ໂດຍ : ວິເສດ ສະແຫວງສຶກສາ
ໃນ 10 ປີຫລັງໆມານີ້ ຄືເລີ່ມ ແຕ່ອາຍຸຢຽບເຂົ້າເລກ “5” ຢ່ອນໆ (50 ປີ... ບໍ່ແມ່ນ 5 ປີ !) ຈານແຍ່ໄດ້ວາງກົດເຫລັກ ໃສ່ຕົນ ເອງໃນໄລຍະປີໃໝ່ລາວທຸກໆປີ ຄືບໍ່ຍອມອອກນອກເຮືອນຫລັງ ທ່ຽງຕະຫລອດທັງສາມວັນ ທັງນີ້ ກໍເພື່ອສະຫງວນ ເຈ້ຍຫູໄວ້ໃຊ້ນານ, ສ່ວນເລື່ອງຢ້ານອຸປະຕິເຫດ ຫລື ຢ້ານປຽກປານໄກ່ຕົກ ນ້ຳນັ້ນເປັນເລື່ອງສຳຮອງ. ກໍຍ້ອນແນວນີ້ເອງ, ຈານແຍ່ຈຶ່ງບໍ່ມີໂອກາດໄດ້ເຫັນອັນ ທີ່ເອີ້ນວ່າ: ຈຸດສຸດຍອດ (Highlight) ຂອງປີໃໝ່ລາວນຳໝູ່ ເຊັ່ນການຕົບປະ ທວາຍຢູ່ ດອນຈັນ, ບັ້ນຮົບເສິກນ້ຳຢູ່ເຂດບັນດາວັດໃຈກາງເມືອງ ຫລື ງານກືນ-ກິນ- ແກ້ມ ຕາມຖືກເຊີນຖືກຊວນ ຫລື ຕາມອັດທະ ຍາໄສ. ເມື່ອຂັງຕົນເອງໄວ້ ຄືແນວນີ້ກໍເລີຍໄດ້ແຕ່ອາປາກຕາກແຂ້ວຟັງໝູ່ໂສ ກັນເລື່ອງຄວາມພິດສະດານຂອງປີໃໝ່ລາວວ່າ ປີນີ້ມີແນວແປກໃໝ່ແນວໃດ, ມັນກັນສຸດຢຽດແນວໃດບ່າວໆສາວໆ ເຂົາພາ ກັນເຕັ້ນແອວອ່ອນໃນຈັງຫວະທີ່ຄວນສະ ຫງວນ ໄວ້ເທິງຕຽງນອນຫລາຍກວ່ານັ້ນແນວໃດ ?. ຖ້າຖືກຖາມແນວນີ້ ຈານແຍ່ ຂໍຍອມໂກກໆໂລດ.
ແຕ່ການຂົດຄືລິ່ນຢູ່ແຕ່ເຮືອນ ນັ້ນ (ເວົ້າສະເພາະແຕ່ຫລັງທ່ຽງຊື່ໆໃດ໋) ກໍບໍ່ຮັບປະກັນໄດ້ຮ້ອຍສ່ວນຮ້ອຍວ່າຈະຫລີກຈາກ ສຽງອຶກກະທຶກຄຶກໂຄມໄດ້ເພາະຄົນເຮືອນໃກ້ທັງເບື້ອງຊ້າຍ ແລະ ເບື້ອງຂວານັ້ນ ເຂົາຍັງຢູ່ເກນໄວໜຸ່ມ ແລະ ສຸດຢຽດຂອງ ຄວາມເປັນໜຸ່ມນັ້ນ ເຂົາກໍເອົາມາສະແດງອອກໃນບຸນປີໃໝ່ລາວ ດ້ວຍການຫົດນ້ຳ, ກິນດື່ມ ແລະ ເປີດເພງແຮງໆຈົນຕັບ ຄອນ. ເລື່ອງນີ້ ຈານແຍ່ບໍ່ວ່າຫຍັງ, ປີໃໝ່ລາວປີໜຶ່ງມີເທື່ອດຽວ. ເວົ້າແນວນີ້ສ່ວນໜຶ່ງກໍເພື່ອອອຍໃຈຕົນເອງ ເພື່ອຫັນວິກິດ (ຈາກສຽງດັງ) ໃຫ້ເປັນໂອກາດ (ໃນການສຶກສາເລື່ອງເພງ). ເຫິງມາແລ້ວ, ນັກປະພັນເພື່ອນຈານແຍ່ຄົນໜຶ່ງບອກວ່າ: ຖ້າຢາກ ຮູ້ວ່າເພງໃດເດັ່ນດັງມີຄົນນິຍົມຊົມຊອບສູງສຸດໃຫ້ເອົາ ເດັກນ້ອຍຕັດສິນໝາຍຄວາມ ວ່າ: ເພງໃດເດັກນ້ອຍຮ້ອງຕິດປາກຕິດ ຄໍ ເພງນັ້ນລະແມ່ນເພງຍອດນິຍົມ, ເຂົາອະທິບາຍຕື່ມວ່າ: ເມື່ອຫລາຍທົດສະວັດຢ້ອນຫລັງເພງອັງກິດຊື່ “ບິວຕີຟູນຊັນເດ” (Beautiful Sunday) ແລະ ເພງ “ເຢນໂລຣີເວີ” (Yellow River) ດົງດັງຈົນວຽງຈັນລະບອບເກົ່າຊິ ແຕກ, ຕອນນັ້ນຢູ່ ຂອກແຄແຈຮົ້ວໃດກໍຍິນສຽງເດັກນ້ອຍຮ້ອງເພງ ນີ້ແບບຂາດວັກຂາດຕອນໄດ້ຍິນ ແຕ່... ເຮເຮເຮ ! ບິວຕິຟູນເດ ! ຫລື ເຢນໂລຣີເວີ້-ເຢນໂລຣີເວີ-ເຢນໂລ ຣີເວີ !.
ຈານແຍ່ຕອນເພື່ອນນັກຂຽນ ຄົນນັ້ນວ່າ ແຕ່ດຽວນີ້ຢາກຮູ້ວ່າ ເພງໃດຕີຕະຫລາດເມືອງລາວໃຫ້ ຕັດສິນເອົາຕອນປີໃໝ່ ລາວວ່າ ເຂົາຮ້ອງເຂົາເສບເພງໃດຫລາຍ. ເມື່ອສອງປີກ່ອນ ເພື່ອນເຮືອນໃຫ້ ຈານແຍ່ເປີດເພງປາຄໍ່ໃຫຍ່, ເພງ ດຳນາໂນນ ແລະ ເພງຂີ້ໂມ້ ຈົນ ແຜ່ນຊີດີຫ້ຽນ ສ່ວນຖ້າເພງໄທ ຕອນນັ້ນກໍແມ່ນເພງຂີ້ເຫລົ້າ “ຈັ່ງ ຊີ້ກໍຕ້ອງຖອນ” (ຂໍໂທດບໍ່ຮູ້ຊື່ເພງ) ແຕ່ປີນີ້ ຈານແຍ່ຂໍຖາມທ່ານຜູ້ ອ່ານວ່າ: ເພງທີ່ຄົນເປີດໃນງານ, ໃນເວລາມ່ວນຊື່ນເຮັດເສິກນ້ຳ ນັ້ນມີເພງໃດແດ່ ບອກມາແຕ່ ພຽງ 3 ເພງກໍໄດ້. ສຳລັບຈານ ແຍ່ທີ່ມີໂອກາດຟັງເພງໃນວົງ ແຄບ (ຈາກເພື່ອນເຮືອນໃກ້) ນັ້ນ ກຳໄດ້ແຕ່ບາງຄຳເວົ້າຂອງເພງ ໄທທີ່ເປີດກັນຈົນແຜ່ນຊີດີຫ້ຽນ ແຕ່ບໍ່ຮູ້ຊື່ເພງ ຄືມາອັນດັບໜຶ່ງ ແມ່ນເພງທີ່ມີຄຳເວົ້າວ່າ: “ທັງໃຫຍ່ທັງຍາວທັງຂາວທັງຫລໍ່” ມາອັນດັບສອງແມ່ນເພງທີ່ມີຄຳວ່າ: “ຮັບບໍລິການຝາກຫົວໃຈ” ແລະ ຍອດນິຍົມອັນດັບສາມແມ່ນ ເພງເວົ້າເລື່ອງລົດຊາດ ຂອງຫອຍ, ບໍ່ວ່າຈະເປັນຫອຍປາກກວ້າງ ຫລື ຫອຍນາ ແລະ ວ່າມັກຫລາຍແມ່ນ “ຈີ່ຫອຍ” ທັງສາມລ້ວນແຕ່ແມ່ນເພງໄທ. ໃນທີ່ນີ້ ຈານແຍ່ບໍ່ຂໍວິຈານເລື່ອງເນື້ອໃນ ເພງ, ມີແຕ່ສົນໃຈວ່າເຫດໃດເພງ ລາວປີນີ້ຈຶ່ງຖືກຕີຖອຍ ? ກ່ອນຂຽນບົດນີ້ ຈານ ແຍ່ລອງໄປຖາມຄຳເຫັນຂອງພະນັກງານ ແລະ ພວກເຂົາກໍລຽງລຳດັບເພງທີ່ ພວກເຂົາໄດ້ຍິນຫລາຍຖືກແປະກັບທີ່ຈານແຍ່ ລຽງ. ເພງລາວທີ່ ເພື່ອນເຮືອນໃກ້ດົນໆຈຶ່ງເປີດເທື່ອ ໜຶ່ງກໍມີເພງ “ຫົວທຽນບອດ” ແລະ ເພງອວຍພອນປີໃໝ່.
ຈານແຍ່ຂໍສະຫລຸບບົດນີ້ ໂດຍການຂໍຮ້ອງໃຫ້ຜູ້ຮັບຜິດຊອບພັດທະນາເພງລາວ ຖືເອົາບຸນປີໃໝ່ ລາວເປັນເວທີສຶກສາຕະ ຫລາດເພງລາວ ເພື່ອໃຫ້ຮູ້ປັບກົນລະຍຸດຊີງຕະຫລາດ. ເພງ “ປາຄໍ່ໃຫຍ່”, ເພງ “ດຳນາໂນນ” ແລະ ເພງ “ຂີ້ ໂມ້” ເຖິງຈະດົງດັງ ແຕ່ມັນກໍລ້າໄປຕາມສະໄໝ, ພວກເຮົາຕ້ອງມີແນວແປກໆໃໝ່ໆຊອນຂຶ້ນມາບໍ່ຂາດສາຍຈຶ່ງຈະສູ້ເຂົາໄຫວ.