Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາຟັງສາເຫດ ການສ້າງເສັ້ນທາງ ຢູ່ວຽງຈັນ ບໍ່ແລ້ວຈັກເທື່ອ
Anonymous

Date:
ມາຟັງສາເຫດ ການສ້າງເສັ້ນທາງ ຢູ່ວຽງຈັນ ບໍ່ແລ້ວຈັກເທື່ອ

ຫລາຍໂຄງການກໍ່ສ້າງເສັ້ນທາງໃນຕົວເມືອງຊັກຊ້າສົ່ງຜົນກະທົບໜັກຕໍ່ການຄົມມະນາຄົມ

IMG_5654+tock.jpg
    ປັດຈຸບັນ, ສັງເກດເຫັນວ່າ ຫລາຍໂຄງການກໍ່ສ້າງເສັ້ນທາງໃນຕົວເມືອງຢູ່ນະ ຄອນຫລວງ ວຽງຈັນມີຄວາມລ້າຊ້າ ແລະ ມີ ບາງໂຄງການແມ່ນຢຸດເຊົາການຈັດຕັ້ງ ປະຕິບັດອັນໄດ້ສົ່ງຜົນກະທົບຕໍ່ການສັນ ຈອນໄປມາຂອງປະຊາຊົນກໍໃຫ້ເກີດສ ະພາບເປິເປື້ອນ, ເປັນຂຸມເປັນບວກຫລາຍໂດຍສະເພາະໃນຊ່ວງໄລຍະລະດູຝົນຍິ່ງ ມີຄວາມຍາກລຳບາກຂຶ້ນຕື່ມ.
     ທ່ານ ໜູທອງ ໄຊຍະສອນ ຫົວໜ້າໂຄງການກໍ່ສ້າງເສັ້ນ ທາງ 3 ແຍກວັງຊ້າຍ- ຊ້ຳເຄ້- ໂຊກນ້ອຍ-450 ປີ-ຫລັກ 21 ໄດ້ ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມລາວພັດ ທະນາ ໃນວັນທີ 10 ມິຖຸ ນານີ້ ກ່ຽວກັບສະພາບການກໍ່ສ້າງເສັ້ນທາງດັ່ງກ່າວເຊິ່ງ ແມ່ນໂຄງການໜຶ່ງທີ່ມີີລັກສະນະລ້າ ຊ້າແກ່ຍາວມາດົນແລ້ວ ໂດຍ ທ່ານກ່າວວ່າ:ສຳລັບໂຄງການກໍ່ສ້າງເສັ້ນທາງແຕ່ 3 ແຍກ ວັງ ຊາຍ-ຊ້ຳເຄ້-ໂຊກນ້ອຍ-450 ປີ- ຫລັກ 21 ນີ້ ມີຄວາມຍາວ 7 ກວ່າກິໂລແມັດ, ກວ້າງ 15 ແມັດ, ໃນນັ້ນທາງຍ່າງກວ້າງ ເບື້ອງ ລະ 1,5 ແມັດ ມີມູນ ຄ່າກໍ່ສ້າງ 151 ຕື້ກວ່າກີບໂດຍແມ່ນເອກະຊົນ ເປັນຜູ້ລົງທຶນກໍ່ສ້າງກ່ອນ. ມາແຕ່ທ້າຍປີ 2011 ແລະ ມາຮອດປັດຈຸບັນກໍຍັງບໍ່ທັນສຳເລັດເຊິ່ງຜູ້ຮັບເໝົາຍອມຮັບວ່າການກໍ່ສ້າງແມ່ນມີຄວາມລ້າຊ້າບໍ່ໄປຕາມແຜນການ
ທີ່ກຳນົດ ໄວ້ໃນສັນຍາລະຫວ່າງຜູ້ຮັບເໝົາກັບພະແນກໂຍທານະຄອນຫລວງວຽງຈັນຍ້ອນບໍ່ມີທຶນຮອນພຽງພໍເຂົ້າໃສ່ການກໍ່ ສ້າງ ແລະ ໄລຍະ ຜ່ານມາ ເຈົ້າຂອງໂຄງການກໍໄດ້ພະຍາຍາມຊຸກຍູ້ໃຫ້ຜູ້ຮັບເໝົາຍົກສູງຄວາມຮັບຜິດຊອບເພື່ອຄົ້ນຄວ້າຫ າແຫລ່ງທຶນເຂົ້າໃສ່ ການກໍ່ສ້າງໃຫ້ສຳເລັດໂດຍໄວ. ທ່ານ ພູທອງ ກ່າວຕື່ມວ່າ: ນັບແຕ່ປີ 2011 ເປັນຕົ້ນມາຢູ່ນະຄອນ ຫລວງ ວຽງຈັນມີໂຄງການກໍ່ ສ້າງເສັ້ນທາງໃນຮູບແບບເອກະຊົນລົງທຶນກ່ອນຫລາຍກວ່າ 20 ໂຄງການ ແລະ ມີໂຄງການຈຳ ນວນ ໜຶ່ງເທົ່ານັ້ນທີ່ສາມາດຈັດຕັ້ງປະຕິບັດການກໍ່ສ້າງສຳເລັດ ແລະ ສ່ວນຫລາຍແມ່ນບໍ່ສຳເລັດຍ້ອນມີບັນຫາດ້ານການເງິນເຊັ່ນ ກັນ ແລະ ຮ້າຍແຮງໄປກວ່ານັ້ນບາງໂຄງການບໍລິສັດຜູ້ຮັບເໝົາບໍ່ມີທຶນ, ບໍ່ມີກົນຈັກ ແລະ ພາຫະນະຮັບໃຊ້ເປັນຂອງຕົນແຕ່ ຊ້ຳພັດໄດ້ຮັບໂຄງການຈາກພາກລັດບໍ່ຮູ້ວ່າແມ່ນດ້ວຍເຫດຜົນໃດ ? ອັນນີ້ອາດເປັນບົດຮຽນເລິກເຊິ່ງໃຫ້ແກ່ລັດເຮົາໃນການ ດຳເນີນໂຄງການໃດໜຶ່ງຕ້ອງມີການພິຈາລະນາຖີ່ຖ້ວນນັບທັງທຶນຮອນ ແລະ ຄວາມອາດສາມາດຂອງຜູ້ຮັບເໝົາກໍ່ສ້າງເພື່ອ ເຮັດແນວໃດໃຫ້ການຈັດຕັ້ງປະຕິບັດໂຄງການມີປະສິດທິຜົນ, ຮັບປະກັນຄຸນນະ ພາບ ແລະ ສາມາດນຳໃຊ້ໄດ້ຍາວນານຈຶ່ງ ຈະສົມກັບການລົງທຶນອັນມະຫາສານຂອງລັດຖະບານ.

__________________
Anonymous

Date:
RE: ມາຟັງສາເຫດ ການສ້າງເສັ້ນທາງ ຢູ່ວຽງຈັນ ບໍ່ແລ້ວຈັກເທື່ອ

Anonymous wrote:

 ຍີ່ນໝູແລ້ວກະ ...ຍີ່ນແມວກັນໃຕ້ໂຕະ   ປະຊາຊົນຕາຍກະຢ່າມັນ ທັງເຈັບ ທັງແສບ ! ເສັຽພາສີແລ້ວເພິ່ນກະໃຊ້ເງິນ ປຊ ແບບເປົ່າປະໂຫຍດ ...  ເຫັນແຕ່ນະຄອນຫຼວງວຽງຈັນນີ້ລະ ເຮັດແບບນີ້ໄດ້ !  ເອີກເອີກ !

__________________
Anonymous

Date:

ຮອດປັດຈຸບັນກໍຍັງບໍ່ທັນສຳເລັດເຊິ່ງຜູ້ຮັບເໝົາຍອມຮັບວ່າການກໍ່ສ້າງແມ່ນມີຄວາມລ້າຊ້າບໍ່ໄປຕາມແຜນການ

ທີ່ກຳນົດ ໄວ້ໃນສັນຍາລະຫວ່າງຜູ້ຮັບເໝົາກັບພະແນກໂຍທານະຄອນຫລວງວຽງຈັນຍ້ອນບໍ່ມີທຶນຮອນພຽງພໍເຂົ້າໃສ່ການກໍ່ ສ້າງ ແລະ ໄລຍະ ຜ່ານມາ ເຈົ້າຂອງໂຄງການກໍໄດ້ພະຍາຍາມຊຸກຍູ້ໃຫ້ຜູ້ຮັບເໝົາຍົກສູງຄວາມຮັບຜິດຊອບເພື່ອຄົ້ນຄວ້າຫ າແຫລ່ງທຶນເຂົ້າໃສ່ ການກໍ່ສ້າງໃຫ້ສຳເລັດໂດຍໄວ

ອຍທ່ານເອີຍ ປູຢາງສອງຊັ້ນເອົາທອ້ນ ຮອ່ງນ້ຳກໍເຮັດແລວ້ ມີແຕ່ກວາດຫນ້າທາງຢຽບແຫນ້ນ ແລວ້ເອົາຫີນຂົບມາລົງເບສ 20ເຊັນ ລາດຢາງປະສົມຫີນຂົບຢ່າງດີ ກຸ້ມໄດ້ເປັນ 10 ປີ 

ອີກ 5 ປີ 10 ປີ ກໍເອົາຢາງຂົ້ວມາລົງທັບ ໄດ້ມາດຖານເກີນ 100 ແລວ້

ສວ່ນລາຄາມັນຖືກລົງກວ່າ 100 ເທົ່າ ປະຍັດເງິນໄວ້ສ້າງສາແນວອື່ນແດ່ 

ທ່ານຈົ່ງຟັງວິຊາການແດ່ ຢ່າເຫັນແກ່ເງິນແສນໄຖ່ຫລາຍທອ້ນ

ທ່ານ ພູທອງ ກ່າວຕື່ມວ່າ: ນັບແຕ່ປີ 2011 ເປັນຕົ້ນມາຢູ່ນະຄອນ ຫລວງ ວຽງຈັນມີໂຄງການກໍ່ ສ້າງເສັ້ນທາງໃນຮູບແບບເອກະຊົນລົງທຶນກ່ອນຫລາຍກວ່າ 20 ໂຄງການ ແລະ ມີໂຄງການຈຳ ນວນ ໜຶ່ງເທົ່ານັ້ນທີ່ສາມາດຈັດຕັ້ງປະຕິບັດການກໍ່ສ້າງສຳເລັດ ແລະ ສ່ວນຫລາຍແມ່ນບໍ່ສຳເລັດຍ້ອນມີບັນຫາດ້ານການເງິນເຊັ່ນ ກັນ ແລະ ຮ້າຍແຮງໄປກວ່ານັ້ນບາງໂຄງການບໍລິສັດຜູ້ຮັບເໝົາບໍ່ມີທຶນ, ບໍ່ມີກົນຈັກ ແລະ ພາຫະນະຮັບໃຊ້ເປັນຂອງຕົນແຕ່ ຊ້ຳພັດໄດ້ຮັບໂຄງການຈາກພາກລັດບໍ່ຮູ້ວ່າແມ່ນດ້ວຍເຫດຜົນໃດ ? ອັນນີ້ອາດເປັນບົດຮຽນເລິກເຊິ່ງໃຫ້ແກ່ລັດເຮົາໃນການ ດຳເນີນໂຄງການໃດໜຶ່ງຕ້ອງມີການພິຈາລະນາຖີ່ຖ້ວນນັບທັງທຶນຮອນ ແລະ ຄວາມອາດສາມາດຂອງຜູ້ຮັບເໝົາກໍ່ສ້າງເພື່ອ ເຮັດແນວໃດໃຫ້ການຈັດຕັ້ງປະຕິບັດໂຄງການມີປະສິດທິຜົນ, ຮັບປະກັນຄຸນນະ ພາບ ແລະ ສາມາດນຳໃຊ້ໄດ້ຍາວນານຈຶ່ງ ຈະສົມກັບການລົງທຶນອັນມະຫາສານຂອງລັດຖະບານ.

ສືອມືເປົ່າ ຍັງໄດ້ໂຄງການ ຍອ້ນຄວາມບໍ່ໂປ່ງໃສ 

ທຸກວຽກງານ ດ້ານວິຊາການຕອ້ງໄດ້ສຳຫລວດ ອອກແບບ ມີການປະມູນສາກົນ 

ເຮັດແບບນີ້ ເຈັ້ງແນ່ 

ພັກລັດ ແລະ ປຊຊ ສົມຄວນລົງໂທດ 

__________________
Anonymous

Date:

ຄວນຈະມີບົດຮຽນແລ້ວ,ຫຼາຍປີແລະຫຼາຍໆໂຄງການ.ທາງຄະນະຮັບຜີດຊອບການລົງທືນຫຼືຄະນະຣັຖມົນຕຣີທີ່ກ່ຽວຂ້ອງ ຄວນຮູ້ແລ້ວແລະວ່າສົມຄວນຈະເຮັດແນວໃດຕາມກົດໝາຍທີ່ມີແລະໃດ້ເຊັນກັນ

ກ່ອນຈະໃດ້ຮັບອະນຸມັດໃຫ້ຮັບປະມູນ.ຫາກຜີດສັນຍາ,ບໍ່ວ່າກໍຣະນີໃດ,ກໍ່ຄວນປັບໃໝ.ຫຼນຮ້າຍກ່ວານັ້ນຈະຕ້ອງ ທັງປັບ,ທັງໃໝແລະວາງຫຼືໃສ່ໂທດກັນຕາມຕົວບົດກົດໝາຍ. ແມ່ນບໍ່ ຖ້າບໍ່ດັ່ງ ນັ້ນມັນກໍ່

ເປັນແບບນີ໊້ແລ້ວ.

__________________
Anonymous

Date:

ບໍ່ແມ່ນນາຍໜ້າເອົາຄ່າປະມູລໄປຫຼາຍໂພດບໍ. ເວລາບໍຣິສັດຮັບເໝົາມາເຣັດຜັດຢາກໃຫ້ເຮັດຕາມ ມາຕຖານ.ເລີຍງົດປະມານບໍ່ພໍ,ສຸດທ້າຍເລີຍປະຖີ້ມໂຄງການໄປ.ເພາະທຸກໆຕໄຣມາຕ,ກົດເກນສາກົລ ຈະມີການປັບລາຄາທຸກໆແບບ

ເຄື້ອງອຸປະໂພກ,ບໍຣິໂພກແລະອຸປະກອນ ການກໍສັ້າງພະລິຕະພັນຕ່າງໆໃ ,( ເລີຍໝົດງົບປະມານຈະທຳ )

__________________
Anonymous

Date:

ຈະໃຫ້ມັນສຳເລັດໄດ້ແນວໃດ ກໍ່ແນວວ່າ ນັກທຸລະກິດຫີ້ວກະເປົາເລາະຊື່ໆ

ໂຄງການທີ່ໃຊ້ເງີນງົບປະມານຢູ່ເມືອງລາວທຸກມື້ນີ້ບໍ່ມີການສຳຫຼວດຂຽນບົດ

ວິເຄາະໂຄງການວ່າມີປະສິດທິຜົນຫຼືບໍ່ດອກ ແລະ ກໍ່ບໍ່ມີປະມູນແຂ່ງຂັນດອກ ມີແຕ່

ມອບໃຫ້ກັນໂລດ, ລາຄາກໍ່ແຂ່ງຂັນກັນຂື້ນ ບໍ່ແມ່ນແຂ່ງຂັນລົງ. ຄືໂຄງການທີ່ປະສົບ

ບັນຫາຄ້າງຄາກັນຢູ່ໃນນະຄອນຫຼວງທຸກມື້ນີ້ ເຊັ່ນ: ທາງທີ່ກ່າວຢູ່ໃນກະທູ້ນີ້, ທາງຫົວຂົວ

ນາຄວາຍ - ຊຽງດາ - ດົງຄຳຊ້າງ, ທາງໂພນຕ້ອງ - ໜອງທາ, ແລະ ອື່ນໆ ຢູ່ໃນສະພາບເຮັດຫຍັງບໍ່ໄດ້ ແກ້ໄຂຫຍັງບໍ່ໄດ້, ຕາມຫຼັກການທົ່ວໄປແລ້ວ ຕ້ອງຍົກເລີກ

ສັນຍາແຕ່ ດົນ ແຕ່ນານແລ້ວ ຊອກຫາຜູ້ມີຄວາມສາມາດເຮັດໄດ້ມາເຮັດແລ້ວ, ສັນຍາ

ກໍ່ຕ້ອງມີຂໍ້ບັງຄັບກັນ ຕ້ອງມີປັບໄໝກັນ ລະບໍ. ບັນດາທ່ານຜູ້ອ່ານຫາຄຳຕອບເບີ່ງວ່າ

ເປັນຫຍັງທາງອົງການກ່ຽວຂ້ອງຈື່ງປ່ອຍປະໃຫ້ຄ້າງຄາຢູ່ແນວນັ້ນ ປົດອອກບໍ່ໄດ້ຈັກເທື່ອ

__________________
Anonymous

Date:

ຫາກມີບັນຫາກໍ່ຄວນແກ້ປອ່ຍປະລະເລີຍໄປ,ເຄື້ອງຂອງມີລາຄາແພງຂື້້ນຈະໃຊ້ງົບຫຼາຍຂື້ນເທົ່າຕົວ.ຄວນຈະຕົດສີນໃຈໃດ້ແລ້ວ.ວ່າຈະເຮັດແນວໃດ

__________________
Anonymous

Date:

ເບິ່ງເຈົ້າຂອງໂຄງການເວົ້າແບບບໍ່ຕັດສີນຫຍັງເລີຍ ປອ່ຍຕາມມີຕາມເກີດ

ຢາກບອກວ່າ ຕອ້ງຍົກເລີກສັນຍາສາ ປັບໃຫມໃສ່ໂທດແນວໃດແມ່ນຕາມສັນຍາໄປເວົ້າກັນຢູ່ສານສາຢ່າມາແກ່ຍາວໃຫ້ປະຊາຊົນຈົ່ມວ່າອີກຕໍ່ໄປອີກ

ແລວ້ໃຫ້ລັດໃຊ້ງົບຈຳນວນນຶ່ງ ນອ້ຍດຽວ ມາປູຢາງສອງຊັ້ນ ເຫັນບໍ່ ທາງເຕ2ເມື່ອກອ່ນ ຫລືທາງ ດົງໂດກສີເກີດ ກໍຍັງໃຊ້ໄດ້ຮອດປານນີ້ເດ

__________________
Anonymous

Date:

ມາສະເລ່ຍເບີ່ງແລ້ວກິໂລໜື່ງ 2,696ລ້ານໂດລາຕໍ່ກິໂລ ໄດ້ກຳໄລຂີ້ແຕກຂີ້ແຕນ,ປານນັ້ນຍັງບໍ່ຟ້າວເຣັດຟ້າວແລ້ວ,ຟ້າວເອົາເງີນໄປປະມູນ

ບ່ອນໃໝ່,ລາຄາທີ່ແທ້ຈິງບໍ່ຮອດ1,5 ລ້ານໂດລາຕໍ່ກິໂລ ໄດ້ກຳໄລນ້ອຍຯຜູ້ຣັບເໜົາເພີ່ນວ່າ

ຊົມເຊີຍພັກລັດສະຫຼາດສ່ອງໃສຮູ້ວິທີເອົາເງີນຄັງອອກຖືກກົດໝາຍ

 ມີບອ່ນໃດເພິ່ນປະມູນກັນແດ່

ຖ້າເຮັດແບບປະມູນສາກົນແທ້ໆ ບໍລິສັດຄົນລາວບໍ່ຕິດຈັກຄົນດອກ ມີແຕ່ມາຮັບມືຕໍ່ທໍ່ນັ້ນລະ

ສີບໍ່ມີໃຜມີດິນມີເຮືອນປານວັງຄືດຽວນີ້ດອກ

ເງິນສ້າງທາງ ຫລັກນຶ່ງ ກວ່າ 5ລ້ານໂດລາ

ມັນບໍ່ ອາຍສາກົນບໍ່ ເຂົາເຮັດ ຊູເປີຮາຍເວຍັງບໍ່ຮອດພຸ້ນ

ວິຊາການລາວໄປໃສຫມົດແລວ້ ຕື່ນແດ່

__________________
Anonymous

Date:

Anonymous wrote:
Anonymous wrote:

ມາສະເລ່ຍເບີ່ງແລ້ວກິໂລໜື່ງ 2,696ລ້ານໂດລາຕໍ່ກິໂລ ໄດ້ກຳໄລຂີ້ແຕກຂີ້ແຕນ,ປານນັ້ນຍັງບໍ່ຟ້າວເຣັດຟ້າວແລ້ວ,ຟ້າວເອົາເງີນໄປປະມູນ

ບ່ອນໃໝ່,ລາຄາທີ່ແທ້ຈິງບໍ່ຮອດ1,5 ລ້ານໂດລາຕໍ່ກິໂລ ໄດ້ກຳໄລນ້ອຍຯຜູ້ຣັບເໜົາເພີ່ນວ່າ

ຊົມເຊີຍພັກລັດສະຫຼາດສ່ອງໃສຮູ້ວິທີເອົາເງີນຄັງອອກຖືກກົດໝາຍ

 ມີບອ່ນໃດເພິ່ນປະມູນກັນແດ່ຖ້າເຮັດແບບປະມູນສາກົນແທ້ໆ ບໍລິສັດຄົນລາວບໍ່ຕິດຈັກຄົນດອກ ມີແຕ່ມາຮັບມືຕໍ່ທໍ່ນັ້ນລະ

ສີບໍ່ມີໃຜມີດິນມີເຮືອນປານວັງຄືດຽວນີ້ດອກເງິນສ້າງທາງ ຫລັກນຶ່ງ ກວ່າ 5ລ້ານໂດລາມັນບໍ່ ອາຍສາກົນບໍ່ ເຂົາເຮັດ ຊູເປີຮາຍເວຍັງບໍ່ຮອດພຸ້ນ

ວິຊາການລາວໄປໃສຫມົດແລວ້ ຕື່ນແດ່

 ບັນຫາທີ່ມັນເກີດຂື້ນທຸກມື້ນີ້ມັນບໍ່ແມ່ນຍ້ອນວິຊາການຂາດຄວາມຮູ້ ຄວາມສາມາດ

ດອກທ່ານ, ວິຊາການ ວິສະວະກອນ ທີ່ມີຄວາມຮູ້ຄວາມສາມາດຈົນຕ່າງປະເທດເຂົາ

ຍອມຮັບ ຍອມຈ້າງ ກໍ່ມີຫຼາຍ. ທ່ານກໍ່ຮູ້ຢູ່ດີວ່າວິຊາການຈະມີສິດຫຍັງໄປປ່ຽນແນວຄວາມ

ຄິດຂອງຜູ້ມີອຳນາດໄດ້, ຖ້າໄປຖຽງ ໄປຂັດເພີ່ນກໍ່ມີບັນຫາທັນທີໂລດ ເພີ່ນບໍ່ໃຊ້ເຈົ້າອີກ

ແນ່ນອນ, ຖ້າເຮັດວຽກນຳເພີ່ນກໍແມ່ນຖືກປົດຈາກຕຳແໜ່ງແນ່ນອນ ຮ້າຍແຮງ

ໄປກວ່ານັ້ນ ແມ່ນໄດ້ອອກການເລີຍ, ຖ້າຍັງຢາກເຮັດວຽກນຳເພີ່ນກໍ່ມີແຕ່ປະຕິບັດຕາມ

ຄຳສັ່ງເທົ່ານັນ.

__________________
Anonymous

Date:

noເຫັນດີນຳຜູ້ອອກຄຳເຫັນໂຕໜັງສືສີຂຽວ  ຖືກຕ້ອງທີ່ສຸດ  100%

__________________
Anonymous

Date:

ມາອອກຄຳເຫັນຊອ່ຍກັນແດ່ 

ເຮັດແນວໃດທາງເສັ້ນນີ້ ສີແລວ້ເປັນຈັກເທ່ືອ 

ຢາກໃຫ້ທັນກອ່ນຝົນສີລົງມາແຮງເດືອນ 7 ເດຶອນ 8 ປີນີ້ 

ປຊຊ ອົດທຽວທາງຂີ້ຝຸ່ນຂີ້ຕົມເສັ້ນນີ້ມາຈົນບໍ່ມີແຮງແລວ້

__________________
Anonymous

Date:

ຂພຈ ວ່າມີແຕ່ວິທີດຽວຄື ຮ້ອງທຸກຂື້ນສະພາ ແລະ ກວດກາສູນກາງ (ຫຼັກ6)

ໃຫ້ບໍລິສັດຮັບເໝົາກັບພາກສ່ວນຮັບຜິດຊອບໂຄງການ ຕ້ອງຮັບຜິດຊອບແກ້ໄຂ

ປັບໄໝບໍລິສັດ ແລ້ວ ຍົກເລີກສັນຍາ, ປະກາດປະມູນໃໝ່ຫາບໍລິສັດທີ່ມີ

ເງື່ອນໄຂເໝາະສົມມາສືບຕໍ່. ຖ້າເວົ້າກັນຢູ່ແບບນີ້ບໍ່ແລ້ວເປັນຈັກເທື່ອດອກ

ໂຄງການຕໍ່ໄປກໍ່ຈະເປັນແບບນີ້ອີກ ຫຼືຮ້າຍກວ່ານີ້ອີກຊ້ຳ ເພາະບໍ່ມີກົດກະຕິກາ

ວ່າກັນ, ບໍ່ມີການປະຕິບັດຕາມລະບຽບກົດໝາຍ, ສະເນີໃຫ້ອຳນາດການປົກຄອງ

ທ້ອງຖີ່ນສົມທົບການດຳເນີນສາ ບໍ່ຕ້ອງຢ້ານດອກເພາະບໍ່ແມ່ນເລື່ອງຜິດ

__________________
Anonymous

Date:

ແລດຢາງເອົາ ຫ້າມື້ຈົບ

ໃຊ້ໄດ້ ຫ້າປີ

ລາຄາຫລັກນຶ່ງບໍ່ຮອດ ຫ້າສິບລ້ານ

__________________
ຕົ້ນກາ

Date:

ແມ່ນໃຜກໍ່ຄິດໄລໄດ້ຕົ້ນທືນ, ກຳໄລ, ຄວາມສ່ຽງ ຈື່ງສາມາດຮັບໂຄງການ

ແຕ່ຍ້ອນສະພາບເສດຖະກິດບໍ່ດີ ທະນາຄານບໍ່ປ່ອຍເງີນກູ້ໃຫ້ໃນໄລຍະຍາວ

ແຖມລັດບໍ່ມີເງີນຈ່າຍງວດເກົ່າ ກໍ່ເລີຍເຮັດຄາລາຄາຊັງ

ບໍ່ສາມາດປັບໃໝ່ ແລະ ຈັບຕົວເຂົ້າຄຸກໄດ້

ຜົນຕາມມາແມ່ນປະຊາຊົນແຖວນັ້ນເດືອດຮ້ອນ 

ເຮັດໃຫ້ລົດເພໄວ, ຜູ້ຜະລິດອາໄລໄດ້ຜົນປະໂຍດ

ຍີ້ມຢູ່ກົກແຂ້ວ 5555

__________________
Anonymous

Date:

ຕົ້ນກາ wrote:

 ທາງຫົວຂົວ-ນາຄວາຍ-ຊຽງດາ  ຕາມຂ້ອຍຊອມເບິ່ງ ແຕ່ກ່ອນປົດປ່ອຍຮອດປັດຈຸບັນ ບໍ່ເຄີຍດີຈັກເທື່ອ, ມັນເປັນທາງອາຖັນແທ້ໆເດີ ພີ່ນ້ອງ ! ເຮັດບໍ່ພໍຄາວ ບໍ່ດົນກະເຍ້ ກະເປດ ກະປາດ ເປັນຂູມ ເປັນຫຼຸບເປັນໂນນ ເພາະລົດ Super Heavy Weight ທຸກຊະນິດ ແມ່ນທຽວທາງນີ້ : ແກ່ເສົາໄຟຟ້າແຮງສູງ ຈາກທ່ານາແລ້ງ, ລົດແກ່ນ້ຳມັນຂະໜາດຍັກ, ລົດບັນທຸກຫົວເຊື້ອຊີເມັນ ແມ່ນມາທາງນີ້ລະ ຊິເຮັດທາງດີປານໃດກະເຮັດໄປ, ຖ້າບໍ່ມີລະບຽບກ່ຽວກັບນ້ຳໜັກລົດ... ຢ່າສຸໄປຫວັງວ່າທາງສິດີໄດ້ ເດີ ທ່ານ !

__________________
Anonymous

Date:

ຊັງໜັງໜ້າພວກນີ້

ເກ່ງທີ່ສຸດ ແມ່ນມາໃຫ້ສຳພາດ

__________________
Anonymous

Date:

ທາງເລກ 13ໄຕ້ ບໍ່ເຫັນມັນເພງ່າຍ ລາຄາຖືກໆ

ເຕັກນິກໃນການເຮັດ ຄືເອົາຫີນຂົບມາເປັນຊັ້ນ ເບສ ບໍ່ແມ່ນດິນແດງຄືກັບຢູ່ວຽງ

ການລາດຢາງກໍແມ່ນໃຊ້ຫີນຂົບຄືກັນ

ລາຄາຖືກກວ່າທາງ ຄອ້ນກີດ ກວ່າເປັນສິບເທົ່າ

ພວກເຮີ່ທາງຄອນກີດເອີຍ ຍອ້ນມັກງ່າຍ ບໍ່ໄດ້ຢຽບແຫນ້ນ ບໍ່ໄດ້ໃຊ້ພາຫະນະຫລາຍ ລາຄາພັດແພງມະຫາໂຫດ

ກຳລັງເປັນ 19ເທົ່າ ທັງຜູ້ອະນຸມັດ ຜູ້ເຊັນ ຜູ້ເຮັດ ແບ່ງກັນໄປ

ສວ່ນ ປຊຊ ກໍພາກັນທົນນຳກັນຕໍ່ ຈົນກວ່າທາງງາມມາຮອດ

 ຂ້ອຍກະຜູ້ໜຶ່ງ ອັນບໍ່ມັກທາງຄອນກີດ! ຂັບລົດໄປ ບໍ່ຈັກສຽງອີ່ຫຍັງຕໍ່ອິ່ຫຍັງ ດັງເກິບ! ເກິບ! ເກິບ! ແລ້ວກະສະເນືອນມາຮອດຜູ່ນັ່ງລົດ ບາດໄປຮອດທາງປູຢາງທຳມະດາ  ໂອຍ ! ຈັ່ງແມ່ນມັນງຽບດີ !

__________________
Anonymous

Date:

ແຫຼ່ງທືນ ແລະ ລະບົບການເບີກຈ່າຍຂອງການປະຕິບັດໂຄງການກໍ່ສ້າງທີ່

ເປັນໂຄງການໃຊ້ງົບປະມານພາຍໃນຢູ່ລາວ ແລະ ເປັນທີ່ນິຍົມກັນຕິດອັນດັບ Top

ໃນປະຈຸບັນແມ່ນເພີ່ນເອີ້ນວ່າ ລົງທືນກ່ອນ ລັດຖະບານຊຳລະໃຫ້ພາຍຫຼັງ

ສ່ວນຫຼາຍເພີ່ນຈະກຳນົດເວລາ 5ປີ. ສະນັ້ນຕາມຫຼັກການແລ້ວຜູ້ລົງທືນຕ້ອງມີເງີນ

ມີແຫຼ່ງທືນພຽງພໍຈື່ງສາມາດຮັບໂຄງການໄດ້, ການທີ່ຈະມາອ້າງວ່າບໍ່ມີເງີນ ທະນາຄານ

ບໍ່ໃຫ້ກູ້ ແມ່ນບໍ່ມີເຫດຜົນ, ທະນາຄານເຂົາກໍ່ເຮັດທຸລະກິດດ້ານການເງີນ ຖ້າມີຫຼັກຊັບ

ໄປຄ້ຳປະກັນ ຮັບເງື່ອນໄຂເຂົາໄດ້ ເຂົາກໍ່ປ່ອຍໃຫ້. ແຕ່ຄວາມເປັນຈີງແມ່ນຜູ້ຮັບເໝົາ

ຫີ້ວກະເປົ໋າເປົ່າເລາະ ອາໄສເອົາເງີນຫັ້ນ ໃສ່ຫັ້ນ ແບບແມ່ໄພ້ 3ໃບ, ແມ່ນໂຄງການຂໍເບີກ

ເງີນກ່ອນ ບໍ່ແມ່ນໂຄງການລົງທືນກ່ອນ ໂດຍອາໄສອຳນາດລັດເປັນຜູ້ຄ້ຳປະກັນແລ້ວ

ເອີ້ນວ່າຂໍຍືມເງີນຈາກຄັງເງີນລັດໄປໝູນກ່ອນ ເພື່ອແກ້ໄຂໃຫ້ວຽກເດີນໄດ້, ແຕ່ມາເຖີງ

ຊ່ວງທີ່ລັດຖະບານຂາດງົບປະມານ ບໍ່ສາມາດເບີກເງີນລ່ວງໜ້າໄດ້ ພວກນັກທຸລະກິດ

ຫີ້ວກະເປົ໋າເປົ່ານີ້ກໍ່ເລີຍໄປບໍ່ລອດ, ເຈົ້າຂອງໂຄວການຈະເລີກສັນຍາກໍ່ຄາຄໍຈໍ່ລໍ່ເພາະໄດ້

ອານຸມັດຈ່າຍເງີນສ່ວນໜື່ງລ່ວງໜ້າໄປກ່ອນແລ້ວ ຍື່ນໝູ ຍື່ນແມວກັນໄປແລ້ວ

__________________
Anonymous

Date:

Anonymous wrote:

ຫລາຍໂຄງການກໍ່ສ້າງເສັ້ນທາງໃນຕົວເມືອງຊັກຊ້າສົ່ງຜົນກະທົບໜັກຕໍ່ການຄົມມະນາຄົມ

IMG_5654+tock.jpg
   ນັ່ງເວົ້າຢູ່ຫັ້ນລະ
ມື້ໃດສີແກ້ບັນຫາລະ

__________________
Anonymous

Date:

ມີແຕ່ຄຳ ???

ຍັງບໍ່ພໍ ?...ລາອອກສາວຽກຫັ້ນ...

ໃຫ້ຜູ້ອື່ນມາເຮັດ ດີກ່ວາ ....????

IMG_5654+tock.jpg

__________________
Anonymous

Date:

ວຽກງານກໍ່ສ້າງຕອ້ງມີ 3ຝ່າຍ ເຈົ້າຂອງໂຄງການ(ອພບ?) ທີ່ປຶກສາ ແລະ ຜູ້ຮັບເຫມົາ

ເພີ່ນແມ່ນເຈົ້າຂອງໂຄງການ ຫລືຝ່າຍຮັບເຫມົາ

ທີ່ປຶກສາເດແມ່ນໃຜ 

ທັງ 3 ແມ່ນຕອ້ງຮັບຜິດຊອບຕໍ່ໂຄງການ

__________________
Anonymous

Date:

Anonymous wrote:

ມີແຕ່ຄຳ ???

ຍັງບໍ່ພໍ ?...ລາອອກສາວຽກຫັ້ນ...

ໃຫ້ຜູ້ອື່ນມາເຮັດ ດີກ່ວາ ....????

IMG_5654+tock.jpg

 ໝໍເຈົ້າຂອງໂຄງການນີ້ເຮືອນເພິ່ນໃຫ່ຍຫ່ວາຫໍຄຳ ທາງຮ່ອມໄປເຮືອນເພີ່ນປູຄອນກຣີດໜາ50% ເບິ່ງໂມງເພິ່ນຂອບເພັດລາຄາເປັນລ້ານໂດລາ ສາຍແຂນຄຳ20ບາດ ລູກມັນຂີ່ ເຟີຣາລີ ເມຍຂີ່ Bentley ຄັນຢູ່ຈີນເຂົາຍິງເປົ້າແຕ່ດົນ

 ກ່ອນຊິເວົ້າຫຍັງ ພວກທ່ານກໍ່ກວດກາເບີ່ງ ຊື່ສຽງລຽງນາມເພີ່ແດ່ເດີ

ຄັນບໍ່ແນ່ ເພີ່ນບໍ່ໄດ້ມານັ່ງເປັນຫົວໜ້າໂຄງການເດີ່

__________________
Anonymous

Date:

ການໂຈມຕີບຸກຄົນແມ່ນບໍ່ດີ ຖືກໃຜກໍບໍ່ດີໃຈດອກເດີ

ໃຫ້ລະວັງສົບລະວັງປາກນຳກັນແດ່

ແຕ່ການວິຈານໃນທາງທີ່ຖືກຕອ້ງ ມີເຫດຜົນ ມີຄວາມຈິງ ຜູ້ຖືກຕຳນິສອ່ງແສງກໍຄວນພິຈາລະນາຕົວເອງ

ຄົນເກັ່ງບໍ່ແມ່ນຢູ່ກັບຜູ້ທີ່ມີຊື່ສຽງລຽງນາມດອກ 

ລູກພໍ່ ນາຫມາເຕົ່າ ຫລືຢູ່ພູຢູ່ຜາມັນກໍເກັ່ງໄດ້

ຄືກັນ

__________________

Senior Member

Status: Offline
Posts: 183
Date:

Anonymous wrote:

ມີແຕ່ຄຳ ???

ຍັງບໍ່ພໍ ?...ລາອອກສາວຽກຫັ້ນ...

ໃຫ້ຜູ້ອື່ນມາເຮັດ ດີກ່ວາ ....????

IMG_5654+tock.jpg

 ເບິ່ງໜ້າແລ້ວ ຄືຊິສໍ້ລາດບັງຫຼວງເກັ່ງເນາະbiggrin

__________________
Anonymous

Date:

Anonymous wrote:

ຫລາຍໂຄງການກໍ່ສ້າງເສັ້ນທາງໃນຕົວເມືອງຊັກຊ້າສົ່ງຜົນກະທົບໜັກຕໍ່ການຄົມມະນາຄົມ

IMG_5654+tock.jpg
    ປັດຈຸບັນ, ສັງເກດເຫັນວ່າ ຫລາຍໂຄງການກໍ່ສ້າງເສັ້ນທາງໃນຕົວເມືອງຢູ່ນະ ຄອນຫລວງ ວຽງຈັນມີຄວາມລ້າຊ້າ ແລະ ມີ ບາງໂຄງການແມ່ນຢຸດເຊົາການຈັດຕັ້ງ ປະຕິບັດອັນໄດ້ສົ່ງຜົນກະທົບຕໍ່ການສັນ ຈອນໄປມາຂອງປະຊາຊົນກໍໃຫ້ເກີດສ ະພາບເປິເປື້ອນ, ເປັນຂຸມເປັນບວກຫລາຍໂດຍສະເພາະໃນຊ່ວງໄລຍະລະດູຝົນຍິ່ງ ມີຄວາມຍາກລຳບາກຂຶ້ນຕື່ມ.
     ທ່ານ ໜູທອງ ໄຊຍະສອນ ຫົວໜ້າໂຄງການກໍ່ສ້າງເສັ້ນ ທາງ 3 ແຍກວັງຊ້າຍ- ຊ້ຳເຄ້- ໂຊກນ້ອຍ-450 ປີ-ຫລັກ 21 ໄດ້ ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມລາວພັດ ທະນາ ໃນວັນທີ 10 ມິຖຸ ນານີ້ ກ່ຽວກັບສະພາບການກໍ່ສ້າງເສັ້ນທາງດັ່ງກ່າວເຊິ່ງ ແມ່ນໂຄງການໜຶ່ງທີ່ມີີລັກສະນະລ້າ ຊ້າແກ່ຍາວມາດົນແລ້ວ ໂດຍ ທ່ານກ່າວວ່າ:ສຳລັບໂຄງການກໍ່ສ້າງເສັ້ນທາງແຕ່ 3 ແຍກ ວັງ ຊາຍ-ຊ້ຳເຄ້-ໂຊກນ້ອຍ-450 ປີ- ຫລັກ 21 ນີ້ ມີຄວາມຍາວ 7 ກວ່າກິໂລແມັດ, ກວ້າງ 15 ແມັດ, ໃນນັ້ນທາງຍ່າງກວ້າງ ເບື້ອງ ລະ 1,5 ແມັດ ມີມູນ ຄ່າກໍ່ສ້າງ 151 ຕື້ກວ່າກີບໂດຍແມ່ນເອກະຊົນ ເປັນຜູ້ລົງທຶນກໍ່ສ້າງກ່ອນ. ມາແຕ່ທ້າຍປີ 2011 ແລະ ມາຮອດປັດຈຸບັນກໍຍັງບໍ່ທັນສຳເລັດເຊິ່ງຜູ້ຮັບເໝົາຍອມຮັບວ່າການກໍ່ສ້າງແມ່ນມີຄວາມລ້າຊ້າບໍ່ໄປຕາມແຜນການ
ທີ່ກຳນົດ ໄວ້ໃນສັນຍາລະຫວ່າງຜູ້ຮັບເໝົາກັບພະແນກໂຍທານະຄອນຫລວງວຽງຈັນຍ້ອນບໍ່ມີທຶນຮອນພຽງພໍເຂົ້າໃສ່ການກໍ່ ສ້າງ ແລະ ໄລຍະ ຜ່ານມາ ເຈົ້າຂອງໂຄງການກໍໄດ້ພະຍາຍາມຊຸກຍູ້ໃຫ້ຜູ້ຮັບເໝົາຍົກສູງຄວາມຮັບຜິດຊອບເພື່ອຄົ້ນຄວ້າຫ າແຫລ່ງທຶນເຂົ້າໃສ່ ການກໍ່ສ້າງໃຫ້ສຳເລັດໂດຍໄວ. ທ່ານ ພູທອງ ກ່າວຕື່ມວ່າ: ນັບແຕ່ປີ 2011 ເປັນຕົ້ນມາຢູ່ນະຄອນ ຫລວງ ວຽງຈັນມີໂຄງການກໍ່ ສ້າງເສັ້ນທາງໃນຮູບແບບເອກະຊົນລົງທຶນກ່ອນຫລາຍກວ່າ 20 ໂຄງການ ແລະ ມີໂຄງການຈຳ ນວນ ໜຶ່ງເທົ່ານັ້ນທີ່ສາມາດຈັດຕັ້ງປະຕິບັດການກໍ່ສ້າງສຳເລັດ ແລະ ສ່ວນຫລາຍແມ່ນບໍ່ສຳເລັດຍ້ອນມີບັນຫາດ້ານການເງິນເຊັ່ນ ກັນ ແລະ ຮ້າຍແຮງໄປກວ່ານັ້ນບາງໂຄງການບໍລິສັດຜູ້ຮັບເໝົາບໍ່ມີທຶນ, ບໍ່ມີກົນຈັກ ແລະ ພາຫະນະຮັບໃຊ້ເປັນຂອງຕົນແຕ່ ຊ້ຳພັດໄດ້ຮັບໂຄງການຈາກພາກລັດບໍ່ຮູ້ວ່າແມ່ນດ້ວຍເຫດຜົນໃດ ? ອັນນີ້ອາດເປັນບົດຮຽນເລິກເຊິ່ງໃຫ້ແກ່ລັດເຮົາໃນການ ດຳເນີນໂຄງການໃດໜຶ່ງຕ້ອງມີການພິຈາລະນາຖີ່ຖ້ວນນັບທັງທຶນຮອນ ແລະ ຄວາມອາດສາມາດຂອງຜູ້ຮັບເໝົາກໍ່ສ້າງເພື່ອ ເຮັດແນວໃດໃຫ້ການຈັດຕັ້ງປະຕິບັດໂຄງການມີປະສິດທິຜົນ, ຮັບປະກັນຄຸນນະ ພາບ ແລະ ສາມາດນຳໃຊ້ໄດ້ຍາວນານຈຶ່ງ ຈະສົມກັບການລົງທຶນອັນມະຫາສານຂອງລັດຖະບານ.

  ຕາມທົ່ວໄປແລ້ວ,ໂຄງການກໍ່ສ້າງເສັ້ນທາງຂອງລັດສ່ວນຫຼາຍຕັ້ງມີຄອມິດຊັນ 4%ຂອງມູນຄ່າໂຄງການໃຫ້ຜູ້ໃຫຍ່ກ່ຽວຂ້ອງໃນການອະນຸມັດ, ແລະຄັນມີຜູ້ນາຍໜ້າກໍ່ໄດ້ 1%

ເປັນແນວນີ້ຈິງຄຸນະພາບຂອງເສັ້ນທາງນັ້ນບໍ່ສຳຄັນປານໃດ. ສຳຄັນແຕ່ໃຜມີເງິນຈ່າຍ ຄ່າຄອມ 4%ແລະຄ່ານາຍໜ້າ ພາຍໃນອາທິດຫຼັງເຊັນສັນຍາຮັບເໝົາກໍ່ສ້າງກັບລັດແລ້ວ.

ຜູ້ໃດບໍ່ມີອຸປະກອນພາຫະນະກໍບໍ່ສຳຄັນປານໃດ. ຜູ້ໃຫຍ່ກໍສົນໃຈແຕ່ໃຜມີເງິນຄ່າຄອມໃຫ້ຕົນເອງກ່ອນບໍ? 

__________________
Anonymous

Date:

ເຫັນເພິ່ນໂສກັນຢູ່ເຟດບຸກວ່າຜູ້ຮັບເຫມົາກີນຢາຕາຍແລ້ວແມ່ນແທ້ຫວາເພາະວ່າເງີນຫມົດ

__________________
Anonymous

Date:

Laotian wrote:
Anonymous wrote:

ມີແຕ່ຄຳ ???

ຍັງບໍ່ພໍ ?...ລາອອກສາວຽກຫັ້ນ...

ໃຫ້ຜູ້ອື່ນມາເຮັດ ດີກ່ວາ ....????

IMG_5654+tock.jpg

 ເບິ່ງໜ້າແລ້ວ ຄືຊິສໍ້ລາດບັງຫຼວງເກັ່ງເນາະbiggrin

 ຊ່າງວ່າກ້າໃສ່ເຄື່ອງປະດັບຂາຍໜ້າໂຕເອງນໍ !

__________________
Anonymous

Date:

Anonymous wrote:

ການໂຈມຕີບຸກຄົນແມ່ນບໍ່ດີ ຖືກໃຜກໍບໍ່ດີໃຈດອກເດີໃຫ້ລະວັງສົບລະວັງປາກນຳກັນແດ່

 ແຕ່ການວິຈານໃນທາງທີ່ຖືກຕອ້ງ ມີເຫດຜົນ ມີຄວາມຈິງ ຜູ້ຖືກຕຳນິສອ່ງແສງກໍຄວນພິຈາລະນາຕົວເອງ

ຄົນເກັ່ງບໍ່ແມ່ນຢູ່ກັບຜູ້ທີ່ມີຊື່ສຽງລຽງນາມດອກ ລູກພໍ່ ນາຫມາເຕົ່າ ຫລືຢູ່ພູຢູ່ຜາມັນກໍເກັ່ງໄດ້ຄືກັນ

 ໃຈເຢັນໆ ທ່ານ ຂ້າພະເຈົ້າເຂົ້າໃຈວ່າ ພວກເພີ່ນ comment ນັ້ນຄົງບໍ່ໄດ້ໝາຍເຖີງ

ວັດແທກຄວາມຮູ້ ຄວາມສາມາດ ຫຼື ວຸດທິການສືກສາດອກ, ຄືຮູ້ນຳກັນຫັ້ນລະລະບົບ

ບ້ານເຮົາການຮັບໜ້າທີ່ຕຳແໜ່ງສູງ ບໍ່ໄດ້ເອົາລະດັບການສືກສາມາວັດກັນເລີຍ.

ຄິດວ່າ comment ເພີ່ນຢາກໃຫ້ອ່ານເບີ່ງຊື່ຂອງຫົວໜ້າໂຄງການນັ້ນຫຼາຍກວ່າ

ເພາະຕາມທີ່ຂ້າພະເຈົ້າເຫັນຢູ່ແຖວຕົ້ນໆພຸ້ນ ແມ່ນ ຊື່ກໍ່ງາມ ນາມສະກຸນກໍ່ສະງ່າລາສີ

__________________
Anonymous

Date:

ນີ້ແມ່ນທາງນາຄວາຍ ກັອບມາຈາກເຟັດບຸກ

10439425_879222862094449_308195854185939707_n.jpg10346607_879223255427743_495809130706375161_n.jpg

10357440_879223328761069_6485105937801888796_n.jpg

__________________
Anonymous

Date:

ຖະນົນສູ່ ອາຊຽນ 

ສູ້ ສູ້ 

__________________
Anonymous

Date:

ໃຫ້ຈັບເອົາພວກທີ່ຮັບຜິດຊອບ

ກ່ຽວກັບໂຄງການນີ້ ໄປເຂົ້າຄຸກ (ຄຸກແທ້ໆ)

__________________
Anonymous

Date:

Anonymous wrote:

ນີ້ແມ່ນທາງນາຄວາຍ ກັອບມາຈາກເຟັດບຸກ

10439425_879222862094449_308195854185939707_n.jpg10346607_879223255427743_495809130706375161_n.jpg

10357440_879223328761069_6485105937801888796_n.jpg

 ຖະໜົນຂອງປະເທດລາວທີ່ມີຢູ້ນຳສະຫລາດສ່ອງໃສທີ່ສຸດຂອງໂລກ ໂອຍ! ມາອາຍໂລກ

ເຂົາເດໜໍ 40 ປີຜ່ານມາແລ້ວຍັງມີຫົນທາງແບບເມື່ອ 60 ປີຜ່ານມາຢູ່. ຢ່າພາກັນກິນ

ຫລາຍ ເອົາມາສ້າງມາສາຖະໜົນຫົນທາງໃຫ້ຄືບ້ານຄືເມືອງຂອງປະເທດອື່ນແດ່ ອາຍເຂົາ.

__________________
Anonymous

Date:

Anonymous wrote:

ນີ້ແມ່ນທາງນາຄວາຍ ກັອບມາຈາກເຟັດບຸກ

10439425_879222862094449_308195854185939707_n.jpg10346607_879223255427743_495809130706375161_n.jpg

10357440_879223328761069_6485105937801888796_n.jpg

 This road looks like one of the banh Nornkor Road, Saysetha Disctric, Vientiane.

Everytime I went "hua Kua" Flea market is terrible. I hope sooner it will change.

__________________
Anonymous

Date:

ເບີ່ງຄືວ່າຮອ່ງນ້ຳກໍເຮັດແລວ້ເດຫັ້ນ

ຫນ້າທາງກໍຢຽບດີແດ່ແລວ້

ຂັ້້ນຕອນຕໍ່ໄປ ຢາກສະເຫີໄປຂົນເອົາຫີນຂົບຢູ່ນ້ຳທອນມັາລົງພຶ້ນ20 ເຊັນ ແລວ້ ລົງຢາງສອງຊັ້ນຫລື ຢາງຂົ້ວສາທອ້ນ 

ເດຶອນດຽວກາແລວ້ດອກ 

ສີຄິດຫຍັງຍາກແທ້

ຖາ້ປູດວ້ຍຄອນກີດ ອີກ 5 ເດືອນຈຶ່ງໄດ້ໃຊ້

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard