Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນາຍົກກຳປູເຈຍ ເຕືອນກ່ຽວກັບ ການໂຮມຊຸມ ຂອງຝ່າຍຄ້ານ
Anonymous

Date:
ນາຍົກກຳປູເຈຍ ເຕືອນກ່ຽວກັບ ການໂຮມຊຸມ ຂອງຝ່າຍຄ້ານ


 
http://gdb.voanews.com/4D0F5C64-B863-4CEF-B4EA-84D286EE3D2D_w640_r1_s.jpg
ທ່ານຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍເຕືອນພວກ
ຝ່າຍຄ້ານວ່າ ອາດຈະປະເຊີນໜ້າກັບ ຜົນສະທ້ອນກັບ
ທາງດ້ານກົດໝາຍ ຖ້າແຜນການໂຮມຊຸມນຸມໃນວັນອາ
ທິດຈະມານີ້ ຫາກນຳໄປສູ່ຄວາມຮຸນແຮງ.

ພັກກູ້ຊາດ ຊຶ່ເປັນພັກຝ່າຍຄ້ານຂອງກຳປູເຈຍ ຫວັງວ່າ
ຈະຈັດການໂຮມຊຸມນຸມ ພວກສະໜັບສະໜຸນ ປະມານ
5,000 ຄົນ ທີ່ສວນອິດສະຫຼະພາບໃນນະຄອນຫຼວງພະ
ນົມເປັນ ເພື່ອແຈ້ງ ໃຫ້ພວກເຂົາເຈົ້າຊາບ ເຖິງສະພາບ
ການເຈລະຈາ ທາງດ້ານການເມືອງ ກັບພັກປະຊາຊົນ
ກຳປູເຈຍ ຊຶ່ງເປັນພັກລັດຖະບານ.

ນາຍົກລັດຖະມົນຕີຮຸນເຊນກ່າວໃນວັນພະຫັດວານນີ້ວ່າ ພວກຝ່າຍຄ້ານຈະຕ້ອງຮັບ ເອົາຜົນທີ່ຕິດຕາມມາ ຖ້າການໂຮມຊຸມນຸມຫາກຄວບຄຸມບໍ່ໄດ້.

ທ່ານຮຸນເຊນເວົ້າວ່າ “ປ່ອຍໃຫ້ພວກເຂົາເຈົ້າຮັບຜິດຊອບກ່ຽວກັບການສະແດງອອກ ຊຶ່ງຄວາມຄິດຄວາມເຫັນໃດໆກໍຕາມແຕ່ຢ່າໄດ້ກໍ່ສົງຄາມ. ກົດໝາຍມີຂີດຈຳກັດແລະ ຖ້າມັນຫາກກາຍຂອບເຂດມັນກໍຈະບໍ່ມີຄວາມອົດທົນຕໍ່ໄປໄດ້ແລະຈະມີການດຳເນີນ ມາດຕະການທາງດ້ານກົດໝາຍ.”

ໃນວັນພະຫັດວານນີ້ ເຈົ້າໜ້າທີ່ ໃນນະຄອນຫຼວງພະນົມເປັນ ກ່າວວ່າ ຕົນຈະບໍ່ອະນຸ ຍາດໃຫ້ມີການໂຮມຊຸມນຸມກັນ ແຕ່ພວກຜູ້ນຳຝ່າຍຄ້ານກ່າວວ່າ ຕົນຈະດຳເນີນການ ຕາມທີ່ໄດ້ວາງແຜນໄວ້ແລ້ວນັ້ນ ຊຶ່ງໄດ້ກໍ່ໃຫ້ເກີດຄວາມເປັນໄປໄດ້ ທີ່ອາດມີການຂັດ ແຍ້ງກັນຂຶ້ນ.

ທ່ານ Mu Sochua ຜູ້ນຳພັກກູ້ຊາດກຳປູເຈຍ ກ່າວຕໍ່ວີໂອເອ ພະແນກພາສາຂະແມ
ວ່າ ການເຕືອນຂອງນາຍົກລັດຖະມົນຕີຮຸນເຊນແມ່ນເປັນການຂົ່ມຂູ່ຕໍ່ສິດທິໃນການ
ສະແດງອອກຊຶ່ງຄວາມຄິດຄວາມເຫັນຂອງປະຊາຊົນ.
biggrinbiggrinbiggrinbiggrinbiggrinbiggrinnonononono
 
ຮຸນເຊນ ນອນແຕ່ຢູ່ປ່າ
ອ່ານບໍ່ອອກຂຽນບໍ່ເປັນອິຫຍັງເຂົ້ານັ່ງເປັນນາຍົກຂອງເຂມນ

 

ເສີຍມັ່ງເລີຍ.... ທ້າວຮຸນເຊນ

 

ເພິ່ນວ່າເພິ່ນໃຫຍ່
ກະເບັ່ງກ້າມ
ເອົາປາກກະບອກປືນຄູ່ປຣະຊາຊົນ

 

ບໍ່ມີໃຜແຂງໃສ່ເພິ່ນໄດ້
ເພິ່ນກະເລີຍຊິເປັນນາຍົກໄປຮອດມື້ຕາຍ.....

 

ນອນຕີລັງກາເປັນນາຍົກຈົນມື້ຕາຍ..


__________________
Anonymous

Date:
RE: ນາຍົກກຳປູເຈຍ ເຕືອນກ່ຽວກັບ ການໂຮມຊຸມ ຂອງຝ່າຍຄ້ານ


ຈັ່ງໃດກໍ່ບໍ່ສູ້ກຳລັງປະຊາຊົນ, ຮຸນເຊນຕ້ອງປະລະໄຊ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard