ຖ້າເພິ່ນມີການຣົນນະຣົງໃຫ້ຄົນລາວຫັນມາໃຊ້ຖ້ວຍບ່ວງແລະເຄື່ອງໃສ່ອາຫານທີ່ເຮັດດ້ວຍໄມ້ແບບນີ້
ຄົງຈະເປັນການຮັກສາທຳມະຊາດ ແລະປະຢັດເງິນຕາບໍ່ໃຫ້ຮົ່ວໄຫຼອອກຕ່າງປະເທດປີນຶ່ງຫູາຍພັນລ້ານ.
ຖ້າໃຜມີຮູບເຄື່ອງຄົວແບບບູຮານ ກະຣຸນາໂພສລົງໃຫ້ເບິ່ງແດ່, ຂອບໃຈ.
Anonymous#1 wrote:ຖ້າເພິ່ນມີການຣົນນະຣົງໃຫ້ຄົນລາວຫັນມາໃຊ້ຖ້ວຍບ່ວງແລະເຄື່ອງໃສ່ອາຫານທີ່ເຮັດດ້ວຍໄມ້ແບບນີ້ຄົງຈະເປັນການຮັກສາທຳມະຊາດ ແລະປະຢັດເງິນຕາບໍ່ໃຫ້ຮົ່ວໄຫຼອອກຕ່າງປະເທດປີນຶ່ງຫູາຍພັນລ້ານ.ຖ້າໃຜມີຮູບເຄື່ອງຄົວແບບບູຮານ ກະຣຸນາໂພສລົງໃຫ້ເບິ່ງແດ່, ຂອບໃຈ.
a wonderful Lao way of life.. love Laos!
ຊິມີໄມ້ໄຜ່ເຫຼືອພໍຈະມາໃຫ້ປະຊາຊົນນຳໄຊ້ຢູ່ບໍ?ຫູືຈະສັ່ງຈາກຈີນອີກ?
ຖ້ວຍໄມ້ເຮັດຢູ່ວຽດນາມທີ່ສົ່ງໄປຂາຍຢູ່ຕະລາດ Target ໃນອາເມຣິກາຊຸດນຶ່ງ 70 ກວ່າໂດລາ
ວຽດນນາມຕັດໄມ້ຢູ່ລາວໄປເຮັດເຟີນິເຈີສົ່ງໄປຂາຍຢູ່ອາເມຣິກາ, ນີ້ຄືການຮ່ວມມືແບບມີຜົນປະໂຫຍດ
ຮ່ວມກັນ.
ນີ້ແມ່ນຮູບພາບທີ່ຖືກໃຈຂອງຜູ້ຂ້າທີ່ສຸດ!
ເພາະມັນມີເອກະລັກໄປໃນຕົວຂອງມັນ, ໂດຍສະເພາະແມ່ນພາກສ່ວນທ່ອງທ່ຽວທາງດ້ານທຳມະຊາດ
ໃນປະເທດລາວເຮົາຄວນສົ່ງເສີມແລະມີຫົວຄິດປະດິດສ້າງສິ່ງເຫຼົ່ານີ້ໃຫ້ຫຼາຍໆ,
ເພາະຊາວຕ່າງປະເທດເຂົາເຈົ້ານິຍົມສິ່ງເຫຼົ່ານີ້ທີ່ສຸດ!
ທ່ານໃດອາຍຸທີ່ຂ້ອນຂ້າງ50ກວ່າປີຂຶ້ນໄປທີ່ມາຈາກຊົນນະບົດນັ້ນລ້ວນແລ້ວແຕ່ໄດ້ເອົາຊີວິດຂອງຕົນ
ສຳຜັດກັບເຄື່ອງເຫຼົ່ານີ້ ເປັນຕົ້ນແມ່ນບ່ວງ,ຈອງ, ໝາກບວຍຕັກນ້ຳຫຼືອື່ນໆແມ່ນລ້ວນແຕ່ເຮັດມາຈາກ
ກະໂປະໝາກພ້າວແລະໄມ້ປ່ອງທັງນັ້ນ,
ຈຸດດີຂອງບ່ວງໝາກພ້າວແມ່ນຈະບໍ່ດາດປາກໃນເມື່ອພວກເຮົາຊົດນ້ຳແກງຮ້ອນໆ!
ຂໍຂອບໃຈນຳເຈົ້າຂອງກະທູ້ຫຼາຍໆທີ່ໄດ້ເຮັດໃຫ້ຜູ້ຂ້າຕ້ອງຫວນຄືນເຖິງອະດີດອີກຄັ້ງນຶ່ງ.
ດ້ວຍຄວາມຮັກແພງ!
ອາຫານພື້ນເມືອງແບບນີ້ຫາຍາຢູ່ໂຕະອາຫານຂອງຄົນນະຄອນຫູວງ ສ່ວນຫຼາຍເຂົາມັກກິນແບບນີ້