື້ ຕໍ່ອາທິດ  

ລາຍຈ່າຍກໍປະມານ 3 ແສນກີບ

ຫມາຍເຫດ ຖ້າບໍ່ເກີນ 150 ກລວມ ລາຄາ 398 ກີບ ຖ້້າເກີນກໍລາຄາ 960 ກີບ

ເຖິງຢ່າງໃດ ກໍຈົ່ງພາກັນປະຢັດ ບໍ່ສົມຄວນຈົ່ມວ່າ ເພາະກອ່ນສີຜລິດໄດ້ 1 ກລວມ ຕອ້ງໄດ້ລົງທຶນສູງ ເຖິງວ່າ ລາວມີເຂື່ອນຫລາຍ ແຕ່ກໍຈົ່ງໄວ້ຜລິດເພື່ອຂາຍເອົາເງິນມາສ້າງສາປະເທດຊາດ ໄຟຟ້າບໍ່ຄືໄມ້ດອກ ເງິນໄຫລເຂົ້າທະນາຄານໂລດ ບໍ່ໄດ້ເຂົ້າຖົງບຸກຄົນດອກ  

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard