Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນຮ້າຍຂອງຢາເສບຕິດ
Anonymous

Date:
ຜົນຮ້າຍຂອງຢາເສບຕິດ


ແຫຼ່ງ​ຂ່າວ​ຈາກ​ໜັງສືພິມ​ຄວາມ​ສະຫງົບ​ໃຫ້​ຮູ້​ວ່າ: ໃນ​ວັນ​ທີ 20 ພຶດສະພາ 2014 ເວລາ 5:00 ໂມງ ໄດ້​ເກີດ​ເຫດ​ລູກ​ຊາຍ​ໃຊ້​ມີດ​ແທງ​ພໍ່​ຈົນ​ເສຍ​ຊີວິດ​ຄາ​ທີ່ ຍ້ອນ​ຂໍ​ເງິນ​ໄປ​ຊື້​ຢາ​ບ້າ​ບໍ່​ໄດ້.

ເຈົ້າ​ໜ້າທີ່ ​ປກສ ເມືອງ​ໄກສອນ ພົມວິຫານ ແຂວງ​ສະຫວັນ​ນະ​ເຂດ ໃຫ້​ຮູ້​ວ່າ: ຜູ້​ເສຍ​ຊີວິດ​ຊື່​ທ້າວ ບຸນ​ທັນ ອາຍຸ 70 ປີ ປະຊາຊົນ​ຢູ່​ບ້ານ​ສອນ​ໄຊ ເມືອງ​ໄກສອນ ພົມວິຫານ ຖືກ​ທ້າວ ເພັດ​ສະໝອນ ຫຼື ແຫຼ້ ອາຍຸ 31 ປີ ຜູ້​ເປັນ​ລູກ​ຊາຍ ໃຊ້​ມີດ​ແທງ​ເຂົ້າ​ຊ່ວງ​ທ້ອງ​ຈົນ​ໄສ້​ໂປດ​ອອກ ເຮັດ​ໃຫ້​ເສຍ​ຊີວິດ​ຄາ​ທີ່ ຫຼັງ​ຈາກ​ກໍ່​ເຫດ ລູກ​ຊາຍ​ໄດ້​ເອົາ​ຕົວ​ຫຼົບໜີ ຈາກ​ນັ້ນ​ຜູ້ກ່ຽວ​ກໍ່​ກັບ​ມາ​ເຮືອນ ເພື່ອ​ຈະ​ຂໍ​ໂທດ​ພໍ່ ແຕ່​ບໍ່​ທັນ ຍ້ອນ​ພໍ່​ເສຍ​ຊີວິດ​ໄປ​ແລ້ວ ແລະ ຕໍ່​ມາ​ຜູ້ກ່ຽວ​ກໍ່​ຖືກ​ເຈົ້າ​ໜ້າທີ່​ກັກ​ຕົວ.

ຜູ້​ຖືກ​ຫາ​ສາລະພາບ​ພ້ອມ​ທັງ​ນ້ຳ​ຕາ ຕໍ່​ພະນັກງານ​ສືບສວນ-ສອບ​ສວນ​ວ່າ: ເວລາ​ປະມານ 2:00 ໂມງ ຂ້ອນ​ແຈ້ງ​ຂອງ​ມື້​ເກີດ​ເຫດ ຜູ້ກ່ຽວ​ຫິວ​ຢາ​ບ້າ ຈຶ່ງ​ຕ້ອງການ​ເງິນ​ເພື່ອ​ໄປ​ຊື້​ຢາ​ບ້າ​ມາ​ເສບ ກໍ່​ເລີຍ​ໄປ​ຂໍ​ເງິນ​ນຳ​ພໍ່ ແຕ່​ພໍ່​ບໍ່​ໃຫ້ ດ້ວຍ​ຄວາມ​ຫິວ​ຢາ​ບ້າ​ຢ່າງ​ແຮງ ບວກ​ກັບ​ຄວາມ​ໂມໂຫ​ໂທໂສ ຈົນ​ຄວບ​ຄຸມ​ສະຕິ​ບໍ່​ໄດ້ ຈຶ່ງ​ຈັບ​ເອົາ​ມີດ​ເຂົ້າ​ໄປ​ແທງ​ພໍ່ ເພື່ອ​ເອົາ​ແຫວນ​ຄຳ ໜັກ 2 ສະຫຼຶງ​ທີ່​ໃສ່​ຢູ່​ນີ້ວມື​ຂອງ​ພໍ່ ໄປ​ຂາຍ​ເອົາ​ເງິນ​ໄປ​ຊື້​ຢາ​ບ້າ​ມາ​ເສບ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard